url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/1068
ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະຊາຊົນ​ລາວ ທີ່ໝູນວຽນມາ​ບັນຈົບ​ ຄົບຮອບ 69 ປີ (ວັນ​ທີ 20 ມັງກອນ 1949-20 ມັງກອນ 2018) ດັ່ງ​ນັ້ນ​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 29 ມັງກອນ 2018 ທ່າ​ນນາງ​ ດວງ​ມະນີ ​ລາວ​ມາວ ກຳມະການຄະນະ​ບໍລິຫານ​ງານ​ພັກ​ກະຊວງ​, ປະທານ​ສະຫະພັນ​ແມ່ຍິງ ກະຊວງ​ຍຸຕິ​ທຳ ​ໄດ້​ນຳພາ​ເອື້ອຍ​ນ້ອງ​ແມ່ຍິງ​ຂອງ​ກະຊວງ​ຍຸຕິ​ທຳ, ໄປ​ມອບ​ປື້​ມກົດໝາຍ​ ຈຳນວນ 10 ຊຸດ, ​ເງິນສົດ ຈຳນວນ 3 ລ້ານ​ກີບ ​ແລະ ​ເຄື່ອງ​ອຸປະ​ໂພ​ກຈຳນວນໜຶ່ງ ລວມມູນ​ຄ່າ 6,700,000 ກີບ ໃຫ້​ແກ່​ອ້າຍ​ນ້ອງ​ທະຫານ ກອງພັນ​ຂົນ​ສົ່ງ 401  ທີ່ບ້ານໜອງພະຍາ, ​ເມືອງ​ໄຊ​ທານີ, ນະຄອນຫຼວງວຽງຈັນ.      ຊື່​ງກ່າວຮັບ​​ໂດຍ​ທ່ານ​ ພັທ ຄຳ​ສອນ ຂັນທະ​ຈັກ ຫົວໜ້າຫ້ອງການ​ການ​ເມືອງ ກອງພັນ​ຂົນ​ສົ່ງ 401 ມີ​ພະນັກງານ​, ນາຍ ​ແລະ ພົນທະຫານທັງ​ສອງ​ຝ່າຍ​ຮ່ວມ​ເປັນ​ສັກຂີ​ພິຍານ.      ​ໃນ​ໂອກາດ​ດັ່ງກ່າວ ທ່ານ ພັທ ຄຳ​ສອນ ຂັນທະ​ຈັກ ຫົວໜ້າຫ້ອງການ​ການ​ເມືອງ ກອງພັນ​ຂົນ​ສົ່ງ 401  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ຕໍ່​ກັບທາງ​ສະຫະພັນ​ແມ່ຍິງ​ກະຊວງ​ຍຸຕິ​ທຳ ທີ່​ຍາມ​ໃດ​ກໍ​ຍັງ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ອ້າ​ຍນ້ອງ​ນັກຮົບ  ​ແລະ ນຳ​ເອົາ​ປື້​ມກົດໝາຍມາ​ມອບ​ໃຫ້​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ປະຕິບັດໜ້າທີ່​ວຽກງານ ​ໂດຍ​ສະ​ເພາະ​ແມ່ນ​ການ​ຫັນ​ການ​ຄຸ້ມ​ຄອງ​ຊີ້​ນຳ-ບັນຊາ ຖັນ​ແຖວ​ນັກຮົບ ​ເຂົ້າ​ສູ່​ກົດໝາຍ​ເທື່ອ​ລະ​ກ້າວ ທ່ານ​ໄດ້​ເນັ້ນໜັກ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້ ໄປໝູນ​ໃຊ້​ເຂົ້າ​ໃນການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ວຽກງານຂອງ​ຕົນໃຫ້​ເກີດ​ຜົນ​ປະ​ໂຫຍດສູງ​ສຸດ.      ຈາກ​ນັ້ນ​ທັງ​ສອງ​ພາກສ່ວນກໍ​​ໄດ້ຮ່ວມ​ກັນ​​ແຂ່ງຂັນ​ກິລາ​ເປ​ຕັງ​ເພື່ອ​ສ້າງ​ຄວາມ​ສາມັກຄີຮັກ​ແພງ ຊົມ​ເຊີຍ ​ແລະ ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ກອງທັບ​ປະຊາຊົນ​ລາວ ຊຶ່ງ​ບັນຍາກາດການ​ພົບ​ປະ ​ແລະ ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມເບີກບານ​ມ່ວນ​ຊື່ນ. ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ: ສົມ​ຫັວງ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆ
ສະຫະພັນແມ່ຍິງ ກະຊວງຍຸຕິທຳ ມອບປື້ມກົດໝາຍໃຫ້ແກ່ກອງພັນຂົນສົ່ງ 401
https://www.moj.gov.la/lo/node/1069
ໃນຕອນບ່າຍຂອງວັນທີ່ 26 ມັງກອນ 2018 ຜ່ານມາ ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ມີການຈັດພິທີປິດຊຸດຝຶກອົບຮົມວຽກງານທະບຽນສານໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ , ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕະຫຼອດຮອດນັກຝຶກອົບຮົມ ແລະ ຄູອາຈານເຂົ້າຮວ່ມຢ່າງພ້ອມພຽງ.       ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ  ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ  ໄດ້ຂື້ນຜ່ານບົດສະຫຼຸບການຝຶກອົບຮົມ, ເຊີ່ງການຝຶກອົບຮົມໃນຄັ້ງນີ້ແມ່ນດຳເນີນແຕ່ວັນ 22-26 ມັງກອນ 2018 ມີສຳມະນາກອນເຂົ້າຮວ່ມຝຶກອົບຮົມທັງໝົດ 68 ທ່ານ, ຍິງ 17 ທ່ານ ຕະຫຼອດລະຍະການຝຶກອົບຮົມ ສຳມະນາກອນທຸກຄົນກໍໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນ, ປະກອບຄຳຄິດຄຳເຫັນ ແລະ ແລກປຽ່ນບົດຮຽນຕົວຈິງ ຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ກັບວຽກງານທະບຽນສານ ເປັນຕົ້ນການຄົ້ນຄ້ວາ ແລະ ກວດກາເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ສາມາດໃຫ້ຄຳປຶກສາທາງດ້ານກົດໝາຍກ່ຽວກັບວຽກງານທະບຽນສານໃຫ້ແກ່ຜູ້ໃຊ້ບໍລິການໄດ້ເປັນຢ່າງດີ, ຫຼັງຈາກນັ້ນກໍ່ໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ໂດຍການໃຫ້ກຽດມອບຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ.       ໃນໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີດັ່ງກ່າວ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມດັ່ງກ່າວ ແລະ ທ່ານໄດ້ເນັ້ນໜັກໃຫ້ນັກສຳມະນາກອນທຸກຄົນ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປະກົດຜົນເປັນຈິງ. ຂ່າວ: ອ່ອນຄຳ ໄຊຍະວົງ ພາບ ສົມຫວັງ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປິດຊຸດຝຶກອົບຮົມວຽກງານທະບຽນສານ
ພິທີປິດຊຸດຝຶກອົບຮົມວຽກງານທະບຽນສານ
https://www.moj.gov.la/lo/node/1070
ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ(ນ້ຳ​ຖ້ວມ) ​ໃນ​ລະຫວ່າງ​ທ້າຍ​ເດືອນ ​ກໍລະກົດ ຫາ ຕົ້ນ​ເດືອນ ​ສິງຫາ 2017 ຜ່ານ​ມາ ຢູ່​ບັນດາ​ແຂວງ​ພາກ​ເໜືອ, ພາກ​ກາງ ​ແລະ ພາກ​​ໃຕ້ ຂອງ ສປປ ລາວ, ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າຂອງ​ວັນ​ທີ່ 26 ມັງກອນ 2018 ທີ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ໄດ້​ຈັດ​ພິທີມອບ​​ເງິນທີ່​ໄດ້ຮັບ​ຈາກ​ການ​ຮ່ວມ​ໃຈຂອງ​ພະນັກງານ-ລັດຖະກອນ​ທົ່ວ​ກະຊວງ​ຍຸຕິ​ທຳ ຈຳນວນ ​3 ລ້ານ​ກີບ, ຊຶ່ງ​ຕາງໜ້າມອບ​ໂດຍ​ທ່ານ ຄຳ​ພູ ທິລະ​ກຸນ ຮອງ​ຫົວໜ້າຫ້ອງການ ກະຊວງ​ຍຸຕິ​ທຳ​  ​​ກ່າວ​ຮັບ​ໂດຍ​ທ່ານ ປະສົງ ວົງ​ຄຳ​ຈັນ ຫົວໜ້າກົມສັງຄົມ​ສົງ​ເຄາະ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ມີ​ພະນັກງານ​ທັງ​ສອງ​ຝ່າຍ​​ເຂົ້າ​ຮວ່ມ​ເປັນ​ສັກຂີ​ພິຍານ.      ​ໃນ​ໂອກາດ​ດັ່ງກ່າວທ່ານ ປະສົງ ວົງ​ຄຳ​ຈັນ ຫົວໜ້າກົມສັງຄົມ​ສົງ​ເຄາະ ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ ກໍ​ໄດ້​ມອບ​ໃບ​ສົມ​ມະ​ນາ​ຄຸນ​ໃຫ້​ແກ່ກະຊວງ​ຍຸຕິ​ທຳ ​​ໃນ​ການປະກອບ​ສ່ວນ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​ແລະ ​ພ້ອມ​ທັງ​ຢັ້ງຢືນວ່າ​ຈະ​ນຳ​ເອົາ​ວັດຖຸ​ເຄື່ອງ​ຂອງ​ທີ່​ໄດ້​ຮັບ​ຈາກການ​ບໍລິຈາກ​ໃນ​ຄັ້ງ​ນີ້​ໄປ​ຊວ່ຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ດັ່ງກ່າວ.   ຂ່າວ : ອອ່ນຄຳ  ພາບ : ສົມ​ຫວັງ  ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆ
ກະຊວງຍຸຕິທຳ ມອບເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດ(ນ້ຳຖວ້ມ) ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ
https://www.moj.gov.la/lo/node/1073
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 05-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 4/2/2018
ລາຍການເພື່ອສັງຄົມຍຸຕິທຳ 4/2/2018
https://www.moj.gov.la/lo/node/1074
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 5/02/2018
ລາຍການຄວາມຮູ້ທາງກົດໝາຍ 5/02/2018
https://www.moj.gov.la/lo/node/1075
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 4 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນພະແນກຍຸຕິທຳແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 8 ແຂວງພາກເໜືອ ພ້ອມດ້ວຍບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດຈຳນວນ 98 ທ່ານ, ຍິງ 35 ທ່ານ.      ພາຍຫຼັງທີ່ປະກາດໃຊ້ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 06/ສພຊ, ລົງວັນທີ 17 ທັນວາ 2010 ເປັນຕົ້ນມາ ເຫັນວ່າກົດໝາຍສະບັບດັ່ງກ່າວນີ້ ໄດ້ເປັນບ່ອນອີງອັນສຳຄັນໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຄູ່ກໍລະນີທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການໄກ່ເກັ່ຍ ແລະ ຮູບການຕັດສີນ, ຊຶ່ງເປັນກົນໄກແກ້ໄຂຂໍ້ຂັດແຍ່ງທີ່ນຳເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ກໍລະນີ ທີ່ຖືກລະເມີດໄປນັ້ນກັບຄືນມາສູ່ຄູ່ກໍລະນີໄດ້ຈຳນວນບໍ່ໜ້ອຍ, ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍຄືການຂະຫຍາຍຕົວທາງດ້ານເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຫັນວ່າບັນດານະໂຍບາຍ ແລະ ຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ກຳນົດໃນກົດໝາຍສະບັບນີ້ ຕ້ອງໄດ້ຮັບການປັບປຸງ ແລະ ກຳນົດຄືນໃໝ່ ເພື່ອໃຫ້ສອດຄ່ອງ ຕາມກົນໄກເສດຖະກິດຕະຫຼາດຂອງ ສປປ ລາວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມເພີ່ມທະວີຄວາມເອົາໃຈໃສ່ໃນການປະກອບຄຳເຫັນ ບາງເນື້ອໃນເຊັ່ນ: ກ່ຽວກັບດ້ານນະໂຍບາຍທີ່ກຳນົດໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນຕົ້ນແມ່ນຂອດການດຳເນີນການໄກ່ເກັ່ຍ ແລະ ການດຳເນີນການຕັດສີນ ລວມທັງຂອດການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມສອດຄ່ອງກັບເສດຖະກິດ-ສັງຄົມໃນປັດຈຸບັນຢ່າງມີບັນຍາກາດຟົດຟື້ນ, ກອງປະຊຸມກໍໄດ້ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນນັ້ນ.                                                                                                                                                                                                                                                            ພາບ ແລະ ຂ່າວໂດຍ: ຄຳຫຼ້າ ພິມມະສານ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການແ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ພາກເໜືອແຂວງ ຫຼວງພະບາງ
ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ທີ່ ແຂວງ ຫຼວງພະບາງ
https://www.moj.gov.la/lo/node/1076
ໃນທ້າຍເດືອນ ມັງກອນ 2018 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ, ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກົດໝາຍພາກໃຕ້ໃນເມື່ອກ່ອນກໍຄືສະຖາບັນຍຸຕິທຳພາກກາງໃນປັດຈຸບັນຄົບຮອບ 15 ປີ(ວັນທີ 15 ມັງກອນ 2003 – 15 ມັງກອນ 2018) ຂຶ້ນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະສະຖາບັນຍຸຕິທຳແຫ່ງຊາດ, ສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ,  ສະຖາບັນຍຸຕິທຳພາກເໜືອ ແຂວງຫຼວງພະບາງ ແລະ ສະຖາບັນຍຸຕິທຳພາກໃຕ້ ແຂວງຈຳປາສັກ, ພ້ອມດ້ວຍບັນດາຄະນະພະແນກຍຸຕິທຳແຂວງ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.     ສະຖາບັນຍຸຕິທໍາພາກກາງ ໃນເບື້ອງຕົ້ນເອີ້ນວ່າໂຮງຮຽນກົດໝາຍຊັ້ນກາງ ຊຶ່ງຕັ້ງຢູ່ແຂວງ ສະຫວັນນະເຂດ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2003. ມາຮອດສົກຮຽນ 2005-2006 ກະຊວງຍຸຕິທໍາໄດ້ມີການຍົກລະດັບການຮຽນ-ການສອນ ຈາກຊັ້ນກາງຫລັກສູດ 03 ປີ ຂຶ້ນເປັນລະດັບປະລິນຍາຕີ ຫລັກສູດ 05 ປີຕາມການອະນຸມັດຂອງກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ປ່ຽນຊື່ໂຮງຮຽນກົດໝາຍຊັ້ນກາງແຂວງ ສະຫວັນນະເຂດ ເປັນໂຮງຮຽນກົດໝາຍ ສະຫວັນນະເຂດ. ຕໍ່ມາຮອດປີ 2015 ທ່ານລັດຖະມົນຕີກະຊວງຍຸຕິທໍາ ໄດ້ອອກຂໍ້ຕົກລົງສະບັບເລກທີ 392/ກຍ, ລົງວັນທີ 28 ເມສາ 2015 ວ່າດ້ວຍການສ້າງຕັ້ງສະຖາບັນຍຸຕິທໍາພາກກາງ ພ້ອມທັງອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນຍຸຕິທໍາພາກກາງ ຊຶ່ງໂຄງປະກອບການຈັດຕັ້ງປະກອບມີ 10 ຂະແໜງ, ມີພາລະບົດບາດໃນການກໍ່ສ້າງນັກວິຊາການກົດໝາຍຊັ້ນຕ່າງໆ, ຝຶກອົບຮົມລະຍະສັ້ນກ່ຽວກັບວຽກງານຂອງຂະແໜງຍຸຕິທໍາໃຫ້ບັນດາພະນັກງານ-ລັດຖະກອນຂອງແຂວງພາກກາງຄື ແຂວງ ໄຊສົມບູນ, ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ ແລະ ແຂວງ ສະຫວັນນະເຂດ ພ້ອມທັງຄົ້ນຄວ້າທາງດ້ານວິຊາການກົດໝາຍ ແລະ ວຽກງານຍຸຕິທໍາອີກດ້ວຍ. ພາບ, ຂ່າວ: ອະນຸວັດ ພິມໂວຫານ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກົດໝາຍ (ສະຖາບັນຍຸຕິທຳພາກກາງ) ແຂວງສະຫວັນນະເຂດ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກົດໝາຍ (ສະຖາບັນຍຸຕິທຳພາກກາງ) ແຂວງສະຫວັນນະເຂດ
