url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/1287
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 22/7/2018
ລາຍການເພື່ອສັງຄົມຍຸຕິທຳ 22/7/2018
https://www.moj.gov.la/lo/node/1288
ໃນລະຫວ່າງ ວັນທີ 11 ເຖິງ 13 ກໍລະກົດ 2018 ທີ່ຜ່ານມາ, ຢູ່ທີ່ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ວຽງເພັດ ເຊັງຊົ້ງເຢຽລໍໄຟຈົງ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ແສງເພັດ ແກ້ວພົມມາ ຮອງຫົວໜ້າສະຖາບັນຍຸຕິທໍາພາກເໜືອ ແລະ ທ່ານ Reginald M. Pastrana ຫົວໜ້າທີ່ປຶກສາໂຄງການ LAO/031. ຊຶ່ງມີຜູ້ເຂົ້າຮ່ວມສໍາມະນາທີ່ເປັນຄູ-ອາຈານ ຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາສະຖາບັນຍຸຕິທໍາພາກ ທັງໝົດຈໍານວນ 30 ທ່ານ. ຍິງ 11 ທ່ານ, ກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອຈາກໂຄງການ LAO/031.           ທ່ານ ປອ ວຽງເພັດ ເຊັງຊົ້ງເຢຽລໍໄຟຈົງ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ, ທ່ານໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງການເຮັດບົດຄົ້ນຄວ້າວິໄຈ ແລະ ເນັ້ນຢ້ໍາໃຫ້ບັນດາຜູ້ເຂົ້າຮ່ວມສໍາມະນາຄັ້ງນີ້ ເອົາໃຈໃສ່ສຶກສາຄົ້ນຄວ້າ ມີຄໍາເຫັນແລກປ່ຽນ ຢ່າງເປັນຂະບວນ ເພື່ອເປັນການສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບການເຮັດບົດຄົ້ນຄວ້າ ແລະ ເປັນການເພີ່ມຂີດໝາຍຄວາມສາມາດ ໃຫ້ບັນດາຄູ-ອາຈານ ພາຍໃນສະຖາບັນຍຸຕິທໍາ.           ທ່ານ Reginald M. Pastrana ຫົວໜ້າທີ່ປຶກສາໂຄງການ LAO/031 ໄດ້ຂຶ້ນບັນຍາຍກ່ຽວກັບພື້ນຖານຂອງການເຮັດບົດຄົ້ນຄວ້າກົດໝາຍ ປະກອບມີບາງບັນຫາຄື:           - ຄວາມໝາຍ ແລະ ຈຸດປະສົງຂອງການເຮັດບົດວິໄຈກົດໝາຍ;           - ຮູບແບບການຄົ້ນຄວ້າກົດໝາຍ;           - ແນວຄວາມຄິດທົ່ວໄປກ່ຽວກັບການຄົ້ນຄວ້າທາງກົດໝາຍ;           - ວິທີການ ແລະ ຂັ້ນຕອນໃນການເຮັດບົດຄົ້ນຄວ້າກົດໝາຍ.           ທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ບັນຍາຍກ່ຽວກັບ ວິທີການເລືອກຫົວຂໍ້ ເພື່ອຂຽນການຄົ້ນຄວ້າ ແລະ ຂັ້ນຕອນໃນການຂຽນບົດຄົ້ນຄວ້າຢ່າງລະອຽດ.           ຈາກນັ້ນ ທ່ານ ອາຈານ ວິໄຊ ສີຫາປັນຍາ ຫົວໜ້າພາກວິຊາກົດໝາຍແພ່ງ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຂຶ້ນບັນຍາຍລົງເລິກກ່ຽວກັບການເລືອກຫົວຂໍ້ວິໄຈ ແລະ ຂັ້ນຕອນທີ່ເປັນອັນລະອຽດພ້ອມທັງບາງບັນຫາພຶ້ນຖານທີ່ສໍາຄັນຂອງການວິໄຈກົດໝາຍ.           ພາຍຫຼັງທີ່ໄດ້ຮັບຟັງການບັນຍາຍທາງດ້ານທິດສະດີແລ້ວ ນັກສຳມະນາກອນ ໄດ້ແບ່ງກຸ່ມເຮັດກິດຈະກໍາ ເພື່ອທົດລອງຕົວຈິງ ໂດຍເລີ່ມຈາກການກໍານົດຫົວຂໍ້, ຄວາມເປັນມາຂອງບັນຫາ, ກໍານົດຈຸດປະສົງຂອງການວິໄຈ, ທົບທວນເອກະສານທີ່ກ່ຽວຂ້ອງ ແລະ ກໍານົດຮູບແບບ ເຄື່ອງມືວິທີການວິໄຈ, ຜ່ານການປະຕິບັດ ທົດລອງເຮັດຕົວຈິງເຫັນວ່າ ນັກສໍາມະນາກອນ ມີຄວາມຮູ້ ຄວາມເຂົ້າໃຈຕໍ່ການຝຶກອົບຮົມຄັ້ງນີ້ເປັນຢ່າງດີ.           ໃນຕອນທ້າຍຂອງການສໍາມະນາ ເຈົ້າຂອງໂຄງການໄດ້ຕີລາຄາຜົນຂອງການຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ພ້ອມທັງກ່າວປິດຊຸດການສໍາມະນາລົງຢ່າງເປັນທາງການ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ
ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຄັ້ງວັນທີ 11-13 ກໍລະກົດ 2018 ທີ່ ສະຖາບັນຍຸຕິທໍາພາກເໜືອ
https://www.moj.gov.la/lo/node/1289
ໃນຕອນ​ບ່າຍຂອງວັນທີ 20 ກໍລະກົດ 2018 ທີ່ກະຊວງຍຸຕິທໍາ ທ່ານ ບຸນ​ສະຫວາດ ບຸບຜາ​ ຮອງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລິນ ​ເຝິ່ງ​ໄຮ ປະທານ​ສະມາຄົມ​ນັກກົດໝາຍ ​ແຂວງ ຊານ​ຕົງ ​ແຫ່ງ ສາທາລະ​ນະ​ລັດ ປະຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​​ແລກປ່ຽນບົດຮຽນ ກັບ ກະຊວງ​ຍຸຕິ​ທຳ​​ແຫ່ງ ສປປ ລາວ. ​        ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາຂອງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ກັບການມາ​ຢ້ຽມຢາມ ​ຂອງທ່ານ ​ລິນ ​ເຝິ່ງ​ໄຮ ພ້ອມ​ດ້ວຍ​ຄະນະ ​ໃນ​ຄັ້ງ​ນີ້.         ຈຸດປະສົງຂອງ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ທ່ານ ​ລິນ ​ເຝິ່ງ​ໄຮ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ມາຢ້ຽມຢາມ ​ແລະ ​ແລກປ່ຽນບົດຮຽນທາງ​ດ້ານກົດໝາຍ ພ້ອມ​ທັງ​ປຶ​ກສາ​ຫາລື​ຊ່ອງ​ທາງ​ການ​ພົວພັນ​ຮ່ວມ​ມືຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ໃນ​ຕໍ່ໜ້າ ລະຫວ່າງ​ ກະຊວງ​ຍຸຕິ​ທຳຂອງ ສປປ ລາວ ​ແລະ ສະມາຄົມ​ນັກ​ກົດໝາຍ ​ແຂວງ​ ຊານ​ຕົງ ສປ ຈີນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ໄປ​ເລື້ອຍໆ.      ​   ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ລິນ ​ເຝິ່ງ​ໄຮ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ຢ້ຽມຢາມ​ ​ແລະ ​ແລກປ່ຽນບົດຮຽນ​​ເພື່ອເສີມ​ຂະຫຍາຍ​ສາຍ​ພົວພັນຮ່ວມ​ມືໃນ​ຄັ້ງ​ນີ້.     ຂ່າວ: ອອ່ນຄຳ ພາບ: ສົມ​ຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ລິນ ເຝິ່ງໄຮ
ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ລິນ ເຝິ່ງໄຮ ປະທານສະມາຄົມນັກກົດໝາຍ ແຂວງ ຊານຕົງ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ
https://www.moj.gov.la/lo/node/1290
ໃນລະຫວ່າງວັນທີ 30 ພຶດສະພາ - 17 ກໍລະກົດ 2018 ຢູ່ທີເດີ່ນບານເຕະ ລາວໄອເຕັກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດການແຂ່ງຂັນກິລາບານເຕະຂື້ນເພື່ອຊິງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຂຶ້ນ ໃຫ້ກຽດເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມ, ມີສະຫາຍຮອງເລຂາ, ຮອງອົງການຈັດຕັ້ງມະຫາຊົນ, ຄະນະພັກກະຊວງ, ອົງການລັດທຽບເທົ່າ, ເລຂາ, ຮອງເລຂາຊາວໝູ່ມອ້ອມຂ້າງ, ຫົວໜ້າອົງການ, ຫົວໜ້າກົມ, ພະນັກງານລັດຖະກອນທີ່ເປັນສະມາຊິກຊາວໝຸ່ມ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 650 ສະຫາຍ.           ພິທີດັ່ງກ່າວ ໄດ້ຈັດຂຶ້ນເພື່ອ ສະເຫຼີມສະຫຼອງ ສ້າງຕັ້ງຄະນະຊາວໝູ່ມ ປປລ ຄົບຮອບ 63 ປີ ຈັດການແຂ່ງຂັນກິລາບານເຕະໃນຄັ້ງນິີ້ ປະກອບມີ 32 ທີມ ທີ່ມາຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ. ການແຂ່ງຂັນຕະຫຼອດ 64 ນັດ ໃຊ້ເວລາແຂ່ງຂັນ 14 ວັນ ຜ່ານການແຂ່ງຂັນ ທີມທີ່ສາມາດຍາດໄດ້ລາງວັນມີ ດັ່ງນີ້: ອັນດັບທີ 3 ໄດ້ແກ່ທີມຈາກ ກະຊວງ ສາທາລະນະສຸກ, ອັນດັບທີ 2 ແມ່ນທີມຂອງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ອັນດັບທີ 1 ແມ່ນທິມຈາກ ກະຊວງ ປ້ອງກັນປະເທດ. ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ໃຫ້ກຽດມອບລາງວັນໃຫ້ແກ່ທີມນັກກິລາທີ່ໄດ້ຊະນະເລີດ ແລະ ຮອງຊະນະເລີດຕາມລຳດັບ ພ້ອມທັງໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ ທີມນັກກິລາຈາກທຸກພາກສ່ວນ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການແຂ່ງຂັນກິລາໃນຄັ້ງນີ້ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນເບີກບານມ່ວນຊື່ນ, ຮັກສາໄດ້ຄວາມຮັກແພງສາມັກຄີຊຶ່ງກັນ ແລະ ກັນ ເຮັດໃຫ້ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ວາງທິດທາງແຜນການໃນຊຸມປີຕໍ່ໜ້າວ່າຈະສືບຕໍ່ຈັດກິດຈະກຳ ການແຂ່ງຂັນກິລາບານເຕະ ຊິງຂັນຄະນະບໍລິຫານງານຊາວໜຸ່ມ ປປ ລາວ ຂື້ນທຸກໆປີ. ຂຽນຂ່າວ - ຖ່າຍພາບ: ສົມຫວັງ ບົວລະພັນ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ຂະບວນການແຂ່ງຂັນກິລາບານເຕະ ຊິງຂັນ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ
ຂະບວນການແຂ່ງຂັນກິລາບານເຕະ ຊິງຂັນ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ
https://www.moj.gov.la/lo/node/1291
ໃນວັນທີ 19 ກໍລະກົດ 2018 ຜ່ານມານີ້ ໜ່ວຍສະຫະພັນແມ່ຍິງ ພະແນກຍຸຕິທໍາແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວຄົບຮອບ 63 ປີ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສູນທອນ ພັນມີໄຊ ສະມະຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກຍຸຕິທຳແຂວງຊຽງຂວາງ, ມີທ່ານ ນາງ ວອນໃຈ  ໂສວາລີ ປະທານໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ, ບັນດາຫົວໜ້າ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.         ຈຸດປະສົງຂອງການເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວໃນຄັ້ງນີ້ ແມ່ນເພື່ອຫວນຄືນປະຫວັດຄວາມເປັນມາຂອງວັນດັ່ງກ່າວ, ພ້ອມກັນນັ້ນກໍໄດ້ຮັບຟັງການລາຍງານບົດສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງຊຽງຂວາງ ປະ ຈຳປີ 2018 ແລະ ທິດທາງແຜນການປະຈໍາປີ 2019.         ໃນຕອນທ້າຍ ທ່ານປະທານກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ທ່ານໄດ້ເນັ້ນໃຫ້ສະຫະພັນແມຍິງພະແນກຍຸຕິທຳແຂວງຈົ່ງພ້ອມກັນເປັນເຈົ້າການໃນການປຸກລະດົມຊຸກຍູ້ສົ່ງເສີມແມ່ຍິງ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ, ພັດທະນາທາງດ້ານຄວາມຮູ້ຄວາມສາມາດຂອງຕົນຢູ່ສະເໝີ ແລະ ສາມາດປະກອບສ່ວນເຂົ້າໃນວຽກງານຮອບດ້ານຄຽງບ່າ, ຄຽງໄຫຼກັບເພດຊາຍໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳ, ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.                                                                                  ຂຽນຂ່າວ: ພະແນກຍຸຕິທໍາ ແຂວງຊຽງຂວາງ; ປັບປຸງ: ປາວີຄໍາ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ
ກອງປະຊຸມເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ
https://www.moj.gov.la/lo/node/1292
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 01-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 30/7/2018
ລາຍການຄວາມຮູ້ທາງກົດໝາຍ 30/7/2018
https://www.moj.gov.la/lo/node/1293
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 01-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 1/8/2018
ລາຍການຄວາມຮູ້ທາງກົດໝາຍ 1/8/2018
https://www.moj.gov.la/lo/node/1294
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 03-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 29/7/2018
ລາຍການເພື່ອສັງຄົມຍຸຕິທຳ 29/7/2018
https://www.moj.gov.la/lo/node/1295
ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2018 ທີ່ຜ່ານມາ ຢູ່ທີ່ ຫ້ອງຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີມອບ-ຮັບ ທຶນຊ່ວຍເຫຼືອໄພພິບັດນ້ຳຖ້ວມ ປີ 2018  ຢູ່ບັນດາແຂວງຂອງ ສປປ ລາວ, ໂດຍຕ່າງໜ້າມອບໂດຍທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທຳ ແລະ ຕ່າງໜ້າຮັບໂດຍ ທ່ານ ດຣ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານສະຫວັດດີການສັງຄົມ ຊຶ່ງການສົມທົບທຶນໃນຄັ້ງນີ້ລວມເປັນເງິນທັງໝົດ ຈຳນວນ 10 ລ້ານກີບ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳໄດ້ສົມທົບທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງໃນ
ກະຊວງຍຸຕິທຳໄດ້ສົມທົບທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງໃນ ສປປ ລາວ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
https://www.moj.gov.la/lo/node/1296
ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນຕອນ​ເຊົ້າຂອງ​ວັນ​ທີ 30 ກໍລະກົດ 2018 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມ​ມີ ທ່ານ​ຮອງ​ລັດຖະມົນຕີ, ຄະນະ​ຊີ້​ນຳ​ລວມ, ຄະນະ​ກົມ​ ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ, ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງ, ບັນດາ​ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ແລະ ພະນັກງານຂອງ​ກະຊວງ​ຍຸຕິ​ທຳ​ທີ່​ລົງ​ຊຸກຍູ້​ວຽກງານດັ່ງກ່າວ​ຢູ່​ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ ​ເຂົ້າ​ຮ່ວມ​ທັງໝົດ ຈຳນວນ 40 ທ່ານ. ​ໃນ​ກອງ​ປະຊຸມ​​ໄດ້​ຮັບ​ຟັງ​ການ​ລາຍງານ​ຈາກ​ພະນັກງານກະຊວງ​ຍຸຕິ​ທຳ ທີ່​ລົງ​ໄປ​ຊຸກຍູ້​ວຽກງານ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ທີ່​ປະຈຳ​ຢູ່​ພະ​ແນ​ກຍຸຕິ​ທຳ ​ນະຄອນຫຼວງວຽງຈັນ ​ແລະ ປະຈຳ​ຢູ່ 9 ​ເມືອງ​ຂອງ​ນະຄອນຫຼວງວຽງຈັນ ກ່ຽວກັບ​ການ​ເກັບ​ກໍາສະຖິຕິຄະດີ ​ປະຈຳ​ໄຕ​ມາດທີ I ​ໂດຍ​ມີ​ການ​ແຍກ​ປະ​ເພດ​ຄະດີ ​ແລະ ສາ​ເຫດ​ທີ່​ພາ​ໃຫ້​ມີ​ຄະດີ​ຕົກ​ຄ້າງທີ່​ຍັງ​ບໍ່​ສາມາດ​ປະຕິບັດ​ສຳ​ເລັດ ​​ເພື່ອ​ພິມ​ເຂົ້າ​ໂປຼ​ແກຼມສະຖິຕິ ຊຶ່ງ​ໃນ​ໄຕ​ມາດ​ທີ I ບັນດາ​ທ່ານ​ທີ່​ລົງ​ໄປ​ຊຸກຍູ້​ການ​ເຄື່ອນ​ໄຫວວຽກງານ​ດັ່ງກ່າວ​ກໍ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງຜົນສຳ​ເລັດ, ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງ​ຍາກ ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ ຫຼັງຈາກ​ນັ້ນ​ ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ແລກປ່ຽນ ​​​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ຂອດທີ່​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ດັ່ງກ່າວ. ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ໃຫ້ ກຽດ​ໂອ້​ລົມ​ຕໍ່​ພິທີ ຊຶ່ງ​ທ່ານ​ກໍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ພະນັກງານ​ທີ່​ລົງ​ໄປ​ຊຸກຍູ້​ວຽກງານ​ການປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ຢູ່​ທີ​ພະ​ແນ​ກຍຸຕິ​ທຳ​ນະຄ​ອນຫຼວງວຽງຈັນ ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປະຕິບັດໜ້າທີ່​ວຽກງານ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ກັນນັ້ນ​ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ປະຕິບັດໜ້າທີ່​ວຽກງານ​ໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາ  ​ແລະ ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້. ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ: ສົມ​ຫັວງ, ປາ​ວີ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສ່ອງແສງການລົງຊຸກຍູ້ວຽກງານ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ ປະຈຳໄຕມາດທີ I
ກອງປະຊຸມສ່ອງແສງການລົງຊຸກຍູ້ວຽກງານ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ ປະຈຳໄຕມາດທີ I
https://www.moj.gov.la/lo/node/1297
ເພື່ອຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ, ເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ເຂົ້າໃຈລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ທົ່ວເຖິງສັງຄົມ. ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2018  ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ V ປະຈຳປີ 2018 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສີຫູນ ສິດທິລືໄຊ  ຮອງເລຂາພັກນະຄອນຫຼວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.  ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 63 ທ່ານ, ຍິງ 16 ທ່ານ, ການຝຶກອົບຮົມຄັ້ງນີ້ ​​ໄດ້​ປະຕິບັດຕາມຫຼັກສູດ​ການ​ຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ​ຄື ມີພາກທິດສະດີ ແລະ ພາກກົດໝາຍ ຊຶ່ງປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ. ຕອນ​ທ້າຍ​ທ່ານປະທານ ​ໄດ້​ໃຫ້ກຽດມີຄຳເຫັນ ໂອ້​ລົມ​ຕໍ່ນັກ​ສຳ​ມະ​ນາກ​ອນ ຊຶ່ງ​ທ່ານໄດ້ຍົກໃຫ້ເຫັນຄວາມຈຳເປັນ, ຄວາມໝາຍ, ຄວາມສໍາຄັນຂອງການເຂົ້າຮ່ວມຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃນຄັ້ງນີ້ ​ແລະ ​ໄດ້​ເໜັ້ນນັກ​ໃຫ້​ນັກ​ສຳ​ມະ​ນາກ​ອນຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນການຄົ້ນຄ້ວາ, ຮໍ່າຮຽນກົດໝາຍໃຫ້ເລິກເຊີ່ງ ແລະ ສາມາດນຳເອົາຄວາມຮູ້​ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ.   ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫວັງ ບົວລະພັນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກຍຸຕິທຳນະຄອນຫຼວງວຽງຈັນ ເປີດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ
ພະແນກຍຸຕິທຳນະຄອນຫຼວງວຽງຈັນ ເປີດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ປະຈໍາປີ 2018
https://www.moj.gov.la/lo/node/1298
ໃນວັນ​ທີ 18 ກໍລະກົດ 2018 ຢູ່​ທີ່ ສະ​ໂມ​ສອນ​ເມືອງ ຊຽງຄໍ້ ພະ​ແນ​ກຍຸຕິ​ທໍາ​ແຂວງ ຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ​ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍ​ການ​​ເປັນ​ປະທານຂອງທ່ານ ​ເຄນ​ທອງ ພອນ​ພະ​ແກ້ວ ຮອງ​ເຈົ້າ​ເມືອງ ຊຽງຄໍ້, ​​ເປັນກຽດເຂົ້າ​ຮ່ວມມີ​ ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ, ​​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ, ຄູ-ອາຈານ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 12 ທ່ານ ​          ໃນ​ພິທີທ່ານ ຄຳ​ຜຸຍ ພິມ​ມະ​ວົງສາ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ຊຽງຄໍ້ ໄດ້ສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ​ໄລຍະ 3 ເດືອນ ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ແມ່ນ​ຈັດ​ໃຫ້​ສະ​ເພາະພະນັກງານຫຼັກ​ແຫຼ່ງຂອງ​ຂະແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ນາຍບ້ານຂອງ​​ ​ເມືອງ​ ຊຽງຄໍ້. ການ​ຮຽນ-ການ​ສອນດັ່ງກ່າວ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​​ໃຫ້​ສຳ​ມະ​ນາກ​ອນຮັບ​ຮູ້​ເຂົ້າ​ໃຈຕໍ່​ກັບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​​ແນໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ. ພ້ອມ​ດຽວກັນນັ້ນ, ​ໃນ​ພິທີ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ເມືອງ ຊຽງຄໍ້​ ວ່າ​ດ້ວຍ ​ການອະນຸມັດ​ໃຫ້​ເປີດ​ການຮຽນ-ການສອນກົດໝາຍ ໄລຍະສັ້ນ 45 ວັນ ປະຈຳ​ປີ 2018 ພ້ອມ​ທັງ​ມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ ​39 ທ່ານ, ຍິງ 6 ທ່ານ ມອບ​ໂດຍ​ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ພ້ອມ​ກັນ​ນັ້ນ ກໍ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ຊີ້​ນຳ​, ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນຜູ້​ທີ່​ຮຽນດີ​ຮຽນ​ເກັ່ງໃນຄັ້ງນີ້ ໃຫ້ກຽດມອບ​ໂດຍ​ທ່ານ ​ເຄນ​ທອງ ພອນ​ພະ​ແກ້ວ ຮອງ​ເຈົ້າ​ເມືອງ ຊຽງຄໍ້.       ໃນ​ຕອນ​ທ້າຍ​ຂອງ​ພິທີທ່ານ ​ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ​ກໍ​ໄດ້​ໃຫ້ກຽດມີ​ຄຳ​ເຫັນ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນທຸກ​ທ່ານ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮໍ່າຮຽນມາໄປຈັດ​ຕັ້ງ​ຜັນ​ຂະຫຍາຍ​​ເຂົ້າ​ໃນການ​ເຄື່ອນ​ໄຫວໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ຂຽນຂ່າວ: ພວງ​ເພັດ  ປັບປຸງຂ່າວ​: ອ່ອນ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ
ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ຢູ່ເມືອງ ຊຽງຄໍ້
https://www.moj.gov.la/lo/node/1299
ພິທີທີເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໃນວັນທີ 31 ກໍລະກົດ 2018 ທີ່ຫ້ອງປະຊຸມສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນເພັງ ສີນະວົງພອນ ກຳມະການພັກ ນະຄອນຫຼວງ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນຕາ ສໍຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳ (ນວ) ມີບັນດາຫົວໜ້າກົມ, ຫົວໜ້າພະແນກການ, ເມືອງ, ຄູ-ອາຈານ ທີ່ມາຈາກກະຊວງອ້ອມຂ້າງ ແລະ ນັກສຳມະນາກອນຈຳນວນ 64 ທ່ານ, ຍິງ 19 ທ່ານ ເຂົ້າຮ່ວມ.     ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳ  ກ່າວວ່າ: ໂຄງການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ໃຫ້ຄະນະນໍາ ພະນັກງານຫຼັກແຫຼ່ງ, ພະແນກການຫ້ອງການທຽບເທົ່າຂອງນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງແມ່ນຫຼັກສູດເລັ່ງລັດ ລວບລວມບັນດາກົດໝາຍທີ່ສຳຄັນ ທີ່ເປັນພື້ນຖານໃນການເຮັດໜ້າທີ່ຊີ້ນຳ-ນຳພາ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີຄວາມສອດຄ່ອງກົມກຽວ ເປັນໄປຕາມລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງເປັນພື້ນຖານສຳຄັນໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ທັງເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃນການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານ 3 ສ້າງ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໃຫ້ພະນັກງານຫຼັກແຫຼ່ງ
ພະແນກຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງໃນ 9 ຕົວເມືອງ.