https://www.moj.gov.la/lo/node/1077
ໃນວັນທີ 2 ກຸມພາ 2018 ທີ່ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ມີພິທີປາຖະກະຖາວັນ ສ້າງຕັ້ງພັກຄອມມຸຍນິດຫວຽດນາມຄົບຮອບ 88 ປີ (03 ກຸມພາ 1930-03 ກຸມພາ 2018). ເຂົ້າຮ່ວມ ແລະ ໃຫ້ກຽດປະຖະກະຖາ ໂດຍທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງ ຈຳນວນ 50 ທ່ານ, ຍິງ 21 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເງື່ອນໄຂທີ່ພາໃຫ້ມີການສ້າງຕັ້ງ ພັກຄອມມຸຍນິດຫວຽດນາມ ວັນທີ 03 ກຸມພາ 1930, ການນຳພາການຕໍ່ສູ້ຍາດເອົາອຳນາດການປົກຄອງ ແລະ ການປົກປັກຮັກສາ, ການນຳພາການປະຕິວັດສັງຄົມນິຍົມ, ການນຳພາການປະຕິວັດແນວທາງປ່ຽນແປງໃໝ່  ພ້ອມທັງຍົກໃຫ້ເຫັນ ການພົວພັນຮ່ວມມື, ຄວາມສາມັກຄີພິເສດລະຫວ່າງ ລາວ - ຫວຽດນາມ ຊຶ່ງຕົ້ນຕໍແມ່ນປະຕິບັດຕາມສັນຍາຮ່ວມມືລະຫວ່າງ ລາວ - ຫວຽດນາມ ທີ່ສອງພັກ, ສອງລັດຖະບານໄດ້ເຊັນກັນເຊັ່ນ: ດ້ານການສຶກສາ, ດ້ານວັດທະນະທຳ, ດ້ານສາທາລະນະສຸກ, ດ້ານການລົງທຶນ, ດ້ານການຄ້າ, ດ້ານກະສິກຳ ແລະ ປ່າໄມ້, ດ້ານຂົງເຂດພະລັງງານ-ບໍ່ແຮ່, ດ້ານຄົມມະນາຄົມ-ຂົນສົ່ງ, ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ທ່ອງທ່ຽວ ແລະ ດ້ານການເຄື່ອນໄຫວບໍລິການຕ່າງໆ.           ຫຼັງຈາກນັ້ນ ຜູ່ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງ ເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ເອກະສານວັນຕ້ານການສໍ້ລາດບັງຫຼວງ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໂດຍຍົກໃຫ້ເຫັນເຖິງ: ເນື້ອໃນ ແລະ ຂັ້ນຕອນຕ່າງໆໃນການນຳໃຊ້ລາຍຈ່າຍງົບປະມານຂອງລັດ ພ້ອມທັງສະພາບລວມຂອງການສໍ້ລາດບັງຫຼວງ ແລະ ການກຳນົດວັນຕ້ານການສໍ້ລາດບັງຫຼວງສາກົນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ ສປປ ລາວເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ພະແນກຍຸຕິທຳແຂວງສະຫວັນນະເຂດ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກຄອມມຸຍນິດຫວຽດນາມຄົບຮອບ 88 ປີ, ຄຳສັ່ງເລກທີ 09 /ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ
https://www.moj.gov.la/lo/node/1078
ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ເປີດຊຸດຝືກອົບຮົມວຽກງານທະບຽນສານ ຊຸດທີ 2 ໃຫ້ພະນັກງານຂອງຂະແໜງຍຸຕິທໍາ ທົ່ວປະເທດຂຶ້ນ ໃນວັນທີ 5 ກຸມພາ 2018 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະ ນັກຝຶກອົບຮົມວຽກງານທະບຽນສານ ຈໍານວນ 69 ທ່ານ, ຍິງ 27 ທ່ານ. ສະຖາບັນຍຸຕິທໍາແຫ່ງຊາດໄດ້ສົມທົບກັບກົມທະບຽນສານສ້າງໂຄງການຝືກອົບຮົມວຽກງານທະບຽນສານ ປີ 2017 ໃຫ້ພະນັກງານທີ່ຮັບຜິດຊອບວຽກງານທະບຽນສານຂອງກົມ, ພະແນກຍຸຕິທໍາແຂວງ, ນະຄອນຫຼວງ, ຫ້ອງການຍຸຕິທໍາເມືອງ ໃນທົ່ວປະເທດ.      ຈຸດປະສົງຂອງການເປີດຊຸດຝືກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງພະນັກງານທະບຽນສານ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີສະຕິ, ມີຄວາມສັດຊື່, ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານເພື່ອຍົກລະດັບໃຫ້ພະນັກງານທະບຽນສານ ຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝືກອົບຮົມໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ-ໜ້າທີ່ຂອງຕົນໃຫ້ກາຍເປັນພະນັກງານທະບຽນສານທີ່ມີຄວາມໜັກແໜ້ນທາງດ້ານວິຊາການ, ພ້ອມທັງເພີ້ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບທັກສະການຄົ້ນຄ້ວາ ແລະ ກວດກາເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ, ເຮັດໃຫ້ນາຍທະບຽນສານທີ່ໄດ້ຮັບການແຕ່ງຕັ້ງ ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີລະບຽບແບບແຜນວິທີເຮັດວຽກທີ່ດີ ແລະ ສາມາດໃຫ້ຄໍາປືກສາທາງດ້ານກົດໝາຍກ່ຽວກັບວຽກງານທະບຽນສານ ໃຫ້ແກ່ຜູ້ໃຊ້ບໍລິການ ແລະ ເຮັດໃຫ້ພະນັກງານທັງໝົດທີ່ເຂົ້າຮ່ວມ ໃນການຝືກອົບຮົມວຽກງານທະບຽນສານ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຂອງຕົນ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ. ການຝຶກອົບຮົມຊຸດນີ້ ຈະດໍາເນີນເປັນເວລາ 8 ວັນ  ແລະ ຈະປິດລົງໃນວັນທີ 14 ກຸມພາ 2018.  ຂຽນຂ່າວ ແລະ ຖ່າຍພາບໂດຍ: ຂົນ ບຸນທິສານ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເປີດຊຸດຝຶກອົບຮົມ ວຽກງານທະບຽນສານຂະແໜງຍຸຕິທໍາ ທົ່ວປະເທດ
ເປີດຊຸດຝຶກອົບຮົມ ວຽກງານທະບຽນສານ ຊຸດທີ 2 ຂະແໜງຍຸຕິທໍາ ທົ່ວປະເທດ
https://www.moj.gov.la/lo/node/1079
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 07-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 7/02/2018
ລາຍການຄວາມຮູ້ທາງກົດໝາຍ 7/02/2018
https://www.moj.gov.la/lo/node/1080
ໃນລະຫວ່າງວັນທີ 7-8 ກຸມພາ 2018 ຄະນະຮັບຜິດຊອບສ້າງຮ່າງປະມວນກົດໝາຍແພ່ງຂອງສປປລາວ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງຂອງສປປລາວທີ່ແຂວງ ໄຊຍະບູລີ ໂດຍການເປັນປະທານຂອງທ່ານປອ.ເສີມສຸກສິມພະວົງຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງທ່ານຢັນຢົງສີປະເສີດຮອງເຈົ້າແຂວງ ແຂວງໄຊຍະບູລີ, ມີບັນດາຜູ້ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ພະແນກຍຸຕິທຳ, ສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງ, ສະພາປະຊາຊົນປະຈຳເຂດເລືອກຕັ້ງທີ 7 ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຊຶ່ງມີຈຳນວນທັງໝົດ 56 ຄົນ, ເປັນຍິງ 20 ຄົນ.     ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງເຫດຜົນ ແລະຄວາມຈຳເປັນຂອງການສ້າງຮ່າງປະມວນກົດໝາຍແພ່ງຈາກທ່ານນະລົງລິດນໍລະສິງຫົວໜ້າກົມກວດກາ ແລະປະເມີນຜົນນິຕິກຳທັງເປັນຫົວໜ້າເຕັກນິກການສ້າງປະມວນກົດໝາຍແພ່ງຊຶ່ງຮ່າງປະມວນກົດໝາຍແພ່ງສະບັບນີ້ປະກອບມີ 9 ພາກໃຫຍ່, 51 ໝວດ ແລະ 615 ມາດຕາ;     ກອງປະຊຸມໃນຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ ເພື່ອສຸມໃສ່ການຄົ້ນຄວ້າ, ການປະກອບຄຳເຫັນ, ການແລກປ່ຽນບົດຮຽນ, ແລກປ່ຽນປະສົບການ ແລະພຶດຕິກຳຕົວຈິງ ເພື່ອດັດປັບໃຫ້ຖືກຕ້ອງ ແລະສອດຄ່ອງກັບຫຼັກການ ໂດຍສະເພາະກໍແມ່ນການດັດປັບສາຍພົວພັນສັງຄົມໃຫ້ແທດເໝາະກັບຮ່າງປະມວນກົດໝາຍແພ່ງສະບັບທຳອິດຂອງສປປລາວ.         ນອກຈາກນັ້ນກໍເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ, ປັບປຸງບັນດາກົດໝາຍທີ່ມີຢູ່ແລ້ວໃຫ້ສອດຄ່ອງກົມກຽວກັນ ແລະເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຮັດກຸມ ທັງເປັນການແກ້ໄຂຊ່ອງວ່າງ ແລະສ້າງຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍທີ່ຄາດຄະເນໄດ້, ໂປ່ງໃສ່ ແລະຍຸຕິທໍາ. ຂ່າວ ອ່ອນຄຳ ໄຊຍະວົງ ພາບ ສົມຫັວງ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມທາບທາມຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງຂອງສປປລາວຄັ້ງທີ VIທີ່ແຂວງ ໄຊຍະບູລີ
ກອງປະຊຸມທາບທາມຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງຂອງສປປ ລາວ ຄັ້ງທີ VI ທີ່ແຂວງ ໄຊຍະບູລີ
https://www.moj.gov.la/lo/node/1081
ໃນຕອນເຊົ້າຂອງວັນທີ່ 02 ກຸມພາ 2018 ເວລາ 8:30 ໂມງ ທີ່ບ້ານ ດົງໃຕ້ ເມືອງ ທ່າແຂກ ແຂວງຄຳມ່ວນ ໄດ້ໄຂພິທີ ເປີດການຮຽນ - ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ່ IX ຂອງເມືອງ ທ່າແຂກ ຢູ່ເຂດສີໂຄດ - ດົງໃຕ້ ຂື້ນຢ່າງເປັນທາງການ ເປັນກຽດເປັນປະທານຮ່ວມໃນຄັ້ງນີ້ ໂດຍ ທ່ານ ຈັນ ບຸບຜາລີວັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທ່າແຂກ, ທ່ານ ລຳພອນ ສີອັກສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມຄະນະ, ທ່ານ ແກ້ວຕາ ໄຊ​ຍະ​ສານ ກຳ​ມະ​ການ​ພັກ​ເມືອງ, ຫົວຫນ້າຫ້ອງການຍຸຕິທຳເມືອງທ່າແຂກ ພ້ອມຄະນະ, ນອກນີ້ ກໍ່ຍັງມີບັນດາຄະນະປະຈ​ຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ນັກສຶກສາຝຶກງານ, ນັກສຳມະນາກອນ ແລະ ບັນດາແຂກທີ່ຖືກເຊີນກໍໃຫ້ກຽດເຂົ້ົາຮ່ວມງານໃນຄັ້ງນີ້ຢ່າງພ້ອມພຽງ ມີຜູ້ເຂົ້າຮ່ວມທັງໝົດ 80 ກວ່າຄົນ.           ​ໃນ​ພິ​ທີ​ທ່ານ ຈັນ ບຸບຜາ​ລີ​ວັນ ໄດ້​ໂອ້​ລົມ​​ ໃຫ້ແກ່ນັກສຳມະນາກອນ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຍຸ​ຕິ​ທຳ​ຮາກ​ຖານ​​ກໍ່​ຄື​ກະ​ຊວງ​ຍຸ​ຕິ​ທຳ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ກໍ່​ຄື​ ທາງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ​ຄຳ​ມ່ວນ​ຊື່ງ​ໄດ້​ຈັດ​ຂື້ນ​ໂດຍ​ຫ້ອງ​ການ​ຍຸ​ຕິ​ທຳ​ເມືອງ​ທ່າ​ແຂກ​​ໄດ້​ເອົາ​ໃຈ​ໃສ່ຕໍ່​ວຽກ​ງານ​ສ້າງ​ບຸກ​ຄະ​ລາ​ກອນ​ກົດ​ໝາຍ​ໃຫ້​ແກ່​ຮາກ​ຖານ​ໃນ​ຄັ້ງ​ນີ້ ທັງ​ເປັນ​ການ​ຍົກ​ລະ​ດັບ​ຄວາມ​ຮູ້​ວິ​ຊາ​ສະ​ເພາະແກ່ ພໍ່-​ແມ່ປະ​ຊາ​ຊົນ, ທະ​ຫານ, ຕຳ​ຫລວດ ພ້ອມດ້ວຍອົງ​ການ​ຈັດ​ຕັ້ງມະຫາຊົນແຕ່​ລະ​ຂັ້ນ, ​ພະ​ນັກ​ງານອົງ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ໄດ້​ຮັບ​ຮູ້ ແລະ ເຂົ້າ​ເຖິງວຽກງານ​​ກົດ​ໝາຍ  ເປັນ​ການກໍ່​ສ້າງ​ນັກ​ກົດ​ໝາຍລົງສູ່​​ທ້ອງ​ຖິ່ນ​ຂອງ​ຕົນ, ສ້າງໃຫ້​ມີນັກກົດໝາຍ​ທີ່​ເຂັ້ມ​ແຂງ, ມີ​ຄວາມຮູ້ທາງ​ດ້ານ​ກົດ​ໝາຍຢ່າງໜັກແໜ້ນ, ມີ​ປະ​ສິດ​ທິ​ພາບ​ອັນ​ກໍ່​ໃຫ້​ເກີດ​ປະ​ສິດ​ທິ​ຜົນເພື່ອ​ປົກ​ປ້ອງ, ຄຸ້ມ​ຄອງ  ແລະ ຮັກ​ສາ ສິດ​-​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຍຸ​ຕິ​ທຳໃກ້ແກ່​ຕົນ​ເອງ ແລະ ສັງຄົມ.           ຫຼັງ​ຈາກນັ້ນ ທ່ານ​ກໍ​ຍັງ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ມາ​ຍັງ​ທຸກ​ພາກ​ສ່ວນ ທີ່​ໃຫ້​ການ ຊຸກ​ຍູ້ ​ແລະ ສະ​ໜັບ​ສະ​ໜູນ ໃຫ້​ຄວາມ​ຮ່ວມ​ໄມ້ ຮ່ວມ​ມື ສ້າງ​ຈຸດ​ສຸມ​ເຂດ​ສີ​ໂຄດ - ດົງ​ໃຕ້ ລວມ​ທັງ​ໝົດມີ 13 ບ້ານ ໃຫ້​ເປັນ​ສະ​ຖານ​ທີ່​ບົ່ມ​ເພາະແນວ​ພັນ ໃຫ້ແກ່ບຸກ​ຄະ​ລາ​ກອນ​ກົດ​ໝາຍ​ ຈຳ​ນວນ 50 ກວ່າ​ທ່ານ​ ໃຫ້​ເປັນ​ກຳ​ລັງ​ແຮງອັນ​ໜຶ່ງ​ທີ່ຜັກ​ດັນຄວາມ​ເຂັ້ມແຂງທາງ​ດ້ານ​ກົດ​ໝາຍ ທັງ​ເປັນ​ພູມ​ຄຸ້ມ​ກັນໃຫ້​ແກ່​ສັງ​ຄົມ ແລະ ທ້ອງ​ຖິ່ນ​ຂອງ​ຕົນ ໃຫ້​ມ​ີ​ຄວາມ​ສະ​ຫງົບສຸກ, ເຂັ້ມ​ແຂງ ແລະ ຍຸຕິທຳ.           ຈ​ການັ້ນ ທາງ​ຄະ​ນະ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ນຳ​ໂດຍ​ທ່ານ ລຳ​ພອນ ສີ​ອັກ​ສອນ ຮອງ​ເລ​ຂາ​ໜ່ວຍ​ພັກ, ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳແຂວງ​ຄຳ​ມ່ວນ ກໍ່​ຖື​ໂອ​ກາດ​ດັ່ງ​ກ່າວ ເປັນ​ກຽດ​ຂື້ນມອບ​ປື້ມ​ກົດ​ໝາຍ 4 ຂົງ​ເຂດ ໃຫ້​ແກ່ ອົງ​ການ​ປົກ​ຄອງ​ບ້ານ ເຂດ​ສີ​ໂຄດ-ດົງ​ໃຕ້ ເພື່ອ​ໄດ້​ນຳ​ເອົາ​ປື້ມ​ດັ່ງ​ກ່າວ​ເຂົ້າ​ໃສ່​ຕູ້​ປື້ມກົດ​ໝາຍປະຈຳບ້ານ ເພື່ອ​ເປັນ​ແຫຼ່ງ​ສະ​ໜອງ​​ຂໍ້​ມູນ ​ແລະ ​ຄວາມ​ຮູ້​ທາງ​ດ້ານ​ກົດ​ໝາຍໃຫ້​ແກ່​ປະ​ຊາ​ຊົນ​ ເຂດ​ສີ​ໂຄດ-ດົງ​ໃຕ້.           ພິ​ທີ​ໄດ້​ດຳ​ເນີນ​ຮອດ ເວ​ລາ 11:00 ໂມງ ຂອງວັນ​ດຽວ​ກັນ​ຈິ່ງ​ໄດ້​ສຳ​ເລັດ ແລະປິດລົງຢ່າງຈົບ​ງາມ.           ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ຫ້ອງການຍຸຕິທຳເມືອງທ່າແຂກເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ IX ທີ່ ເຂດສີໂຄດ-ດົງໃຕ້
https://www.moj.gov.la/lo/node/1082
ໃນເວລາ 8 ໂມງ 30 ນາທີຶ ຂອງວັນທີ່ 30 ມັງກອນ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນຂື້ນຢ່າງເປັນທາງການ, ໃນນີ້ ກອງປະຊຸມໄດ້ເປັນກຽດຢ່າງສູງຕ້ອນຮັບທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ໃຫ້ກຽດເປັນປະທານຮ່ວມກັບທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ແລະ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມລາວ,  ມີບັນດາທ່ານຕາງໜ້າພະແນກການ, ພາກສ່ວນບໍລິສັດຕ່າງໆ ອ້ອມຂ້າງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງຄຳມ່ວນ  ເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ, ຍິງ 3 ທ່ານ.           ກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນວາລະຂອງກອງປະຊຸມທີ່ກຳນົດໄວ້ຄື : ໄດ້ແຈ້ງຈຸດປະສົງກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງສະບັບເລກທີ່ 008/ພທຄ ລົງວັນທີ່ 11 ມັງກອນ 2018 ຂອງສະພາທະນາຍຄວາມລາວ ວ່າດ້ວຍ ການສ້າງຕັ້ງຫ້ອງການສະພາທະນາຍຄວາມ, ຫົວໜ້າ, ຮອງຫົວໜ້າຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຊື່ງສະເໜີໂດຍທ່ານ ນີວັນ ສົມແພງດີ ຄະນະປະຈຳ ຄະນະບໍລິຫານສະພາທະນາຍຄວາມລາວ.           ທ່ານ ວໍລັດສະໝີ ສຸລິປະພັນ ໄດ້ກ່າວເປິີດກອງປະຊຸມຢ່າງເປັນທາງການ ພ້ອມກັບໄດ້ເລົ່າຄືນປະຫວັດການເຄື່ອນໄຫວຂອງສະພາທະນາຍຄວາມລາວ ຈາກນັ້ນບັນດາທ່ານໃນຄະນະສະພາທະນາຍຄວາມກໍ່ໄດ້ຜັດປ່ຽນກັນອະທິບາຍຊີ້ແຈງເຖິງຄວາມໝາຍຄວາມສຳຄັນຂອງວຽກງານທະນາຍຄວາມ ແລະ ຄວາມຈຳເປັນພາວະວິໄສ  ຄວນໃຫ້ມີຫ້ອງການສະພາທະນາຍຄວາມ ແລະ ໃຫ້ມີທະນາຍຄວາມທີ່ໃຫ້ບໍລິການທາງດ້ານກົດໝາຍທີ່ມີຄວາມຮູ້, ຄວາມສາມາດໃນລະດັບທີ່ແນ່ນອນ ເພື່ອຮັບໃຊ້ສັງຄົມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.           ກອງປະຊຸມໄດ້ຮັບຟັງການໂອ້ລົມ ຈາກທ່ານ ສົມໃຈ ເພັດສີນວນ ຊື່ງທ່ານໄດ້ໃຫ້ທັດສະນະ ແລະ ເນັ້ນໜັກຕື່ມບາງບັນຫາຄື : ການມີຫ້ອງການສະພາທະນາຍຄວາມປະຈຳແຕ່ລະແຂວງເວົ້າລວມ  ເວົ້າສະເພາະຢູ່ແຂວງຄຳມ່ວນແມ່ນດີທີ່ສຸດ ເພາະມັນຈະເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າເຖິງການບໍລິການຮັບໃຊ້ສັງຄົມທາງດ້ານກົດໝາຍຢ່າງກວ້າງຂວາງ. ການມີທະນາຍຄວາມກໍຈຳເປັນທີ່ສຸດ ເພາະຈະຊ່ວຍແກ້ໄຂຂໍ້ຂັດແຍ່ງໃນສັງຄົມ, ຊ່ວຍຂະບວນການຍຸຕິທຳເຮັດໃຫ້ການດຳເນີນໄປຢ່າງຖືກຕ້ອງ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ສັງຄົມມີຄວາມສະຫງົບສຸກ ແລະ ຍຸຕິທຳ ທຸກພາກສ່ວນໃນສັງຄົມກໍ່ຄື​ຫ້ອງ​ການ​ສະ​ພາ​ທະ​ນາຍ​ຄວາມ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ໂຄ​ສະ​ນາ​ເຜີຍ​ແຜ່​ວຽກ​ງານ​ດັ່ງ​ກ່າວ ໃຫ້​ເລິກ​ເຊີ່ງ ກວ້າງ​ຂວາງ ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ ແລະ ສັງ​ຄົມ​ໃຫ້​ປະກອບສ່ວນເຂົ້າໃນວຽກ​ງານ​ດັ່ງ​ກ່າວ​ຫລາຍ​ຂື້ນ, ສຳ​ຄັນ​ຕ້ອງ​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ​ເປັນຫຼັກ, ຫຼັງ​ຈາກນັ້ນ​ທ່ານ​ຄຳ​ຜັນ ຫຼວງ​ອາ​ມາດ ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ທະ​ນາຍ​ຄວາມ​ປະ​ຈຳ​ແຂວງ​ຄຳ​ມ່ວນ ໄດ້​ຂື້ນ​ກ່າວ​ຮັບ​ຄຳ​ໂອ​ລົມ ແລະ ປະ​ຕິ​ຍານ​ຕໍ່​ກອງ​ປະ​ຊຸມ​ວ່າ​ຈະ​ເຮັດ​ໜ້າ​ທີ່​ໃຫ້​ຖືກ​ຕ້ອງ​ຕາມ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ ​ໂດຍ​ສະ​ເພາະ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາຍ​ຄວາມ,ກົດ​ລະ​ບຽບ​ພາຍ​ໃນ​ຂອງ​ສະ​ພາ​ທະ​ນາຍ​ຄວາມ​ຢ່າງ​ເຂັ້ມ​ງວດ. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ມາ​ຮອດ​ເວ​ລາ 10 ໂມງ 00ນາ​ທີ ຂອງວັນ​ດຽວ​ກັນ​ຈິ່ງ​ໄດ້​ປິດລົງ​ດ້ວຍ​ຜົນ​ສຳເລັດ​ອັນ​ຈົບ​ງາມ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ
https://www.moj.gov.la/lo/node/1083
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/2/2018
ລາຍການເພື່ອສັງຄົມຍຸຕິທຳ 11/2/2018
https://www.moj.gov.la/lo/node/1084
ເພື່ອເຮັດໃຫ້ສະມາຊິກກຳມະບານ ກໍຄື ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ມີຄວາມຮັບຮູ້, ເຂົ້າໃຈ, ເຫັນໄດ້ມູນເຊື້ອອັນດີງາມ ແລະ ຜົນງານການປະກອບສ່ວນໃນພາລະກິດປະຕິວັດຂອງອົງການຈັດຕັ້ງກຳມະບານລາວ. ກະຊວງຍຸຕິທໍາໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ ວັນທີ 1 ກຸມພາ 1956 - 1 ກຸມພາ 2018 ຂຶ້ນໃນຕອນເຊົ້າຂອງວັນທີ 2 ກຸມພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ. ພາຍໃຕ້ການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ປອ. ເສີມສຸກ ສິມພະວົງ ໄດ້ໃຫ້ກຽດປາຖະກະຖາກ່ຽວກັບມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ແລະ ຜົນງານທີ່ພົ້ນເດັ່ນໃນລະຍະ 62 ປີ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ຊຶ່ງທ່ານໄດ້ຍົກໃຫ້ເຫັນບາງຕອນວ່າ ກໍາມະບານລາວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 1 ກຸມພາ 1956 ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນລາວໃນຂອບເຂດທົ່ວປະເທດ ຊຶ່ງອົງການຈັດຕັ້ງກຳມະບານ ກໍຄືຊົນຊັ້ນກຳມະກອນລາວໄດ້ກາຍເປັນກຳລັງຫຼວງໃນການປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການຕໍ່ສູ້ກູ້ຊາດໃນແຕ່ລະລະຍະ, ທັງປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງກຸ້ມຕົນເອງທາງດ້ານເສດຖະກິດ ເພື່ອຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ທັງປະຕິບັດໜ້າທີ່ໃນການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນໃຫ້ນັບມື້ນນັບເຕີບໃຫຍ່ເຂັ້ມແຂງຂຶ້ນເລື້້ອຍໆ ແລະ ໃນຕໍ່ໜ້າກຳມະບານແຕ່ລະຂັ້ນຈະສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ສືບຕໍ່ປະຕິບັດບົດບາດເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາໃຫ້ທັນຕາມກຳນົດເວລາ ພ້ອມທັງສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວວາງອອກ ໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ. ຂ່າວ: ສີປະໄພ, ພາບ: ສົມຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ
ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ
https://www.moj.gov.la/lo/node/1085
ໃນວັນທີ 25 /01/2018 ຜ່ານມານີ້ ທີ່ພະແນກຍຸຕິທຳແຂວງຈຳປາ​ສັກ​ໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິທໍາປີ 2017 ​ແລະ ວາງ​ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ການເປັນປະທານໂດຍ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາ​ສັກ, ​ເປັນກຽ​ດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສີ ມະນີ​ນິນ ກຳມະການ​ພັກ​ແຂວງ ​ເຈົ້າ​ເມືອງ ​ເມືອງສຸຂຸມາ, ຊຶ່ງມີ​ຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງ​​ແຂວງ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງ​ເຂົ້າ​ຮ່ວມທັງໝົດ 68 ທ່ານ; ຍິງ 17 ທ່ານ;      ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ​ໃນ​ລະຍະ​ຜ່ານ​ມາ ​ແລະ ຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ວຽກງານຍຸຕິທຳຮາກຖານປີ 2018, ຫຼັງຈາກ​ນັ້ນ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ສະຫຼຸບດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມໝາຍຄວາມ​ສຳຄັນ;      ໃນ​ວາລະ​ທ້າຍ ໄດ້ມີພິທີມອບ - ຮັບໃບຍ້ອງຍໍຈາກທ່ານ ເຈົ້າແຂວງ ​ແຂວງຈຳປາສັກ ໃຫ້ພະແນກຍຸຕິທໍາ ແລະ ພະນັກງານ - ລັດຖະກອນພະແນກຍຸຕິທຳແຂວງຈຳປາ​ສັກ ທີ່​ມີ​ຜົນງານ​ພົ້ນ​ເດັ່ນ​ໃນ​ການຈັດ​ຕັ້ງປະຕິບັດ​ວຽກງານ​ຍຸຕິ​ທຳ ​ໃນ​ລະຍະ 1 ປີຜ່ານມາ ​ໂດຍ​ການ​ໃຫ້ກຽດມອບ​ໂດຍ​ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາ​ສັກ.                          ປະຊຸມ​ດັ່ງກ່າວ​ໄດ້​ປິດ​ລົງ​ໃນ​ວັນ​ດຽ​ວກັນ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ​ຂ່າວ ​ແຂວງ​ຈຳປາ​ສັກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018
ພະແນກຍຸຕິທຳແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018
https://www.moj.gov.la/lo/node/1086
ໃນທ້າຍເດືອນ ມັງກອນ 2018 ຜ່ານມານີ້ ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ຂອງຕົນຂຶ້ນ ທີ່ຫ້ອງປະຊຸມຂອງສະຖາບັນຍຸຕິທໍາພາກເໜືອ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ມີຮອງເລຂາຄະນະພັກ, ຄະນະສະຖາບັນ ແລະ ພະນັກງານ, ຄູ-ອາຈານເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 23 ທ່ານ.      ທ່ານ ແສງເພັັດ ແກ້ວພົມມາ ຄະນະພັກຮອງຫົວໜ້າສະຖາບັນຍຸຕິທຳພາກເໜືອ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຖາບັນຍຸຕິທໍາພາກເໜືອປະຈຳປີ 2017 ແລະ ວາງທິດທາງແຜນການເຄື່ອນໄຫວປະຈຳປີ 2018 .ພາຍຫຼັງຜ່ານຮ່າງບົດສະຫຼຸບດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ມີຄວາມລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນ.      ເພື່ອເຮັດໃຫ້ກອງປະຊຸມປະຈໍາປີ 2017 ຂອງສະຖາບັນຍຸຕິທໍາພາກເໜືອ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນ ແລະ ທັງເປັນທິດຊີ້ນຳໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ທ່ານ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກຫົວໜ້າສະຖາບັນຍຸຕິທໍາພາກເໜືອ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ຂອງສະຖາບັນຍຸຕິທຳພາກເໜືອ ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານ ມີຄວາມເຊື່ອໝັນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢ່າງໜັກແໜ້ນ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຮັກສາມູນເຊື້ອຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ໃນເວລາ 11:25 ນາທີຂອງວັນດຽວກັນກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ພາບ, ຂ່າວ: ໝອນນະພາ ຄຳຈັນ, ສະຖາບັນຍຸຕິທຳພາກເໜືອ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາພາກເໜືອ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017.