https://www.moj.gov.la/lo/node/1304
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ສິງຫາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 5/8/2018
ລາຍການເພື່ອສັງຄົມຍຸຕິທຳ 5/8/2018
https://www.moj.gov.la/lo/node/1305
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 3/8/2018
ລາຍການຄວາມຮູ້ທາງກົດໝາຍ 3/8/2018
https://www.moj.gov.la/lo/node/1306
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 6/8/2018
ລາຍການຄວາມຮູ້ທາງກົດໝາຍ 6/8/2018
https://www.moj.gov.la/lo/node/1307
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 8/8/2018
ລາຍການຄວາມຮູ້ທາງກົດໝາຍ 8/8/2018
https://www.moj.gov.la/lo/node/1308
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ຢູ່ທີຫ້ອງປະຊຸມພະແນກຍຸຕິທຳແຂວງ ສະຫວັນນະເຂດ ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ໄດ້ຈັດພິທີປະກາດ ນາມມະຍົດ ຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍ ຊາວໜຸ່ມ 4 ບຸກ ສະໄໝທີ II ຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສີສົມບັດ ຄະນະບໍລິຫານງານ ຊາວໜຸ່ມ ແຂວງ ສະຫວັນນະເຂດ ແລະ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມໃນຄັ້ງນີ້ ມີບັນດາແຂກອ້ອມຂ້າງແຂວງ ແລະ ສະມາຊິກຊາວໜຸ່ມພະແນກຍຸຕິທຳເຂົ້າຮ່ວມ ທັງໝົດ 44 ທ່ານ, ຍິງ 18 ທ່ານ. ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ສະຫາຍ ທິບທຸລັກ ແກ້ວວົງສາ ຮອງເລຂາ ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018, ພາຍຫຼັງສະຫາຍຮອງເລຂາຮາກຖານຊາວໜຸ່ມໄດ້ຜ່ານບົດສະຫຼຸບແລ້ວ ກໍໄດ້ມອບໃບຢັ້ງຢືນ ນາມມະຍົດ ຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍຊາວໜຸມ 4 ບຸກສະໄໝທີ II ພ້ອມທັງ ມອບໃບຍ້ອງຍໍ ຮາກຖານຊາວໜຸ່ມພະແນກຍຸຕິທຳ, ໜ່ວຍຊາວໜຸ່ມ ທັງ 2 ໜ່ວຍ ແລະ ບຸກຄົນ ດີເດັ່ນ ໃນການເຄື່ອນ ໄຫວປະຕິບັດຂໍ້ແຂ່ງຂັນ ຊາວໜຸ່ມ 4 ບຸກ. ໃນຕອນທ້າຍ ຂອງພິທີ ຄະນະບໍລິຫານງານ ຊາວໜຸ່ມແຂວງ ສະຫວັນນະເຂດ ກໍໄດ້ສະແດງ ຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານ ທີ່ຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ຊາວໜຸ່ມພະແນກຍຸຕິທຳແຂວງ ຕ້ອງຮັກສານາມມະຍົດ ຊາວໜຸ່ມ 4 ບຸກ, ພ້ອມທັງສຶບຕໍ່ປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ໂດຍຕິດພັນກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນ.     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງສະຫວັນນະເຂດ ຈັດພິທີມອບໃບຢັ້ງຢືນ ນາມມະຍົດ ຮາກຖານຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍຊາວໜຸມ 4 ບຸກ ສະໄໝທີ II
https://www.moj.gov.la/lo/node/1309
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 14-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 13/8/2018
ລາຍການຄວາມຮູ້ທາງກົດໝາຍ 13/8/2018
https://www.moj.gov.la/lo/node/1310
ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສຳຄັນຕ່າງໆຂອງຊາດພາຍໃນເດືອນສິງຫາ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສຳຄັນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 14 ສິງຫາ 2018 ຢູ່ທີ່ ສະໂມສອນເມືອງ ສີສັດຕະນາກ ໄດ້ມີພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ (15 ສິງຫາ 1982-15 ສິງຫາ 2018) ຕິດພັນກັບຜົນງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ບຸນພາຄົງ ຮອງປະທານສານປະຊາຊົນສູງສຸດ, ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ ແລະ ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນເຂດສາມ, ມີບັນດາຜູ້ຕາງໜ້າ ຈາກຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ ຈຳນວນ 37 ບ້ານທົ່ວເມືອງ ສີສັດຕະນາກ ເຂົ້າຮ່ວມຢ່າງພ້ອມພຽງ.     ໃນພິທີ ທ່ານ ຄຳພັນ ບຸນພາຄົງ ຮອງປະທານສານປະຊາຊົນສູງສຸດ ກໍໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນລັດຖະທຳມະນູນແຫ່ງຊາດ ຊຶ່ງແມ່ນລັດຖະທຳມະນູນ ສະບັບທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖືກພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງສອງຄັ້ງຄື: ປີ 2003 ແລະ 2015 ລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານ ຂອງລະບອບປະຊາທິປະໄຕ ປະຊາຊົນ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້ ພ້ອມດຽວກັນນັ້ນ ທ່ານໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ ຊຶ່ງບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສານປະຊາຊົນ ແມ່ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ, ລະອິດລະອ້ຽວ ແລະ ສິ່ງທົດສອບທ້າທາຍຫຼາຍປະການ ໃນການປະຕິບັດໜ້າທີ່ວຽກງານ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທຳ.      ຫຼັງຈາກນັ້ນ ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນເຂດສາມກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມກັນນັ້ນ ກໍໄດ້ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2018 ໃຫ້ຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊາບ.     ພິທີດັ່ງກ່າວໄດ້ດຳເນີນເປັນເວລາເຄິ່ງວັນຈຶ່ງອັດລົງດ້ວຍຜົນສຳເລັດອັນຈົບງາມ. ຂຽນຂ່າວ: ອ່ອນຄຳ , ພາບ ຊາຍພິມພອນ ແລະ ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ
ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ
https://www.moj.gov.la/lo/node/1311
ລາຍລະອຽດປະເພດຂອງເອກະສານ: ໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ຂອງ ສປປ ລາວ ໄລຍະທີ 2ເອກະສານລົງວັນທີ: 16-ສິງຫາ-2018ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%9E%E0%BA%B1%E0%BA%94%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%8A%E0%BA%B1%E0%BA%9A%E0%BA%9E%E0%BA%B0%E0%BA%8D%E0%BA%B2%E0%BA%81%E0%BA%AD%E0%BA%99%E0%BA%A1%E0%BA%B0%E0%BA%99%E0%BA%B8%E0%BA%94%E0%BB%83%E0%BA%99%E0%BA%82%E0%BA%BB%E0%BA%87%E0%BB%80%E0%BA%82%E0%BA%94%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3-%E0%BA%82%E0%BA%AD%E0%BA%87-%E0%BA%AA%E0%BA%9B%E0%BA%9B-%E0%BA%A5%E0%BA%B2%E0%BA%A7-%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5-2/1311/0%20%E0%BA%A5%E0%BA%B2%E0%BA%8D%E0%BA%81%E0%BA%B2%E0%BA%99%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%88%E0%BA%B2%E0%BA%81%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BB%84%E0%BA%88%E0%BA%81%E0%BA%B2%20%E0%BA%82%E0%BA%BB%E0%BA%87%E0%BB%80%E0%BA%82%E0%BA%94%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3%20%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5%E0%BA%AA%E0%BA%AD%E0%BA%87.pdf https://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%9E%E0%BA%B1%E0%BA%94%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%8A%E0%BA%B1%E0%BA%9A%E0%BA%9E%E0%BA%B0%E0%BA%8D%E0%BA%B2%E0%BA%81%E0%BA%AD%E0%BA%99%E0%BA%A1%E0%BA%B0%E0%BA%99%E0%BA%B8%E0%BA%94%E0%BB%83%E0%BA%99%E0%BA%82%E0%BA%BB%E0%BA%87%E0%BB%80%E0%BA%82%E0%BA%94%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3-%E0%BA%82%E0%BA%AD%E0%BA%87-%E0%BA%AA%E0%BA%9B%E0%BA%9B-%E0%BA%A5%E0%BA%B2%E0%BA%A7-%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5-2/1311/1%20%E0%BB%81%E0%BA%9C%E0%BA%99%E0%BA%A7%E0%BA%B2%E0%BA%94%E0%BA%81%E0%BA%B2%E0%BA%99%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BB%81%E0%BA%9E%E0%BB%88%E0%BA%87%20%E0%BA%AA%E0%BA%B2%E0%BA%99%E0%BA%82%E0%BA%B1%E0%BB%89%E0%BA%99%E0%BA%95%E0%BA%BB%E0%BB%89%E0%BA%99%20%E0%BB%81%E0%BA%A5%E0%BA%B0%20%E0%BA%82%E0%BA%B1%E0%BB%89%E0%BA%99%E0%BA%95%E0%BA%AD%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%AE%E0%BA%B7%E0%BB%89%E0%BA%9F%E0%BA%B7%E0%BB%89%E0%BA%99%202012.pdf https://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%9E%E0%BA%B1%E0%BA%94%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%8A%E0%BA%B1%E0%BA%9A%E0%BA%9E%E0%BA%B0%E0%BA%8D%E0%BA%B2%E0%BA%81%E0%BA%AD%E0%BA%99%E0%BA%A1%E0%BA%B0%E0%BA%99%E0%BA%B8%E0%BA%94%E0%BB%83%E0%BA%99%E0%BA%82%E0%BA%BB%E0%BA%87%E0%BB%80%E0%BA%82%E0%BA%94%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3-%E0%BA%82%E0%BA%AD%E0%BA%87-%E0%BA%AA%E0%BA%9B%E0%BA%9B-%E0%BA%A5%E0%BA%B2%E0%BA%A7-%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5-2/1311/2%20%E0%BB%81%E0%BA%9C%E0%BA%99%E0%BA%A7%E0%BA%B2%E0%BA%94%E0%BA%81%E0%BA%B2%E0%BA%99%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%AD%E0%BA%B2%E0%BA%8D%E0%BA%B2%202013.pdf https://www.moj.gov.la/sites/default/files/filefield_paths/3%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%B9%E0%BB%88%E0%BA%A1%E0%BA%B7%E0%BA%96%E0%BA%B2%E0%BA%A1%E0%BA%95%E0%BA%AD%E0%BA%9A%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BB%81%E0%BA%9E%E0%BB%88%E0%BA%87%202012.pdf https://www.moj.gov.la/sites/default/files/filefield_paths/4%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%AE%E0%BA%B9%E0%BB%89%E0%BA%9E%E0%BA%B7%E0%BB%89%E0%BA%99%E0%BA%96%E0%BA%B2%E0%BA%99%E0%BA%81%E0%BB%88%E0%BA%BD%E0%BA%A7%E0%BA%81%E0%BA%B1%E0%BA%9A%E0%BA%82%E0%BB%8D%E0%BB%89%E0%BA%9C%E0%BA%B9%E0%BA%81%E0%BA%9E%E0%BA%B1%E0%BA%99%E0%BB%83%E0%BA%99%E0%BA%AA%E0%BA%B1%E0%BA%99%E0%BA%8D%E0%BA%B2%202014.pdf https://www.moj.gov.la/sites/default/files/filefield_paths/5%20%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%AE%E0%BA%B9%E0%BB%89%E0%BA%9E%E0%BA%B7%E0%BB%89%E0%BA%99%E0%BA%96%E0%BA%B2%E0%BA%99%E0%BA%81%E0%BB%88%E0%BA%BD%E0%BA%A7%E0%BA%81%E0%BA%B1%E0%BA%9A%E0%BA%82%E0%BB%8D%E0%BA%9C%E0%BA%B9%E0%BA%81%E0%BA%9E%E0%BA%B1%E0%BA%99%E0%BA%99%E0%BA%AD%E0%BA%81%E0%BA%AA%E0%BA%B1%E0%BA%99%E0%BA%8D%E0%BA%B2%202014.pdf https://www.moj.gov.la/sites/default/files/filefield_paths/6%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%B9%E0%BB%88%E0%BA%A1%E0%BA%B7%E0%BA%81%E0%BA%B2%E0%BA%99%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BB%81%E0%BA%9E%E0%BB%88%E0%BA%87%20%E0%BA%82%E0%BA%B1%E0%BB%89%E0%BA%99%E0%BA%95%E0%BA%BB%E0%BB%89%E0%BA%99%20%E0%BB%81%E0%BA%A5%E0%BA%B0%20%E0%BA%81%E0%BA%B2%E0%BA%99%E0%BA%AE%E0%BA%B7%E0%BB%89%E0%BA%9F%E0%BA%B7%E0%BB%89%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%202014.pdf https://www.moj.gov.la/sites/default/files/filefield_paths/7%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%B9%E0%BB%88%E0%BA%A1%E0%BA%B7%E0%BA%81%E0%BA%B2%E0%BA%99%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%AD%E0%BA%B2%E0%BA%8D%E0%BA%B2%20%E0%BA%9B%E0%BA%B1%E0%BA%9A%E0%BA%9B%E0%BA%B8%E0%BA%87%202015.pdf https://www.moj.gov.la/sites/default/files/filefield_paths/8%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%B9%E0%BB%88%E0%BA%A1%E0%BA%B7%E0%BA%81%E0%BA%B2%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94%20%E0%BA%9E%E0%BA%B4%E0%BA%A1%E0%BA%84%E0%BA%B1%E0%BB%89%E0%BA%87%E0%BA%97%E0%BA%B5%203%202017.pdf https://www.moj.gov.la/sites/default/files/filefield_paths/9%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%96%E0%BA%B2%E0%BA%A1%E0%BA%95%E0%BA%AD%E0%BA%9A%E0%BA%81%E0%BA%B2%E0%BA%99%E0%BA%AA%E0%BA%B7%E0%BA%9A%E0%BA%AA%E0%BA%A7%E0%BA%99%E0%BA%AA%E0%BA%AD%E0%BA%9A%E0%BA%AA%E0%BA%A7%E0%BA%99%20%E0%BA%9B%E0%BA%B1%E0%BA%9A%E0%BA%9B%E0%BA%B8%E0%BA%87%202018.pdf https://www.moj.gov.la/sites/default/files/filefield_paths/10%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%84%E0%BA%B9%E0%BB%88%E0%BA%A1%E0%BA%B7%E0%BA%AD%E0%BA%B0%E0%BA%97%E0%BA%B4%E0%BA%9A%E0%BA%B2%E0%BA%8D%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BB%81%E0%BA%AE%E0%BA%87%E0%BA%87%E0%BA%B2%E0%BA%99%20%E0%BA%9E%E0%BA%B4%E0%BA%A1%E0%BA%84%E0%BA%B1%E0%BB%89%E0%BA%87%E0%BA%97%E0%BA%B5%201%202018.pdf https://www.moj.gov.la/sites/default/files/filefield_paths/11%20%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BA%81%E0%BA%B2%E0%BA%99%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%AD%E0%BA%B2%E0%BA%8D%E0%BA%B2%202012.pdf https://www.moj.gov.la/sites/default/files/filefield_paths/12%20%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%AD%E0%BA%B2%E0%BA%8D%E0%BA%B2%202012.pdf
ໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ຂອງ ສປປ ລາວ ໄລຍະທີ 2
https://www.moj.gov.la/lo/node/1312
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 15/8/2018
ລາຍການຄວາມຮູ້ທາງກົດໝາຍ 15/8/2018
https://www.moj.gov.la/lo/node/1313
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 16-ສິງຫາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 12/8/2018
ລາຍການເພື່ອສັງຄົມຍຸຕິທຳ 12/8/2018
https://www.moj.gov.la/lo/node/1314
ເນື່ອງໃນໂອກາດວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ ໃນຕອນເຊົ້າ ຂອງວັນທີ 15 ສິງຫາ 2018 ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ ພະນັກງານນັກຮົບ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ. ໂດຍການກ່າວມອບຂອງທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ ພະນາວັນ ທັນສະດາພອນ ຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ, ກົມກົດໝາຍ ກະຊວງປ້ອງກັນປະເທດ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງສອງພາກສ່ວນເຂົ້າຮ່ວມ.     ທ່ານ ນາງສີສຸດາ ໂສພາວັນດີ ໄດ້ສະເໜີໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍໃນໄລຍະຜ່ານມາ ໂດຍສະເພາະ ການໂຄສະນາເຜີຍແຜ່ກົດໝາຍຜ່ານພາຫະນະສື່ມວນຊົນຕ່າງໆ ເປັນຕົ້ນ ການໂຄສະນາຜ່ານທາງໂທລະພາບ, ວິທະຍຸ, ວາລະສານ, ໜັງສືພິມອອນໄລ, ເວັບໄຊ໌ ແລະ ແອັບພິເຄຊັນ. ຈາກນັ້ນ, ທ່ານ ພັທ ພະນາວັນ ທັນສະດາພອນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມໂຄສະນາເຜີຍແຜ່ກົດໝາຍ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນການສະໜອງປື້ມກົດໝາຍ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນຂົງເຂດປ້ອງກັນຊາດ ຊຶ່ງຜ່ານມາ ກົມກົດໝາຍ ກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະບັນດາແຂວງທີ່ຕິດຈອດຊາຍແດນ ຊຶ່ງກໍໄດ້ຮັບຄວາມສົນໃຈເປັນຈຳນວນຫຼວງຫຼາຍ ແລະ ຍັງຈະສືບຕໍ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍໃຫ້ໄດ້ຫຼາຍຊ່ອງທາງໃນຕໍ່ໜ້າ.     ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມສັງລວມກົດໝາຍປັບປຸງ ແລະ ສ້າງໃໝ່ 2010-2012 ຈຳນວນ 50 ຫົວ ລວມມູນຄ່າທັງໝົດ 6,000,000 ກີບ. ພາບ-ຂ່າວ ໂດຍ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປື້ມກົດໝາຍໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປື້ມກົດໝາຍໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
https://www.moj.gov.la/lo/node/1316
ໃນລະຫວ່າງວັນທີ່ 07 - 18 ສິງຫາ 2018 ທີ່ຜ່ານມານີ້ ທາງພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳ ໄດ້ລົງໄປມອບເຄື່ອງອຸປະໂພກ ແລະ ເງິນຈຳນວນໜຶ່ງຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊນ້ຳນ້ອຍ ເມືອງສາມັກຄີໄຊ ແຂວງອັດຕະປື ທີ່ສູນຮັບບໍລິຈາກຂອງ ແຂວງ ຄຳມ່ວນ ແລະ ສົມທົບກັບບັນດາແຕ່ລະເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມພາຍໃນແຂວງ ຄຳມ່ວນ ເຊີ່ງມີຢູ່ຈຳນວນ 6 ເມືອງ ຄື: ເມືອງ ໜອງບົກ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ, ເມືອງ ເຊບັ້ງໄຟ, ເມືອງ ທ່າແຂກ ແລະ ເມືອງ ບົວລະພາ ພາຍໃຕ້ການຊີ້ນຳ - ນຳພາຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ.         ໃນການຊ່ວຍເຫລືອໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກ, ນ້ຳດື່ມ ແລະ ເງິນຈຳນວນໜື່ງ ຊື່ງໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3ຈຸ ດັ່ງນີ້ : ຈຸທີ1 ນຳໂດຍ ທ່ານ ຄຳເພົາ ທອງເທພາຮັກ ຫົວໜ້າພະແນກພະຍິທຳແຂວງພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳ ໄດ້ລົງມອບເຄື່ອງ ຊ່ວຍເຫຼືອຢູ່ສູນຮັບບໍລິຈາກເຄື່ອງຂອງເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ບົວລະພາ, ຈຸທີ2 : ນຳໂດຍ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳແຂວງ ໄດ້ລົງມອບເຄື່ອງຊ່ວຍເຫຼືອຢູ່ສູນຮັບບໍລິຈາກເຄື່ອງຂອງເມືອງ ມະຫາໄຊ ແລະ ເມືອງ ຍົມມະລາດ, ຈຸທີ3 : ນຳໂດຍທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳ ພ້ອມດ້ວຍວິຊາການຈຳນວນໜຶ່ງ ໄດ້ນຳເຄື່ອງຊ່ວຍເຫຼືອໃຫ້ສູນຮັບບໍລິຈາກເຄື່ອງຂອງເມືອງ ເຊບັ້ງໄຟ, ໃນນີ້ ການຮັບເຄື່ອງຊ່ວຍເຫຼືອຈາກພະແນກຍຸຕິທຳແຂວງ ຄຳມ່ວນແມ່ນຮັບໂດຍບັນດາທ່ານເຈົ້າເມືອງຂອງແຕ່ລະເມືອງ.         ພາຍຫລັງສຳເລັດໃນການມອບຮັບເຄື່ອງຊ່ວຍເຫຼືອບໍລິຈາກແລ້ວ ທ່ານ ເຈົ້າເມືອງຂອງແຕ່ລະເມືອງກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແຕ່ລະຈຸທີ່ໄດ້ລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳແຂວງ ຄຳມ່ວນ.       ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຄຳມ່ວນຊ່ວຍໄພນ້ຳຖ້ວມ2018
ການເຄື່ອນໄຫວຊ່ວຍຜູ້ປະສົບໄພນ້ຳຖ້ວມໃນເບື້ອງຕົ້ນຂອງພະແນກຍຸຕິທຳ ແຂວງ ຄຳມ່ວນ
https://www.moj.gov.la/lo/node/1317
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ສິງຫາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 19/8/2018
ລາຍການເພື່ອສັງຄົມຍຸຕິທຳ 19/8/2018
https://www.moj.gov.la/lo/node/1318
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 22-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 20/8/2018
ລາຍການຄວາມຮູ້ທາງກົດໝາຍ 20/8/2018
https://www.moj.gov.la/lo/node/1319
ເພື່ອ​ເປັນ​ການ​ຂ່ຳນັບຮັບຕ້ອນວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮ​ອບ 27 ປີ ​ໃຫ້​ມີ​ຄວາມໝາຍ ຄວາມ​ສຳຄັນ ດັ່ງ​ນັ້ນ​ ໃນຕອນ​ບ່າຍ​ວັນ​ທີ 10 ສິງຫາ 2018 ສະ​ຫະພັນ​ກຳມະບານ ກະຊວງ​ຍຸຕິ​ທຳ ໄດ້​ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ລວມຂື້ນ ​ມີ​ຄະນະ​ພັກ-ຄະນະ​ນຳ ພ້ອມ​ດ້ວຍ​ສະມາຊິກ​ກຳມະບານ ທົ່ວ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ.         ການ​ອອກ​ແຮງ​ງານ​ຄັ້ງ​ນີ້ ​ໄດ້​ພ້ອມ​ກັນ​ເຮັດ​ຄວາມ​ສະອາດ​ອ້ອມ​ຂ້າງ​ກະຊວງ​ຍຸຕິ​ທຳ ​​ເປັນ​ຕົ້ນ​ການ​ຕັດ​ຫຍ້າ, ຖາງຫຍ້າ, ອະນາ​ໄມ​ອ້ອມ​ຮອບ​ກຳ​ແພງດ້ານ​​ໃນຂອງ​ກະຊວງ ​ແລະ ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ທີ່​ເປັນສາເຫດ​ແຜ່​ພະຍາດ​ໃນ​ລະດູຝົນ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ສະຖານ​ທີ່​ພາຍ​ໃນ ​ແລະ ອ້ອມ​ຂ້າງ​ກະຊວງ ໃຫ້​ມີ​ຄວາມ​ສະອາດ​ງາມ​ຕາ ​ແລະ ​ເປັນ​ການສະ​ເຫຼີມສະຫຼອງ ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 27 ປີ ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ. ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ: ສົມ​ຫັວງ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ສະຫະພັນກຳມະບານ ກະຊວງຍຸຕິທຳ ສ້າງຂະບວນການອອກແຮງງານ ເພື່ອຕ້ອນຮັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ
ສະຫະພັນກຳມະບານ ກະຊວງຍຸຕິທຳ ສ້າງຂະບວນການອອກແຮງງານ ເພື່ອຕ້ອນຮັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ
https://www.moj.gov.la/lo/node/1320
ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງກໍ່ຄືການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມສັກສິດ ແລະ ເປັນທຳ ແນໃສ່ສ້າງ ລັດປະຊາທິປະໄຕປະຊາຊົນ ຕາມທິດສ້າງລັດແຫ່ງກົດໝາຍເທື່ອລະກ້າວ.                                                 ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຄົບຮອບ 27 ປີ (15/ ສິງຫາ/ 1991-15/ ສິງຫາ/ 2018 ) ແລະ 23 ສິງຫາ ວັນຍຶດອຳນາດ ຂຶ້ນໃນວັນທີ 22 ສິງຫາ 2018 ທີ່ສະໂມສອນ ໂຮງຮຽນ ການເງິນ ດົງຄຳຊ້າງ ໂດຍການເປັນປະທານຂອງທ່ານ ຖະໜອມ ທຳທອງ ກຳມະການພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງ ໄຊເສດຖາ, ທ່ານ ແກ່ນ ວໍລະສານ ຮັກສາການ ເລຂາພັກເມືອງ, ເຈົ້າເມືອງ ຫາດຊາດຟອງ, ມີທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ພະນັກງານບຳນານ, ທະຫານ, ຕຳຫຼວດ, ຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ, ປະຊາຊົນບັນດາເຜົ່າ ທົ່ວເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ບຸນເພັງ ກ້ານແກ້ວ ໄດ້ຜ່ານເອະກະສານສໍາຄັນ ຂອງລັດຖະທຳມະນູນ ໝວດທີ IV ວ່າດ້ວຍສິດ, ພັນທະຂອງພົນລະເມືອງ, ກົດໝາຍວ່າດ້ວຍ ທີ່ດິນ (ການປະຕິບັດກົດໝາຍທີ່ດິນຂອງສອງເມືອງ), ກົດໝາຍວ່າດ້ວຍ ສິດ ແລະ ໜ້າທີ່ຂອງນາຍບ້ານ, ກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງ ກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍ ຢາເສບຕິດ ມາດຕາ 75,​ 76.       ນາຍບ້ານ ແລະ ປະຊາຊົນ ຂອງສອງເມືອງ ໄດ້ປະກອບຄໍາຄິດ ຄຳເຫັນໃນການປະຕິບັດກົດໝາຍຂອງລັດ ໃນໄລຍະຜ່ານມາ ຢ່າງຖືກຕ້ອງເຂັ້ມງວດ, ຮັກສາໄດ້ຄວາມສັກສິດຂອງລະບຽບກົດໝາຍ ແລະ ເສີມສ້າງຄວາມຍຸຕິທຳໃຫ້ແກ່ບ້ານ, ເມືອງ ໃນສັງຄົມໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວຢ່າງແທ້ຈິງ ຕາມແນວທາງຂອງພັກ ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງລັດ ທີ່ໄດ້ກຳນົດໄວ້.  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ເມືອງຫາດຊາຍຟອງ ແລະ ໄຊເສດຖາ ສຳມະນາເຊື່ອມຊຶມກົດໝາຍສອງວັນສຳຄັນ (15 ສິງຫາ 2018 ແລະ 23 ສິງຫາ 2018)
ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ສຳມະນາເຊື່ອມຊຶມກົດໝາຍ ແລະ ສອງວັນສຳຄັນ (15 ສິງຫາ 2018 ແລະ 23 ສິງຫາ 2018).