ສະຖາບັນຍຸຕິທໍາພາກເໜືອ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017.
https://www.moj.gov.la/lo/node/1087
ໃນ​ຕອນ​ເຊົ້າ​ຂອງວັນ​ທີ 1 ກຸມພາ 2018 ທີ່ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ ​​ແນວ​ລາວ​ສ້າງ​ຊາດ ສະບັບ​ປັບປຸງ ໂດຍ​ການ​ເປັນ​ປະທານ​ຮ່ວມຂອງທ່ານ  ​ອິນທະ​ປັນຍາ ຂຽວວົງ​ພະຈັນ ຫົວໜ້າກົມ​ກົດໝາຍ ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຄະນອງ​ລິດ ສີ​ສົມບູນ ຫົວໜ້າກົມ​ສາສະໜາ ສູນ​ກ​າງ​ແນວ​ລາວ​ສ້າງ​ຊາດ, ມີ​ຜູ້ຕາງໜ້າຈາກ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ສະພາ​ແຫ່ງ​ຊາດ​, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ.     ​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ ​​ແນວ​ລາວ​ສ້າງ​ຊາດ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ.     ຊື່​ງຮ່າງ​ກົດໝາຍສະບັບ​ປັບປຸງ​ດັ່ງກ່າວ​ປະກອບ​ມີ 14 ພາກ 4 ໝວດ 68 ມາດຕາ ​ໃນ​ນັ້ນ​ໄດ້​​​ຮັກສາ​ເນື້ອ​ໃນ​ເດີມ​ຂອງ​ກົດໝາຍສະບັບ​ເກົ່າ​ໄວ້ 21 ມາດຕາ,ປັບປຸງ​ 26 ມາດຕາ ​ແລະ ສ້າງ​ຂື້ນ​ໃໝ່ 21ມາດຕາ​.      ຈຸດປະສົງ​ຂອງ​ການ​ປັບປຸງ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ກົດໝາຍວ່າ​ດ້ວຍ​​ ແນວ​ລາວ​ສ້າງ​ຊາດ ມີ​​ເນື້ອ​ໃນ​ເລິກ​ເຊິ່ງ ຈະ​ແຈ້ງ ​ແລະ ​ຮັດກຸມ​ຂື້ນ​ກວ່າ​ເກົ່າ ​ທັງສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ ທັງ​ນີ້​ເພື່ອ​ຮັບປະກັນ​​ໃຫ້​​ແກ່ການ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ແນວ​ລາວ​ສ້າງ​ຊາດ ​ໃຫ້​ມີ​ປະສິດທິ​ຜົນ​ສູງ ​ແນ່​ໃສ່​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປອງ​ດອງ, ປຸກລະດົມ​ຄວາມ​ຕື່ນ​ຕົວ, ນ້ຳ​ໃຈ​ຮັກ​ຊາດ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ຮັ່ງມີ, ສີວິ​ໄລ ​ແລະ ຍຸຕິ​ທຳ​​.                                                                                                                                           ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ                                                                      ພາບ: ​ ສົມ​ຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັບປຸງ)
ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ແນວລາວສ້າງຊາດ (ສະບັບປັບປຸງ)
https://www.moj.gov.la/lo/node/1088
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 13 ກຸມພາ 2018 ທີ່ພະແນກຍຸຕິທຳແຂວງ​ໄຊ​ສົມບູນ ​ໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິ​ທຳ ປະຈຳປີ 2017 ​ແລະ ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ການ​ໃຫ້ກຽດເປັນປະທານຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິທໍາ, ເຂົ້າ​ຮ່ວມມີ​ ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ ຮອງ​ເຈົ້າ​ແຂວງ ​ແຂວງ​ໄຊ​ສົມບູນ ມີ​ຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງ​​ແຂວງ, ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງ​ເຂົ້າ​ຮ່ວມທັງໝົດ  56 ທ່ານ ຍິງ 10 ທ່ານ.     ໃນກອງປະຊຸມ ທ່ານ ອຸດອນ ສິງ​ດາລາ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ ໄດ້​ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ​ ປະຈຳ​ປີ 2017 ​ແລະ ທິດ​ທາງ​ແຜນການ​ຈຸດ​ສຸມ​ວຽກງານ​ຍຸຕິ​ທຳ​ປີ 2018, ​ເປັນ​ຕົ້ນ​ແມ່ນ ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານ​​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​, ວຽກງານປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​, ວຽກງານ​ສ້າງ​ບຸກຄະລາ​ກອນ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ຮາກ​ຖານ​ບ້ານ, ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ສະຫຼຸບດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ ​ແລະ ​ມີ​ຄວາມໝາຍ ທັງ​ເປັນ​ການແນ່​ໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ ​ໄດ້​ເຄື່ອນ​ໄຫວ​ຕາມ​ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້ ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ.      ໃນ​ຕອນ​ທ້າຍ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ຊຶ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ທາງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ, ພ້ອມ​ນັ້ນ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້ຄະນະ​ພະ​ແນ​ກ, ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ ງານ​ທີ່​ພັກ-ລັດ​ມອບໝາຍ​ໃຫ້ປະສົບ​ຜົນ​ສຳ​ເລັດ ​ແລະ ​ໃນ​ໂອກາດ​ດັ່ງກ່າວ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຍັງ​ໄດ້​ມອບ​ຄອມ​ພິວ​ເຕີ 1 ຊຸດ ໃຫ້​ແກ່​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​​ເພື່ອນຳ​ໃຊ້​ເຂົ້າ​ໃນການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານອີກ​ດ້ວຍ.          ກອງ​ປະຊຸມ​ດັ່ງກ່າວ​ໄດ້​ປິດ​ລົງ​ໃນ​ຕອນ​ບ່າຍ​ຂອງວັນ​ດຽ​ວກັນ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018
ພະແນກຍຸຕິທຳແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018
https://www.moj.gov.la/lo/node/1090
ການສ້າງແຜນກໍານົດພະນັກງານຄຸ້ມຄອງ-ນໍາພາ ເປັນວຽກງານພື້ນຖານສໍາຄັນຂອງພະນັກງານ ຮັບປະກັນການຫັນວຽກໃຫ້ພະນັກງານດໍາເນີນຕາມລະບຽບແຜນວິທີເຮັດວຽກ ເພື່ອຕອບສະໜອງໜ້າທີ່ການເມືອງ ຂອງພັກ-ລັດ ໃນວຽກງານສະເພາະໜ້າ ແລະ ຍາວນານ ເປັນການຫັນຍຸດທະສາດກ່ຽວກັບວຽກງານຂອງພະນັກງານ, ແບບແຜນວິທີເຮັດວຽກເປັນອັນລະອຽດ ສ້າງໂຄງການສັງລວມ ເພື່ອເປັນພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງບໍາລຸງ, ຄາດຄະເນສັບຊ້ອນຈັດວາງພະນັກງານຢ່າງສົມເຫດສົມຜົນ.     ວັນທີ 30-31 ມັງກອນ 2018 ທີ່ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຕົນຂື້ນ ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກນະຄອນຫຼວງ, ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ ມີທ່ານ ຄໍາປະເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ, ທ່ານ ຄໍາມາ ແສງວິໄຊ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫ້ອງການຍຸຕິທໍາ 9 ຕົວເມືອງ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ. ເພື່ອປືກສາຫາລືຄົ້ນຄ້ວາເປົ້າໝາຍ ແລະ ປ່ອນບັດຄັດເລືອກເຟັ້ນເອົາພະນັກງານເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງໃນແຕ່ລະຂັ້ນ, ແຕ່ລະຂະແໜງການ ແນໃສ່ຮັບປະກັນທັດສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ ທັງເປັນການກຽມບຸກຄະລະກອນໃຫ້ມີການເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ຕອບສະໜອງຈໍານວນຕາມຕຳແໜ່ງ ຄຸນນະພາບໂຄງປະກອບບຸກຄະລະກອນ ໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຄະແໜງການໃນລະບົບການເມືອງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນເປັນອຸດສາຫະກໍາ ທີ່ທັນສະໃໝເທື່ອລະກ້າວ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດປະສົງເສັ້ນທາງສັງຄົມນິຍົມ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ພະແນກຍຸຕິທຳນະຄອນຫຼວງກໍານົດແຜນພະນັກງານຄຸ້ມຄອງ-ນໍາພາ
https://www.moj.gov.la/lo/node/1091
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/02/2018
ລາຍການຄວາມຮູ້ທາງກົດໝາຍ 12/02/2018
https://www.moj.gov.la/lo/node/1092
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 14/02/2018
ລາຍການຄວາມຮູ້ທາງກົດໝາຍ 14/02/2018
https://www.moj.gov.la/lo/node/1093
ໃນຕອນບ່າຍວັນທີ 14 ກຸມພາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານທະບຽນສານ ຊຸດທີ II ໃຫ້ແກ່ພະນັກງານທະບຽນສານ ຂອງຂະແໜງຍຸຕິທຳທົ່ວປະເທດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມັນຕີກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມນັກສຳມະນາກອນ ທັງໝົດ 69 ທ່ານ, ຍິງ 27 ທ່ານ.      ໃນພິທີ ທ່ານ ບຸນຕາ ສ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສຳເລັດການຝຶກອົບຮົມວຽກງານທະບຽນສານ ຊຸດທີ II ປະຈຳປີ 2018 ເຫັນວ່າ ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີສະຕິ, ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ເປັນການຍົກລະດັບໃຫ້ພະນັກງານທະບຽນສານ ໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ-ໜ້າທີ່ຂອງຕົນ ໃຫ້ກາຍເປັນພະນັກງານທະບຽນສານຢ່າງໜັກແໜ້ນທາງດ້ານວິຊາການ ເປັນຕົ້ນ ແມ່ນເພີ່ມຄວາມຮູ້ ແລະ ເຂົ້າໃຈກ່ຽວກັບທັກສະການຄົ້ນຄວ້າ ແລະ ກວດກາເອກະສານຕ່າງໆ ໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິ່ງ ແລະ ສອດຄ່ອງກັບກົດໝາຍ.      ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ  ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່​ຄວາມ​ເອົາ​ໃຈ​ໃສ່ຂອງຄະນະພັກ-ຄະນະນຳ ​ຕໍ່​ວຽກ​ງານ​ສ້າງ​ບຸກ​ຄະ​ລາ​ກອນທະບຽນສານ ຕະຫຼອດຮອດວິທະຍາກອນ ແລະ ຜູ້​ເຂົ້າ​ຮັບ​ການ​ຝຶກ​ອົບ​ຮົມ ທີ່ໄດ້ສໍາເລັດການຝຶກອົບຮົມວຽກງານທະບຽນສານ ພ້ອມ​ທັງໄດ້ເນັ້ນໜັກໃຫ້ຜູ້​ທີ່​ສຳ​ເລັດ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ຈົ່ງພ້ອມກັນນໍາເອົາຄວາມຮູ້-ຄວາມສາມາດ ແລະ ເນື້ອໃນຈິດໃຈ ຂອງວຽກງານທະບຽນສານ ທີ່ຕົນໄດ້ຝຶກອົບຮົມມານັ້ນ ໄປຈັດຕັ້ງປະຕິບັດ​ ແລະ ຜັນ​ຂະ​ຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປະກົດຜົນເປັນຈິງ. ຫຼັງຈາກ​ນັ້ນ​ກໍ​ໄດ້​​ເຂົ້າ​ສູ່​ພິທີ​ການ​ມອບ-ຮັບ​ໃບ​ຢັ້ງຢືນ ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຝຶກ​ອົບຮົມ​ໃນຄັ້ງນີ້. ຂຽນຂ່າວ, ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ພິທີມອບ-ຮັບໃບຢັ້ງຢືນຊຸດຝຶກອົບຮົມວຽກງານທະບຽນສານ ຊຸດທີ II
https://www.moj.gov.la/lo/node/1094
ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2018 ຂຶ້ນ ໃນຕອນເຊົ້າຂອງວັນທີ 15 ກຸມພາ 2018 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມັນຕີກະຊວງຍຸຕິທຳ, ມີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມນັກສຳມະນາກອນ ເຂົ້າຮ່ວມຈຳນວນ 38 ທ່ານ, ຍິງ 6 ທ່ານ.      ຈາກນັ້ນຄະນະຮັບຜິດຊອບການຝຶກອົບຮົມກໍໄດ້ກ່າວຈຸດປະສົງ ແລະ ຄາດໝາຍ ດັ່ງນີ້: ເພື່ອໃຫ້ພະນັກງານທີ່ຈະລົງວຽກຢູ່ຮາກຖານຮັບຮູ້ເຖິງເນື້ອໃນຈິດໃຈ ໃນການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບວຽກງານຍຸຕິທຳຮາກຖານ ເຂົ້າສູ່ລວງເລິກ, ເພື່ອຄວາມເປັນເອກະ ພາບກັນໃນການຈັດຕັ້ງປະຕິບັດຕົວຈິງ ລະຫວ່າງ ພະນັກງານສູນກາງ ແລະ ທ້ອງຖິ່ນ; ເປັນການນຳເອົາແນວທາງການເມືອງຂອງຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ລົງສູ່ທ້ອງຖິ່ນຮາກຖານ ແລະ ເປັນການນຳເອົາຄຳຄິດຄຳເຫັນຂອງປະຊາຊົນບັນດາເຜົ່າ ສະເໜີຕໍ່ການນຳຂອງກະຊວງ; ເປັນການຝຶກຝົນຫຼໍ່ຫຼອມພະນັກງານຂະແໜງຍຸຕິທຳ ໃຫ້ມີຄວາມສາມາດເຈື່ອຈານເຂົ້າກັບປະຊາຊົນລາວບັນດາເຜົ່າ; ສຶກສາຮຽນຮູ້ ແລະ ເຂົ້າໃຈ ຕໍ່ການດຳລົງຊີວິດຂອງປະຊາຊົນ ສົມທຽບກັບທິດສະດີກົດໝາຍ, ຮຽນຮູ້ການຈັດຕັ້ງປະຕິບັດກົດໝາຍ, ສະຕິເຄົາລົບກົດໝາຍໃນຕົວເມືອງ ແລະ ຊົນນະບົດທີ່ຫ່າງ ໄກສອກຫຼີກ; ຮຽນຮູ້ວິທີການປະສານສົມທົບສາຍຕັ້ງ ແລະ ສາຍຂວາງ ຂອງແຕ່ລະທ້ອງຖິ່ນ.      ຈາກນັ້ນ, ກໍໄດ້ວາງຄາດໝາຍໄວ້ວ່າ ຈະເຮັດໃຫ້ພະນັກງານທັງໝົດທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້, ພ້ອມທັງໃຫ້ພະນັກງານວິຊາການໄດ້ມີໂອກາດໄປແລກປ່ຽນຄຳຄິດຄຳເຫັນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ເຮັດໃຫ້ທ້ອງຖິ່ນຮາກຖານມີຄວາມຮັບຮູ້, ເຂົ້າໃຈ ເຖິງພາລະບົດບາດໜ້າທີ່ການເມືອງ ຂອງກະຊວງຍຸຕິທຳ ຊຶ່ງຈະເຮັດໃຫ້ວຽກງານຂະແໜງການຍຸຕິທຳ ໄດ້ຮັບການພັດທະນາໄປໃນທິດທາງທີ່ດີ, ກົມກຽວ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ມີຄວາມວ່ອງໄວ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ເຮັດໃຫ້ວຽກງານມີປະສິດທິຜົນດີ ຍິ່ງຂຶ້ນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ພິທີເປີດຝຶກອົບຮົມວຽກງານການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2018
https://www.moj.gov.la/lo/node/1095
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 19-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 16/02/2018
ລາຍການຄວາມຮູ້ທາງກົດໝາຍ 16/02/2018
https://www.moj.gov.la/lo/node/1096
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 19-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 18/2/2018
ລາຍການເພື່ອສັງຄົມຍຸຕິທຳ 18/2/2018
https://www.moj.gov.la/lo/node/1097
​​ໃນລະຫວ່າງ​ວັນ​ທີ 07-09 ກຸມພາ 2018 ຜ່ານ​ມາ​ນີ້ ພະ​ແນ​ກຍຸຕິ​ທຳ ​ແຂວງ​ຊຽງຂວາງ ​ໄດ້​ລົງ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ຄູ, ອາຈານ ​ແລະ ນັກຮຽນ ຢູ່​ ​ໂຮງຮຽນ ມສ ສີ​ບຸນ​ເຮືອງ, ​ເມືອງ​ແປກ, ​ແຂວງຊຽງຂວາງ, ​ໂດຍ​ການ​ນຳພາຂອງ ທ່ານ ມົນຕີ ສີ​ອຸດົມ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຊຽງຂວາງ, ມີ​ຄະນະ​ອຳນວຍ​ການ​ໂຮງຮຽນ, ຄູ, ອາຈານ ​ແລະ ນັກຮຽນ ​ເຂົ້າ​ຮ່ວມ​ທັງໝົດ ຈຳນວນ 342 ຄົນ, ຍິງ 182 ຄົນ.    ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ກົດໝາຍວ່າ​ດ້ວຍ ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ເດັກ, ບາງ​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍ ຢາ​ເສບ​ຕິດ, ກົ​ດໝາຍອາຍາ, ກົດໝາຍວ່າ​ດ້ວຍ ​ຂໍ້​ຜູກ​ພັນ​ໃນ​ສັນຍາ ​ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ການ​ຕ້ານ​ການ​ຄ້າ​ມະນຸດ, ກົດໝາຍວ່າ​ດ້ວຍ ​ຄອບຄົວ, ພ້ອມ​ທັງ​ເຜີຍ​ແຜ່ພາລະ​ບົດບາດ, ​ໂຄງ​ຮ່າງການຈັດ​ຕັ້ງ​ຂອງພະ​ແນ​ກຍຸຕິ​ທຳ​ແຂວງ; ນອກຈາກ​ນັ້ນ, ຍັງ​ໄດ້​ມີ​ກິດຈະກຳ​ ຖາມ-ຕອບຂໍ້​ຂ້ອງ​ໃຈ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ຄູ, ອາຈານ ​ແລະ ນັ​ກຮຽນ​ , ພ້ອມ​ທັງ​ມີ​ການມອບ​ລາງວັນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ.      ​​​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ມົນຕີ ສີ​ອຸດົມ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ຊຽງຂວາງ ກໍ​ໄດ້​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກຫຼາຍບັນຫາ ໂດຍ​ສະ​ເພາະ​ກໍ່​ແມ່ນ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ນ້ອຍ, ບັນຫາຢາ​ເສບ​ຕິດ ​ແລະ ບັນຫາ​ອື່ນໆອີກ, ຈາກ​ນັ້ນກໍ​ໄດ້​ມອບວາລະສານ​ຈຳນວນໜຶ່ງ ​ໃຫ້​ແກ່​ໂຮງຮຽນ ມສ ສີ​ບຸນ​ເຮືອງ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຮ່ຳຮຽນຂອງ​ຄູ, ອາຈານ ​ແລະ ນັກຮຽນນຳ​ອີກ.       ພ້ອມ​ກັນນີ້ ທ່ານ ​ບົວ​ສີ ​ເພັດ​ສະຫວ່າງ ຮອງ​ອຳນວຍ​ການ​​ໂຮງຮຽນ ມສ ສີ​ບຸນ​ເຮືອງ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່ການ​ນຳ ​ແລະ ທິມງານ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ຊຽງຂວາງ ທີ່​ໄດ້​ນຳ​ວາລະສານ​ກົດໝາຍຈຳນວນໜຶ່ງມອບ​ໃຫ້​ໂຮງຮຽນ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ທັງ​ເປັນ​ຄູ່​ມື​ເພື່ອ​ສ້າງ​ສະຕິ​ກົດໝາຍ​ໃຫ້​ແກ່​ ຄູ, ອາຈານ ​ແລະ ນັກຮຽນ​ໄດ້​ອ່ານ, ຮຽນຮູ້, ​ໂດຍ​ສະ​ເພາະ​ເນື້ອ​ໃນ​ຂອງ​ກົດໝາຍ​ແຕ່​ລະ​ຂົງ​ເຂດ​ໃຫ້​ນັບ​ມື້ນັບ​ເລິກ​ເຊິ​ງ ​ແລະ ກວ້າງ​ຂວາງຕື່ມ​ອີກ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ພະແນກຍຸຕິທຳແຂວງຊຽງຂວາງ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ໂຮງຮຽນ ມສ ສີບຸນເຮືອງ ເມືອງແປກ
https://www.moj.gov.la/lo/node/1098
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 20-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 19/02/2018
ລາຍການຄວາມຮູ້ທາງກົດໝາຍ 19/02/2018
https://www.moj.gov.la/lo/node/1099
ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລົດຂອງລັດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2018, ຢູ່ທີ່ ກະຊວງຍຸຕິທຳ. ພາຍໃຕ້ການເປັນປະທານຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງທ່ານ ພັອ. ອຸດົມ ສີສົງຄາມ ຫົວໜ້າກົມຄຸ້ມຄອງພາຫະນະຂົນສົ່ງ ກະຊວງການເງິນ, ມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົດໝາຍຂອງ ກະຊວງຍຸຕິທຳ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ກ່ຽວກັບ ຊື່, ໂຄງປະກອບ ແລະ ເນື້ອໃນຂອງຮ່າງດຳລັດ ໃຫ້ມີຄວາມເປັນເອກະພາບ, ຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸບັນ. ສຳລັບຮ່າງດຳລັດວ່າດ້ວຍ ລົດຂອງລັດ ປະກອບມີ 9 ໝວດ, 50 ມາດຕາ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ລົດຂອງລັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ການນຳໃຊ້ລົດຂອງລັດເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຍຸຕິທຳ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນທ່ຽງ.   ຂ່າວ: ສີປະໄພ, ພາບ: ສຸກສາຄອນ, ສະໂມສອນກະຊວງຍຸຕິທຳ, ວັນທີ 8 ກຸມພາ 2018. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລົດຂອງລັດ
https://www.moj.gov.la/lo/node/1100
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກຸມພາ 2017, ໂດຍການເປັນປະທານຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ມີຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍ ການລົມລະລາຍຂອງວິສາຫະກິດ ທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1381/ກຍ, ລົງວັນທີ 1 ທັນວາ 2017 ເຂົ້າຮ່ວມ.    ຈຸດປະສົງຂອງກອງປະຊຸມໃນເທື່ອນີ້ ກໍເພື່ອເປັນການປຶກສາຫາແຜນການເຄື່ອນໄຫວວຽກງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງພາຍໃນຄະນະ ເພື່ອຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະການປັບປຸງຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດໃຫ້ເປັນໄປຕາມແຜນການທີ່ກຳນົດໄວ້.      ສຳລັບຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບນີ້ ມີຈຳນວນ 14 ທ່ານ, ຍິງ 4 ທ່ານ, ປະກອບມີ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນຫົວໜ້າຄະນະ, ມີຜູ້ຕາງໜ້າຈາກກົມກົດໝາຍ ແລະ ກົມຮ່ວມມືສາກົນ ກະຊວງຍຸຕິທຳ, ທະນາຄານແຫ່ງ ສປປ ລາວ, ສານປະຊາຊົນສູງສຸດ, ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງຄະນະດັ່ງກ່າວນີ້ຈະເຮັດໜ້າທີ່ໃນການປັບປຸງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດ ຕາມຫຼັກການ ແລະ ຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງປະເທດ ແລະ ໃຫ້ສຳເລັດຕາມແຜນການ ພ້ອມສາມາດນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໃນກາງປີ 2019 ທີ່ຈະມາເຖິງນີ້. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວຂອງຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດ.
https://www.moj.gov.la/lo/node/1101
ໃນຕອນບ່າຍຂອງວັນທີ 14 ກຸມພາ 2018 ທີ່ຜ່ານມາ ຢູ່ທີ່ໂຮງຮຽນປະຖົມກຸ່ມບ້ານປາກໄຊ ແລະ ບ້ານທົ່ງແຄນ ເມືອງກະລືມ ແຂວງເຊກອງໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ ປະຈຳປີ 2018 ຂື້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ບົວເງິນ ພຽນດາວັນ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງກະລຶມ, ຜູ້ຊີ້ນຳວຽກງານອົງການປົກປ້ອງກົດໝາຍ, ມີທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ເຊກອງ, ທ່ານ ງັດສະໃໝ ທອດເຊກອງ ຫົວໜ້າຫ້ອງການຍຸຕິທຳເມືອງກະລຶມ, ມີແຂກຖືກເຊີນ, ພະນັກງານ-ລັດຖະກອນ ແລະ ຜູ້ເຂົ້່າຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ງັດສະໃໝ ທອດເຊກອງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດສະຫຼຸບລາຍງານກ່ຽວກັບການກະກຽມວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ ພ້ອມທັງຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງວາງທິດທາງແຜນການຕໍ່ໜ້າ. ສຳລັບການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ ມີຜູ້ເຂົ້າຮຽນທັງໝົດ 37 ຄົນ, ຍິງ 08 ຄົນ ໃນນັ້ນສ່ວນຫຼາຍແມ່ນມາຈາກອົງການຈັດຕັ້ງຂອງບ້ານ ແລະ ຊາວໜຸ່ມບ້ານ.      ໃນໂອກາດດຽວກັນນັ້ນ ທ່ານ ບົວເງິນ ພຽນດາວັນ ໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດການຮຽນ ໃນການກະກຽມວຽກງານທຸກດ້ານ ເຮັດໃຫ້ຊຸດການຮຽນສາມາດເປີດຂຶ້ນໄດ້ ແລະ ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ 5 ວຽກງານຍຸຕິທຳຮາກຖານ ແລະ ວຽກງານ 3 ສ້າງ ເວົ້າລວມ, ເວົ້າສະເພາະຕ້ອງສຸມໃສ່ການຮຽນ-ການສອນກົດໝາຍຊັ້ນຕົ້ນໃຫ້ບັນລຸຜົນສຳເລັດ ແລະ ນຳເອົາຄວາມຮູ້ທີ່ໄດ້ຈາກການຮຽນເປັນຕົ້ນ ລັດຖະທຳມະນູນ, ກົດໝາຍ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານ, ພາຍໃນກຸ່ມ ເຫັນໄດ້ ຮັບຮູ້ ແລະ ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ເຂັ້ມງວດ. ພາບ, ຂ່າວ: ວິລະພັນ ອິນທະວົງສາ ພະແນກຍຸຕິທຳແຂວງເຊກອງ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ເມືອງກະລຶມ ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ ປະຈຳປີ 2018
https://www.moj.gov.la/lo/node/1102
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກຸມພາ 2018, ຢູ່ທີ່ຫ້ອງປະຊຸມຂອງສະຖາບັນຍຸຕິທຳແຫ່ງຊາດ. ພາຍໃຕ້ການເປັນປະທານຂອງທ່ານ ປອ. ວຽງເພັດ ເຊັງຊົ້ງລໍໄຟຈົງ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ, ມີທ່ານ ສຈ. ເດວິດ ຫົວໜ້າໂຄງການກົດໝາຍ ແລະ ພັດທະນາອາຊີຕາເວັນອອກສຽງເໜືອ ທັງເປັນຫົວໜ້າຄະນະຜູ້ແທນຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ ພ້ອມດ້ວຍຄະນະ, ມີບັນດາຄະນະພະແນກ, ຄະນະພາກວິຊາ ແລະ ນັກສຶກສາສະຖາບັນຍຸຕິທໍາແຫ່ງຊາດ ເຂົ້າຮ່ວມ 38 ທ່ານ, ຍິງ 12 ທ່ານ.      ຈຸດປະສົງຂອງການພົບປະແລກປ່ຽນບົດຮຽນໃນເທື່ອນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ລາວ ແລະ ສ. ເກົາຫຼີ ເວົ້າລວມ, ເວົ້າສະເພາະກໍແມ່ນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ກັບ ໂຮງຮຽນກົດໝາຍສາກົນຮັນດ໋ອງ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນການແລກປ່ຽນບົດຮຽນທາງດ້ານວິຊາການກົດໝາຍ ແລະ ການສຳພາດເອົາພະນັກງານຂອງສະຖາບັນຍຸຕິທຳແຫ່ງຊາດ ໄປສຶກສາຕໍ່ລະດັບປະລິນຍາໂທ ຢູ່ທີ່ໂຮງຮຽນກົດໝາຍສາກົນຮັນດ໋ອງ.      ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ 2 ຫົວຂໍ້ທີ່ສຳຄັນຄື 1.ຫົວຂໍ້: ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາຂອງອາເມລິກາ ໂດຍສະເພາະແມ່ນລະບົບການສ້າງກົດໝາຍ, ລະບົບສານ ແລະ ໄອຍະການຢູ່ອາເມລິກາ. 2 ຫົວຂໍ້: ກົດໝາຍ ຕມ ແລະ ພາສີ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການຖາມ-ຕອບ ເພື່ອແລກປ່ຽນບົດຮຽນກັບຄະນະຊ່ຽວຊານທັງສອງຝ່າຍ. ຮອດເວລາ 11:00 ໂມງ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ. ຂ່າວ: ສີປະໄພ ເພັດປະທຸມມາ, ພາບ: ອ່ອນຄຳ, ສົມຫວັງ, ສະຖາບັນຍຸຕິທຳແຫ່ງຊາດ, ວັນທີ 15 ກຸມພາ 2018.     ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ກັບ ຄະນະຜູ້ແທນທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ
https://www.moj.gov.la/lo/node/1103
ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ດຳລັດວ່າດ້ວຍ ການສື່ສານຜ່ານດາວທຽມ ຂຶ້ນໃນຕອນເຊົ້າຂອງວັນທີ 21 ກຸມພາ 2018. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການກົດໝາຍ ຂອງສອງກະຊວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.      ຈຸດປະສົງການປະຊຸມໃນຄັ້ງນີ້ແມ່ນເພື່ອປັບປຸງ (ຮ່າງ) ດຳລັດວ່າດ້ວຍ ການສື່ສານດາວທຽມ ເພື່ອໃຫ້ສອດຄ່ອງກັບຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການນຳໃຊ້ ການສື່ສານຜ່ານດາວທຽມ ເພື່ອໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ..      ການສື່ສານຜ່ານດາວທຽມ ແມ່ນການສື່ສານທາງດ້ານເຕັກໂນໂລຊີການສື່ສານ ໂດຍນຳໃຊ້ຄື້ນຄວາມຖີ່ປະເພດໜຶ່ງເພື່ອຮັບ-ສົ່ງ ສັນຍານສຽງ, ພາບ ແລະ ຂໍ້ມູນຂ່າວສານ ລະຫວ່າງ ໜຶ່ງ ຫຼື ຫຼາຍສະຖານີພາກພື້ນດິນ ແລະ ໜ່ວຍດາວທຽມ. ຂຽນຂ່າວ: ບຸນຖອມ ພະສະແຫວງ, ຖ່າຍພາບ: ສີປະໄພ ເພັດປະທຸມມາ ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມປຶກສາຫາລື (ຮ່າງ) ດຳລັດວ່າດ້ວຍ ການສື່ສານຜ່ານດາວທຽມ
https://www.moj.gov.la/lo/node/1104
ໃນຕອນເຊົ້າຂອງວັນທີ 21 ກຸມພາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ kwek mean luck, sc (solicitor-general), ຜູ້ຊ່ວຍຫົວໜ້າສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ໃນລະຫວ່າງ ທີ 20-22 ກຸມພາ 2018.      ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ kwek mean luck, sc (solicitor-general), ຜູ້ຊ່ວຍຫົວໜ້າສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກັບ ສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ. ຈາກນັ້ນ, ທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃຫ້ກັນຊາບ. ເພື່ອສະເໜີແລກປ່ຽນບົດຮຽນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບລະບົບກົດໝາຍ ແລະບັນດາອົງການທີ່ຕິດພັນກັບວຽກງານຍຸຕິທຳ ແລະ ກົດໝາຍ ຂອງ ສປປ ລາວ.     ໃນຕອນທ້າຍ ທ່ານ kwek mean luck, sc (solicitor-general) ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານຕ່າງໆ ເປັນຕົ້ນ ການພັດທະນາການສ້າງປຶ້ມຄູ່ມືການຮ່າງກົດໝາຍ, ວຽກງານການຈັດຝຶກອົບຮົມ ບັນດາເຕັກນິກໃນການຮ່າງກົດໝາຍ ແລະ ການຫັນເອົານະໂຍບາຍມາເປັນກົດໝາຍ ໃນ ເດືອນ ເມສາ ປີ 2018 ທີ່ ນະຄອນຫຼວງວຽງຈັນ ພ້ອມສືບຕໍ່ປຶກສາຫາລືຮ່ວມມືກັບກົມກວດກາ ແລະ ປະເມີນຜົນນິຕິກຳ ກ່ຽວກັບການພັດທະນາໃນການກວດກາ ແລະ ປະເມີນຜົນນິຕິກຳ ຂອງກະຊວງຍຸຕິທຳ ແລະ ຂົງເຂດວຽກງານຍຸຕິທຳ ຂອງ ສປປ ລາວ ໃນຕໍ່ໜ້າ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ຕາງໜ້າຈາກສຳນັກງານໄອຍະການ ແຫ່ງ ສາທາລະນະລັດ ສິງກາໂປ
https://www.moj.gov.la/lo/node/1105
ໃນຕອນບ່າຍຂອງວັນທີ 08 ແລະ ວັນທີ 16 ກຸມພາ 2018 ທີ່ຜ່ານມາ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ສະຖາບັນການສຶກສາຕ່າງໆ ພາຍໃນແຂວງຈຳປາສັກ. ນຳພາໂດຍທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ແລະ  ທ່ານ ນ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມຄະນະ. ມີບັນດາ ພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ຢູ່ວິທະຍາໄລການເງິນພາກໃຕ້ ແລະ ວິທະຍາໄລໄອທີໄຊ ຈຳປາ ແຂວງຈຳປາສັກ ເຂົ້າຮ່ວມ 548 ຄົນ, ຍິງ 357 ຄົນ.      ຈຸດປະສົງໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ ພະນັກງານ, ຄູ-ອາຈານ ນັກຮຽນຮູ້ປັນຍາຊົນ, ນັກສຶກສາ ທີ່ເປັນກຳລັງຫຼັກອັນສຳຄັນຂອງຊາດ ໃຫ້ຮັບຮູ້ ແລະ ເຂົ້າໃຈກົດໝາຍ ແລະ ລະບຽບການຢ່າງເລິກເຊີ່ງ, ພ້ອມທັງນຳໃຊ້ສິດ ແລະ ປະຕິບັດພັນທະຂອງຕົນຢ່າງເຕັມສ່ວນ, ປະກອບສ່ວນຢ່າງຕັ້ງໜ້າໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ສຳລັບກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ມີ: ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ຊຶ່ງກົດໝາຍເຫຼົ່ານີ້ມັນຕິດພັນກັບການດຳລົງຊີວິດປະຊາຊົນໃນປັດຈຸບັນ. ນັກຂ່າວພະແນກຍຸຕິທຳແຂວງ ຈຳປາສັກ ປັບປຸງ: ນ. ສີປະໄພ ເພັດປະທຸມມາ.         ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ພະແນກຍຸຕິທຳແຂວງຈຳປາສັກ ລົງໂຄສະນາເຜີຍແຜ່ກົດໝາຍຢູ່ສະຖາບັນການສຶກສາຕ່າງໆ ພາຍໃນແຂວງ