https://www.moj.gov.la/lo/node/1321
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 23-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 22/8/2018
ລາຍການຄວາມຮູ້ທາງກົດໝາຍ 22/8/2018
https://www.moj.gov.la/lo/node/1322
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 24/8/2018
ລາຍການຄວາມຮູ້ທາງກົດໝາຍ 24/8/2018
https://www.moj.gov.la/lo/node/1323
ໃນ​ລະຫວ່າງວັນ​ທີ 15-17 ສິງຫາ 2018 ນີ້ ​ພະ​ແນ​ກຍຸຕິ​ທຳ​ແຂວງ ​ໄຊ​ຍະ​ບູລີ ​ໄດ້​ລົງ​ເຄື່ອນ​ໄຫວ​ສ້າງ​ສະຕິ​ເຄົາລົບ​ກົດໝາຍ​ໃຫ້​ແກ່​ພະນັກງານ​ຢູ່ 04 ​ເມືອງ​ຄື: ​ເມືອງ ປາກລາຍ, ເມືອງ ແກ່ນທ້າວ, ເມືອງ ທົ່ງມີໄຊ ແລະ ເມືອງ ບໍ່ແຕນ, ມີບັນດາ​ທ່ານ​ຄະນະປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ຫົວໜ້າ​-ຮອງຫົວໜ້າ​ຫ້ອງການ, ປກສ, ປກຊ ຕະຫຼອດຮອດພະນັກງານລັດ​ວິ​ສາ​ຫະກິດ ອ້ອມຂ້າ​ງ​ເມືອງ ຊຶ່ງ​ມີ​ຜູ່້ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 554 ຄົນ, ຍິງ 168 ຄົນ.      ການ​ເຄື່ອນ​ໄຫວ​ວຽກງານໃນ​ຄັ້ງ​ນີ້​ ນໍາພາ​ໂດຍ​ ທ່ານ ອາເມ ຊົງເຢຍເລັ່ງ ກຳມະການພັກ ແຂວງ ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ, ຊຶ່ງການເຜີຍແຜ່ກົດໝາຍໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ເຂົ້າໃນການເຄື່ອນໄຫວວຽກງານ ແລະ ຕິດພັນກັບການດຳລົງຊິວິດ, ການພົວພັນຊຶ່ງກັນ ແລະ ກັນໃນສັງຄົມ ເປັນຕົ້ນ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍ ຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຄອບຄົວ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ.       ການ​​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ແນ​ໃສ່ເພື່ອ​ແກ້​ໄຂ​ບັນ​ຫາ ​ແລະ ປະກົດ​ການ​ຫຍໍ້​ທໍ້ຕ່າງໆທີ່​​ເກີດຂຶ້ນ​ຢູ່​ແຕ່ລະ​ເມືອງ​ ແລະ ທ້ອງ​ຖິ່ນ., ​ເຮັດ​ໃຫ້ຜູ່້ເຂົ້າ​ຮ່ວມ​ຮັບ​ຟັງ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈກ່ຽວກັບກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທຳຫຼາຍ​ຂຶ້ນ, ເພື່ອເປັນການເພີ່ມທະວີການສ້າງສະຕິເຄົາລົບກົດໝາຍໃນຖັນແຖວພະນັກງານຢູ່ແຕ່ລະເມືອງໃຫ້ເປັນລະບົບຕໍ່ເນື່ອງ.   ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງໄຊຍະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ
ພະແນກຍຸຕິທຳແຂວງ ໄຊຍະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ພະນັກງານຢູ່ 04 ເມືອງ
https://www.moj.gov.la/lo/node/1324
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 27-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 27/8/2018
ລາຍການຄວາມຮູ້ທາງກົດໝາຍ 27/8/2018
https://www.moj.gov.la/lo/node/1325
ໃນ​ວັນ​ທີ 21 ​ສິງຫາ 2018 ພະ​ແນ​ກຍຸຕິ​ທຳ​ແຂວງ​ ວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບວຽກງານ​ຍຸຕິ​ທຳ​ຮາກ​ຖານ​ 06 ​ເດືອນ​ຕົ້ນ​ປີ ​ແລະ​ ທິດ​ທາງ​ແຜນການ​ 06 ​ເດືອນ​ທ້າຍ ​ປີ 2018​ ໂດຍ​ໃຫ້ກຽດ​ເປັນ​ປະທານ​ຮ່ວມ​ຂອງ ​ທ່ານ ​ນາງ ​ສິງ​ຄຳ ​ຄົງ​ສະຫວັນ ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆວຽງຈັນ, ມີ ​ທ່ານ​ ກອງສີ​ ອຸດົມ ​ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ, ມີ​ຮອງ​ຫົວໜ້າພະແນ​ກ, ຫົວໜ້າຂະ​ແໜງ, ຮອງ​ຂະ​ແໜງ, ຫົວໜ້າຍຸຕິ​ທຳ​ເມືອງ 11 ​ເມືອງ ​ແລະ ​ວິຊາການ ​​ເຂົ້າ​ຮ່ວມ​ທັງໝົດ 36 ທ່ານ ເປັນ​ຍິງ 09 ທ່ານ.     ໃນ​ພິທີ ​ທ່ານ​ ກອງ​ສີ​ ອຸດົມ​ ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ວຽງຈັນ ກໍ່​ໄດ້​ໃຫ້ກຽດຂຶ້ນ​ກ່າວ​ເປີດ​ ກອງ​ປະຊຸມຢ່າງ​ເປັນ​ທາງ​ການ.​ໃນ​ນັ້ນ ​ທ່ານ ​ຄຳ​ພັນ ​ຊະນະ​ໄພ ​ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ ກໍ​ໄດ້​ຂື້ນ​ຜ່ານ​ບົດ​ສະຫຼຸບວຽກງານ​ຍຸຕິ​ທຳ​ຮາກ​ຖານ ​06 ​ເດືອນ​ຕົ້ນ​ປີ​ ແລະ​ ທິດ​ທາງ​ແຜນການ​ 06 ​ເດືອນ​ທ້າຍ ​ປີ 2018 ​ເຊິ່ງມີວຽກງານ​ທີ່​ພົ່ນ​ເດັ່ນ​ເຊິ່ງສະ​ແດງ​ອອກ​ດັ່ງ​ນີ້: + ວຽກງານ​ສຶກສາ​ອົບຮົມ​ ແລະ​ ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ ໃຫ້​ແກ່​ປະຊາຊົນ​ໄດ້​ທັງໝົດ 235 ຄັ້ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 25,678 ຄົນ ​ຍິງ 12,834 ຄົນ ຢູ່​​ໂຮງຮຽນມີທັງໝົດ 34 ຄັ້ງ​ ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 12,997 ຄົນ ​ຍິງ 6,327 ຄົນ. + ວຽກງານ​ການ​ສ້າງ​ຄອບຄົວ ​ແລະ ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ: ​ທົ່ວ​ແຂວງ​ສາມາດປະ​ເມີນ​ຄືນ​ໄດ້ 165​ ບ້ານ​ ມີ​ຄອບຄົວ​ເຂົ້າ​ຮ່ວມ​ທັງໝົດ 34,338 ຄອບຄົວ, ປະກາດ​ເປັນ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ​ໄດ້​ທັງໝົດ 369 ບ້ານ, ​ຄິດ​ເປັນເປີເຊັນໄດ້​ 85,21% ຂອງ​ຈຳນວນ​ບ້ານ​ທັງໝົດ, ທົ່ວ​ແຂວງ​ເປັນ​ຄອບຄົວ​ແບບຢ່າງ​ປະຕິບັດ​ກົດໝາຍໄດ້ 75,430 ຄອບຄົວ, ​ຄິດ​ເປັນ​ເປີ​ເຊັນໄດ້ 87,45% ຂອງ​ຈຳນວນ​ຄອບຄົວ​ທັງໝົດ​ໃນ​ທົ່ວ​ແຂວງ. + ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ: ​ບ້ານ​ທົ່ວ​ແຂວງ​ ສາມາດ​ແກ້​ໄຂ​ໄດ້​ສຳ​ເລັດ 105 ​ຂໍ້​ຂັດ​ແຍ່ງ​ ໃນນີ້ມີ​ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ 73​, ທາງອາຍາ 32. + ວຽກງານ​ເດັກ: ໄດ້​ລົງ​ໂຄສະນາ​ເຜີຍແຜ່ກົດໝາຍຢູ່​ໂຮງຮຽນມໍ​ຕົ້ນ, ມໍ​ປາຍ​ໄດ້​ທັງໝົດ 39 ຄັ້ງ​ ມີ​ຜູ້​ເຂົ້າ​ຮ່ວມທັງໝົດ 13,790 ຄົນ ​ຍິງ 6,762 ຄົນ. + ວຽກງານ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​: ໄດ້ເປີດ​ການ​ຮຽນ-ການ​ສອນ​ຢູ່ 5 ​ເມືອງ​ ມີ​ນັກຮຽນ​ເຂົ້າ​ຮ່ວມ​ຮັບ​ຟັງທັງໝົດ 244 ຄົນ ຍິງ 43​ ຄົນ, ມີ​ອົງການ​ປົກຄອງ​ບ້ານ 231 ​ຄົນ ​ຍິງ 35 ​ຄົນ ​ພະນັກງານ​ເມືອງ 13​ ຄົນ​ ຍິງ 08 ​ຄົນ. + ວຽກງານ​ການ​ເປີດ​ຊຸດ​ຝຶກ​ອົບຮົມ​ກົດໝາຍໄລຍະສັ້ນ 45 ວັນ ໃຫ້​ແກ່​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ​ແລະ ຂັ້ນເມືອງ​ຊຸດ​ທີ VIII ຂອງ​ແຂວງ​ວຽງຈັນ. ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 50 ຄົນ, ຍິງ 08 ຄົນ ທຽບ​ໃສ່​ແຜນການ​ປະຕິບັດ​ແມ່ນ​ໄດ້ 100%.     ໃນ​ກອງ​ປະຊຸມ​ຍັງ​ມີ​ການ​ປະກອບຄຳ​ຄິດ​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ​ຢ່າງກົງໄປກົງມາເພື່ອ​ໃຫ້ເນື້ອໃນຄົບ​ຖ້ວນສົມບູນຂື້ນຕື່ມ.    ໃນ​ຕອນ​ທ້າຍ ທ່ານ​ນາງ ສິງ​ຄຳ ຄົງ​ສະຫວັນ ​ຮອງເລຂາ​ພັກ​ແຂວງ ຮອງ​​ເຈົ້າ​ແຂວງ ​ວຽງຈັນ​ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ ​ແລະ​ ມີ​ທິດ​ຊີ້​ນຳ​ຕໍ່ກອງ​ປະຊຸມ​ເພີ່ນ​ໄດ້ຍ້ອງຍໍຊົມເຊີຍຄະນະນຳຂອງພະແນກ ທີ່ໄດ້ເອົາໃຈໃສ່ ລົງຕິດຕາມກວດກາ ໃກ້ສິດຕິດແທດຊີ້ນໍາ-ນຳພາແຕ່ລະເມືອງເພື່ອໃຫ້ວຽກງານຍຸຕິທຳຮາກຖານບັນບຸຕາມຄາດໝາຍ, ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​​ເອົາ​ໃຈ​ໃສ່​​ເປັນ​ເຈົ້າ​ການບຸກບືນ​ຝືກຝົນຫຼໍ່ຫຼອມຕົນ​ເອງ​ນຳ​ເອົາ​ຄວາມ​ຮູ້ ຄວາມສາມາດມີ​ວິຊາ​ສະ​ເພາະ​ຂອງ​ຕົນ​ເພື່ອ​ລົງ​ໄປ​​ໂຄສະນາ​​ເຜີຍ​ກົດໝາຍ​ໃຫ້​ໄດ້​ແກ່ປະຊາຊົນບັນດາ​ເຜົ່າ​ໄດ້​ຫຼາຍ​ຮູບ​​ແບບ, ​ຫຼາຍ​ວິທີ​ໃຫ້​ທົ່ວ​ເຖິງ​​​ເປົ້າໝາຍ​ ແລະ​ ເຮັດ​ສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ໃນ​ປີຕໍ່ໆ​ໄປ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຜົນສຳເລັດກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ 06 ເດືອນຕົ້ນປີ
ຜົນສຳເລັດກອງປະຊຸມສະຫຼຸບວຽກງານ ຍຸຕິທຳຮາກຖານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2018 ຂອງພະແນກຍຸຕິທຳແຂວງ ວຽງຈັນ
https://www.moj.gov.la/lo/node/1326
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 27-ສິງຫາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 26/8/2018
ລາຍການເພື່ອສັງຄົມຍຸຕິທຳ 26/8/2018
https://www.moj.gov.la/lo/node/1327
ເພື່ອເຮັດໃຫ້ການສອບເສັງໃນຄັ້ງນີ້ ມີຄວາມໂປ່ງໃສ ແລະ ຍຸຕິທຳ ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີຈົກສະຫຼາກຫົວບົດສອບເສັງລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີຂຶ້ນ ໃນຕອນບ່າຍຂອງວັນທີ 24 ສິງຫາ 2018; ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າສະຖາບັນ, ບັນດາຮອງສະຖາບັນ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຮອງພະແນກ, ຮອງພາກ, ບັນດາຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.     ຫົວບົດສອບເສັງທີ່ນຳຈົກສະຫຼາກໃນຄັ້ງນີ້ ປະກອບມີສອງລະບົບ ດັ່ງນີ້: ລະບົບຊັ້ນສູງ ມີ 4 ວິຊາ ຄື: ລັດຖະທຳມະນູນ ແລະ ກົດໝາຍ, ພູມສາດ, ປະຫວັດສາດ ແລະ ພາສາລາວ; ສ່ວນລະບົບຕໍ່ເນື່ອງປະລິນຍາຕີ ມີ 3 ວິຊາ ຄື: ວິຊາລັດຖະທຳມະນູນ, ວິຊາກົດໝາຍແພ່ງ (ພາກທົ່ວໄປ, ພາກສະເພາະ, ການດຳເນີນຄະດີແພ່ງ), ກົດໝາຍອາຍາ (ພາກທົ່ວໄປ, ພາກສະເພາະ, ການດຳເນີນຄະດີອາຍາ).     ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ເປັນປະທານພິທີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບການສອບເສັງຄັດເລືອກນັກສຶກສາ ສົກສຶກສາ 2018-2019 ໃຫ້ນຳພາການເມືອງ-ແນວຄິດແກ່ຄະນະພັກ-ຄະນະນຳຂອງສະຖາບັນຍຸຕິທຳແຕ່ລະພາກ; ຕ້ອງແຈ້ງໃຫ້ບັນດານັກສອບເສັງເຖິງສະຖານທີ່ຮຽນໃນລະບົບຕໍ່ເນື່ອງ ຊຶ່ງຕ້ອງໄດ້ຮຽນຢູ່ສະຖາບັນຍຸຕິທຳແຫ່ງຊາດ (ນະຄອນຫຼວງວຽງຈັນ); ຕ້ອງຮັບປະກັນການສອບເສັງໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ ໂດຍຖືເອົາຜົນຂອງການສອບເສັງເປັນຫຼັກ. ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະຮັບປະກັນການສອບເສັງຄັ້ງນີ້ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ ແລະ ຈະນຳເອົາທິດຊີ້ນຳຂອງລັດຖະມົນຕີໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ໄດ້ຮັບຜົນດີ. ການຈົກສະຫຼາກເອົາຫົວຂໍ້ສອບເສັງໃນຄັ້ງນີ້ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ແລະ ບັນດາທ່ານຮອງລັດຖະມົນຕີກະຊວງຍຸຕິທຳ.     ໃນຕອນທ້າຍພິທີ ທ່ານປະທານກໍໄດ້ມອບຫົວບົດສອບເສັງທີ່ຈົກສະຫຼາກ ມອບໃຫ້ບັນດາຄະນະຮັບຜິດຊອບຂອງສະຖາບັນຍຸຕິທຳແຕ່ລະພາກ ເພື່ອນຳໄປຈັດຕັ້ງປະຕິບັດສອບເສັງຄັດເລືອກນັກສຶກສາ ຊຶ່ງຫົວບົດສອບເສັງທີ່ຈົກສະຫຼາກນັ້ນ ເປັນຂໍ້ມູນປິດລັບ. ພາບ-ຂ່າວ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກ ສົກ 2018-2019 ໃຫ້ມີຄວາມໂປ່ງໃສ
ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກນັກສຶກສາລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີ ສົກສຶກສາ 2018-2019 ໃຫ້ມີຄວາມໂປ່ງໃສ.
https://www.moj.gov.la/lo/node/1328
ໃນຕອນເຊົ້າຂອງວັນທີ 24 ສິງຫາ 2018ຜ່ານມາ ຂະແໜງຄຸ້ມຄອງວິຊາການ ໄດ້ເປີດກອງປະຊຸມສະພາຄູຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງສະຖາບັນຍຸຕິທໍາພາກເໜືອ, ​ໂດຍ​ການໃຫ້ກຽດເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ຊຶ່ງມີບັນດາຄູ-ອາຈານ ຂອງສະຖາບັນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 23 ທ່ານ.     ໃນກອງປະຊຸມ ທ່ານ ນາງ ໜູພິດ ລຸນບັນດິດ ຫົວໜ້າຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານການຮຽນ-ການສອນ ສົກສຶກສາ 2017-2018 ແລະ ທິດທາງແຜນການ ສົກສຶກສາ 2018-2019, ຈາກນັ້ນ ກອງປະຊຸມໄດ້ເປີດໂອກາດໃຫ້ ບັນດາຄູ-ອາຈານທີ່ເຂົ້າຮ່ວມປະກອບຄໍາຄິດຄຳເຫັນໃສ່ວຽກງານການຮຽນ-ການສອນ ​ແລະ ການເຄື່ອນໄຫວວຽກງານຂອງຂະແໜງຄຸ້ມຄອງວິຊາການ ຢ່າງເປັນຂະບວນຟົດຟື້ນ ຊຶ່ງສະແດງອອກ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງຫຼາກຫຼາຍ​ ມີການແລກປ່ຽນບົດຮຽນກັນຢ່າງ​ກົງ​ໄປ​ກົງ​ມາ. ທຸກ​ຄໍາຄິດຄຳເຫັນ​ແມ່ນມີປະໂຫຍດ ຕໍ່ການພັດທະນາການຮຽນ-ການສອນໃນອະນາຄົດ. ຫຼັງຈາກນັ້ນ ຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຊີ້ແຈງບາງປະເດັນທີ່​ຍັງ​ມີ​ຂໍ້ຄົງຄ້າງ ເພື່ອໃຫ້ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ.     ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ແສງອາລຸນ ພັນນະລັດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ, ຊຶ່ງທ່ານກໍໄດ້ກ່າວຊົມເຊີຍ ຂະແໜງຄຸ້ມຄອງວິຊາການ ທີ່ຍາດໄດ້​ໃນຜົນງານທີ່​ພົ້ນ​ເດັ່ນ ໃນສົກສຶກສາທີ່ຜ່ານມາ ພ້ອມທັງໂອ້ລົມ ບັນດາຄູ-ອາຈານ ພາຍໃນສະຖາບັນ ໃຫ້ມີຄວາມຮັບຜິດຊອບສູງໃນໜ້າທີ່ ທີ່ຕົນໄດ້ຮັບຜິດຊອບ ເພື່ອໃຫ້ຄຸນນະພາບການສຶກສາພາຍໃນສະຖາບັນຍຸຕິທໍາພາກເໜືອເທົ່າທຽມກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ. ຂ່າວ: ສາຍ​ທະນູ ປັບປຸງ: ອ່ອນ​ຄຳ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳພາກເໜືອ ໄດ້ເປີດກອງປະຊຸມສະພາຄູ ປະຈໍາສົກສຶກສາ 2017-2018
ສະຖາບັນຍຸຕິທຳພາກເໜືອ ໄດ້ເປີດກອງປະຊຸມສະພາຄູ ປະຈໍາສົກສຶກສາ 2017-2018.
https://www.moj.gov.la/lo/node/1329
ໃນວັນທີ 13 ສິງຫາ 2018 ສະຖາບັນຍຸຕິທໍາພາກເໜືອ ໄດ້​ເຂົ້າ​ຮ່ວມ​ຂະ​ບວນການແຂ່ງຂັນກິລາບານເຕະ ຊິງຂັນທ່ານຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991- 15 ສິງຫາ 2018) ຊຶ່ງມີບັນດານັກກິລາຈາກຫ້ອງການຍຸຕິທໍາເມືອງ ແລະ ພະແນກຍຸຕິທໍາແຂວງ ຫຼວງພະບາງ ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມຄື: ພະແນກຍຸຕິທໍາແຂວງຫຼວງພະບາງ, ສະຖາບັນຍຸຕິທໍາພາກເໜືອ, ຫ້ອງການຍຸຕິທໍານະຄອນຫຼວງພະບາງ, ຫ້ອງການຍຸຕິທໍາ 5 ເມືອງ ຂອງ​ແຂວງ ຫຼວງພະ​ບາງ ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ.     ການແຂ່ງຂັນຄັ້ງນີ້ ໃຊ້ເວລາໜຶ່ງມື້ ໂດຍໃຊ້ວິທີການແຂ່ງຂັນແບບພົບກັນໝົດ ແລ້ວນັບຄະແນນເພື່ອຈັດອັນດັບ​ແຕ່ລະ​ທີ​ມ  ຜ່ານການແຂ່ງຂັນຕົວຈິງທັງໝົດ 4 ນັດ ສະຖາບັນຍຸຕິທໍາພາກເໜືອສາ ມາດຍາດໄດ້ລາງວັນຊະນະ​ເລີດ ອັນດັບທີ 1 ຂອງການແຂ່ງຂັນ, ສ່ວນອັນດັບທີ 2 ໄດ້ແກ່ຫ້ອງການຍຸຕິທໍາ ນະຄອນຫຼວງພະບາງ ແລະ ອັນດັບທີ ​3 ໄດ້ແກ່ ພະແນກຍຸຕິທໍາແຂວງ ຫຼວງພະບາງ.     ພາຍຫຼັງສໍາເລັດການແຂ່ງຂັນ ທ່ານ ມີໄຊ ໄຊເກີຢາຈົງຕົວ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ກໍໄດ້ຂຶ້ນມອບຂັນລາງວັນ ພ້ອມກັບກ່າວປິດພິທີຢ່າງເປັນທາງການ. ຂ່າວ: ສາຍ​ທະນູ ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ປັບປຸງ: ອ່ອນ​ຄຳ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນ
ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນຄົບຮອບ 27 ປີ
https://www.moj.gov.la/lo/node/1330
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 30-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 29/8/2018
ລາຍການຄວາມຮູ້ທາງກົດໝາຍ 29/8/2018
https://www.moj.gov.la/lo/node/1331
ກົມກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ ຂຶ້ນໃນວັນທີ 30-31 ສິງຫາ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ JICA ປະຈຳລາວ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະຕີກະຊວງຍຸຕິທຳ; ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຊ່ຽວຊານຈາກອົງການໄຈກາປະຈຳລາວ, ແຂກຖືກເຊີນຈາກບັນດາກະຊວງ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການຂອງກົມກົດໝາຍ ເຂົ້າຮ່ວມຈຳນວນ 77 ທ່ານ, ຍິງ 13 ທ່ານ.     ກອງປະຊຸມຈັດສຳມະນາໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງນິຕິກຳ ຂອງ ສປປ ລາວ ແລະ ຍີ່ປຸ່ນ; ນອກນັ້ນ, ຍັງເປັນການປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການ ໃນການສ້າງ ແລະ ກວດກາຮ່າງກົດໝາຍ ຂອງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີຂອງຊ່ຽວຊານຈາກກະຊວງຍຸຕິທຳ ປະເທດ ຍີ່ປຸ່ນ ແລະ ອົງການ JICA ປະຈຳລາວ ກ່ຽວກັບ ບົດຮຽນການສ້າງນິຕິກຳ, ລະບົບ, ໜ້າວຽກໃນການສ້າງນິຕິກຳ ແລະ ການນຳໃຊ້ປຶ້ມຄູ່ມືການສ້າງນິຕິກຳ, ການສ້າງນິຕິກຳໃໝ່ ຂອງປະເທດ ຍີ່ປຸ່ນ ແລະ ໄດ້ຮັບຟັງການກວດກາຄວາມສອດຄ່ອງທາງດ້ານກົດໝາຍ, ຮ່າງປຶ້ມຄູ່ມືການສ້າງກົດໝາຍ ແລະ ນິຕິກຳ ຂອງ ສປປ ລາວ ໂດຍຜູ້ຕາງໜ້າກະຊວງຍຸຕິທຳ ແຫ່ງສປປ ລາວ; ນອກນັ້ນ, ຍັງໄດ້ຮັບຟັງກ່ຽວກັບການພິຈາລະນາຮ່າງນິຕິກຳ ຈາກຜູ້ຕາງໜ້າກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.     ການສ້າງ ແລະ ປັບປຸງກົດໝາຍ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2016-2020) ປະກອບມີຮ່າງກົດໝາຍທັງໝົດທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມ ມີ 105 ສະບັບ; ມາຮອດປັດຈຸບັນ ສະພາແຫ່ງຊາດໄດ້ຮັບຮອງກົດໝາຍສ້າງໃໝ່ 20 ສະບັບ, ກົດໝາຍປັບປຸງ 35 ສະບັບ ກວມເອົາ 52% ຂອງແຜນການ. ຊຶ່ງໃນຕໍ່ໜ້າ ຈະສຸມໃສ່ຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍທີ່ຍັງເຫຼືອ ໃຫ້ສຳເລັດຕາມແຜນການຂອງສະພາແຫ່ງຊາດ. ພາບ-ຂ່າວ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດຮ່າງກົດໝາຍ
ກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ
https://www.moj.gov.la/lo/node/1332
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 31-ສິງຫາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 31/8/2018
ລາຍການຄວາມຮູ້ທາງກົດໝາຍ 31/8/2018
https://www.moj.gov.la/lo/node/1333
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 03-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 3/9/2018
ລາຍການຄວາມຮູ້ທາງກົດໝາຍ 3/9/2018
https://www.moj.gov.la/lo/node/1334
ໃນຕອນຄໍ່າຂອງ ວັນທີ 31 ສິງຫາ 2018 ນັກໂຄສະນາເຜີຍແຜ່ກົດໝາຍ ທີ່ໄດ້ຜ່ານການຝຶກອົບຮົມ ພ້ອມດ້ວຍຄູຝຶກ ໄດ້ລົງທົດລອງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ທີ່ເມືອງ ແບງ, ແຂວງ ອຸດົມໄຊ ໂດຍມີ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ຄຳແຮ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍການຈັດຕັ້ງບ້ານ ທ່າກາດ, ບ້ານຫ້ວຍລາ ແລະ ພໍ່ແມ່ປະຊາຊົນໄດ້ເຂົ້າຮ່ວມທັງ 02 ບ້ານ ມີຈຳນວນທັງໝົດ 170 ກວ່າຄົນ, ຍິງ 82 ຄົນ.    ການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ຈຸດປະສົງແມ່ນເພື່ອໃຫ້ນັກໂຄສະນາຂັ້ນເມືອງ ທີ່ໄດ້ຜ່ານການຝຶກອົບຮົມແລ້ວໄດ້ມີໂອກາດທົດລອງໃຫ້ຂໍ້ມູນຄວາມຮູ້ທາງດ້ານກົດໝາຍຕົວຈິງແກ່ປະຊາຊົນ ຊຶ່ງໄດ້ແບ່ງອອກເປັນ 02 ທິມໃນການລົງຈັດຕັ້ງປະຕິບັດເຄື່ອນໄຫວ ຢູ່ 02 ບ້ານຄື: ບ້ານທ່າກາດ ແລະ ບ້ານຫວ້ຍລາ, ເນື້ອໃນຂອງການເຜີຍແຜ່ໃນຄັ້ງນີ້ ແມ່ນການແນະນຳໃຫ້ປະຊາຊົນເຂົ້າເຖິງກົດໝາຍ ຕາມຊ່ອງທາງຕ່າງໆ ຄື: ການເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜ່ທາງປາກເປົ່າ, ການເຂົ້າເຖິງກົດໝາຍໂດຍຜ່ານສື່ມວນຊົນເຊັ່ນ: ວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ແອັບກົດໝາຍລາວ, ເວັບໄຊ໌ ແລະ ອື່ນໆ ລວມທັງເນື້ອໃນຂອງກົດໝາຍທີ່ກ່ຽວຂ້ອງຈໍານວນໜຶ່ງເພື່ອແນະນໍາ ແລະ ໃຫ້ຂໍ້ມູນແກ່ປະຊາຊົນກ່ຽວກັບ ການເຂົ້າເຖິງຂະບວນການຍຸຕິທຳ.    ວິທີໂຄສະນາເຜີຍແຜ່ກົດໝາຍ ແມ່ນການເຜີຍແຜ່ບາງກົດໝາຍທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ໂດຍການຕິດພັນກັບບັນດາກິດຈະກຳຕ່າງໆ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກົດໝາຍໄດ້ງ່າຍຂຶ້ນ. ຜ່ານການຈັດຕັ້ງປະຕິບັດເຫັນວ່າປະຊາຊົນທັງ 02 ບ້ານ ມີຄວາມເຂົ້າໃຈຕໍ່ເນື້ອໃນກົດໝາຍເປັນຢ່າງດີ, ພ້ອມກັນນັ້ນ ນັກໂຄສະນາກົດໝາຍຂັ້ນເມືອງ ແລະ ປະຊາຊົນ ຍັງໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນນໍາກັນ ຊຶ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມ່ວນຊື່ນ.   ຂຽນຂ່າວ-ຖ່າຍພາບ: ເພັງພາວັນ ອິນທະວົງ; ປັບປຸງ: ປາວີຄຳ ເພັດທະລາກຸນ     ປະເພດຂ່າວ: ກອງປະຊຸມ-ສຳມະນາ
ການທົດລອງ ຄູ່ມືໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເມືອງ ແບງ, ແຂວງ ອຸດົມໄຊ
https://www.moj.gov.la/lo/node/1335
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 07-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 7/9/2018
ລາຍການຄວາມຮູ້ທາງກົດໝາຍ 7/9/2018
https://www.moj.gov.la/lo/node/1336
ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2018 ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ເພື່ອໃຫ້ພະນັກງານ-ອາຈານ ພາຍໃນສະຖາບັນ ໄດ້ຮັບ​ການເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ໝູນໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຕົວຈິງ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຊຶ່ງມີຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ບັນດາຮອງຫົວໜ້າສະຖາບັນ, ບັນດາຫົວໜ້າຂະແໜງ, ບັນດາຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຈໍານວນ 57 ທ່ານ, ຍິງ 24 ທ່ານ.    ​ໃນ​ກອງ​ປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຊຶ່ງທ່ານໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຂອງມະຕິກອງປະຊຸມປະກອບມີສອງເນື້ອໃນສໍາຄັນຄື: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະ ໄໝທີ x ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກໃນໄລຍະຜ່ານມາ ແລະ ​ແຜນການ​ເຄື່ອນ​ໄຫວ​ວຽກງານຈຸດສຸມໃນຕໍ່ໜ້າ ໂດຍເນັ້ນໜັກໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ, ຂົງເຂດລັດ, ຂົງເຂດຕ່າງປະເທດ, ຂົງເຂດແນວໂຮມ, ວຽກງານພັກ-ພະນັກງານ ແລະ ຂົງເຂດກໍ່ສ້າງຮາກຖານການເມືອງ. ພ້ອມ​ດຽວກັນນັ້ນ ທ່ານຍັງໄດ້ເຜີຍແຜ່ມະຕິ ເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ຊຶ່ງທ່ານໄດ້ຍົກໃຫ້ເຫັນທັດສະນະຂອງພັກເປັນຕົ້ນ: ການຮັບປະກັນພັກນໍາພາ ແລະ ການກໍາອໍານາດຕາມກົດໝາຍ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ, ເພີ່ມທະວີນິຕິທໍາໃນການປົກຄອງ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນຕາມກົດໝາຍ ແລະ ຮັບປະກັນການຄຸ້ມຄອງ​ແບບລວມສູນ ເປັນເອກະພາບຂອງບັນດາອົງການອໍານາດລັດ. ພາບ-ຂ່າວ ໂດຍ: ສາຍທະນູ ອິນສົມພອນ, ປັບປຸງ ອ່ອນ​ຄຳ ປະເພດຂ່າວ: ກອງປະຊຸມ-ສຳມະນາ
ສະຖາບັນຍຸຕິທຳ ພາກເໜືອ ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 6 ສະໄໝທີ X
https://www.moj.gov.la/lo/node/1337
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 10-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 10/9/2018
ລາຍການຄວາມຮູ້ທາງກົດໝາຍ 10/9/2018
https://www.moj.gov.la/lo/node/1338
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 02-ກັນຍາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 2/9/2018
ລາຍການເພື່ອສັງຄົມຍຸຕິທຳ 2/9/2018
https://www.moj.gov.la/lo/node/1339
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 09-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 9/9/2018
ລາຍການເພື່ອສັງຄົມຍຸຕິທຳ 9/9/2018
https://www.moj.gov.la/lo/node/1340
ໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ,ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພີ້ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທໍາຮາກຖານ, ຊິ່ງແມ່ນກົມສົ່ງເສີມລະບົບຍຸຕິທໍາເປັນຜູ້ຮັບຜິດຊອບຕໍ່ວຽກງານຍຸຕິທໍາຮາກຖານທົ່ວປະເທດກໍໄດ້ຈັດກອງປະຊຸມຖອດຖອນບົດຮຽນນີ້ຂຶ້ນຢູ່ທີ່ສະໂມສອນຂອງກະຊວງຍຸຕິທໍາ ໃນຕອນເຊົ້າຂອງວັນທີ 11 ກັນຍາ 2018 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກທີ່ຮັບຜິດຊອບຕໍ່ວຽກງານດັ່ງກ່າວ ແລະ ວິຊາການເຂົ້າຮ່ວມຈໍານວນ 49 ທ່ານ; ຍິງ 8 ທ່ານ;    ໃນກອງປະຊຸມ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຍຸຕິທໍາຮາກຖານທົ່ວປະເທດ ແລະ ການເອົາພະນັກງານລົງສົມທົບກັບທ້ອງຖີ່ນເພື່ອເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018. ເຫັນໄດ້ ເຖິງບົດບາດ ແລະ ຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ, ກະຊວງຍຸຕິທໍາໃນຖານະເປັນເສນາທິການໃຫ້ລັດຖະບານກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານດ້ວຍດີຕະຫຼອດມາ. ພ້ອມດຽວກັນນັ້ນກໍໄດ້ເລືອກເພັ້ນເອົາພະນັກງານທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງຍຸຕິທໍາລົງສູ່ຮາກຖານ ພາຍໃນກໍານົດ ສາມ ເດືອນ ເພື່ອຊ່ວຍບັນດາພະແນກຍຸຕິທໍາແຂວງ ແລະ ນະຄອນຫຼວງ ໃນການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ. ອີກດ້ານໜຶ່ງກໍໄດ້ອະນຸມັດໃຫ້ພະນັກງານຂັ້ນກົມ ແລະ ວິຊາການຂອງກົມຕ່າງໆທີ່ກ່ຽວຂ້ອງລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ໃນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ຜ່ານການລາຍງານຂອງທ້ອງຖິ່ນ ແລະ ຂອງພະນັກງານທີ່ລົງຮາກຖານບວກກັບທິມງານວິຊາການຂອງກະຊວງລົງເກັບກໍາຕົວຈີງ ໃນຕະຫຼອດໄລຍະເວລາສາມເດືອນພວກເຮົາສາມາດຈັດຕັ້ງປະຕິບັດ ຫ້າ ວຽກຈຸດສຸມຂອງວຽກງານຍຸຕິທໍາຮາກຖານປະສົບຜົນສໍາເລັດ.     ຊິ່ງມັນສະແດງອອກໃນດ້ານດີ ດັ່ງນີ້: 1. ພວກເຮົາມີນິຕິກໍາຕ່າງໆເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດເປັນຕົ້ນແມ່ນລັດຖະທໍາມະນູນ, ກົດໝາຍ, ຄໍາສັ່ງ 46/ນຍ, ຂໍ້ຕົກລົງ ແລະ ຄໍາແນະນໍາ ຂອງລັດຖະມົນຕີກະຊວງຍຸຕິທໍາ ທີ່ກ່ຽວຂ້ອງກັບວຽກງານຍຸຕິທໍາຮາກຖານ, ປື້ມຄູ່ມື ແລະ ຕໍາລາການຮຽນ-ການສອນ; 2. ການນໍາກະຊວງໄດ້ຮັບການເອົາເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ສິດຕິດແທດ, ຄະນະນໍາກະຊວງຍຸຕິທໍາ ລວມເຖີງຄະນະພັກ, ຄະນະນໍາຂອງທ້ອງຖິ່ນແຕ່ລະຂັ້ນ; 3. ພະນັກງານທີ່ລົງຮາກຖານ, ພະນັກງານວິຊາການຂອງພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ຫ້ອງການຍຸຕິທໍາເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້; ນອກຈາກຈຸດດີກໍຍັງມີດ້ານອ່ອນຄື 1. ສະຖິຕິ ຫຼື ຕົວເລກ ໃນການຈັດຕັ້ງປະຕິບັດຂະບວນການວຽກງານຍຸຕິທໍາຮາກຖານ ປີ 2018 ຫຼຸດລົງ ເພາະພວກເຮົາບໍ່ມີກໍາລັງແຮງຂອງນັກສືກສາກົດໝາຍປີສຸດທ້າຍລົງຊ່ວຍໜູນຄືປີຜ່ານມາ; ບົດຮຽນທີ່ຖອດຖອນໄດ້ 1. ໃນຕໍ່ໜ້ານໍາໃຊ້ກໍາລັງແຮງງານຂອງພະນັກງານ ແລະ ນັກສືກສາກົດໝາຍປີສຸດທ້າຍລົງສູ່ຮາກຖານ ໃຫ້ຫຼາຍກວ່າປີ 2018, ພ້ອມທັງຈັດຕັ້ງການບໍາລຸງ, ແນະນໍາວຽກງານຕ່າງໆໃຫ້ເຂົາເຈົ້າຢ່າງລະອຽດກ່ອນລົງໄປຈັດຕັ້ງປະຕິບັດ, 2. ກະກຽມ ແລະ ສະໜອງງົບປະມານໃຫ້ທ້ອງຖິ່ນຕາມຄວາມເໝາະສົມ ແລະ ທັນເວລາ;    ໃນຕອນທ້າຍກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກສູງສະຕິ ແລະ ເຄົາລົບປະຕິບັດກົດໝາຍໃຫ້ທົ່ວສັງຄົມ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລີກເຊິ່ງ ແລະ ທົ່ວເຖິງ ດ້ວຍຫຼາຍຮູບການ, ຫຼາຍວິທີ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການບໍລິການດ້ານກົດ ໝາຍໃຫ້ແກ່ປະຊາຊົນ. ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຍຸຕິທໍາຮາກຖານທົ່ວປະເທດ
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຍຸຕິທໍາຮາກຖານທົ່ວປະເທດ
https://www.moj.gov.la/lo/node/1341
ໃນຕອນເຊົ້າຂອງວັນທີ 11 ກັນຍາ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ    ໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາສູງຕໍ່ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊິ່ງເປັນການປະກອບສ່ວນສຳຄັນ ໃນການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ໂດຍສະເພາະໃນການພົບປະແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆລະຫວ່າງສອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ໃຫ້ແຕກດອກອອກຜົນ.    ໃນໂອກາດດຽວກັນ ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ ພ້ອມນີ້ ຍັງຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນ
ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນ
https://www.moj.gov.la/lo/node/1342
ໃນຕອນເຊົ້າຂອງວັນທີ 23 ເມສາ 2018 ເວລາ 8 ໂມງ 00 ນາທີ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຫົວໜ້າທິມງານສູນກົດໝາຍເພື່ອປະຊາຊົນ ໄດ້ເຂົ້າພົບທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ແລະ ທ່ານ ສີໄລ ສີສະແຫວງສຸກ ສະມາຊິກສະພາປະຊາຊົນແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື. ການເຂົ້າພົບຄະນະພັກ-ຄະນະນຳຂອງແຂວງ ໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອລົງມາໃຫ້ຄວາມຮູ້ທາງດ້ານກົດໝາຍ ຫຼື ໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 10 ຈຸດ ຂອງ 05 ຕົວເມືອງອອ້ມຂ້າງແຂວງ ອັດຕະປື ພາຍໃຕ້ຫົວຂໍ້ ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເຊິ່ງການເຄື່ອນໄຫວໂຄສະນາແມ່ນເລີ່ມແຕ່ວັນທີ 23-28 ເມສາ 2018 ນີ້.     ພ້ອມກັນນີ້, ທ່ານ ບຸນຮຽນ ແກ້ວບົດພາດ, ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍມາຍັງພະແນກຍຸຕິທຳແຂວງ ທີ່ໄດ້ສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ມີສ່ວນຮ່ວມໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ແລະ ນິຕິກຳຕ່າງໆຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ສອດຄ່ອງກັບທິດນຳຂອງແຂວງ ກໍຄືມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ x ຂອງແຂວງ ອັດຕະປື. ນອກຈາກນີ້, ທ່ານ ບຸນຮຽນ ແກ້ວບົວພາດ ກໍຍັງໄດ້ໃຫ້ຄຳເຫັນແລກປ່ຽນ ແລະ ພ້ອມທັງຊີ້ນຳໃຫ້ພະແນກຍຸຕິທຳແຂວງ ໃຫ້ເປັນເຈົ້າການປະສານສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະ: ນິຕິສາດ ແລະ ລັດຖະສາດ ໃນການໃຫ້ຄວາມຮູ້ທາງດ້ານກົດໝາຍ, ຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ລັດຖະທຳມະນູນຂອງ ສປປ ລາວ ໃຫ້ເຂົ້າສູ່ລວງເລິກຂອງທ້ອງຖິ່ນຮາກຖານຕົວຈິງ ໂດຍສະເພາະແມ່ນແນໃສ່ໃຫ້ພໍ່ແມ່ປະຊາຊົນທຸກຊົນເຜົ່າພາຍໃນແຂວງຂອງພວກເຮົາມີສະຕິເຄົາລົບລະບຽບກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດສປປ ລາວ ໃຫ້ເປັນລັດຄຸ້ມຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງແມ່ນເນັ້ນໃສ່ໃຫ້ພົນລະເມືອງໄດ້ຮັບຮູ້ເຖິງສິດ ແລະ ພັນທະຕໍ່ກັບທີ່ດິນ, ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງ, ການລັກລອບຕັດໄມ້ທຳລາຍປ່າຢ່າງຊະຊາຍ, ການຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງ; ຈຳແນກໄດ້ເຖິງເລ່ກົນອຸບາຍຂອງບຸກຄົນທີ່ບໍ່ດີ ທີ່ຫວັງຕົວະຍົວະ, ຫຼອກລວງ, ນາບຂູ່, ບັງຄັບ ຫຼື ການຜູກມັດດ້ວຍໜີ້ສິນ ໂດຍມີຈຸດປະສົງເອົາຄົນໄປຂາຍເພື່ອບັງຄັບໃຫ້ເປັນໂສເພນີ(ຂາຍຕົວ), ໃຊ້ແຮງງານໜັກ, ເປັນຂໍທານ(ທຳຮ້າຍ ຫຼື ຕັດອະໄວຍະວະຮ່າງກາຍໃຫ້ເປັນຄົນພິການ), ທຸບຕີທໍລະມານ ແລະ ຮູບແບບອື່ນໆ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອັດຕະປື
ພະແນກຍຸຕິທຳແຂວງ ອັດຕະປື ສົມທົບກັບ ຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ.