https://www.moj.gov.la/lo/node/1106
ໃນຕອນເຊົ້າຂອງວັນທີ 20 ກຸມພາ 2017 ຜ່ານມານີ້ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານພະແນກຍຸຕິທຳ ແຂວງຫຼວງພະບາງ ໂດຍການຕ້ອນຮັບຂອງທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 19 ທ່ານ.      ທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ກໍໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ແບບແຜນວິທີເຮັດວຽກວິຊາສະເພາະໃນລະຍະຜ່ານມາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ຮັບຟັງການຜ່ານ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕຳແໜ່ງງານຄືນໃໝ່ໃຫ້ມີຄວາມສອດຄ່ອງກັບຕົວເລກລັດຖະກອນທີ່ລັດຖະບານໄດ້ແບ່ງໃຫ້ ໂດຍສະເພາະການແຕ່ງຕັ້ງ, ຍົກຍ້າຍພະນັກງານທີ່ມີຕຳແໜ່ງຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີແລ້ວ.     ໃນຕອນທ້າຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັັກໃຫ້ຄະນະພະແນກ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະ ກອນ ພາຍໃນພະແນກຂອງຕົນໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມກົມກຽວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງພະແນກມີຄວາມສະດວກ, ວ່ອງໄວ, ຍຸຕິທຳ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ, ປະລິມານ ແລະ ຄຸນນະພາບ ຂອງວຽກງານກໍນັບມື້ນັບສູງຂຶ້ນຢ່າງບໍ່ຢຸດຢັ້ງ.   ພາບ, ຂ່າວ: ຂະແໜງກົດໝາຍ ແລະ ໂຄສະນາອົບຮົມກົດໝາຍ ພະແນກຍຸຕິທຳແຂວງຫຼວງພະບາງ. ປັບປຸງໂດຍ : ສີປະໄພ         ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ພະແນກຍຸຕິທຳແຂວງຫຼວງພະບາງ
https://www.moj.gov.la/lo/node/1108
ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (ວັນທີ 22/3/1955 - ວັນທີ 22/3/2018) ໃຫ້ດຳເນີນໄປຢ່າງຟົດຟື້ນ, ຄະນະບໍລິຫານງານພັກກະຊວງຍຸຕິທຳ ໄດ້ຈັດຂະບວນການແຂ່ງຂັນກິລາບານເຕະຂຶ້ນ ໃນລະຫວ່າງວັນທີ 22 ກຸມພາ ຫາ 16 ມີນາ 2018 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທ່ານຂອງ ທ່ານ ໄຊສີ ສັນຕີວົງ ລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ, ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ, ມີທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີພ້ອມທັງແຈ້ງຈຸດປະສົງຂອງການແຂ່ງຂັນກິລາໃນຄັ້ງນີ້, ກິລາບານເຕະຊີງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 63 ປີ ທີ່ຈະມາເຖິງ, ນອກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານອ້ອມຂ້າງກະຊວງຍຸຕິທໍາ. ສໍາລັບການແຂ່ງຂັນປະກອບ ມີ 12 ທີມ ( 6 ຄູ່) ດັ່ງນີ້: ຄູ່ທີ 1: ກົມຈັດຕັ້ງ ແລະ ພະນັກງານ ພົບກັບ ກົມໂຄສະນາເຜີຍແຜ່ກົດໝາຍ; ຄູ່ທີ 2: ກົມກວດກາ ແລະ ປະເມີນຜົນນິຕິກຳ ພົບກັບ ຫ້ອງການກະຊວງ; ຄູ່ທີ 3: ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພົບກັບ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ຄູ່ທີ 4: ກົມສົ່ງເສີມລະບົບຍຸຕິທຳ ພົບກັບ ສະຖາບັນຍຸຕິທຳແຫ່ງຊາດ; ຄູ່ທີ 5: ກົມຮ່ວມມືສາກົນ ພົບກັບ ກົມທະບຽນສານ; ຄູ່ທີ 6: ກົມກົດໝາຍ ພົບກັບ ກົມກວດກາ. ຄູ່ເປີດເດີ່ນ ແມ່ນກົມຈັດຕັ້ງ ແລະ ພະນັກງານ ພົບກັບ ກົມໂຄສະນາເຜີຍແຜ່ກົດໝາຍ ຜ່ານການແຂ່ງຂັນໃນເວລາປົກກະຕິ ແມ່ນສະເໝີກັນ 1-1, ຈາກນັ້ນ, ກໍໄດ້ຍິງລູກຈຸດໂທດເພື່ອຊອກຫາທີມຊະນະ ຜົນປະກົດວ່າທີມກົມໂຄສະນາເຜີຍແຜ່ກົດໝາຍຊະນະໄປດ້ວຍ 3-2 ປະຕູ. ສ່ວນຄູ່ທີ 2 ແມ່ນກົມກວດກາ ແລະ ປະເມີນຜົນນິຕິກຳ ພົບກັບ ຫ້ອງການກະຊວງ ຊຶ່ງໃນຄູ່ນີ້ແມ່ນຊະນະກັນໃນເວລາປົກກະຕິ ຜົນປະກົດວ່າທີມກົມກວດກາ ແລະ ປະເມີນຜົນນິຕິກຳ ຊະນະດ້ວຍ 2-1 ປະຕູ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ສ້າງຂະບວນແຂ່ງຂັນກິລາເຕະບານເພື່ອຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ
ສ້າງຂະບວນການແຂ່ງຂັນກິລາເຕະບານຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/1110
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 28-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 21/02/2018
ລາຍການຄວາມຮູ້ທາງກົດໝາຍ 21/02/2018
https://www.moj.gov.la/lo/node/1111
ໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໄດ້ມີພິທີ​ປະກາດການຈັດຕັ້ງຂອງຕົນຂຶ້ນ. ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ​ມີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 22 ທ່ານ.      ​ໃນພິທີ ທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳວ່າດ້ວຍການຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂອງສະຖາບັນຍຸຕິທຳພາກເໜືອ ໃນນີ້ໄດ້ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຫົວໜ້າຂະແໜງ ຈຳນວນ 8 ທ່ານ, ຍິງ 2 ທ່ານ; ແຕ່ງຕັ້ງຮັກສາການຫົວໜ້າຂະແໜງ ຈໍານວນ 2 ທ່ານ, ຍິງ 1 ທ່ານ; ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າຂະແໜງ ຈຳນວນ 17 ທ່ານ, ຍິງ 5 ທ່ານ.      ເພື່ອເຮັດໃຫ້ພິທີ​ປະກາດການຈັດຕັ້ງໃນຄັ້ງນີ້ ມີຄວາມໝາຍສຳຄັນ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ນັບມື້ນັບມີຄຸນນະພາບສູງຂຶ້ນ ແລະ ເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ.   ພາບ, ຂ່າວ: ໜອນນະພາ ຄຳຈັນ, ສະຖາບັນຍຸຕິທຳພາກເໜືອ. ປັບປຸງໂດຍ: ສີປະໄພ ເພັດປະທຸມມາ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳພາກເໜືອ ໄດ້ຈັດພິທີປະກາດການຈັດຕັ້ງ
ສະຖາບັນຍຸຕິທຳພາກເໜືອ ໄດ້ຈັດພິທີປະກາດການຈັດຕັ້ງ
https://www.moj.gov.la/lo/node/1112
ໃນລະຫວ່າງ​ວັນ​ທີ 26-27 ກຸມພາ 2018 ຜ່ານ​ມາ ຄະ​ນະ​ຮັບ​ຜິດ​ຊອບ​ສ້າງ​ຮ່າງ​ປະມວນ​ກົດໝາຍ​ແພ່ງ​ຂອງ ສປປ ລາວ​ ​​ໄດ້​ຈັດ​ກອງ​ປະຊຸມວິຊາ​ການປະມວນ​ກົດໝາຍ​ແພ່ງ​ ຄັ້ງ​ທີ VI ຮ່ວມ​ກັບ​ຊ່ຽວຊານ​ຂອງ ສສ ຫວຽດນາມ ​ແລະ ຢີ່ປຸ່ນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ເກດ ກຽດຕິ​ສັກ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຊ່ຽວຊານ​ທາງ​ດ້ານກົດໝາຍ ຂອງ ສສ ຫວຽດນາມ ຊຶ່ງ​ນຳໂດຍ ທ່ານ ດິງຈຸ​ງຕຸ​ງ ອະດີດ​ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ​ແລະ ຊ່ຽວຊານ​ຈາກຍີ່​ປຸ່ນນຳ​ໂດຍ ທ່ານ ອາຈານ ມັດ​ສຶ​ໂອະ ສາດສະດາຈານ​ດ້ານ​ກົດໝາຍ ມະຫາວິທະຍາ​ໄລ​ເຄ​ໂອ ປະ​ເທດ​ຍີ່ປຸ່ນ, ມີ​ຜູ້ຕາງໜ້າຈາກ​ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງໝົດ 62 ທ່ານ, ຍິງ 19 ທ່ານ.       ກອງ​ປະຊຸມ​​​ໃນ​ຄັ້ງ​ນີ້ ​ໄດ້ສຸມ​ໃສ່​ການ​ຄົ້ນຄວ້າ, ການ​ປະກອບ​​ຄຳ​ເຫັນ​ແລກປ່ຽນບົດຮຽນ ​ແລກປ່ຽນປະສົບ​ການ ​ແລະ ພຶດຕິ​ກຳ​ຕົວ​ຈິງ ໂດຍ​ສະ​ເພາະ​ແມ່ນ​ບາງ​ມາດຕາ​ຂອງ​ປະມວນ​ກົດໝາຍ​ແພ່ງສະບັບ​ນີ້, ​ເປັນ​ຕົ້ນ ກ່ຽວກັບກຳມະສິດ ​ແລະ ການ​ປົກ​ປ້ອງ​ກຳມະສິດ, ຮູບ​ແບບການ​ຄ້ຳປະກັນ ​ແລະ ບູລິ​ມະ​ສິດ​ໃນ​ການ​ໃຊ້​ແທນໜີ້ສິນ ​ແລະ ຫຼັກການ​ສຳຄັນ​ຂອງ​ສັນຍາ ​ເພື່ອ​ດັດ​ປັບ​ໃຫ້​ສາຍ​ພົວພັນ​ສັງຄົມຖືກຕ້ອງ ​ແລະ ສອດຄ່ອງ​ກັບຫຼັກການ ຂອງ​ປະມວນ​ກົດໝາຍ​ແພ່ງ​ສະບັບ​ນີ້ ຊຶ່ງຮ່າງ​ປະມວນ​ກົດໝາຍ​ແພ່ງ​ສະບັບ​ທຳ​ອິດ​ຂອງ ສປປ ລາວ  ປະກອບ​ມີ 9 ພາກ​ໃຫຍ່, 52 ໝວດ, 615 ມາດຕາ;           ນອກຈາກ​ນັ້ນ ກໍ​ເພື່ອ​​ໃຫ້ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ, ກໍ​ໄດ້​ມີ​ການ​ປັບປຸງ​ບັນດາ​ກົດໝາຍທີ່​ມີ​ຢູ່​ແລ້ວ​ໃຫ້​ສອດຄ່ອງ​ກົມກຽວກັນ ​ແລະ  ເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຮັດກຸມ ທັງເປັນການແກ້ໄຂຊ່ອງວ່າງ ແລະ ສ້າງຄວາມເຂົ້າໃຈ​ເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍ​ໃຫ້ມີ​ຄວາມໂປ່ງໃສ່ ແລະ ຍຸຕິທໍາ.    ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ  ພາບ ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມວິຊາການປະມວນກົດໝາຍແພ່ງ ຄັ້ງທີ VI ຮ່ວມກັບຊ່ຽວຊານຂອງ ສສ ຫວຽດນາມ ແລະ ຢີ່ປຸ່ນ
ກອງປະຊຸມວິຊາການປະມວນກົດໝາຍແພ່ງ ຄັ້ງທີ VI ຮ່ວມກັບຊ່ຽວຊານຂອງ ສສ ຫວຽດນາມ ແລະ ຢີ່ປຸ່ນ
https://www.moj.gov.la/lo/node/1113
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 28-ກຸມພາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 25/2/2018
ລາຍການເພື່ອສັງຄົມຍຸຕິທຳ 25/2/2018
https://www.moj.gov.la/lo/node/1114
ໃນເວລາ 10:30 ໂມງ ຂອງວັນທີ 28 ກຸມພາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.      ຈຸດປະສົງຂອງການເຂົ້າຢ້ຽມຂຳ່ນັບໃນຄັ້ງນີ້ແມ່ນ ເນື່ອງໃນໂອກາດທີ່ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄົນໃໜ່ ພ້ອມກັນນີ້ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າຊຶ່ງຈະກາຍເປັນສ່ວນໜຶ່ງໃນການເຮັດວຽກຮ່ວມກັນໃນຂົງເຂດກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ.      ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາໃຫ້ກັນຊາບ ແລະ ໄດ້ສົນທະນາກັນກ່ຽວກັບການຮ່ວມມືດ້ານວຽກງານຍຸຕິທຳ ເປັນຕົ້ນແມ່ນການຊ່ວຍເຫຼືອແກ່ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງກະຊວງຍຸຕິທຳ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂື້ນ.      ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍຕໍ່ການດຳລົງຕຳແໜ່ງໃໝ່ຂອງ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ.      ໃນໂອກາດອັນດຽວກັນນີ້, ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ກໍສະແດງໄດ້ຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.                                                                                                                                                                                                            ຂ່າວ, ພາບ: ບຸນຖອມ ພະສະແຫວງ                                       ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊີນ ຊຸງ ຊູນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ
https://www.moj.gov.la/lo/node/1116
ໃນຕົ້ນອາທິດຜ່ານມາ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳ ແຂວງຊຽງຂວາງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຊຸກຍູ້ການຮຽນ - ການສອນ ກົດໝາຍຊັ້ນຕົ້ນ ຢູ່ 2 ເມືອງຄື: ເມືອງແປກ ຢູ່ກຸ່ມບ້ານພັ້ນ ແລະ ເມືອງຜາໄຊ ຢູ່ກຸ່ມບ້ານແສນອຸດົມ ແຂວງຊຽງຂວາງ, ມີນັກຮຽນເຂົ້າຮຽນທັງໝົດ 90 ຄົນ, ຍິງ 13 ຄົນ, ໃນນັ້ນເມືອງແປກມີ  47 ຄົນ, ຍິງ 5 ຄົນ ແລະ ເມືອງຜາໄຊມີ 43 ຄົນ, ຍິງ 8 ຄົນ.       ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍທິດນຳ 3 ສ້າງໃນຂະແໜງຍຸຕິທຳ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກວາງອອກ ກໍຄືມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03 /ກມສພ, ລົງວັນທີ 15 ກຸມພາ 2012 ແລະ ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ສະບັບ ເລກທີ 03 / ກມສພ, ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ປະກົດຜົນເປັນຈິງ.      ໃນໂອກາດນີ້ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ມີຄຳເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮຽນກົດໝາຍຊັ້ນຕົ້ນໃນຊຸດນີ້ ໃຫ້ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ ຫ້າວຫັນ ບໍ່ໃຫ້ປະລະການຮຽນ, ມີຄວາມສາມັກຄີແໜັນແຟ້ນ ມີລະບຽບວິໄນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເອົາໃຈໃສ່ຕໍ່ຄູ, ອາຈານໃນເວລາຂຶ້ນຫ້ອງສອນ ແລະ ຕັ້ງໃຈຄົ້ນຄວ້າ-ຮຳ່ຮຽນ, ຕາມປຶ້ມຫຼັກສູດຕຳລາການຮຽນກົດໝາຍຊັ້ນຕົ້ນປະກອບດ້ວຍ 4 ກຸ່ມວິຊາຄື: ພາກວິຊາທິດສະດີການເມືອງ - ການປົກຄອງ, ພາກວິຊາກົດໝາຍ, ພາກວິຊາວຽກງານຍຸຕິທຳຮາກຖານ ແລະ ພາກວິຊາເຕັກນິກການແຕ່ງເອກະສານທາງລັດຖະການ ລວມທັງໝົດ 37 ວິຊາ,  30 ໜ່ວຍກິດ ແລະ 450 ຊົ່ວໂມງ. ພາຍຫຼັງຮຽນຈົບຫຼັກສູດການຮຽນ - ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນແລ້ວຈະໄດ້ນຳເອົາຄວາມຮູ້ທີ່ຮຽນມາໄປໜູນໃຊ້ ເຂົ້າໃນໜ້າທີ່ວຽກງານຕົວຈິງ, ທັງຮັບປະກັນໃນການບໍລິຫານວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສອດຄ່ອງຕາມແນວທາງຂອງພັກ, ກົດໝາຍຂອງລັດ ແລະ ເຮັດວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິພາບ ປະສິດທິຜົນສູງກວ່າເກົ່າ.                                                                    ຂ່າວ, ພາບ: ອ້ວນ ດາລາວົງ, ພະແນກຍຸຕິທຳແຂວງ ຊຽງຂວາງ                                                                                ກວດແກ້ ແລະ ປັບປຸງໂດຍ: ພັກມີໄຊ ບົວຕົງມົວ           ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ລົງຕິດຕາມ, ຊຸກຍູ້ການຮຽນ - ການສອນກົດໝາຍຊັ້ນຕົ້ນຢູ່ 2 ເມືອງ ແຂວງຊຽງຂວາງ.