https://www.moj.gov.la/lo/node/1343
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 14-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/9/2018
ລາຍການຄວາມຮູ້ທາງກົດໝາຍ 12/9/2018
https://www.moj.gov.la/lo/node/1344
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ກັນຍາ 2018 ທີ່ສະໂມສອນກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ, ມີບັນດາຄະນະພັກ-ຄະນະນຳ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າຊາວໜຸ່ມຈາກະຊວງແຮກສ່ຽວ (ກະຊວງກະສິກຳ ແລະ ປ່າໄມ້) ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.     ໃນພິທີ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໃນໄລຍະຜ່ານມາ ຊຶ່ງສາມາດຕີລາຄາໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2017 ດັ່ງນີ້: ໄດ້ຮັບຮອງເອົາໜ່ວຍ, ຮາກຖານ ທີ່ໄດ້ຮັບນາມມະຍົດ 4 ບຸກ ປະຈຳປີ 2017 ຈຳນວນ 10 ໜ່ວຍ, 1 ຮາກຖານ ແລະ ຮັບຮອງເອົາສະມາຊິກຊາວໜຸ່ມ ທີ່ໄດ້ຮັບນາມມະຍົດ 4 ບຸກ ປະຈຳປີ 2017 ຈຳ ນວນ 287 ສະຫາຍ, ຍິງ 111 ສະຫາຍ, ປະເພດກາງ 29 ສະຫາຍ, ຍິງ 12 ສະຫາຍ.      ຫຼັງຈາກນັ້ນໃນພິທີ ກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ວ່າດ້ວຍການຮັບເອົາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ເປັນຊາວໜຸ່ມ 4 ບຸກ ພ້ອມທັງມອບໃບຢັ້ງຢືນນາມມະຍົດ 4 ບຸກ ແລະ ເງິນສົດຈຳນວນ 3 ລ້ານກີບ ຊຶ່ງໃຫ້ກຽດມອບໂດຍສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວຮັບໂດຍສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ໂດຍຊ້ອງໜ້າສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ແລະ ບັນດາສະມາຊິກຊາວໜຸ່ມທີ່ເຂົ້າຮ່ວມເປັນສັກຂີພະຍານໃນການມອບໃນຄັ້ງນີ້.     ໃນຕອນທ້າຍຂອງພິທີ ສະຫາຍ ໄຊສີ ສັນຕິວົງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍຄືບັນດາສະຫາຍສະມາຊິກຊາວໜຸ່ມ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ພ້ອມກັນປະຕິບັດຕາມກົດລະບຽບຂອງຊາວໜຸ່ມຢ່າງເຂັ້ມງວດ ສາມາດເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ສຳເລັດຕາມກຳນົດເວລາ ແລະ ມີປະສິດທິຜົນ. ຂ່າວ: ອ່ອນຄຳ; ພາບ: ຊາຍພິມພອນ-ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພີທີປະກາດນາມມະຍົດ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມ
ພີທີປະກາດນາມມະຍົດ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງຍຸຕິທຳ ປະຈຳປີ 2017
https://www.moj.gov.la/lo/node/1345
ໃນຕອນເຊົ້າຂອງວັນທີ 14 ກັນຍາ 2018 ເວລາ 09:00 ໂມງ ໄດ້ຈັດກອງປະຊຸມຂຶ້ນຢູ່ທີ່ຫ້ອງປະຊູມຊັ້ນ II ຂອງກະຊວງຍຸຕິທຳ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາງໜ້າກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ອົນ ໂຮ ລີ ຮອງຫົວໜ້າພະແນກວຽກງານກົດໝາຍສາກົນ, ຕາງໜ້າກະຊວງຍຸຕິທຳ ສ ເກົາຫຼີ, ມີຜູ້ຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທັງຜູ້ຕາງໜ້າຈາກສອງກະຊວງຍຸຕິທຳເຂົ້າຮ່ວມ ທັງໝົດ 17 ທ່ານ ຍິງ 7 ທ່ານ.     ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງ ຜູ້ຊ່ຽວຊານຈາກ ສ ເກົາຫຼີ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ແລະ ເປັນການກະກຽມໃຫ້ແກ່ຄະນະຮັບຜິດຊອບໃນການສ້າງລະບຽບການຄຸ້ມຄອງຜູ້ໄກ່ເກ່ຍການຕັດສີນຕ່າງປະເທດ ແລະ ລະບຽບຄຸ້ມຄອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດຢູ່ ສປປ ລາວ.     ທ່ານ ບີວ່າງ ຈົ່ງເຈີ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜູ້ຊີ້ນໍາວຽກງານນິຕິກໍາ ແລະ ຮ່ວມມືກັບຕ່າງປະເທດ ໄດ້ໃຫ້ຮູ້ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.     ໃນກອງປະຊຸມ ຜູ້ຕາງໜ້າກະຊວງຍຸຕິທໍາ ສ ເກົາຫຼີ ສະເໜີໃຫ້ຮູ້ກ່ຽວກັບລະບົບການໄກ່ເກ່ຍ ແລະ ການຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສ ເກົາຫຼີ. ນອກນັ້ນຍັງໄດ້ຮັບຟັງການສະເໜີກ່ຽວກັບສົນທິສັນຍາ ແລະ ກົດໝາຍຕົວແບບໃນການໄກ່ເກ່ຍ ແລະ ການຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈາກຜູ້ຕາງໜ້າ Uncitral ແລະ ການສະເໜີກ່ຽວກັບການຄຸ້ມຄອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດ , ການຄຸ້ມຄອງຜູ້ໄກ່ເກ່ຍ-ກຳມະການຕັດສີນຕ່າງປະເທດ ໂດຍຜູ້ຕາງໜ້າ KCAB, ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ສົນທະນາແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ. ກອງປະຊຸມໄດ້ປິດລົງໃນເວລາ 16:30 ໂມງ ຂອງວັນດຽວກັນ. ຂຽນຂ່າວ: ນາງ ດາລາວັນ ພົມແກ້ວ, ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງສອງກະຊວງ
ການພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງສອງກະຊວງ
https://www.moj.gov.la/lo/node/1346
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 17-ກັນຍາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 16/9/2018
ລາຍການເພື່ອສັງຄົມຍຸຕິທຳ 16/9/2018
https://www.moj.gov.la/lo/node/1347
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 20-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 17/9/2018
ລາຍການຄວາມຮູ້ທາງກົດໝາຍ 17/9/2018
https://www.moj.gov.la/lo/node/1348
ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊູມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໃນວັນທີ 21 ກັນຍາ 2018 ທີ່ສະໂມສອນກະຊວງຍຸຕິທໍາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ໂດຍການເຂົ້າຮ່ວມຊອງ ທ່ານ Daniel Fitzpatrick ຫົວໜ້າໂຄງການລູນາ II; ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ, ຫ້ອງວ່າການປົກຄອງນະຄອນຫຼວງ, ສະພາປະຊາຊົນນະຄອນຫຼວງ ແລະ ຄະນະກົມພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມ.     ຈຸດປະສົງຂອງກອງປະຊູມຄັ້ງນີ້ ເພື່ອຍົກສູງລະດັບຄວາມຮູ້ ແລະ ເປັນການຖອດຖອນບົດຮຽນຄວາມເຂົ້າໃຈຢ່າງເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໃນການເປັນເຈົ້າການເກັບໂຮມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນ ເພື່ອພິມລົງໃນເວັບໄຊ໌ຈົດໝາຍເຫດທາງລັດຖະການ.     ໃນກອງປະຊຸມ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄລະນາເຜີຍແຜ່ກົດໝາຍ ໄດ້ສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ ຊຶ່ງທ່ານໃຫ້ຮູ້ວ່ານິຕິກໍາທີ່ພິມລົງໃນເວັບໄຊ໌ຈົດໝາຍເຫດທາງລັດຖະການ ແຕ່ປີ 2013 ຈົນເຖິງປະຈຸບັນ ມີທັງໝົດຈຳນວນ 682 ສະບັບ ໃນນັ້ນ ປະກອບມີ ລັດຖະທຳມະນູນ 1 ສະບັບ, ກົດໝາຍ 134 ສະບັບ, ມະຕິຕົກລົງ 2 ສະບັບ, ລັດຖະບັນຍັດ 8 ສະບັບ, ດຳລັດ 97 ສະບັບ, ຄຳສັ່ງ 161 ສະບັບ, ຂໍ້ຕົກລົງ 215 ສະບັບ, ຄໍາແນະນໍາ 64 ສະບັບ, ນິຕິກໍາ 345 ສະບັບ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນບົດຮຽນ ແລະ ຖາມ-ຕອບບັນຫາທີ່ເຫັນວ່າຍັງບໍ່ທັນເຂົ້າໃຈແຈ້ງ ຢ່າງກົງໄປກົງມາ. ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊູມຖອດຖອນບົດຮຽນວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ
https://www.moj.gov.la/lo/node/1349
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ກັນຍາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການຄວາມຮູ້ທາງກົດໝາຍ 23/9/2018
ລາຍການເພື່ອສັງຄົມຍຸຕິທຳ 23/9/2018
https://www.moj.gov.la/lo/node/1352
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 28-ກັນຍາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 26/9/2018
ລາຍການຄວາມຮູ້ທາງກົດໝາຍ 26/9/2018
https://www.moj.gov.la/lo/node/1353
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ກັນຍາ 2018 ຢູ່ທີ່ກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ມີບັນດາຄະນະສະຫະພັນແມ່ຍິງກະຊວງ, ຕ່າງໜ້າຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແລະ ສະມາຊິກເອື້ອຍນ້ອງແມ່ຍິງພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນຜູ້ເຂົ້າຮ່ວມທັງໝົດ 97 ຄົນ.      ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນເປັນຕົ້ນແມ່ນ ເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຈ້ງການສະບັບເລກທີ 590/ສສຍລ ລົງວັນທີ 3 ກັນຍາ 2018 ວ່າດ້ວຍ ການຈຳໜ່າຍຜ້າຕັດເສື້ອສີຟ້າຄາມ ແລະ ກາໝາຍຂອງສູນກາງສະຫະພັນແມ່ຍິງລາວ, ແຈ້ງການສະບັບເລກທີ 15/ສສຍລ ລົງວັນທີ 16 ກຸມພາ 2018 ວ່າດ້ວຍ ການລົງຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ຄໍາແນະນໍາ ສະບັບເລກທີ 487/ສສຍລ ລົງວັນທີ 24 ກໍລະກົດ 2018 ຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍ ການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ-ອົງການ ແລະ ແຂວງ-ນະຄອນຫຼວງ, ເມືອງ ແລະ ຮາກຖານ, ພ້ອມທັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຂອງຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ 2 ແລະ ຄັ້ງທີ 3 ສະໄໝທີ VII ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນງານໃນຫຼາຍດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານການໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ການຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລີກ, ການຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ, ການປະເມີນບ້ານປະຕິບັດສິດສະເໝີພາບຍິງ-ຊາຍ, ສົ່ງເສີມ ແລະ ພັດທະນາເດັກ ປາສະຈາກການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກ, ກົນໄກການປະສານງານວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວ, ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບ ມາດຖານເງື່ອນໄຂ, ຄວາມພ້ອມທີ່ຈະເປັນປະທານສະຫະພັນແມ່ຍິງກະຊວງ-ອົງການສະບັບເລກທີ 47/ສສຍລ ລົງວັນທີ 04 ມິຖຸນາ 2018 ອີກດ້ວຍ, ເພື່ອຄວາມເໝາະສົມ ແລະ ການເຄື່ອນໄຫວວຽກງານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ. ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;    ພາບ:​ ສົມຫວັງ ບົວລະພັນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ມະຕິກອງປະຊຸມຂອງຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ 2
ກອງປະຊຸມເຜີຍແຜ່ມະຕິກອງປະຊຸມຂອງຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ 2 ແລະ ຄັ້ງທີ 3 ສະໄໝທີ VII ໃຫ້ສະຫະພັນແມ່ຍິງກະຊວງຍຸຕິທໍາ
https://www.moj.gov.la/lo/node/1354
ໃນຕອນບ່າຍຂອງວັນທີ 26 ກັນຍາ 2018, ຄະນະນໍາ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງ ອະດີດປະທານປະເທດ ສສ. ຫວຽດນາມ ແລະ ຂຽນປຶ້ມ ທີ່ຫໍຊາປະນະກິດສົບ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນໍາທີ່ສໍາຄັນຂອງ ສສ. ຫວຽດນາມ, ສະຫາຍ ເຈິ່ນ ດ໋າຍ ກວາງ ແມ່ນໜຶ່ງໃນບັນດາການນໍາຂອງ ສສ. ຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.     ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ທີ່ຮັກຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ຄະນະນໍາ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ
ຄະນະນໍາ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.
https://www.moj.gov.la/lo/node/1355
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 03-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 30/9/2018
ລາຍການເພື່ອສັງຄົມຍຸຕິທຳ 30/9/2018
https://www.moj.gov.la/lo/node/1356
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 03-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 1/10/2018
ລາຍການຄວາມຮູ້ທາງກົດໝາຍ 1/10/2018
https://www.moj.gov.la/lo/node/1357
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ກັນຍາ 2018 ຜ່ານມາ, ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຜາອຸດົມ, ເຂົ້າຮ່ວມມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຄະນະນຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ, ລັດວິສາຫະກິດ, ໜ່ວຍບໍລິການ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 45 ທ່ານ, ເພດຍິງ 10 ທ່ານ. ໃນພິທີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງບໍ່ແກ້ວ ໄດ້ຜ່ານ ຄໍາສັ່ງຂອງທ່ານເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານທະບຽນສານ ແລະ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານທະບຽນສານ ຊຶ່ງວຽກງານທະບຽນສານ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນຂອງຂະແໜງຍຸຕິທຳ ໃນການຢັ້ງຍືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ເພື່ອແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ການຈັດຕັ້ງ ເພື່ອປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ. ໂອກາດນີ້, ທ່ານ ໄຊປະເສີດ ໄພສານ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ຜາອຸດົມ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າໜ່ວຍງານ ແລະ ຜູ້ຊ່ວຍວຽກໜ່ວຍງານຫ້ອງການຍຸຕິທຳເມືອງ ຜາອຸດົມ ຄື: ໄດ້ແຕ່ງຕັ້ງສະຫາຍ ພິລາສິດ ອິນສະຫວັນ ວິຊາການຂຶ້ນເປັນຮອງຫົວໜ້າໜ່ວຍງານທະບຽນສານ ແລະ ໄດ້ແຕ່ງຕັ້ງສະຫາຍ ນາງ ແສງແກ້ວ ສອນມະນີ ເປັນຜູ້ຊ່ວຍວຽກງານທະບຽນສານ; ທັງ 2 ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານທະບຽນສານຂອງຫ້ອງການໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ. ຂ່າວ ແລະ ພາບ: ອານົນ ໄພສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງບໍ່ແກ້ວ ຈັດພິທີແຕ່ງຕັ້ງໜ່ວຍງານທະບຽນສານປະຈໍາເມືອງຜາອຸດົມ.
ພະແນກຍຸຕິທໍາແຂວງ ບໍ່ແກ້ວ ຈັດພິທີແຕ່ງຕັ້ງໜ່ວຍງານທະບຽນສານປະຈໍາເມືອງ ຜາອຸດົມ.
https://www.moj.gov.la/lo/node/1358
ເພື່ອເປັນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນດັ່ງນັ້ນ ໃນຕອນບ່າຍຂອງວັນທີ 21 ກັນຍາ 2018 ພະແນກຍຸຕິທຳແຂວງ ບໍ່ແກ້ວ ຈຶ່ງໄດ້ສ້າງຂະບວນການກິລາມິດຕະພາບຂຶ້ນ, ໂດຍມີພະແນກຍຸຕິທຳແຂວງ, ມີຄູ-ອາຈານສອນກົດໝາຍ 45 ວັນ, ນັກສໍາມະນາກອນກົດໝາຍ 45 ວັນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ. ການແຂ່ງຂັນກິລາໃນຄັ້ງນີ້ປະກອບມີ 1 ປະເພດຄື: ກິລາບານເຕະມີ 2 ຄູ່ ຜົນຂອງການແຂ່ງຂັນ ກິລາບານເຕະຊາຍ ແມ່ນທີມນັກສຳມະນາກອນກົດໝາຍ 45 ວັນ ຊຸດທີ VII ສາມາດເອົາຊະນະທີມ ພະແນກຍຸຕິທຳແຂວງ, ຄູ-ອາຈານ ໄດ້ 8 ປະຕູຕໍ່ 6, ຜົນຂອງການແຂ່ງຂັນ ກິລາບານເຕະຍິງ ແມ່ນທີມນັກສຳມະນາກອນກົດໝາຍ 45 ວັນ ຊຸດທີ VII ສະເໝີກັນກັບ ທີມພະແນກຍຸຕິທຳແຂວງ, ຄູ-ອາຈານ 0 ປະຕູຕໍ່ 0, ຕະຫຼອດໄລຍະການແຂ່ງຂັນກິລາ ແມ່ນເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດ, ມິດຕະພາບ ຄວາມເບີກບານມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງ ສຳມະນາກອນກົດໝາຍ 45 ວັນ ກັບພະແນກຍຸຕິທຳແຂວງ ຄູ-ອາຈານສອນກົດໝາຍ 45 ວັນ. ຂ່າວ-ພາບ: ອານົນ ໄພສານ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ພະແນກຍຸຕິທຳ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການກິລາບານເຕະກັບສຳມະນາກອນກົດໝາຍ 45 ວັນ ຊຸດທີ VII
ພະແນກຍຸຕິທຳ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການກິລາບານເຕະກັບສຳມະນາກອນກົດໝາຍ 45 ວັນ ຊຸດທີ VII
https://www.moj.gov.la/lo/node/1359
ໃນຕອນບ່າຍຂອງວັນທີ 3 ຕຸລາ 2018 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ) ເອກອັກຄະລັດຖະທູດ ປະເທດລຸກຊໍາບວກ ປະຈໍາລາວ. ໂອກາດນີ້ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ເອກອັກຄະລັດຖະທູດ ປະເທດລຸກຊໍາບວກ ປະຈໍາລາວ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ເຮັດວຽກຢູ່ ສປປ ລາວ ຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ໂດຍສະເພາະການສະໜັບສະໜູນປະຕິບັດໂຄງການ, ສະໜັບສະໜູນການຝຶກອົບຮົມ ແລະ ການສິດສອນກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ. ໃນໂອກາດດຽວກັນ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ) ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທັງແຈ້ງຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບ, ພ້ອມນີ້ຍັງສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.                                                                                                                                                                                                                                                                                                                                      ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ແອນເດີ ອໍກັສ ເຊວນີ (ທ່ານ sam SCHREINER)
ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ).
https://www.moj.gov.la/lo/node/1360
ເພື່ອຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 55/ນຍ, ລົງວັນທີ 30 ທັນວາ 2016 ວ່າດ້ວຍ ມາດຕະການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ແລະ ຄຳສັ່ງສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1304/ຫສນຍ.ກຂລ ກ່ຽວກັບການອອກບັດພະນັກງານ-ລັດຖະກອນ. ກະຊວງຍຸຕິທຳຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ຂຶ້ນໃນຕອນເຊົ້າຂອງວັນທີ 3 ຕຸລາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ ຈຳນວນ 219 ທ່ານ, ຍິງ 96 ທ່ານ. ຈາກນັ້ນ, ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງພະນັກງານ-ລັດຖະກອນ ກະຊວງພາຍໃນ ໃຫ້ກຽດຂຶ້ນເຜີຍແຜ່ຄຳແນະນຳ ສະບັບເລກທີ 06/ພນ, ລົງວັນທີ 19 ຕຸລາ 2017 ວ່າດ້ວຍ ການອອກບັດພະນັກງານ-ລັດຖະກອນ ແລະ ເຜີຍແຜ່ປຶ້ມຄູ່ມື ສະບັບເລກທີ 179/ຄລກ, ລົງວັນທີ 23 ພຶດສະພາ 2018 ກ່ຽວກັບການປັບປຸງຂໍ້ມູນພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບການອອກບັດພະນັກງານ-ລັດຖະກອນ. ການອອກບັດພະນັກງານ-ລັດຖະກອນ ເປັນບັນຫາໜຶ່ງທີ່ສຳຄັນ, ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນຜູ້ທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າກະຊວງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ມີຄວາມສະດວກ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ. ນອກນັ້ນຍັງເປັນບ່ອນອີງໃນການປັບປຸງຂໍ້ມູນຂອງພະນັກງານ-ລັດຖະກອນ ລະຫວ່າງ ຖານຂໍ້ມູນລັດຖະກອນ ກັບຊີວະປະຫວັດລັດຖະກອນ ໃຫ້ຖືກຕ້ອງ, ຊັດເຈນຕາມລະບຽບການ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ຮັບປະກັນໃນການຮັກສາຖານຂໍ້ມູນຂອງພະນັກງານ-ລັດຖະກອນ ໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຍືນຍົງ ແລະ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນບ່ອນອີງໃນການດຳເນີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ ແລະ ເປັນລະບົບ, ແນະນຳໃຫ້ພະນັກງານ-ລັດຖະກອນຜູ້ຖືບັດ ແລະ ນຳໃຊ້ບັດ ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວກໍໄດ້ມີການແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນ ຢ່າງເປັນຂະບວນການຟົດຟື້ນ. ໃນຕອນທ້າຍທ່ານປະທານກອງປະຊຸມກໍສະແດງຄວາມຂອບໃຈຕໍ່ ຫົວໜ້າກົມຄຸ້ມຄອງພະນັກງານ-ລັດຖະກອນ ກະຊວງພາຍໃນ ທີ່ໄດ້ໃຫ້ກຽດມາເຜີຍແຜ່ເອກກະສານສຳຄັນຕ່າງໆໃຫ້ແກ່ພະນັກງງານ-ລັດຖະກອນຂອງກະຊວງຍຸຕິທຳ ແລະ ຈະນຳໄປປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ກ່ຽວກັບການອອກບັດພະນັກງານ-ລັດຖະກອນ
ກອງປະຊຸມເຜີຍແຜ່ກ່ຽວກັບການອອກບັດພະນັກງານ-ລັດຖະກອນ.
https://www.moj.gov.la/lo/node/1361
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 3/10/2018
ລາຍການຄວາມຮູ້ທາງກົດໝາຍ 3/10/2018
https://www.moj.gov.la/lo/node/1362
ໃນຕອນເຊົ້າ ວັນທີ 4 ຕຸລາ 2018 ທີ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ ດຳລັດຂອງລັດຖະບານ ສະບັບເລກທີ່ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຄຳແນະນຳ ຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1077/ກຍ, ລົງວັນທີ 3 ກັນຍາ 2018 ກ່ຽວກັບ ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານກອງປະຊຸມ ໂດຍທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ວິກອນ ບຸນວິ ໄລ ຮອງຫົວໜ້າກົມ ສົ່ງເສີມລະບົບຍຸຕິທຳ, ເຂົ້າຮ່ວມຄັ້ງນີ້ມີບັນດາຄະນະພະແນກ, ຕາງໜ້າຈາກໂຄງການ 3S-RoL, UNDP, ພະນັກງານຈາກ ຫ້ອງການຍຸຕິທຳເມືອງ 4 ເມືອງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳແຂວງ ຈຳນວນ 43 ທ່ານ, ຍິງ 16 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ໄດ້ເຜີຍແຜ່ ແລະ ຍົກໃຫ້ເຫັນ ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງ ຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກົມສົ່ງເສີມລະບົບຍຸຕິທຳ ຈັດຕັ້ງເຜີຍແຜ່ ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ.
https://www.moj.gov.la/lo/node/1363
ໃນວັນທີ 5 ຕຸລາ 2018 ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະ ນັກສືກສາເຂົ້າຮ່ວມເປັນຈໍານວນຫຼາຍ.  ໃນໂອກາດດັ່ງກ່າວ, ທ່ານ ບຸນຕາ ສ.ຜາບມີໄຊ ໄດ້ກ່າວວ່າ: ມື້ນີ້, ເປັນມື້ທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ທີ່ໄດ້ມີການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ, ເນື່ອງໃນໂອກາດວັນສຳຄັນດັ່ງກ່າວ, ຕາງໜ້າໃຫ້ສະຖາບັນຍຸຕິທໍາແຫ່ງຊາດ ຂໍສົ່ງຄວາມຮັກແພງ, ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນອັນປະເສີດມາຍັງພະນັກງານ, ຄູ-ອາຈານ ນັກສຶກສາ ທຸກຖ້ວນໜ້າທັງອາດີດ ແລະ ປັດຈຸບັນ. ເຖິງຜູ້ປະຕິບັດໜ້າທີ່ສິດສອນ, ຖ່າຍທອດຄວາມຮູ້, ສຶກສາອົບຮົມຄົ້ນຄົ້ວວິໄຈ, ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອນັກຮຽນ-ນັກສຶກສາຫຼາຍຮູບແບບ. ເພາະສະນັ້ນ, ຄູຈຶ່ງຖືກຂະໜານນາມວ່າ ຄູ ຄື: ແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຄົນທີ 2, ຄູຄືວິສະວະກອນແຫ່ງດວງວິນຍານໃນການກໍ່ສ້າງສະຕິປັນຍາຂອງມວນມະນຸດ ແລະ ອື່ນໆ. ທຸກຄໍາເວົ້າລ້ວນແຕ່ຊື່ໃຫ້ເຫັນວ່າ ຄູມີຄວາມໝາຍຄວາມສຳຄັນລົ້ນເຫຼືອຫາທີ່ປຽບບໍ່ໄດ້ຕໍ່ການສຶກສາ, ຕໍ່ການພັດທະນາຊັບພະຍາກອນມະນຸດກໍຄືການພັດທະນາປະເທດຊາດ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາແຫ່ງຊາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ
ສະຖາບັນຍຸຕິທໍາແຫ່ງຊາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ.
https://www.moj.gov.la/lo/node/1364
ໃນຕອນແລງຂອງ ວັນທີ 5 ຕຸລາ 2018 ທີ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ມີພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຂອງໜ່ວຍພັກພະແນກຍຸຕິທຳແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ມອບໂດຍ ສະຫາຍ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ເຂົ້າຮ່ວມຄັ້ງນີ້ມີບັນດາສະຫາຍຄະນະພັກ, ບັນດາແຂກຈາກພະແນກການອ້ອມຂ້າງແຂວງ ພ້ອມທັງສະຫາຍສະມາຊິກພັກທັງໝົດໃນພະແນກຍຸຕິທຳແຂວງ ຊຶ່ງມີຈຳນວນທັງໝົດ 35 ສະຫາຍ, ຍິງ 10 ສະຫາຍ.         ສະຫາຍ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ລາຍງານການເຄື່ອນໄຫວດຳເນີນການອອກບັດ-ມອບບັດ ພາຍໃນພະແນກຍຸຕິທຳແຂວງ ຊຶ່ງທ່່ານໄດ້ລາຍງານເຖິງຈຸດພິເສດ, ທີ່ຕັ້ງສະພາບລວມ ການເຄື່ອນໄຫວດຳເນີນການອອກບັດ ພ້ອມທັງທິດທາງແຜນການໃນຕໍ່ໜ້າ, ຊຶ່ງໃນຄະນະໜ່ວຍພັກພະແນກຍຸຕິທຳມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 8 ສະຫາຍ, ໃນນີ້ມີສະມາຊິກພັກຮັບເບ້ຍບຳນານ 4 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກພັກສຳຮອງ 5 ສະຫາຍ, 1 ສະຫາຍໄປສຶກສາຕໍ່ປະລິນຍາໂທໄລຍະ 3 ປີ ທີ່ ສສ ຫວຽດນາມ ແລະ 1 ສະຫາຍໄປຝຶກອົບຮົມໄລຍະ 3 ເດືອນ ທີ່ ສສ ຫວຽດນາມ, ມີໜ້າຕົວຈິງ 30 ສະຫາຍ, ຍິງ 8 ສະຫາຍ. ສະມາຊິກພັກ ທີ່ໄດ້ຮັບບັດສະມາຊິກພັກສົມບູນ 21 ສະຫາຍ, ຍິງ 8 ສະຫາຍ ໃນນີ້ຮັບບັດຄັ້ງທີ I ມີ 8 ສະຫາຍ, ຍິງ 3 ສະຫາຍ ແລະ ຄັ້ງ ທີ II ມີ 13 ສະຫາຍ, ຍິງ 5 ສະຫາຍ.        ໃນຕອນທ້າຍຂອງຂອງພິທີ ສະຫາຍປະທານກອງປະຊຸມ ກໍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານຂອງ ໜ່ວຍພັກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນສະມາຊິກພັກທີ່ຍາດມາໄດ້ ແລະ ມີຄຳເຫັນຊີ້ນຳບັນດາສະມາຊິກພັກ ແລະ ໜ່ວຍພັກເປັນຕົ້ນແມ່ນການຂະຫຍາຍແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຕິບັດໃຫ້ສົມເປັນສະມາຊິກພັກທີ່ເຂັ້ມແຂງ ເພື່ອເປັນແບບຢ່າງນຳໜ້າໃຫ້ສະມາຊິກພັກ ແລະ ມະຫາຊົນ ແນໃສ່ສ້າງພາບພົດກໍຄືຮັກສາບົດບາດຂອງການນຳພາຂອງພັກຕະຫຼອດໄປ. ສະນັ້ນ ເພື່ອຮັກສາມູນເຊື້ອການເປັນແກນນຳໃນລະບົບການເມືອງ ຈຶ່ງຮຽກ ຮ້ອງມາຍັງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງຮັກສາມູນເຊື້ອ ເພີ່ມຄວາມສາມັກຄີພາຍໃນ ໃຫ້ເປັນປືກແຜນ ເປັນພະນັກງານທີ່ດີເດັ່ນຂອງພັກ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງຖືກຕ້ອງ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ໜ່ວຍພັກພະແນກຍຸຕິທຳແຂວງ ສະຫວັນນະເຂດ ຈັດພິທີມອບ ບັດສະມາຊິກພັກສົມບູນ ຊຸດທີ II.
https://www.moj.gov.la/lo/node/1365
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 09-ຕຸລາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 7/10/2018
ລາຍການເພື່ອສັງຄົມຍຸຕິທຳ 7/10/2018
https://www.moj.gov.la/lo/node/1366
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 5/10/2018
ລາຍການຄວາມຮູ້ທາງກົດໝາຍ 5/10/2018
https://www.moj.gov.la/lo/node/1367
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 8/10/2018
ລາຍການຄວາມຮູ້ທາງກົດໝາຍ 8/10/2018
https://www.moj.gov.la/lo/node/1368
ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ(ASLOM) ຄັ້ງທີ 18 ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10/2018 ຢູ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ໃນກອງປະຊຸມ ທ່ານ ນາງ ດາທຸກ ສີທີ ໄຊນາບ ໂອມຣາ (Datuk Siti Zainab Omar) ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສກົດໝາຍ ປະເທດມາເລເຊຍ, ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17 ຊຶ່ງແມ່ນປະເທດມາເລເຊຍເປັນເຈົ້າພາບ ໄດ້ລາຍງານກ່ຽວກັບການຈັດຕັ້ງຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17. ພ້ອມກັນນັ້ນ, ກອງປະຊຸມໄດ້ຕົກລົງແຕ່ງຕັ້ງປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18, ຊຶ່ງກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງພະນະທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ມີບັນດາທ່ານຜູ້ຕາງໜ້າຈາກກະຊວງຍຸຕິທຳ, ອົງການໄອຍະການສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຈາກປະເທດອາຊຽນ ເຂົ້າຮ່ວມທັງໝົດ 120 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສືບຕໍ່ພິຈາລະນາ, ປຶກສາຫາລື ແລະ ຄົ້ນຄ້ວາຫົວຂໍ້ຕ່າງໆ ທີ່ໄດ້ຮັບຮອງໂດຍປະເທດສະມາຊິກອາຊຽນ ຊຶ່ງໃນນີ້ບາງບັນຫາເປັນພຽງການລາຍງານຕໍ່ກອງປະຊຸມເທົ່ານັ້ນ ແຕ່ບາງບັນຫາກໍຕ້ອງໄດ້ສືບຕໍ່ພິຈາລະນາ ຊຶ່ງມີເນື້ອໃນ ດັ່ງນີ້: 1. ການຍົກລະດັບສົນທິສັນຍາພະຫຸພາຄີວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນເລື່ອງອາຍາ ເປັນສົນທິສັນຍາອາຊຽນ; 2. ການຮ່າງສົນທິສັນຍາຕົວແບບວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ; 3. ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານກົດໝາຍແພ່ງ ແລະ ການຄ້າໃນບັນດາປະເທດສະມາຊິກອາຊຽນ; 4. ການພັດທະນາການສ້າງຄວາມກົມກ່ຽວ ແລະ ຄວາມເປັນເອກະພາບໃຫ້ແກ່ກົດໝາຍການຄ້າຂອງອາຊຽນ; 5. ການໂອນຕົວນັກໂທດ ແລະ ຜູ້ຖືກຕັດສີນລົງໂທດ; 6. ການເປີດເສລີ ການບໍລິການທາງດ້ານກົດໝາຍ; 7. ການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຂໍ້ມູນ ຂ່າວສານຂອງບັນດາປະເທດສະມາຊິກອາຊຽນ. ພາຍຫຼັງທີ່ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ, ທ່ານປະທານກໍໄດ້ນໍາພາກອງປະຊຸມພິຈາລະນາທົບທວນຫົວຂໍ້ຕ່າງໆ ຊຶ່ງບັນດາຫົວໜ້າຄະນະຜູ້ແທນຈາກປະເທດອາຊຽນ ກໍໄດ້ພັດປ່ຽນກັນປະກອບຄຳເຫັນໃສ່ຫົວຂໍ້ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພື່ອບັນລຸຈຸດປະສົງ ແລະ ນຳເອົາຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ລາຍງານຕໍ່ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຊຶ່ງຈະໄຂຂຶ້ນໃນວັນທີ 12 ຕຸລາ 2018 ນີ້ ເພື່ອອອກຖະແຫຼ່ງການຮ່ວມ ລະຫວ່າງ ລັດຖະມົນຕີກົດໝາຍຂອງບັນດາປະເທດສະມາຊິກອາຊຽນ ພາຍຫຼັງທີ່ໄດ້ຮັບຮອງຫົວຂໍ້ຕ່າງໆຮ່ວມກັນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18
ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ.
https://www.moj.gov.la/lo/node/1369
ໃນຕອນເຊົ້າຂອງວັນທີ 10 ຕຸລາ 2018 ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ V ປະຈຳປີ 2018 ໂດຍການໃຫ້ກຽດ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂກຖືກເຊີນ, ຄະນະຮັບຜິດຊອບ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 92 ທ່ານ, ຍິງ 30 ທ່ານ. ໃນພິທີທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະ 45 ວັນ, ຊຸດທີ V ປະຈຳປີ 2018 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈຸດປະສົງຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນນະຄອນຫຼວງ ແລະ ບັນດາເມືອງ ໄດ້ຮັບຮູ້ເຂົ້າໃຈຕໍ່ກົດໝາຍ, ຜ່ານການຄົ້ນຄວ້າຮໍ່າຮຽນໄດ້ເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາເນື້ອໃນກົດໝາຍນັບມື້ຫຼາຍຂຶ້ນ ແລະ ນໍາເອົາຄວາມຮູ້ທາງດ້ານກົດໝາຍທີ່ໄດ້ຮໍ່າຮຽນມານໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ ແລະ ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນດີຂື້ນ. ສຳລັບຫຼັກສຸດການຮຽນ-ການສອນລວມທັງໝົດມີ 29 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ຫຼັງຈາກນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ. ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມກົດໝາຍ ຈຳນວນ 62 ທ່ານ, ຍິງ 17 ທ່ານ,  ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນໍາເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍ
ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.
https://www.moj.gov.la/lo/node/1370
ໃນວັນທີ 4 ຕຸລາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມພະນັກງານນຳພາ-ຄຸ້ມຄອງຂື້ນ ໂດຍການເປັນປະທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເປັນກຽດເຂົ້າຮ່ວມ​ໂດຍມີ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າຄະນະຈັດຕັ້ງກະຊວງຍຸຕິທຳ, ມີຄະນະຮັບຜິດຊອບຂັ້ນແຂວງ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳ 11 ເມືອງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມທັງໝົດ 61 ທ່ານ  ​ຍິງ ​11 ທ່ານ.      ​ໃນ​ນັ້ນ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດແຂວງ ກ່າວວ່າການດຳເນີນປະເມີນຜົນ ແລະ ທາບທາມຄຸນນະພາບຂອງພະນັກງານ-ລັດຖະກອນ ຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງ ຢູ່ແຕ່ລະຂັ້ນຂອງພະແນກຍຸຕິທຳມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບຕໍ່ກັບບັນດາເນື້ອໃນທີ່ໄດ້ກຳນົດໃນ ຄຳສັ່ງ, ແນະນຳ ຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະນັກງານລັດຖະກອນ,ໃນການເຄື່ອນໄຫວຊີ້ນຳ-ນຳພາ ວຽກງານຮອບດ້ານຂອງພະແນກຍຸຕິທຳແຂວງ, ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ປະກົດການຫຍໍ້ທໍ້ ຂອງພະນັກງານລັດຖະກອນ ເພື່ອມີວິທີສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ, ການທາບທາມພະນັກງານນຳພາ-ຄຸ້ມຄອງເປັນການກະກຽມເປົ້າໝາຍ,ໃນລັກສະນະເປີດກວ້າງເພື່ອມີແຫຼ່ງເລືອກເຟັ້ນພະນັກງານ ນຳພາ-ຄຸ້ມຄອງເຂົ້າໃນຕຳແໜ່ງຕ່າງໆຢ່າງຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ ແລະ ເພື່ອເປັນການກະກຽມດ້ານບຸກຄະລະກອນໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ທີ່ຈະໄຂຂື້ນໃນຕໍ່ໜ້ານີ້, ສຳລັບເປົ້າໝາຍທີ່ຈະເປັນພະນັກງານນຳພາ-ຄຸ້ມຄອງໃນຂັ້ນຕ່າງໆ ຕ້ອງມີມາດຖານສະເພາະຄື:     ຕ້ອງເປັນຜູ້ເຊື່ອມຊືມ ກຳແໜ້ນທິດສະດີມາກ-ເລນິນ, ມີແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດເປັນຢ່າງດີ, ມີທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ຄຸນທາດການເມືອງປະຕິວັດໜັກແໜ້ນ, ຕ້ອງມີວຸດທິການສຶກສາຂັ້ນປະລິນຍາຕີສາຂາໜື່ງຂື້ນໄປ, ທັງມີປະສົບການ ແລະ ຄວາມຊຳນານໃນການບໍລິຫານເປັນຢ່າງດີ, ຕ້ອງມີຄວາມສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດ ເຂົ້າໃສ່ວຽກງານທີຕົນຮັບຜິດຊອບໄດ້ເປັນຢ່າງດີ, ມີຄວາມຮູ້ ແລະ ເຂົ້າໃຈດ້ານວຽກງານວິຊາສະເພາະ,ທັງກຳແໜ້ນວຽກງານພັກ-ພະນັກງານ ໂດຍສະເພາະແມ່ນລະບຽບຫຼັກການ, ຂໍ້ກຳນົດຕ່າງໆທີ່ພົວພັນເຖິງພະນັກງານ, ເປັນຄົນເຂັ້ມງວດຕໍ່ລະບຽບຫຼັກການ, ມີແບບແຜນວິທີເຮັດວຽກທີ່ດີ ແລະ ກ້າວໜ້າ, ມີຄວາມຮູ້ທາງດ້ານພາສາຕ່າງປະເທດໃດໜຶ່ງລະດັບພື້ນຖານຂື້ນໄປ, ມີອາຍຸ 55 ປີ ລົງມາ, ເປັນຜູ້ທີ່ມີສຸຂະພາບແຂງແຮງ, ສາມາດແບກຫາບໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ທີ່ຕົນເອງຮັບຜິດຊອບໄດ້ເປັນຢ່າງດີ.           ຈາກນັ້ນກອງປະຊຸມໄດ້ທຳການທາບທາມໂດຍເຮັດເປັນສາມຮອບຕາມລຳດັບແລະສຳເລັດລົງໃນວັນດຽວກັນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງວຽງຈັນ ຈັດກອງປະຊຸມທາບທາມພະນັງານນຳພາ-ຄຸ້ມຄອງ
ພະແນກຍຸຕິທຳແຂວງ ວຽງຈັນ ຈັດກອງປະຊຸມທາບທາມພະນັງານນຳພາ-ຄຸ້ມຄອງ.
https://www.moj.gov.la/lo/node/1371
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 10/10/2018
ລາຍການຄວາມຮູ້ທາງກົດໝາຍ 10/10/2018
https://www.moj.gov.la/lo/node/1372
ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2018 ກົມຈັດຕັ້ງ ແລະ ພະນັກງານກະຊວງຍຸຕິທຳ ໄດ້ມອບ-ຮັບນະໂຍບາຍ ກູ້ຍຶມເງິນ ເພື່ອປຸກສ້າງ-ສ້ອມແປງເຮືອນໃຫ້ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ ສັງກັດຢູ່ກະຊວງຍຸຕິທໍາ ຈໍານວນ 30.000.000 ກີບ (ສາມສິບລ້ານກີບ) ໂດຍການກ່າວມອບຂອງທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າພະແນກການເງິນ ແລະ ວິຊາການເຂົ້າຮ່ວມເປັນສັກຂີພະຍານ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ
ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ.
https://www.moj.gov.la/lo/node/1373
ໃນຕອນບ່າຍຂອງວັນທີ 11 ຕຸລາ 2018 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Datuk Liew Vui Keong J.P, ລັດຖະມົນຕີກົດໝາຍປະຈໍາຫ້ອງການສໍານັກງານນາຍົກ ຂອງປະເທດມາເລເຊຍ ພ້ອມດ້ວຍຄະນະ. ໂອກາດນີ້ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ ທ່ານ Datuk Liew Vui Keong J.P, ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີກົດໝາຍອາຊຽນຄັ້ງທີ 10 ຢູ່ ສປປ ລາວ. ທ່ານ Datuk Liew Vui Keong J.P, ພ້ອມດ້ວຍຄະນະຖືເອົາໂອກາດນີ້ພົບປະແລກປ່ຽນບົດຮຽນໃນການຮ່ວມມືຂອງສອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ລັດຖະບານມາເລເຊຍ ໃນໄລຍະຜ່ານມາເຫັນວ່າ ຂົງເຂດວຽກງານຍຸຕິທໍາ ແລະ ກົດໝາຍຂອງສອງປະເທດຍັງມີລັກສະນະຈໍາກັດ. ສະນັ້ນ, ໃນການພົບປະ, ແລກປ່ຽນບົດຮຽນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະເໜີກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ວຽກບູລິມະສິດຂອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຊັ່ນ ການສ້າງລັດປົກຄອງດ້ວຍກົດໝາຍ, ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຍຸຕິທໍາແຫ່ງຊາດ ໃນການປັບປຸງຫຼັກສູດການຮຽນ-ການສອນ, ສ້າງວິຊາຊີບທາງດ້ານຍຸຕິທໍາໃຫ້ຜູ້ພິພາກສາ, ໄອຍະການ , ທະນາຍຄວາມ, ວຽກງານການສ້າງສະຕິເຄົາລົບກົດໝາຍ, ການປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ປະມວນກົດໝາຍແພ່ງ, ອາຍາ ແລະ ວຽກງານຍຸຕິທໍາຮາກຖານ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ທາງທ່ານ Datuk Liew Vui Keong J.P ພ້ອມຄະນະຮັບຊາບນໍາ.  ໃນໂອກາດດຽວກັນ ທ່ານ Datuk Liew Vui Keong J.P ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Datuk Liew Vui Keong J.P
ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Datuk Liew Vui Keong J.P
https://www.moj.gov.la/lo/node/1374
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 15-ຕຸລາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 14/10/2018
ລາຍການເພື່ອສັງຄົມຍຸຕິທຳ 14/10/2018
https://www.moj.gov.la/lo/node/1375
ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ໃນວັນທີ 9-10 ຕຸລາ 2018 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ຄັ້ງທີ 10 ໃນວັນທີ 12 ຕຸລາ 2018 ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນເວລາ 14: 30 ໂມງ ຂອງວັນທີ 12 ຕຸລາ 2018 ທີ່ໂຮງແຮມຄຣາວພຣາຊາ ພາຍຫຼັງທີ່ໄດ້ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ສຳເລັດການຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ຄັ້ງທີ 10. ພະນະທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທັງເປັນປະທານກອງປະຊຸມ ໄດ້ໃຫ້ກຽດຖະແຫຼງຂ່າວຜົນສຳເລັດຂອງສອງກອງປະຊຸມຕໍ່ສື່ມວນຊົນວ່າ: ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM), ເປັນໜ່ວຍງານຂະແໜງການໜຶ່ງຂຶ້ນກັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC), ຊຶ່ງສ້າງຕັ້ງຂຶ້ນໃນປີ 1986 ໃນກອງປະຊຸມຄັ້ງທຳອິດ ທີ່ບາລີ, ປະເທດອິນໂດເນເຊຍ, ໂດຍກຳນົດປະຊຸມຮ່ວມກັນທຸກໆ 36 ເດືອນ (3 ປີ). ໃນລະຫວ່າງກາງຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ແມ່ນມີກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຊຶ່ງຈັດທຸກໆ 18 ເດືອນ (1 ປີ 6 ເດືອນ) ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກົດໝາຍ ແລະ ຄັ້ງນີ້ເປັນການຈັດເທື່ອທີ 2 ຂອງ ສປປ ລາວ, ຄັ້ງທຳອິດ ແມ່ນຈັດໃນປີ 2013 ແລະ ຄັ້ງນີ້ ແມ່ນຈັດຕໍ່ເນື່ອງກັນກັບກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10. ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ໄດ້ໄຂຂຶ້ນໃນມື້ນີ້, ເປັນກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທຳອິດທີ່ ສປປ ລາວ ເປັນເຈົ້າພາບ, ກອງປະຊຸມພວກເຮົາໄດ້ຕ້ອນຮັບ ພະນະທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດມາກ່າວເປີດ. ກອງປະຊຸມຄັ້ງນີ້ ມີລັດຖະມົນຕີກົດໝາຍ ແລະ ຮອງຫົວຫນ້າອົງການໄອຍະການສູງສຸດ ຂອງ 10 ປະເທດອາຊຽນ ແລະ ຮອງຫົວໜ້າເລຂາທິການໃຫຍ່ອາຊຽນ ມາເຂົ້າຮ່ວມ ລວມທັງຄະນະຜູ້ແທນຈາກຕ່າງປະເທດຈຳນວນ 85 ທ່ານ ແລະ ແຂກພາຍໃນ 15 ທ່ານ, ລວມທັງໝົດ 100 ທ່ານ. ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອແລກປ່ຽນຂໍ້ມູນ ຂ່າວສານດ້ານກົດໝາຍ ຊຶ່ງກັນ ແລະ ກັນ; ສ້າງກົນໄກຮ່ວມມືທາງດ້ານກົດໝາຍ ແລະ ຕຸລາການ; ພັດທະນາການສຶກສາ ແລະ ຄົ້ນຄວ້າດ້ານກົດໝາຍ ຊຶ່ງກັນ ແລະ ກັນ ພາຍໃນປະເທດອາຊຽນ. ປັດຈຸບັນແຕ່ລະປະເທດໄດ້ສະເໜີຫຼາຍບັນຫາທາງດ້ານກົດໝາຍຂຶ້ນມາປຶກສາ ເພື່ອເຮັດໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມໂຍງທາງດ້ານກົດໝາຍລະຫວ່າງປະເທດສະມາຊິກອາຊຽນຫຼາຍຂຶ້ນ. ການປຶກສາຫາລືປັດຈຸບັນ ບໍ່ພຽງແຕ່ກ່ຽວຂ້ອງກັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງໄປເຖິງ ປະຊາຄົມເສດຖະກິດ (AEC) ແລະ ປະຊາຄົມສັງຄົມ-ວັດທະນະທຳ (ASCC) ອີກດ້ວຍ. ພາຍໃຕ້ກອບການຮ່ວມມືນີ້, 10 ປະເທດໄດ້ສຳເລັດການລົງນາມໃນຂໍ້ຕົກລົງຮ່ວມກັນ ວ່າດວ້ຍການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທາງອາຍາ ຫຼື (MLAT) ແລະ ໄດ້ສຳເລັດຮ່າງສົນທິສັນຍາຕົວແບບວ່າດວ້ຍ ການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ (MAET); ນອກນັ້ນ ຍັງມີການຈັດສຳມະນາດ້ານວຽກງານກົດໝາຍຢ່າງຕໍ່ເນື່ອງ; ການແລກປ່ຽນຂໍ້ມູນ ຂ່າວສານທາງດ້ານກົດໝາຍຊຶ່ງກັນ ແລະ ກັນ; ການສຶກສາຄົ້ນຄວ້າ ແລະ ຢ້ຽມຢາມທາງການຊຶ່ງກັນ ແລະ ກັນ ເປັນປະຈຳ ແລະ ອື່ນໆ ເພື່ອສ້າງຄວາມເຂົ້າໃຈ ແລະ ການປະສານສົມທົບກົມກຽວກັນ ດ້ານກົດໝາຍ ແລະ ຍຸຕິທຳ ຂອງປະເທດສະມາຊິກອາຊຽນ. ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕິກົດໝາຍອາຊຽນ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງນີ້ ໄດ້ປຶກສາ 13 ຫົວຂໍ້ ທີ່ພົວພັນທາງດ້ານກົດໝາຍ ຂົງເຂດອາຍາ, ການຄ້າ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ອື່ນໆ, ລວມທັງສະເໜີແບບແຜນການຮ່ວມມືກັນໃນອະນາຄົດ ກັບຄູ່ຮ່ວມພັດທະນາອື່ນໆ ເພື່ອບັນລຸການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025. ຜົນສຳເລັດຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ມີ ດັ່ງນີ້: 1. ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10; 2. ໄດ້ຮັບຮອງເອົາບົດລາຍງານຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10; 3. ໄດ້ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17 ແລະ 18. ສ ປປ ລາວ ຈະສືບຕໍ່ເປັນປະທານຕໍ່ໄປ ຈົນເຖິງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 19 ທີ່ ປະເທດ ພະມ້າ ຈະເປັນເຈົ້າພາບ; ແລະ ສຳລັບປະທານກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ແມ່ນພວກເຮົາໄດ້ມອບໂອນໃຫ້ປະ ເທດ ມາເລເຊຍ ເປັນປະທານສືບຕໍ່ໄປ. ບັນດາທ່ານ ສື່ມວນຊົນ, ທ່ານ ຍິງ ແລະ ທ່ານຊາຍ ສັງລວມແລ້ວ, ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາສື່ມວນຊົນຊາບວ່າ: ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບເທື່ອທຳອິດ ເປັນກອງປະຊຸມຕໍ່ເນື່ອງຂອງຂະແໜງກົດໝາຍ ທີ່ນອນໃນກອບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC), ໜຶ່ງໃນສາມເສົາຄໍ້າຂອງປະຊາຄົມອາຊຽນ. ການຮ່ວມມືໃນຂົງເຂດກົດໝາຍນີ້ ຈະເປັນການເສີມສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈ ແລະ ການຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນຂອງປະຊາຊົນອາຊຽນ, ປັບປຸງກົນໄກປະສານງານດ້ານຕ່າງໆ ຂອງປະເທດອາຊຽນ ບົນພື້ນຖານຂອງລະບຽບກົດໝາຍ ແລະ ບັນລຸເປົ້າໝາຍ, ວິໄສທັດ ທີ່ສະມາຊິກອາຊຽນຕັ້ງໄວ້ຮ່ວມກັນ. ສປປ ລາວ ໄດ້ຮັບຜົນປະໂຫຍດຈາກການຮ່ວມມື, ຮຽນຮູ້ຈາກການແລກປ່ຽນດ້ານຕ່າງໆ ກັບບັນດາປະເທດອາຊຽນປະກອບສ່ວນເຮັດໃຫ້ປະເທດພວກເຮົາມີຄວາມສະຫງົບ, ມີສະຖຽນລະພາບດ້ານການເມືອງ ແລະ ເອື້ອອຳນວຍໃຫ້ແກ່ການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສ້າງຄວາມເຂັ້ມແຂງໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງປະເທດພວກເຮົາ ໃຫ້ກ້າວສູ່ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ. ທ້າຍສຸດນີ້, ຂ້າພະເຈົ້າ ໃນນາມລັດຖະມົນຕີກະຊວງຍຸຕິທຳ ຂໍຖືໂອກາດນີ້ເຊີນຊວນສື່ມວນຊົນ ເປັນກະບອກສຽງໂຄສະນາການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ ຂອງອາຊຽນ ແລະ ຂອງ ສປປ ລາວ ໃຫ້ປະຊາຊົນ ແລະ ສັງຄົມເຂົ້າໃຈຍິ່ງຂຶ້ນ ແນໃສ່ປະກອບສວ່ນພັດທະນາເສດຖະກິດ-ສັງຄົມ, ສົ່ງເສີມວັດທະນະທຳອັນດີງາມຂອງອາຊຽນ ແລະ ສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນນີ້. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຖະແຫຼງຂ່າວ ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ
ກອງປະຊຸມຖະແຫຼງຂ່າວ ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ, ສປປ ລາວ.