https://www.moj.gov.la/lo/node/1117
ໃນວັນທີ 26 ກຸມພາ 2018 ນີ້. ໂດຍການນຳພາຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ການຮຽນ-ການສອນກົດໝາຍລະຍະສັ້ນ 45 ວັນ ຢູ່ທີ່ ຫ້ອງວ່າການສະພາປະຊາຊົນແຂວງ ຫົວພັນ.      ເຊິ່ງໄດ້ເປີດຮຽນມາແລ້ວໃນວັນທີ 16 ມັງກອນ 2018 ແລະ ຈະປິດການຮຽນໃນວັນທີ 30 ມີນາ 2018 ດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະນຳຕໍ່ກັບການຮຽນ - ການສອນກົດໝາຍລະຍະສັ້ນ 45 ວັນ ຈຶ່ງໄດ້ລົງຕິດຕາມ, ຊຸກຍູ້ ທັງເປັນການກວດກາ ຕີລາຄາຄວາມຮູ້ຄວາມເຂົ້າໃຈຂອງບັນດານັກຝຶກອົບຮົມ  ເຊິ່ງໄດ້ເຂົ້າຮ່ວມຝຶກອົບຮົມກົດໝາຍມາໄດ້ລະຍະ 1 ເດືອນ, ໃນຊ່ວງລະຍະ 1 ເດືອນຜ່ານມາ ການຝຶກອົບຮົມສາມາດສັງເກດຕີລາຄາເຫັນໄດ້ວ່າ: ນັກຝຶກອົບຮົມແມ່ນໄດ້ເອົາໃຈໃສ່ໃນການສຶກສາ-ຄົ້ນຄວ້າ ແລກປ່ຽນບົດຮຽນລະຫວ່າງຄູອາຈານ ແລະ ນັກຝຶກອົບຮົມດ້ວຍກັນໂດຍສະເພາະແມ່ນການຍົກເອົາບັນຫາທີ່ເກີດຂື້ນໃນຕົວຈິງຂອງສັງຄົມ ນຳມາສົນທະນາແລກປ່ຽນບົດຮຽນນຳກັນ ແລະ ຊອກວິທີແກ້ບັນຫາດັ່ງກ່າວໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ.      ນອກຈາກນັ້ນ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ຍັງໄດ້ມີຄຳເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຂະບວນການຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ທີ່ໄດ້ຕັ້ງໜ້າສຶກສາ-ຄົ້ນຄ້ວາ ແລກປ່ຽນບົດຮຽນ ຢ່າງເປັນຂະບວນການຟົດຟື້ນ ແລະ ໃຫ້ນັກຝຶກອົບຮົມສືບຕໍ່ຕັ້ງໜ້າຄົ້ນຄວ້າແລກປ່ຽນບົດຮຽນນຳຄູອາຈານຈົນກວ່າການຝຶກອົບຮົມຈະສຳເລັດລົງ, ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ນັກຝຶກອົບຮົມ ນຳໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານໃນກົມກອງຂອງຕົນໃຫ້ມີປະສິດທິພາບ ມີປະສິດທິຜົນດີຂື້ນກວ່າເກົ່າ.                                                               ຂ່າວ, ພາບ: ພວງເພັດ ເພັດຍາວົງ ພະແນກຍຸຕິທຳແຂວງ ຫົວພັນ                                                                             ກວດແກ້ ແລະ ປັບປຸງໂດຍ: ພັກມີໄຊ ບົວຕົງມົວ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ພະແນກຍຸຕິທຳແຂວງ ຫົວພັນ ລົງຕິດຕາມ, ຊຸກຍູ້ການຮຽນ-ການສອນກົດໝາຍລະຍະສັ້ນ 45 ວັນ
https://www.moj.gov.la/lo/node/1118
ໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ ຊຸດທີ VII ປະຈໍາປີ 2018 ຂຶ້ນ ຢູ່ທີ່ພະແນກຍຸຕິທໍາແຂວງຈຳປາສັກ. ໃຫ້ກຽດເປັນປະທານຂອງ ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຂົງເຂດປົກປ້ອງກົດໝາຍ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 91 ທ່ານ, ຍິງ 21 ທ່ານ.     ທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ກຸມພາ 2018 ແລະ ຈະດຳເນີນໄປຈົົນເຖິງວັນທີ 18 ພຶດສະພາ 2018 ຈຶ່ງຈະສໍາເລັດ, ມີນັກຝຶກອົບຮົມທັງໝົດ 57 ທ່ານ, ຍິງ 12 ທ່ານ, ມີ 28 ວິຊາຮຽນ, 315 ຊົ່ວໂມງ. ໃນຕອນທ້າຍຂອງພິທີ ທ່ານ ເມກສະຫວັນ ພົມພິທັກ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບທີ່ໄດ້ກະກຽມຊຸດຝຶກອົບຮົມ ພ້ອມທັງເນັ້ນໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງການຝຶກອົບກົດໝາຍ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການ; ນອກຈາກການເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຢູ່ພະແນກຍຸຕິທໍາແຂວງແລ້ວ ບັນດາຫ້ອງການຍຸຕິທຳ 10 ເມືອງກໍໄດ້ສຳເລັດການເປີດ ການຮຽນ - ການສອນກົດໝາຍຊັ້ນຕົ້ນລະຍະ 3 ເດືອນຂື້ນ ຊຶ່ງເປັນການໂຄສະນາເຜີຍແຜ່ສຶກສາອົບຮົມກົດໝາຍໃຫ້ອົງການປົກຄອງຂັ້ນທ້ອງຖິ່ນໄດ້ຮັບຮູ້, ເຂົ້າໃຈ, ກຳໄດ້ເນື້ອໃນຂອງກົດໝາຍ ແລະ ລະບຽບການ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ນັບມື້ນັບຫັນເຂົ້າສູ່ ກົດໝາຍ ແລະ ລະບຽບການເທື່ອລະກ້າວ.   ຂຽນໂດຍ: ພູໂຂງ ປັບປຸງໂດຍ: ສີປະໄພ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຈຳປາສັກ ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ  ຄັ້ງທີ VII ປະຈໍາປີ 2018
ພະແນກຍຸຕິທຳແຂວງຈຳປາສັກ ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ ຄັ້ງທີ VII ປະຈໍາປີ 2018
https://www.moj.gov.la/lo/node/1120
​​ໃນວັນ​ທີ 27 ກຸມພາ 2018 ​ຜ່ານມາ ພະ​ແນ​ກຍຸຕິ​ທຳແຂວງ ຫົວພັນ ​ໄດ້ສົບທົບ ກັບ ອົງການໄອຍະການປະຊາຊົນແຂວງ ແລະ ກອງບັນຊາການທະຫານ ແຂວງ ຫົວພັນ ​ໄດ້​ລົງເຄື່ອນໄຫວໂຄສະນາ​ເຜີຍ​ແຜ່​ກົດໝາຍ ໃຫ້ນາຍ ແລະ ພົນທະຫານຢູ່ໂຮງຮຽນທະຫານທ້ອງຖິ່ນ, ​ໂດຍ​ການ​ນຳພາຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງຫົວພັນ, ​ມີທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ, ຄະນະອຳນວຍການໂຮງຮຽນ, ນັກຮຽນ, ນາຍ ແລະ ພົນທະຫານເຂົ້າ​ຮ່ວມ​ທັງໝົດ ຈຳນວນ 198 ຄົນ,ຍິງ 2 ຄົນ.  ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການຈັດຕັ້ງ​ຜັນ​ຂະ ຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ ​ແລະ ຄຳສັ່ງເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ຂອງນາຍົກລັດຖະມົນຕີ ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ​ຊຶ່ງ​ກົດໝາຍທີ່​ນຳ​ມາ​ໂຄສະນາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້​ປະກອບ​ມີ ​ກົດໝາຍວ່າ​ດ້ວຍ ຂໍ້ຜູກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ, ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ ແລະ ວຽກງານຂອງອົງການໄອຍະການປະຊາຊົນ ໃຫ້ອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາກົດໝາຍຕ່າງໆ, ມີສະຕິເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ.        ​​​ການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້ ທ່ານ ນາງ ພູເຮືອງ ພົມມະວັນ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ກໍ​ໄດ້​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກຫຼາຍບັນ​ຫາ ໂດຍ​ສະ​ເພາະ​ແມ່ນ​ການ​ຫັນ​ການ​ຄຸ້ມ​ຄອງ​ ການຊີ້​ນຳ-ບັນຊາ ຖັນ​ແຖວ​ນັກຮົບໃຫ້​​ເຂົ້າ​ສູ່​ກົດໝາຍ​ເທື່ອ​ລະ​ກ້າວ.       ​ໃນ​ຕອນ​ທ້າຍ ທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ​ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່ທີມງານ​ ທີ່​ໄດ້​ນຳ​ເອົາ​ກົດໝາຍລົງມາໂຄສະນາໃຫ້ກັບອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາກົດໝາຍຕ່າງໆ. ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມັນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ​ເທື່ອ​ລະ​ກ້າວ. ຂ່າວ,ພາບ: ພວງ​ເພັດ ​ເພັດ​ຍາ​ວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫົວພັນ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ໂຮງຮຽນທະຫານທ້ອງຖິ່ນ
ພະແນກຍຸຕິທຳແຂວງຫົວພັນ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ໂຮງຮຽນທະຫານທ້ອງຖິ່ນ
https://www.moj.gov.la/lo/node/1121
ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຄວາມສະຫງົບ ປີ 2017 ຂອງສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ມີນາ 2018 ຢູ່ ສະຖາບັນຍຸຕິທໍາແຫ່ງຊາດ. ໂດຍການເປັນປະທານຂອງທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄະນະປ້ອງກັນ ແລະ ແຂກຖືກເຊີນເຂົ້າຮ່ວມ.          ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາວຽກງານປ້ອງກັນພາຍໃນຂອງຕົນ ໃນປີ 2017 ແລະ ພ້ອມກັນນັ້ນກໍໄດ້ກຳນົດທິດທາງແຜນການ ໃນປີ 2018. ໃນນັ້ນໄດ້ມີການຕີລາຄາຄືນການຊີ້ນໍາ-ນຳພາ ແລະ ການເຄື່ອນໄຫວວຽກງານຂອງຄະນະປ້ອງກັນຄວາມສະຫງົບພາຍໃນ ເປັນຕົ້ນແມ່ນ ຜົນງານອັນພົ້ນເດັ່ນທີ່ສາມາດຍາດມາໄດ້ໃນລະຍະ 1 ປີ ຜ່ານມາ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ຊຶ່ງທາງຄະນະປ້ອງກັນຄວາມສະຫງົບຂອງສະຖາບັນຍຸຕິທຳແຫ່ງຊາດແມ່ນໄດ້ເອົາໃຈໃສ່ເປັນເຈົ້າການຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ້ອງກັນຕົນເອງ ໂດຍໄດ້ຈັດຕັ້ງການປະຈຳການ, ການເວນຍາມຫ້ອງການ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງພັກ-ຂອງລັດ, ຂອງຊາດ  ພ້ອມດຽວກັນນັ້ນກໍໄດ້ມີການກໍານົດທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນຈະສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ຊີ້ນຳ-ນຳພາວຽກງານປ້ອງກັນ ໂດຍສະເພາະແມ່ນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນ ສະຖາບັນຍຸຕິທຳແຫ່ງຊາດ ກໍຄືໃນສັງຄົມ ໃຫ້ມີຄວາມສະຫງົບປອດໄພ 100%. ຂ່າວ: ສີປະໄພ, ພາບ: ສົມຫວັງ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຄວາມສະຫງົບ ປີ 2017
ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຄວາມສະຫງົບ ປີ 2017
https://www.moj.gov.la/lo/node/1122
ໃນທ້າຍເດືອນ ກຸມພາ 2018 ທີ່ຜ່ານມາ ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງອຸທຸມພອນ ຊຶ່ງນຳພາໂດຍ ທ່ານ ຄຳສິງ ເພັງໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ.     ສຳລັບການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ ແມ່ນໄດ້ເປີດຢ່າງເປັນທາງການໃນວັນທີ 12 ກຸມພາ 2018 ທີ່ຜ່ານມາ, ຢູ່ກຸ່ມບ້ານນາໂພ, ມີຜູ້ເຂົ້າຮຽນທັງໝົດ 63 ທ່ານ, ຍິງ 3 ທ່ານ ທີ່ມາຈາກ 12 ບ້ານຢູ່ອ້ອມຂ້າງ. ມາຮອດປັດຈຸບັນໄດ້ສໍາເລັດແລ້ວ 11 ວິຊາຮຽນ ແລະ ຈະສືບຕໍ່ຮຽນອີກ 26 ວິຊາຈຶ່ງຈະສຳເລັດ.     ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານ ຄຳສິງ ເພັງໄຊຍະພອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮຽນ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ຜູ້ເຂົ້າຮຽນ ຈົ່ງສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເຂົ້າຮ່ວມການຮຽນຈົນສຸດກົກສຸດປາຍ, ເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນການຮຽນ, ການປະຕິບັດໜ້າທີ່ວຽກງານ ພ້ອມກັນແລກປ່ຽນບົດຮຽນ ເພື່ອເຮັດໃຫ້ທຸກຄົນຮັບຮູ້ ແລະ ເຂົ້າໃຈ ກົດໝາຍ ແລະ ລະບຽບການທີ່ລັດປະກາດໃຊ້ໃນແຕ່ລະ ລະຍະ ໄດ້ຢ່າງລະອຽດຈະແຈ້ງຂຶ້ນຕື່ມ. ຂ່າວ: ສີປະໄພ. ພາບ: ດາວພະຕາ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງສະຫວັນນະເຂດ ລົງຊຸກຍູ້ ແລະ ຕິດຕາມ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນທ້າຍເດືອນ ກຸມພາ 2018 ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງນຳພາໂດຍທ່ານ ຄຳສິງ ເພັງໄຊຍະພອນ ຮອງຫົວໜ
ພະແນກຍຸຕິທຳແຂວງສະຫວັນນະເຂດ ລົງຊຸກຍູ້ ແລະ ຕິດຕາມ ການຮຽນ-ການສອນກົດໝາຍຊັ້ນຕົ້ນ
https://www.moj.gov.la/lo/node/1123
ພິທີດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າຂອງ ວັນທີ 28 ກຸມພາ 2018 ຢູ່ທີ່ ຫ້ອງປະຊຸມຂອງຫ້ອງການຍຸຕິທຳເມືອງໂພນທອງ ແຂວງຫຼວງພະບາງ. ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ແກ້ວລາວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີທ່ານ ກອງຄຳ ທະວີຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ເຂົ້າຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.       ໃນພິທີ ທ່ານ ສົມບັດ ຈັນທະມາໄລ ຮອງຫົວໜ້າຫ້ອງການຍຸຕິທຳເມືອງໂພນທອງ ກໍໄດ້ຂຶ້ນລາຍງານກ່ຽວກັບການກະກຽມການຮຽນ-ການສອນກົດໝາຍຊັ້ນຕົ້ນ ຫຼັກສູດ 3 ເດືອນ ຮຸ້ນທີ່ VI ຊຶ່ງການຮຽນໃນເທື່ອນີ້ໄດ້ເລີ່ມເປີດຢ່າງເປັນທາງການ ໃນວັນທີ 28 ກຸມພາ 2018 ທີ່ຜ່ານມາແລະ ຈະດຳເນີນໄປຈົນເຖິງວັນທີ 30 ພຶດສະພາ 2018 ຈຶ່ງຈະສຳເລັດ, ວິຊາທີ່ໄດ້ມາສິດສອນ ແລະ ຮຽນທັງໝົດມີ 25 ວິຊາ, ມີຜູ້ເຂົ້າຮ່ວມຮຽນທັງໝົດ 35 ທ່ານ, ຍິງ 11 ທ່ານ.      ໃນຕອນທ້າຍຂອງພິທີ ທ່ານ  ຄຳຜາຍ ແກ້ວລາວັນ ຮອງເລຂາພັກເມືອງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ເພື່ອຍາດແຍ່ງເອົາຄວາມຮູ້ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການນຳຄູ-ອາຈານ ແລະ ເຂົ້າຮ່ວມຮຽນຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຂຽນຂ່າວໂດຍ: ນ. ສີປະໄພ       ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ເມືອງໂພນທອງ ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ຮຸ້ນທີ VI ປະຈໍາປີ 2018
ເມືອງໂພນທອງ ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ຮຸ້ນທີ VI ປະຈໍາປີ 2018
https://www.moj.gov.la/lo/node/1124