https://www.moj.gov.la/lo/node/1376
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ຕຸລາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/10/2018
ລາຍການຄວາມຮູ້ທາງກົດໝາຍ 12/10/2018
https://www.moj.gov.la/lo/node/1377
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ຕຸລາ-2018ເລກທີຂອງເອກະສານ: 1 Video Link ການຄວາມຮູ້ທາງກົດໝາຍ 15/10/2018
ການຄວາມຮູ້ທາງກົດໝາຍ 15/10/2018
https://www.moj.gov.la/lo/node/1378
ໃນຕອນເຊົ້າຂອງວັນທີ 3 ຕຸລາ ປີ 2018 ເວລາ 8 ໂມງ : 30 ນາທີ ທີ່ຫ້ອງປະຊຸມພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດກອງປະຊຸມເຜີຍເເຜ່ດໍາລັດວ່າດວ້ຍ ການຊວ່ຍເຫຼືອທາງດ້ານກົດໝາຍ ໃຫ້ກຽດເປັນປະທານໂດຍ ທ່ານ ປທ. ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ພ້ອມດ້ວຍຄະນະ, ມີບັນດາຄະນະພະເເນກ, ຫົວໜ້າຂະເເໜງ, ຮອງຫົວໜ້າຂະເເໝງ, ພະນັກງານວິຊາການ, ບັນດາຫ້ອງການຍຸຕິທໍາເມືອງ ລະມາມ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 17 ທ່ານ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ເເມ່ນເພື່ອຮັບຟັງການເຜີຍເເຜ່ດໍາລັດຂອງລັດຖະບານວ່າດວ້ຍ ການຊ່ວຍເຫຼືອທາງດ້ານກົດໝາຍສະບັບເລກທີ 77/ລບ, ລົງວັນທີ28 ກຸມພາ 2018 , ຄໍາເເນາະນໍາຂອງລັດຖະມົນຕີກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ໃນພິທີດັ່ງກ່າວນີ້ ໄດ້ຮັບຟັງການລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດໃນໄລຍະ 1 ປີ ຜ່ານມາໃນວຽກງານຊວ່ຍເຫຼືອທາງດ້ານກົດໝາຍ, ໃຫ້ກຽດຂື້ນຜ່ານໂດຍ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະເເນກຍຸຕິທໍາເເຂວງ ຫຼັງຈາກໄດ້ຮັບຟັງການລາຍງານຈາກຄະນະພະເເນກຍຸຕິທໍາ, ຈາກນັ້ນ ທ່ານ ປທ. ວິກອນ ບຸນວິໄລ ປະທານກອງປະຊຸມກໍໄດ້ກ່າວຕໍ່ກອງປະຊຸມກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ຄິດຄ່າ ໃຫ້ເເກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການປົກປ້ອງພິເສດ, ຜູ້ກະທໍາຜິດທີ່ກົດໝາຍກໍານົດໄວ້ຕ້ອງໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ ເເມ່ຍິງ ເເລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນເເຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕໍ່ກັບບັນຫາດັ່ງກ່າວນີ້ ຖ້າຫາກມີບຸກຄົນຕ້ອງການທີ່ຈະປຶກສາ ທາງດ້ານກົດໝາຍ ຫຼື ຕ້ອງການຄວາມຊ່ວຍເຫຼືອທາງດ້ານກົດໝາຍ ພະນັກງານຜູ້ທີ່ຮັບຜິດຊອບຕ້ອງໄດ້ໃຫ້ຄວາມຊ່ວຍເຫຼືອຢ່າງເຕັມທີ່ ໂດຍບໍ່ໄດ້ຄິດຄ່າໃດໆທັງນັ້ນ ບໍ່ວ່າຈະເປັນການສະໜອງຂໍ້ມູນຂ່າວສານ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກກະສານ ການເປັນຜູ້ຕາງໜ້າໃນການດໍາເນີນຄະດີ ເເລະ ອື່ນໆ ຕາມທີ່ກົດໝາຍໄດ້ກໍານົດໄວ້. ນອກຈາກນີ້, ທ່ານປະທານ ກອງປະຊຸມກໍໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະເເມ່ນຂະເເໜງສົ່ງເສີມລະບົບຍຸຕິທໍາ ເເມ່ນໃຫ້ເລີ່ມຈັດຕັ້ງປະຕິບັດໂດຍທັນທີ ຕາມດໍາລັດສະບັບນີ້. ໃນຕອນທ້າຍ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກຮາກຖານ, ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ກ່າວສະເເດງຄວາມຂອບໃຈ ທີ່ທິມງານກົມສົ່ງເສີມລະບົບຍຸຕິທໍາ ໄດ້ໃຫ້ກຽດສະຫຼະເວລາອັນມີຄ່າ ເເລະ ໄດ້ນໍາເອົາດໍາລັດດັ່ງກ່າວລົງມາເຜີຍເເຜ່ເຖິງຂັ້ນທ້ອງຖິ່ນ ເເລະ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ຄິດຄ່າ. ໃນນີ້ກໍເພື່ອປົກປ້ອງສິດ ເເລະ ຜົນປະໂຫຍດຂອງ ຜູ້ທຸກຍາກ, ຜູ້ດ້ອຍໂອກາດ ເເລະ ຜູ້ອື່ນໆ ທີ່ກົດໝາຍໄດ້ກໍານົດໄວ້ ເເລະ ຈະນໍາເອົາເນື້ອໃນດັ່ງກ່າວນີ້ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີ. ນາງ ລັດດາວັນ ຄໍາພູມີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ໜັງສືພິມກົດໝາຍ เผยแพร่โดย ວາລະສານ ໜັງສືພິມ · 4 นาที · ກອງປະຊຸມເຜີ່ຍເເຜ່ດໍາລັດວ່າດວ້ຍ ການຊວ່ຍເຫຼືອທາງດ້ານກົດໝາຍ
ກອງປະຊຸມເຜີຍເເຜ່ດໍາລັດວ່າດວ້ຍ ການຊວ່ຍເຫຼືອທາງດ້ານກົດໝາຍ
https://www.moj.gov.la/lo/node/1379
ເພື່ອປະຕິບັດ ຕາມຫຼັກສູດການຮຽນ-ການສອນ ກົດໝາຍໄລຍະສັ້ນ 45 ວັນໃຫ້ການນໍາຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຂອງກະຊວງຍຸຕິທຳ ວາງອອກໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ ໃນວັນທີ 4 ຕຸລາ 2018 ນີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ - ການປົກຄອງແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ຜູ້ທີ່ສໍາເລັດ ການຝຶກອົບຮົມຍົກລະດັບຄວາມຮູ້ທາງດ້ານກົດໝາຍໄລຍະສັ້ນ 45 ວັນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍ່ແກ້ວ, ມີບັນດາການນໍາຂັ້ນແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ໂຮງຮຽນ - ໂຮງໝໍ ຕະຫຼອດຮອດນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມບຳລຸງກົດໝາຍໄລຍະສັ້ນ 45 ວັນໃນຄັ້ງນີ້ເປັນຊຸດທີ VII ຂອງແຂວງ ບໍ່ແກ້ວ, ມີນັກສຳມະນາກອນທັງໝົດ 45 ສະຫາຍ, ຍິງ 9 ສະຫາຍ ໃນນີ້ມາຈາກພະແນກການອ້ອມຂ້າງແຂວງ 26 ສະຫາຍ, ຍິງ 5 ສະຫາຍ, ມາຈາກເມືອງຫ້ວຍຊາຍ 6 ສະຫາຍ, ຍິງ 1 ສະຫາຍ, ມາຈາກກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 8 ສະຫາຍ, ຂົງເຂດລັດວິສາຫະກິດ, ໂຮງຮຽນ-ໂຮງໝໍ 5 ສະຫາຍ, ຍິງ 3 ສະຫາຍ ຊຶ່ງເລິ່ມປະຕິບັດການຮຽນ-ການສອນມາຕັ້ງແຕ່ຕົ້ນເດືອນ ສິງຫາ ຈົນເຖິງ ວັນທີ 4 ຕຸລາ 2018 ຈຶ່ງສຳເລັດ. ມີວິຊາຮຽນທັງໝັດ 28 ວິຊາ, ມີ 21 ໜ່ວຍກິດ, ມີ 315 ຊົ່ວໂມງ ແລະ ໃຊ້ເວລາຮຽນທັງໝົດ 45 ວັນ. ຜ່ານການຮຽນ-ການສອນ ຜົນປາກົດວ່ານັກສຳມະນາກອນທຸກສະຫາຍແມ່ນມີຄວາມຕັ້ງໃຈ, ເອົາໃຈໃສ່ປະຕິບັດກົດລະບຽບການຮຽນ-ການສອນຂອງຄູ-ອາຈານ ໄດ້ດີ ຊຶ່ງມັນສະແດງອອກໃນເວລາຮຽນ, ເວລາສອນ ແລະ ກວດກາແຕ່ລະວິຊາ ສາມາດຕີລາຄາຄິດໄລ່ເປັນເປີເຊັນໄດ້ຄື: ລະດັບຄວາມຮັບຮູ້ດີເລີດ ມີ 41 ສະຫາຍ, ຍິງ 9 ສະຫາຍ = 92% ແລະ ລະດັບຄວາມຮັບຮູ້ດີ ມີ 4 ສະຫາຍ, ຍິງ 0 = 8% . ສະຫາຍ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນຈົບການຮຽນຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ນັກສຳມະນາກອນ 45 ສະຫາຍ ພ້ອມທັງໄດ້ກ່າວວ່າ: ກ່ອນອື່ນໝົດຂໍຊົມເຊີຍ ບັນດາຄູ-ອາຈານ ແລະ ນັກສຳມະນາກອນທີ່ປະຕິບັດໃນການຮຽນ-ການສອນຕາມວັນເວລາ ແລະ ສຳເລັດຕາມຕາມແຜນການທີ່ກຳນົດໄວ້ ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສໍາມະນາກອນຈົ່ງເພີ່ມທະວີຄວາມເອົາໃຈຕໍ່ວິຊາທີ່ໄດ້ຮຽນໄປ ແລະ ເມື່ອເຫັນວ່າມັນບໍ່ສອດຄ່ອງກັບຫຼັກການໃນການປະຕິບັດຕາມຕົວຈິງ ກໍສາມາດນຳສະເໜີໃຫ້ພະແນກຍຸຕິທຳແຂວງ ເພື່ອຈະນຳໄປຄົ້ນຄວ້າ ແລະ ພິຈາລະນາປັບປຸງຕໍາລາການຮຽນ-ການສອນ ແລະ ທ່ານຍັງກ່າວອີກວ່າ ຢາກໃຫ້ບັນດາສະຫາຍ ນຳເອົາບົດຮຽນທີ່ໄດ້ຮຽນມາ ແລະ ຖອດຖອນໄດ້ໄປນໍາໃຊ້ເຂົ້າໃນວິຊາສະເພາະທີ່ຕົນເອງຮັບຜິດຊອບ ເພາະຫຼັກສູດການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນນີ້ ແມ່ນການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ ສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ ຍືດໝັ້ນໃນຫຼັກການທີ່ວ່າ ພັກນຳພາກຳອຳນາດຕາມກົດໝາຍ ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ຈຶ່ງຈຳເປັນຕ້ອງຍົກລະດັບບຳລຸງກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານຄຸ້ມຄອງຂັ້ນແຂວງ, ເມືອງ ໃຫ້ມີຄວາມເຂັ້ມແຂວງ ມີຄວາມຮູ້, ຄວາມສາມາດ ກຳໄດ້ຫຼັກມູນທິດສະດີ ຫຼັກການຂອງກົດໝາຍ ເພື່ອໄປໝູນໃຊ້ເຂົ້າໃນວຽກງານໃຫ້ປາກົດຜົນເປັນຈິງເທື່ອລະກ້າວ. ຂ່າວ-ພາບ: ອານົນ ໄພຍະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII
ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII.
https://www.moj.gov.la/lo/node/1380
ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2018 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໄດ້ຈັດຝຶກອົບຮົມວຽກງານທະບຽນສານ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຜູ້ຊີ້ນຳວຽກງານທະບຽນສານ, ມີບັນດາຄະນະພະແນກຍຸຕິທໍາແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ມີບັນດາຫົວໜ້າໜ່ວຍງານທະບຽນສານຈາກເມືອງ 3 ເມືອງ ຄື: ເມືອງຕົ້ນເຜິ້ງ, ເມືອງ ຜາອຸດົມ ແລະ ເມືອງ ປາກທາ ພ້ອມດ້ວຍວິຊາການພະແນກຍຸຕິທໍາແຂວງ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 7 ທ່ານ. ໃນພິທີຄະນະຮັບຜິດຊອບກໍໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າພະແນກຍຸຕິທໍາແຂວງ ສະບັບເລກທີ 349/ພຍ.ບກ, ລົງວັນທີ 12 ຕຸລາ 2018 ວ່າດ້ວຍ ການອະນຸມັດເປີດຊຸດຝືກອົບຮົມວຽກງານທະບຽນສານ ແລະ ຂໍ້ຕົກລົງ ສະບັບເລກທີ 351/ພຍ.ບກ, ລົງວັນທີ 12 ຕຸລາ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊຸດຝືກອົບຮົມວຽກງານທະບຽນສານ ໂດຍ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ        ຜູ້ຊີ້ນຳວຽກງານທະບຽນສານ ປະທານກອງປະຊຸມ ກໍໄດ້ໃຫ້ກຽດມີຄຳເຫັນ ແລະ ຄໍາໂອ້ລົມ ພ້ອມທັງກ່າວເປີດພິທີຝຶກອົບຮົມວຽກງານທະບຽນສານຢ່າງເປັນທາງການ. ໃນຊຸດຝຶກອົບຮົມຄັ້ງນີ້ ຜູ້ເຂົ້່າຮ່ວມຈະໄດ້ຝຶກຕົວຈິງ ກ່ຽວກັບວິທີການຮັບເອກະສານເຂົ້າມາກວດກາ ແລະ ຄົ້ນຄວ້າ, ເຕັກນິກການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ຫຼື ປະເພດສັນຍາຕ່າງໆ, ວິທີຈໍ້າຕາ, ວິທີຂຽນບິນຄ່າທໍານຽມ ແລະ ຄ່າບໍລິການ, ວິທີເກັບມ້ຽນເອກະສານສໍາເນົາ, ວິທີເຮັດບົດສະຫຼຸບ ແລະ ວິທີເຮັດໃບມອບເງິນຄ່າທໍານຽມ ແລະ ຄ່າບໍລິການ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ແລະ ແຈ້ງການ ຂອງຫ້ອງວ່າການແຂວງບໍ່ແກ້ວ ສະບັບເລກທີ 660/ຫວຂ.ບກ, ລົງວັນທີ 04 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານທະບຽນສານ, ກົດໝາຍວ່າດ້ວຍ ທະບຽນສານ ແລະ ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008 ວ່າດ້ວຍ ການເກັບຄ່າທໍານຽມ ແລະ ຄ່າບໍລິການ, ໝວດທີ 15 ມາດຕາ 47 ແລະ ມາດຕາ 77 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພິທີຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 2 ວັນ ແລະ ໄດ້ອັດລົງໃນວັນທີ 16 ຕຸລາ 2018. ຂ່າວ-ພາບ : ອານົນ ໄພະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ຈັດຝຶກອົບຮົມວຽກງານທະບຽນສານ ໃຫ້ໜ່ວຍງານທະບຽນສານຂັ້ນເມືອງ
ພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດຝຶກອົບຮົມວຽກງານທະບຽນສານ ໃຫ້ໜ່ວຍງານທະບຽນສານຂັ້ນເມືອງ.
https://www.moj.gov.la/lo/node/1381
ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ລະບຽບການຂອງພັກ ສະໄໝທີ 10 ສະນັ້ນໃນຕອນເຊົ້າຂອງວັນທີ 17 ຕຸລາ 2018 ຢູ່ທີ່ຫ້ອງປະຊຸມຊັ້ນສອງກະຊວງຍຸຕິທຳ ຈຶ່ງໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 4 ສະຫາຍ. ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອຮັບຟັງການບັນຍາຍເອກະສານກ່ຽວກັບຄຳສັ່ງເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຜີຍແຜ່ບົດແນະນຳຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 164/ຄບພ.ກຍ, ລົງວັນທີ 10 ສິງຫາ 2018, ບັນຍາຍເອກະສານກ່ຽວກັບການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະຜ່ານມາ, ບັນຍາຍເອກະສານກ່ຽວກັບຄຳສັ່ງເລກທີ 04/ກມສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ, ນະຄອນຫຼວງ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນຕະລາຍຕໍ່ພັກ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ນອກນັ້ນຍັງເປັນການຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ. ສະນັ້ນ, ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກມີຄວາມຈຳເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຝຶກອົບຮົມວຽກງານກໍ່ສ້າງພັກພະນັກງານ ໃຫ້ບັນດາຄະນະໜ່ວຍພັກປະທານສາມອົງການຈັດຕັ້ງມະຫາຊົນ
ຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ.
https://www.moj.gov.la/lo/node/1382
ໃນຕອນເຊົ້າຂອງວັນທີ 11 ຕຸລາ 2018 ຢູ່ທີ່ພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ຈັດພິທີປາຖະກາຖາ 3 ວັນປະຫວັດສາດທີ່ສຳຄັນຂອງຊາດ ເເລະ ເຜີຍແຜ່ 5 ເອກະສານສໍາຄັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກ, ຫົວໜ້າພະເເນກຍຸຕິທໍາເເຂວງ ເຊກອງ ມີບັນດາຫົວໜ້າຂະເເໜງ, ຮອງຫົວໜ້າຂະເເໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມທັງໝົດຈໍານວນ 29 ທ່ານ, ຍິງ 14 ທ່ານ. ໃນພິທີດັ່ງກ່າວໄດ້ມີການຜ່ານເອກະສານທີ່ສຳຄັນຈຳນວນໜຶ່ງ ໂດຍ ທ່ານ ນາງ ເຕືອນໃຈ ພູມິນຈັນ ຫົວໜ້າຂະເເໜງຈັດຕັ້ງພະນັກງານ ເເລະ ກວດກາ ໃນນັ້ນມີ ແຈ້ງການເເນະນໍາສະບັບເລກທີ 48/ຄອຂ.ຊກ ລົງວັນທີ 21 ກັນຍາ 2018 ເເລະ ເອກກະສານໃຫ້ຄໍາເເນະນໍາເພີ່ມເຕີມ ສະບັບເລກທີ 02/ຄອຂ, ລົງວັນທີ 21 ກັນຍາ 2018 ເພື່ອໂຄສະນາເຊື່ອມຊຶມປາຖະກາຖາວັນສຳຄັນຕ່າງໆທາງປະຫວັດສາດ ຈາກນັ້ນ ທ່ານ ໂພໄຊ ວົງສີຈັນ ຮອງຫົວໜ້າພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ສືບຕໍ່ຜ່ານເອກະສານເພື່ອລະນຶກວັນສາກົນ ເເລະ ສັບປະດາເເຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 31 ປີ ເເລະ 15 ປີ (17 ຕຸລາ 1987ື ຫາ17 ຕຸລາ 2018 ເເລະ 17-24 ຕຸລາ 2003 ຫາ 17-24 ຕຸລາ 2018) ເເລະ ວັນຄູເເຫ່ງຊາດ ຄົບຮອບ 24 ປີ (7 ຕຸລາ 1949 ຫາ 7 ຕຸລາ 2018) ເພື່ອລະນຶກເຖິງຄຸນງາມຄວາມດີຂອງນາຍຄູທີ່ມີຕໍ່ປະເທດຊາດ ເເລະ ພາລະກິດປະຕິວັດ. ຈາກນັ້ນ ໄດ້ສືບຕໍ່ຜ່ານເອກະສານ ກ່ຽວກັບວັນຊາດຂອງສາທາລະນະລັດປະຊາຊົນຈີນ ຄົບຮອບ 69 ປີ (1 ຕຸລາ 1949 ຫາ 1 ຕຸລາ 2018) ໂດຍ ທ່ານ ຄໍາມິ່ງ ໄຊຍະຈັກ ປະທານກວດກາ, ຮອງຫົວໜ້າພະເເນກຍຸຕິທໍາເເຂວງ. ໃນຕອນທ້າຍພິທີ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກ ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ສືບຕໍ່ຜ່ານເອກກະສານເສີມຂະຫຍາຍມູມເຊື້ອຂອງຊາດຂອງຄົນລາວ, ສັງຄົມມີຄວາມສາມັກຄີປອງດອງເເມ່ນບໍ່ເກີດເເຫ່ງກໍາລັງເເຮງຂອງການປົກປັກຮັກສາ ເເລະ ພັດທະນາປະເທດຊາດ, ການເເກ້ໄຂຄວາມທຸກຍາກ ເເລະ ວັນສໍາຄັນຕ່າງໆ ເເລະ ທ່ານກໍໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເເຕ່ລະວັນສໍາຄັນປະຫວັດສາດ ເພື່ອໃຫ້ຄົນລຸ້ນຫຼັງໄດ້ຈົດຈໍາເຖິງຜົນງານ, ຄຸນງາມຄວາມດີ ຄວາມສາມັກຄີປອງດອງ ທົ່ວພັກທົ່ວປວງຊົນລາວທັງຊາດ ເເລະ ເພື່ອລະນຶກເຖິງວັນສໍາຄັນຕ່າງໆຂອງເເຕ່ລະວັນສຳຄັນທາງປະຫວັດສາດ ໃຫ້ຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດຂອງຄົນລາວຕະຫຼອດໄປ. ຂຽນໂດຍ: ນາງ ລັດດາວັນ ຄໍາພູມີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງເຊກອງພິທີປາຖະກາຖາ 3 ວັນສໍາຄັນປະຫວັດສາດ
ພະແນກຍຸຕິທຳແຂວງ ເຊກອງ ຈັດພິທີປາຖະກາຖາ 3 ວັນປະຫວັດສາດທີ່ສຳຄັນ.
https://www.moj.gov.la/lo/node/1383
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ຕຸລາ 2018 ຢູ່ທີ່ຫໍວັດທະນາທໍາແຂວງ ຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຟອງ ອິນມານີ ກໍາມະການພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາຄະນະໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ແລະ ກ່າວເປີດພິທີໂດຍ ທ່ານຄໍາໜັ້ນ ວັນຄໍາ ຫົວໜ້າພະແນກຍຸຕິທໍາແຂວງ ຄະນະຊີ້ນໍາໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ມີບັນດາຫົວໜ້າພະແນກ, ອົງການທຽບເທົ່າ, ກອງບັນຊາການ ປກສ, ຄະນະເລຂາທິການສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ບັນດາທະນາຄານ, ລັດວິສາຫະກິດ,ໂຮງຮຽນ, ໂຮງໝໍ ອ້ອມຂ້າງແຂວງ ເຂົ້າຮ່ວມຈຳນວນ 264, ຍິງ 75 ຄົນ. ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍຄັ້ງນີ້ ເພື່ອເປັນການຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານນໍາພາຫຼັກແຫຼ່ງຂອງແຂວງ ໄດ້ຮັບຮູ້. ໂດຍສະເພາະແມ່ນ (ຂັ້ນຕອນການດໍາເນີນຄະດີຕາມຂະບວນການຍຸຕິທໍາ) ໃນພິທີ ທ່ານ ພັທ ອິນສົມ ທໍາລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງ ອົງການສືບສວນ-ສອບສວນ, ນອກນັ້ນ ທ່ານ ນາງ ວອນແສງ ບົວດອກທອງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີ ຢູ່ໃນຂັ້ນອົງການໄອຍະການປະຊາຊົນ ແລະ ທ່ານ ສົມພັນ ແພງສະຫວັດ ຫົວໜ້າຫ້ອງການສານປະຊາຊົນແຂວງ ປະທານຄະນະສານແພ່ງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີຂອງສານປະຊາຊົນ. ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີຕາມຂະບວນການຍຸຕິທໍາ. ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ຄໍາຟອງ ອິນມານີ ກໍາມະການປະຈໍາພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາຄະນະໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການເຜີຍແຜ່ກົດໝາຍວ່າ: ພວກເຮົາຢາກຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກ, ພວກເຮົາຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ກົດໝາຍລົງສູ່ພາກສ່ວນຊີວິດຂອງສັງຄົມ, ການທີ່ຈະເຮັດໃຫ້ກົດໝາຍລົງສູ່ຊີວິດສັງຄົມໄດ້ນັ້ນ ເຮົາຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ປຸກລະດົມໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຊື່ອມຊຶມຕໍ່ກົດໝາຍ ຈຶ່ງຈະເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍປາກົດຜົນເປັນຈິງຕາມແນວທາງນະໂຍບາຍຂອງພັກວາງອອກ ກົງກັນຂ້າມພວກເຮົາມີກົດໝາຍຫຼາຍສະບັບ ແຕ່ບໍ່ໄດ້ນຳມາເຜີຍແຜ່ໃຫ້ຫຼາຍພາກສ່ວນກໍຄືສັງຄົມໄດ້ຮັບຮູ້ ກໍຈະເປັນພຽງແຕ່ເຈ້ຍທີ່ບໍ່ມີຄຸນຄ່າຫຍັງໝົດ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກໃຫ້ພະນັງານ, ລັດຖະກອນທຸກຂັ້ນ ຈົ່ງເປັນແບບຢ່າງໃນການຈັດຕັ້ງປະຕິບັດກົດໝາຍ ເຄົາລົບສິດ ແລະ ຜົນປະໂຫຍດຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.  ຖ່າຍພາບ ແລະ ຂຽນຂ່າວ: ຄໍາຮຸ່ງ ກຸໂພຄໍາ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ແຂວງຫຼວງນໍ້າທາຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ
ແຂວງ ຫຼວງນໍ້າທາ ຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ.
https://www.moj.gov.la/lo/node/1384
ໃນວັນທີ 15 - 18 ຕຸລາ 2018 ນີ້ ກົມສົ່ງເສີມລະບົບຍຸຕິທໍາກະຊວງຍຸຕິທໍາ ຮ່ວມກັບອົງການມິດຕະພາບເມັນໂນນາຍປະຈໍາ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ ຄູຝຶກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ ແລະ ແຂວງ ວຽງຈັນ ຂື້ນຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ຫົວພັນ ໂດຍການເປັນປະທານຂອງທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ, ເປັນກຽດເຂົ້້າຮ່ວມຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາ ແຂວງ ຫົວພັນ ພ້ອມດ້ວຍຄູຝຶກທັງ 3 ແຂວງ ເຂົ້າຮ່ວມ. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມເຂັ້ມແຂງ, ຄວາມຊຳນິຊຳນານ ກ່ຽວກັບວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ແກ່ບັນດາຄູຝຶກ ທີ່ຈະສືບຕໍ່ຈັດຝຶກອົບຮົມໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຢູ່ບັນດາເມືອງ ແລະ ບ້ານຂອງແຂວງເປົ້າໝາຍ ໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ຄູຝຶກແຕ່ລະທ່ານຕ້ອງກຳໄດ້ທັກສະ, ເຕັກນິກ, ວິທີການ ແລະ ກຽມຄວາມພ້ອມໃນການເປັນຄູຝຶກຕໍ່ໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຢູ່ບັນດາເມືອງ ແລະ ບ້ານໃນແຂວງຂອງຕົນໃຫ້ໄດ້ຮັບຜົນດີ. ຂ່າວ-ພາບ: ພະແນກຍຸຕິທຳແຂວງຫົວພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກົມສົ່ງເສີມລະບົບຍຸຕິທໍາ ຈັດຝຶກອົບຮົມກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄູ່ຝຶກ 3 ແຂວງ
ກົມສົ່ງເສີມລະບົບຍຸຕິທໍາ ຈັດຝຶກອົບຮົມກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄູຝຶກ 3 ແຂວງ.
https://www.moj.gov.la/lo/node/1385
ໃນຕອນເຊົ້າຂອງວັນທີ 22 ຕຸລາ 2018 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດໄດ້ຈັດພິທີປະຖົມນິເທດນັກສຶກສາກົດໝາຍປີທີ 1 ສົກຮຽນ 2018-2019 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີບັນດາຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງພິທີປະຖົມນິເທດໃນຄັ້ງນີ້ ກໍເພື່ອເປັນການຕ້ອນຮັບນັກສຶກສາໃໝ່ໃຫ້ເຂົ້າມາເປັນສ່ວນໜຶ່ງຂອງສະຖາບັນຍຸຕິທຳແຫ່ງຊາດ, ການປະຖົມນິເທດກໍເປັນສ່ວນໜຶ່ງໃນການຮຽນ-ການສອນ ຊຶ່ງມີຄວາມຈຳເປັນຢ່າງພາວະວິໄສ ທີ່ຈະຕ້ອງໃຫ້ນັກສຶກສາທຸກຄົນ, ທຸກລະບົບໄດ້ຮູ້, ຈົດຈຳ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍບໍ່ຂຶ້ນກັບພາລະບົດບາດຖານະໃນສັງຄົມ, ບໍ່ຂຶ້ນກັບລູກເຈົ້າຫຼານນາຍ, ບໍ່ຈຳແນກເຜົ່າ, ເພດ ແລະ ໄວ, ໃຫ້ເຂົ້າໃຈວ່າຕ່າງກໍເປັນນັກສຶກສາ ແລະ ຕ້ອງປະຕິບັດລະບຽບຂອງສະຖາບັນຍຸຕິທຳ. ສະຖາບັນຍຸຕິທຳແຫ່ງຊາດ ເປັນສະຖານທີ່ການສຶກສາໜຶ່ງມີຖານະທຽບເທົ່າກັບກົມ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງຍຸຕິທຳ, ມີພາລະບົດບາດເປັນເສນາທິການໃຫ້ກະຊວງຍຸຕິທຳ ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳທັງສາມພາກ, ເປັນສູນກາງທັງດ້ານການກໍ່ສ້າງນັກວິຊາການດ້ານກົດໝາຍ (ຊັ້ນຕົ້ນ, ຊັ້ນສູງ ແລະ ຕໍ່ເນື່ອງປະລິນຍາຕີ) ສ່ວນຫຼັກສູດການຮຽນ-ການສອນ ແມ່ນຂຶ້ນກັບກະຊວງສຶກສາທິການ ແລະ ກິລາ. ເພື່ຶອຮັບປະກັນຄຸນນະພາບການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຕາມ 10 ມາດຕະຖານ ແລະ 50 ຕົວຊີ້ວັດ ໃນການຄຸ້ມຄອງບໍລິຫານນັກສຶກສາໃຫ້ເປັນເອກະພາບໃນທົ່ວປະເທດ ແລະ ເຊື່ອມໂຍງສາກົນ ແລະ ພາກພື້ນ. ສະນັ້ນ, ໃນປີນີ້ສະຖາບັນຍຸຕິທຳແຫ່ງຊາດ ຈະໄດ້ປະເມີນຄຸນນະພາບ ໂດຍອີງໃສ່ມາດຕະຖານເຊັ່ນ: ວິໄສທັດ, ພາລະກິດ,ຈຸດໝາຍ, ການຄຸ້ມຄອງເປັນແນວໃດ, ບຸກຄະລາກອນ, ຫຼັກສູດ, ປະສິດທິຜົນການຮຽນ-ການສອນ ແລະ ອື່ນໆ ທີ່ໄດ້ກຳນົດໄວ້ ເພື່ອຊອກໃຫ້ເຫັນສິ່ງຄົງຄ້າງ ທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ ແລະ ສິ່ງທີ່ດີທີ່ຄວນເຮັດໃນອະນາຄົດ. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີປະຖົມນິເທດ ນັກສຶກສາກົດໝາຍປີທີ 1 ສົກຮຽນ 2018-2019
ພິທີປະຖົມນິເທດ ນັກສຶກສາກົດໝາຍປີທີ 1 ສົກຮຽນ 2018-2019
https://www.moj.gov.la/lo/node/1386
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ຕຸລາ-2018ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 21/10/2018
ລາຍການເພື່ອສັງຄົມຍຸຕິທຳ 21/10/2018
https://www.moj.gov.la/lo/node/1387
ໃນວັນທີ 16 ຕຸລາ 2018 ທີ່ຫ້ອງປະຊຸມພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ອ້ວນຄໍາ ທຸງໄຊ ກຳມະການພັກເເຂວງ, ຫົວໜ້າຄະນະຈັດຕັ້ງເເຂວງ ຊີ້ນໍາວຽກງານຈັດຕັ້ງພະນັກງານ, ມີ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກຮາກຖານພະເເນກຍຸຕິທໍາ, ຫົວໜ້າພະເເນກຍຸຕິທໍາເເຂວງ, ເເຂກທີ່ຖືກເຊີນຈາກໜ່ວຍພັກອ້ອມຂ້າງເເຂວງ ພ້ອມດ້ວຍສະມາຊິກພັກສົມບູນ, ສະມະຊິກພັກສໍາຮອງ ເຂົ້າຮ່ວມທັງໝົດຈໍານວນ 31 ສະຫາຍ, ຍິງ 13 ສະຫາຍ. ໃນພິທີດັ່ງກ່າວນີ້ ທ່ານ ກາວິນ ເເກ້ວຈັນທະວົງ ຫົວໜ້າຂະເເໜງກໍ່ສ້າງພັກ ໃຫ້ກຽດຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມະຊິກພັກສໍາຮອງຂື້ນເປັນສົມບູນ ໂດຍອີງຕາມມະຕິຕົກລົງສະບັບເລກທີ 650/ຄຈພຂ/, ລົງວັນທີ 02/10/2018 ເເລະ ມະຕິຕົກລົງສະບັບເລກທີ 651/ຄຈພຂ, ລົງວັນທີ 02/10/2018 ຊຶ່ງປະກອບມີ 2 ສະຫາຍຄື: ສະຫາຍ ບົວສີ ພິມມະວົງ, ສະຫາຍ ນາງ ມະນີດາ ເລຫວຽດມ່ວງ. ຊຶ່ງໄດ້ຜ່ານການຕິດຕາມຈາກສະມາຊິກພັກສົມບູນ ໃນໄລຍະຜ່ານມາເປັນເວລາ 12 ເດືອນ ເຫັນໄດ້ວ່າພວກສະຫາຍເເມ່ນໄດ້ປະຕິບັດລະບຽບຂອງພັກວາງອອກຢ່າງຖືກຕ້ອງ ເເລະ ຄົບຖ້ວນ. ຈາກນັ້ນ, ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວພັກພະເເນກຍຸຕິທໍາ, ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ ມີຄໍາເຫັນ ເເລະ ຢັ້ງຢືນຮັບເອົາສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ. ໃນຕອນທ້າຍຂອງພິທີ ທ່ານ ອ້ວນຄຳ ທຸງໄຊ ກຳມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກຫຼາຍບັນຫາເປັນຕົ້ນການປະຕິບັດລະບຽບພັກ ແລະ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນ 5 ຄຸນທາດການເມືອງຂອງພັກຄື: 1. ພັກປະຊາຊົນປະຕິວັດລາວຍຶດໝັ້ນລັດທິມາກ-ເລນິນ; 2. ພັກປະຊາຊົນປະຕິວັດລາວຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ; 3. ພັກປະຊາຊົນປະຕິວັດລາວຖືເອົາຄວາມສາມັກຄີເປັນປຶກແຜ່ນ, ເປັນຫຼັກການຟື້ນຖານຂອງພັກ; 4. ພັກປະຊາຊົນປະຕິວັດລາວຖືເອົາປະຊາຊົນເປັນກົກ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່; 5. ພັກປະຊາຊົນປະຕິວັດລາວຖືເອົາການຕິຊົມຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ. ນອກຈາກນັ້ນ, ສະມາຊິກພັກຕ້ອງເປັນແບບຢ່າງໃນສິ່ງທີ່ດີ, ກຳແໜ້ນໜ້າທີ່ຂອງສະມາຊິກພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕເປັນຫຼັກ, ມີສະຕິລະວັງຕົວຕ້ານທຸກກົນອຸບາຍຂອງສັດຕູທີ່ຫັນປ່ຽນໂດຍສັນຕິວິທີ. ຂຽນໂດຍ: ນາງ ລັດດາວັນ ຄໍາພູມີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ໜ່ວຍພັກຮາກຖານພະເເນກຍຸຕິທໍາເເຂວງເຊກອງ ໄດ້ເປີດພິທີເລື່ອນສະມາຊິກສໍາຮອງຂື້ນເປັນສະມາຊິກພັກສົມບູນ
ໜ່ວຍພັກຮາກຖານພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ.
https://www.moj.gov.la/lo/node/1388
ພິທີເຜີຍແຜ່ ແລະ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2018 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ຫົວພັນ. ໂດຍການເຂົ້າຮ່ວມຂອງທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຫົວພັນ ມີທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າພະແນກການ ເລຂາ ຄະນະພັກກຸ່ມບ້ານ ນາຍບ້ານ 12 ໝູ່ບ້ານເທດສະບານເຂົ້າຮ່ວມຮັບຟັງນໍາສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີ ດໍາລັດສະບັບເລກທີ 77 ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ຄໍາແນະນໍາສະບັບເລກທີ 1077 ລົງວັນທີ 3 ກັນຍາ 2018 ຂອງລັດຖະມົນຕີກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງປະຕິບັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີ່ມລະບົບຍຸຕິທຳໄດ້ສະເໜີ. ຈຸດປະສົງຂອງການລົງເຜີຍແຜ່ດຳລັດ, ຄໍາແນະນໍາ ໃນຄັ້ງນີ້ເພື່ອກໍານົດຫຼັກການ, ລະບຽບການ, ຕິດຕາມກວດກາວຽກງານຊ່ວຍເຫຼືອທາງດ້ານກົດ ໝາຍເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ມີຄວາມສະເໝີພາບຂອງພົນລະເມືອງ ການບໍລິການທາງດ້ານກົດໝາຍໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ທ່ານຍັງໄດ້ເນັ້ນໜັກຕື່ມ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງຍຸຕິທໍາໃຫ້ປະກົດຜົນເປັນຈິງ, ມີຈຸດສຸມ, ຖືກທິດທາງ, ມີປະສິດທິຜົນ ແລະ ມີຄວາມເປັນເອກະພາບສູງນັ້ນ ກະຊວງ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ພະແນກຍຸຕິທໍາແຂວງ, ເມືອງ, ສະພາທະນາຍຄວາມ ຕ້ອງບໍລິການທາງດ້ານກົດໝາຍໃຫ້ແກ່ປະຊາຊົນກໍ່ຄືສັງຄົມຢ່າງເທົ່າທຽມກັນ. ພ້ອມກັນນັ້ນພະແນກຍຸຕິທຳແຂວງ ຫົວພັນ ກໍໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຢ່າງເປັນທາງການ ເປັນກຽດເປີດປ້າຍຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໂດຍແມ່ນ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້້າແຂວງ ຫົວພັນ ໂດຍມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພະຍານນຳ. ຂ່າວ-ພາບ: ພວງເພັດ ເພັດຍາວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາເຜີຍແຜ່ດໍາລັດຄໍາແນະນໍາການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ
ກະຊວງຍຸຕິທໍາເຜີຍແຜ່ດໍາລັດ, ຄໍາແນະນໍາການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ.
https://www.moj.gov.la/lo/node/1389
ໃນວັນທີ 17 ຕຸລາ 2018 ນີ້. ຫ້ອງການຍຸຕິທຳເມືອງ ຫົວເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ຫົວເມືອງ ແຂວງ ຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກເມືອງ ເຈົ້າເມືອງ ຫົວເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວຜູ້ເຂົ້າຮ່ວມກໍໄດ້ຮັບຟັງການສະຫຼຸບລາຍງານສະພາບຂອງການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນຊຸດທີ I ປະຈຳປີ 2018. ຊຶ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມກົດໝາຍ ໃນຄັ້ງນີ້ທັງນີ້ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ບັນດາຫ້ອງການອ້ອມຂ້າງເມືອງ, ກົມກອງທະຫານ, ຕຳຫຼວດ. ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 32 ທ່ານ, ຍິງ 11 ທ່ານ. ສຳລັບຫຼັກສູດການຮຽນ - ການສອນທັງໝົດມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ. ຜ່ານການຄົ້ນຄວ້າຮໍ່າຮຽນໄດ້ເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາເນື້ອໃນກົດໝາຍນັບມື້ຫຼາຍຂຶ້ນ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຂັ້ນນຳຂອງເມືອງ. ໃນພິທີ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໃຫ້ກຽດມອບໃບຍັ້ງຢຶນໃຫ້ແກ່ນັກຝຶກອົບຮົມຈຳນວນ 32 ທ່ານ, ຍິງ 11 ທ່ານ ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ທ່ານກໍຍັງໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມຕື່ມອີກ ຊຶ່ງກ່ອນອື່ນໝົດຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານທີ່ໄດ້ເອົາໃຈໃສ່ໃນການຊີ້ນຳ - ນຳພາຄົ້ນຄວ້າ, ສິດສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກຝຶກອົບຮົມກໍໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຕະຫຼອດໄລຍະ 45 ວັນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍກັບຄືນສູ່ຫ້ອງການ, ກົມກອງຂອງຕົນ, ຕ້ອງນຳເອົາບົດຮຽນ, ຄວາມຮູ້ຄວາມສາມາດດ້ານກົດໝາຍທີ່ໄດ້ສຶກສາຮໍ່າຮຽນມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ ແລະ ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນດີຂຶ້ນເລື້ອຍໆ. ໂດຍ: ພວງເພັດ ເພັດຍາວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ
ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ ແຂວງ ຫົວພັນ.
https://www.moj.gov.la/lo/node/1390
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 01-ພະຈິກ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 28/10/2018
ລາຍການເພື່ອສັງຄົມຍຸຕິທຳ 28/10/2018
https://www.moj.gov.la/lo/node/1391
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 01-ພະຈິກ-2018ເລກທີຂອງເອກະສານ: 1 Video Link ການຄວາມຮູ້ທາງກົດໝາຍ 31/10/2018
ການຄວາມຮູ້ທາງກົດໝາຍ 31/10/2018
https://www.moj.gov.la/lo/node/1392
ໃນຕອນເຊົ້າຂອງວັນທີ 1 ພະຈິກ 2018 ກົມໂຄສະນາເຜີຍແຜ່ກົດໝາຍໄດ້ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ ເຊີ່ງໄດ້ເປີດຂຶ້ນຢູ່ໂຮງແຮມລັດສະເໝີ ພລາຊາ ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ຣິຊາດ ຣິດສ ຄະນະກໍາມະການຄຸ້ມຄອງໂຄງການໄລ ຫົວໜ້າອົງການບ້ານຈຸດສຸມສາກົນ, ມີບັນດາຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຄະນະຮັບຜິດຊອບ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 70 ທ່ານ. ໃນກອງປະຊຸມທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາໄດ້ຂຶ້ນລາຍງານສະພາບລວມຂອງການຈັດຕັ້ງປະຕິບັດກິດຈະກໍາທັງໝົດໃນໄລຍະຜ່ານມາ, ໃນຕົ້ນປີ 2017 ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ເຄື່ອນໄຫວສ້າງເອກະສານ ແລະ ເຄື່ອງມືຮັບໃຊ້ໃຫ້ແກ່ການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ຊຶ່ງເປັນຫົວຂໍ້ຝຶກອົບຮົມໜຶ່ງທີ່ສຳຄັນຕໍ່ກັບຜູ້ທີ່ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ສູນກາງ ແລະ ທ້ອງຖິ່ນໂດຍເລັ່ງໃສ່ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບວິຊາການກົດໝາຍຂັ້ນແຂວງ, ຂັ້ນເມືອງໄດ້ມີທັກສະ, ຄວາມຮູ້ ແລະ ຮູ້ນຳໃຊ້ເຄື່ອງມືທີ່ຫຼາກຫຼາຍເຂົ້າໃສ່ໃນການຝຶກອົບຮົມດ້ານກົດໝາຍ ເພື່ອນຳໄປຈັດຊຸດຝຶກອົບຮົມ, ເຜີຍແຜ່ຕໍ່ໃຫ້ປະຊາຊົນຢູ່ຂັ້ນບ້ານ. ທັ້ງນີ້, ເພາະວ່າໄລຍະຜ່ານມາກໍຄືປັດຈຸບັນຢູ່ຮາກຖານປະຊາຊົນຈຳນວນໜຶ່ງຍັງບໍ່ທັນເຂົ້າເຖິງກົດໝາຍທັ້ງໆທີ່ລັດເຮົາມີກົດໝາຍຈຳນວນຫຼາຍສົມຄວນເພື່ອປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງໄວ້ແລ້ວ ກໍຍ້ອນຍັງມີບາງເຂດ, ບາງຈຸດທີ່ປະຊາຊົນບໍ່ທັນເຂົ້າເຖິງກົດໝາຍ ແລະ ພະນັກງານໂຄສະນາເຜີຍແຜ່ກົດໝາຍກໍຍັງບໍ່ທັນເຂົ້າເຖິງປະຊາຊົນໃນເຂດດັ່ງກ່າວ ຊຶ່ງມີຫຼາຍເງື່ອນໄຂ ແລະ ສາເຫດບໍ່ເອື້ອອຳນວຍ ໜຶ່ງໃນນັ້ນແມ່ນນັກໂຄສະນາເຜີຍແຜ່ກົດໝາຍມີຈຳນວນຈຳກັດ ແລະ ບໍ່ໄດ້ຜ່ານການຝຶກອົມຮົມ, ກົມໂຄສະນາເຜີຍແຜ່ກົດໝາຍ ເຫັນວ່າປັດຈຸບັນ ແລະ ອະນາຄົດ ຈະຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານໂຄສະນາເຜີຍແຜ່ກົດໝາຍ ໂດຍສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍໃນທ້ອງຖິ່ນທາງດ້ານປະລິມານ ແລະ ຄຸນນະພາບ. ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພາຍໃຕ້ການຊ່ວຍເຫຼືອດ້ານຕ່າງໆຂອງໂຄງການໄລ ຈຶ່ງໄດ້ມີແຜນສ້າງເອກະສານ ເພື່ອເປັນຄູ່ມືຮັບໃຊ້ໃຫ້ແກ່ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຂັ້ນເມືອງ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ.  ການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳໃນໄລຍະຜ່ານມາ ກົມໂຄສະນາເຜີຍແຜ່ກົດໝາຍໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຂອງໂຄງການໄລເຄື່ອນໄຫວຈັດຕັ້ງປະຕິບັດແຜນສ້າງຄວາມເຂັ້ມແຂງໃຫ້ຂັ້ນທ້ອງຖິ່ນໄດ້ຈັດຕັ້ງປະຕິບັດກິດຈະກຳ ມີດັ່ງນີ້:  1. ໄດ້ຮ່າງເອກະສານປະກອບການຝຶກອົບຮົມຂັ້ນພື້ນຖານ ມີເນື້ອໃນດັ່ງນີ້: ເອກະສານປະກອບການຝຶກອົບຮົມປະກອບ ມີ 02 ຢ່າງຄື: ກ) ການສະເໜີ, ຂ) ເນື້ອໃນ ແລະ ທັກສະປະກອບມີຄວາມຮັບຮູ້ພື້ນຖານກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ, 10 ຊ່ອງທາງໃນການເຂົ້າເຖິງກົດໝາຍຂອງ ສປປ ລາວ, ອົງການຈັດຕັ້ງອື່ນໆທີ່ປະຊາຊົນສາມາດຮ້ອງຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍ; 2. ໄດ້ເປີດກອງປະຊຸມລະດົມຄວາມຄິດເຫັນຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ໃນຄັ້ງວັນທີ 29 ພະຈິກ 2017 ຢູ່ ທີ່ສະໂມສອນກະຊວງຍຸຕິທຳ; 3. ຈັດຊຸດຝຶກອົບຮົມທົດລອງຢູ່ສູນກາງ ແລະ ທ້ອງຖິ່ນຄື: - ຈັດຝຶກອົບຮົມທັກສະໃຫ້ພະນັກງານເປັນຄູຝຶກຂັ້ນສູນກາງ ໂດຍສະເພາະພະນັກງານກົດໝາຍທີ່ຮັບຜິດຊອບວຽກງານໂຄສະນາເຜີຍແຜ່ກົດໝາຍ ຈຳນວນ 06 ທ່ານ, ຍິງ 1 ທ່ານ; - ຈັດທົດລອງຝຶກອົບຮົມໃຫ້ພະນັກງານທ້ອງຖິ່ນ ຂັ້ນແຂວງ- ຂັ້ນເມືອງ ການຝຶກອົບຮົມແມ່ນຈັດຂຶ້ນ ສອງ ຄັ້ງທີ່ຕ່າງແຂວງ, ຄັ້ງທີໜຶ່ງແມ່ນຈັດຢູ່ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລະ ຄັ້ງທີທີສອງແມ່ນຈັດຂຶ້ນຢູ່ພາກເໜືອຢູ່ ເມືອງ ແບງ ແຂວງ ອຸດົມໄຊ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຝືກອົບຮົມໄດ້ສໍາເລັດ.  ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມ
ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ
https://www.moj.gov.la/lo/node/1393
ໂດຍປະຕິບັດຕາມການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1753/ຫສນຍ,ກໝ, ລົງວັນທີ 10 ພະຈິກ 2016 ໄດ້ເຫັນດີໃຫ້ກະຊວງຍຸຕິທຳເປີດນຳໃຊ້ແອັບກົດໝາຍ ແລະ ແອັບຄຳສັບກົດໝາຍ ພ້ອມເປີດນຳໃຊ້ແອັບກົດໝາຍ ຢ່າງເປັນທາງການໃນວັນທີ 5 ທັນວາ 2016 ຊຶ່ງແອັບດັ່ງກ່າວແມ່ນຢູ່ພາຍໃຕ້ການຄຸ້ມຄອງ ແລະ ການພັດທະນາຂອງກະຊວງຍຸຕິທຳ ແລະ ໃນຕອນເຊົ້າຂອງວັນທີ 2 ພະຈິກ 2018 ຢູ່ທີ່ໂຮງແຮມດອນຈັນພຣາເລດ ໄດ້ຈັດພິທີເປີດໂຕແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ຂຶ້ນ ໂດຍພາຍໃຕ້ການໃຫ້ກຽດ ເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຄໍລິນ ກັອດສບີ ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ຈາກບັນດາກະຊວງ ອົງການທຽບເທົ່າອ້ອມຂ້າງສູນກາງ, ຫົວໜ້າໂຄງການລູນາ II ພ້ອມດ້ວຍທ່ານຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານປະທານກໍໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງແອັບກົດໝາຍລາວໃນການພັດທະນາ ແລະ ການປັບປຸງ (version 3) ຊຶ່ງອີງໃສ່ ແອັບ (version 1) ແລະ (version 2) ແມ່ນເຫັນວ່າຍັງບໍ່ທັນຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ເພາະວ່າແອັບ (version 1) ແລະ (version 2) ແມ່ນສາມາດຊອກໄດ້ແຕ່ສະເພາະກົດໝາຍເທົ່ານັ້ນ. ສະນັ້ນ ກະຊວງຍຸຕິທຳ ຈຶ່ງໄດ້ມີການພັດທະນາ ແລະ ປັບປຸງແອັບ (version 3) ຂຶ້ນ. ແອັບກົດໝາຍລາວ (version 3) ແມ່ນແຫຼ່ງເກັບກຳຂໍ້ມູນທາງດ້ານກົດໝາຍ, ບັນດານິຕິກຳລຸ່ມກົດໝາຍ ທີ່ສາມາດຕອບສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງ ໄດ້ຈາກທຸກບ່ອນ, ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໝັ້ນໃຈຕໍ່ກັບຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ. ການນຳໃຊ້ແອັບດັ່ງກ່າວແມ່ນໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄວາມໝາຍຄວາມສຳຄັນຂອງຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດນຳໄປປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ປະສົບຜົນເປັນຈິງ. ນອກຈາກນັ້ນ, ຍັງມີຄວາມສະດວກໃຫ້ແກ່ພົນລະເມືອງລາວບໍ່ວ່າຈະຢູ່ໃສ ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳ ໂດຍຜ່ານໂທລະສັບມືຖືໄດ້. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີເປີດໂຕແອັບກົດໝາຍລາວ (version 3)
ພິທີເປີດໂຕແອັບກົດໝາຍລາວ (version 3)