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 2 ກຸມພາ 2018 ທີ່​ຜ່ານ​ມາ ທີ່​ສະ​ໂມສອນ​ເມືອງ​ຈັນທະ​ບູລີ ຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນ ກົດໝາຍຊັ້ນ​ຕົ້ນຊຸດ​ທີ VIII ປະຈຳ​​ປີ 2018 ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເພັງ ສີ​ນະວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ນາງ ບົວ​ລອນ ວົງ​ດາລາ​ແສນ ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ຈັນທະ​ບູລີ, ມີ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າຫ້ອງການ,​ເລຂາ​ພັກ​ບ້ານ,ນາຍບ້ານ ​ຕະຫຼອດຮອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ​ເຂົ້າ​ຮວ່ມທັງໝົດ 75 ທ່ານ, ຍິງ ​30 ທ່ານ.    ​ໃນ​ພິທີ ​ທ່ານ ​ເພັດ​ສະໝອນ ສົງ​ຄຳ​ຈັນ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​ ໄດ້​ຂື້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ເຈົ້າ​ເມືອງ ​ເມືອງຈັນທະ​ບູລີ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VIII ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ​ຈັນທະ​ບູລີ     ຊື່​ງຈຸດປະສົງ ​ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​​ໂດຍ​ສະ​ເພາະ ​ແມ່ນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​​ໃຈ ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແຕ່ລະ​ຂະ​ແໜງລົງ​ສູ່​ທ້ອງ​ຖິ່ນ​ຮາກ​ຖານ ​ເພື່ອ​ເຮັດ​ໃຫ້​ອົງການ​ປົກຄອງ​ບ້ານ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​ຖືກຕ້ອງ​ຕາມ​ພາລະ​ບົດບາດ,ສິດ ​ແລະ ໜ້າທີ່​ຂອງ​ຕົນ,ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ. ສຳລັບວິຊາ​ທີ່​ນຳ​ມາສິດສອນ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮວບ​ຮວມ​ເອົາ​ບັນດາ​ກົດໝາຍ​ໃນ​ສີ່​ຂົງ​ເຂດ ​ໂດຍ​ແບ່ງ​ອອກເປັນ​ພາກ​ທົ່ວ​ໄປ 6 ວິຊາ ​ແລະ ພາກ​ລົງ​ເລິກ​ບາງ​ຂະ​ແໜງກົດໝາຍ ມີ 27 ວິຊາ, ​ໃຊ້​ເວລາ​ໃນ​ການ​ສິດສອນ​ທັງໝົດ 3 ​ເດືອນຈຶ່ງ​ຈະ​ສຳ​ເລັດ.           ​ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ນາງ ບົວ​ລອນ ວົງ​ດາລາ​ແສນ ​ເຈົ້າ​ເມືອງ​ ​ເມືອງ​ຈັນທະ​ບູລີ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ໂດຍທ່ານ​ໄດ້​ເນັ້ນໜັກ​ຕໍ່​ບັນດາ​ຜູ້​ເຂົ້າ​ຮວ່ມການ​ຮຽນກົດໝາຍຊັ້ນ​ຕົ້ນ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ຕັ້ງ​ໃຈ​ສຶກສາ​ຄົ້ນຄວ້າ​ຮໍ່າຮຽນ,​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ​ແລະ ຍາດ​ແຍ່ງ​ຄວາມ​ຮູ້​ຄວາມ​ສາມາດ​ນຳ​ຄູ​ອາຈານ​ເພື່ອນຳ​ເອົາ​ຄວາມ​ຮູ້,ຄວາມ​ສາມາດດັ່ງກ່າວໄປ​ຈັດ​ຕັ້ງ​ປະຕິບັດ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.        ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ສຸກ​ສາຄອນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​​ເປີດ​ ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018
ຫ້ອງການຍຸຕິທຳເມືອງຈັນທະບູລີເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018
https://www.moj.gov.la/lo/node/1125
ໃນຕອນບ່າຍຂອງວັນທີ 2  ມີນາ 2018 ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງຫຼວງພະບາງ. ໜ່ວຍສະຫະພັນແມ່ຍິງພະແນກຍຸຕິທໍາແຂວງຫຼວງພະບາງ ໄດ້ຕ້ອນຮັບໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງອຸດົມໄຊ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ກອງຄຳ ທະວິຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ແລະ ທ່ານ ສອນສຸວັນ ປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ສະມາຊິກສະຫະພັນແມ່ຍິງທັງສອງພະແນກເຂົ້າຮ່ວມ ຈຳນວນ 33 ທ່ານ, ຍິງ 31 ທ່ານ.     ໃນກອງປະຊຸມກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະ ການເຄື່ອນໄຫວວຽກງານວິຊາສະເພາະຂອງເອື້້ອຍນ້ອງແມ່ຍິງ ໃນນັ້ນໄດ້ມີການແລກປ່ຽນ 3 ວຽກງານຄື: ວຽກງານທະບຽນສານ, ວຽກງານບໍລິຫານ-ການເງິນ ແລະ ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍ.     ໃນຕອນທ້າຍຂອງກອງປະຊຸມ ທ່ານ ກອງຄຳ ທະວິຈິດ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກແມ່ຍິງທັງສອງພາກສ່ວນ ຈົ່ງພ້ອມກັນປະຕິບັດໜ້າທີ່ວຽກງານທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂະແໜງຂອງຕົນ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ, ເອົາ ໃຈໃສ່ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮີດຄອງປະເພນີອັນດີງາມຂອງເອື້ອຍນ້ອງແມ່ຍິງລາວເວົ້າລວມ, ເວົ້າສະເພາະເອື້ອຍນ້ອງແມ່ຍິງຢູ່ 2 ພະແນກຍຸຕິທຳໃຫ້ຍືນຍົງ ເພື່ອເປັນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂ່າວ: ນ: ມະໄລກອນ ສິນທ່າວ ພາບ: ນ. ວິນຸດ ວົງໄຊຍາ ຂະແໜງກົດໝາຍ ແລະ ໂຄສະນາກົດໝາຍ ແຂວງຫຼວງພະບາງ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ໜ່ວຍສະຫະພັນແມ່ຍິງ 2 ພະແນກຍຸຕິທຳ ແລກປ່ຽນບົດຮຽນຮ່ວມກັນ
ໜ່ວຍສະຫະພັນແມ່ຍິງ 2 ພະແນກຍຸຕິທຳ ແລກປ່ຽນບົດຮຽນຮ່ວມກັນ
https://www.moj.gov.la/lo/node/1126
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 07-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 4/3/2018
ລາຍການເພື່ອສັງຄົມຍຸຕິທຳ 4/3/2018
https://www.moj.gov.la/lo/node/1127
ໃນຕອນ​ບ່າຍ​ຂອງ​ວັນ​ທີ 5 ມີນາ 2018 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ແຂວງຫຼວງພະບາງ ​ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ ກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳ ພັກແຂວງ, ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ ເຂົ້າ​ຮ່ວມມີ​ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານ ຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງ ພ້ອມພຽງ.      ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາ ພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງ ຂັ້ນສູນກາງກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ ​ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ຊຶ່ງ​ກ່ອນ​ອື່ນ​ທ່ານ​ໄດ້ກ່າວຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ ຊຶ່ງທ່ານໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນລະຍະຜ່ານ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ທ່ານກໍໄດ້ເນັ້ນ​ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງ ຄວນເອົາໃຈໃສ່ຕື່ມເຂົ້າໃນວຽກງານ, ການປະສານສົມທົບກັບຜູ້ຮັບຜິດຊອບຂອງກະຊວງຍຸຕິທໍາ ໃນການສັງລວມບັນດານຳນິຕິກຳ ຂອງແຂວງມາລົງຈົດໝາຍເຫດທາງລັດຖະການ ໃຫ້ຫຼາຍຂຶ້ນກວ່າເກົ່າ.     ໃນກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າ ກົມໂຄສະນາເຜີຍແຜ່ກົດໝາຍໄດ້ຂຶ້ນຜ່ານບົດສະຫຼຸບຍໍ້ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານໃນລະຍະ 5 ປີທີ່ຜ່ານມາ ຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນັ້ນກໍໄດ້ສະເໜີໂດຍລວມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຄຸ້ມຄອງຈົດໝາຍເຫດທາງລັດຖະການ, ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ແລກປ່ຽນ ແລະ ປຶກສາຫາລຶ ເຊິ່ງກັນແລະກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານ ຢ່າງກົງໄປກົງມາ ແລະ ເຄື່ອນ​ໄຫວ ວຽກງານ​ຕາມ​ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້​ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເຮັດໃຫ້ນິຕິກໍາຂອງແຂວງ ຖືກພິມລົງຈົດໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍຂຶ້ນກວ່າເກົ່າ.         ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
https://www.moj.gov.la/lo/node/1128
ໃນຕອນ​ບ່າຍ​ຂອງ​ວັນ​ທີ 7 ມີນາ 2018 ທີ່ພະແນກຍຸຕິທຳແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ​ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ ເຂົ້າ​ຮ່ວມມີ​ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານຫົວໜ້າພະແນກຍຸຕິທຳແຂວງ, ທ່ານຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.     ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງຂັ້ນສູນກາງກໍຄືຜູ້ຮັບຜິດຊອບວຽກງານຕົວຈິງ ຈາກກະຊວງຍຸຕິທໍາກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ.     ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍກໍໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນລະຍະຜ່ານມາຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນ ທ່ານ ພົມມະສຸກ ມອນຈັນດີ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂອດການປະສານງານກັບຜູ້ທີ່ຮັບຜິດຊອບຂອງກະຊວງຍຸຕິທໍາ  ແລະ ການສັງລວມບັນດານິຕິກຳຂອງແຂວງ ມາລົງຈົດໝາຍເຫດທາງລັດຖະການ.      ໃນກອງປະຊຸມຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ແລກປ່ຽນບົດຮຽນ ແລະ ປຶກສາຫາລື ເຊິ່ງກັນ ແລະ ກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານຢ່າງກົງໄປກົງມາ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນດານິຕິກໍາຂອງແຂວງ ຖືກພິມລົງຈົດ ໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍ ແລະ ປົກກະຕິ.      ພາຍຫຼັງສໍາເລັດກອງປະຊຸມແລ້ວ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບທ່ານເຈົ້າແຂວງ ແຂວງອຸດົມໄຊ ຕື່ມອີກ.         ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງອຸດົມໄຊ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງອຸດົມໄຊ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
https://www.moj.gov.la/lo/node/1129
ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ໄດ້ຈັດຂຶ້ນ ໃນຕອນ​ເຊົ້າຂອງ​ວັນ​ທີ 9 ມີນາ 2018 ທີ່ ຫ້ອງວ່າການປົກຂອງແຂວງບໍ່ແກ້ວ ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຈອນສີ ລັດຕະນະປັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ເຂົ້າ​ຮ່ວມມີ​ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານ ລະຫວ່າງ ກະຊວງຍຸຕິທໍາກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ.      ຫຼັງຈາກນັ້ນ, ທາງຄະນຳກະຊວງຍຸຕິທໍາ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ອຸປະກອນເຄື່ອງໃຊ້ຫ້ອງການ ໃຫ້ແກ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ, ຊຶ່ງການມອບ-ຮັບໃນຄັ້ງນີ້ປະກອບມີ: ໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ 1 ໃບ, ຄອມພິວເຕີ 1 ເຄື່ອງ ແລະ ເຄື່ອງພິມເອກະສານ 1 ເຄື່ອງ ເຫດຜົນຂອງການມອບໃນຄັ້ງນີ້ ເນື່ອງຈາກວ່າການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂອງແຂວງດັ່ງກ່າວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ດີ, ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ, ນອກຈາກນັ້ນ ຍັງເປັນການກະຕຸກຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານ, ການເປັນແບບຢ່າງໃຫ້ແຂວງອື່ນ ທັງເປັນການສັນລະເສີນ ແລະ ຍົກຍ້ອງຜົນງານ.          ພາຍຫຼັງສໍາເລັດພິທີມອບ-ຮັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ກັບຜູ້ປະສານງານຂອງແຂວງ ກໍໄດ້ຈັດກອງປະຊຸມຮ່ວມ ຢູ່ພະແນກຍຸຕິທຳແຂວງ ໃນການປຶກສາຫາລື, ຖອດຖອນບົດຮຽນ ດ້ານດີ, ດ້ານສະດວກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.         ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງບໍ່ແກ້ວ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງບໍ່ແກ້ວ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ
https://www.moj.gov.la/lo/node/1130
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/3/2018
ລາຍການເພື່ອສັງຄົມຍຸຕິທຳ 11/3/2018
https://www.moj.gov.la/lo/node/1131
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 12-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 9/3/2018
ລາຍການຄວາມຮູ້ທາງກົດໝາຍ 9/3/2018
https://www.moj.gov.la/lo/node/1132
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 12-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/3/2018
ລາຍການຄວາມຮູ້ທາງກົດໝາຍ 12/3/2018
https://www.moj.gov.la/lo/node/1133
ກອງ​ປະ​ຊຸມ​ວຽກງານ​ຍຸຕິ​ທຳ​ທົ່ວ​ແຂວງ​ວຽງຈັນ​ປະຈຳ​ປີ 2017​ ໄດ້​ໄຂ​ຂຶ້ນ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6​ ມີນາ​ 2018 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ​ ກອງ​ສີ ​ອຸດົມ ກຳມະການ​ພັກ​ແຂວງ​, ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ​ ມີ​ບັນດາ​ທ່ານ ​ເຈົ້າ​ເມືອງ 11 ​ເມືອງ, ຫົວໜ້າຫ້ອງການ​ຍຸຕິ​ທຳ 11 ​ເມືອງ, ມີ​ພະນັກງານ​ພາຍ​ໃນ​ພະ​ແນ​ກຍຸຕິ​ທຳ ມີຜູ້​ແເຂົ້າ​ຮ່ວມ​ທັງໝົດ 55 ທ່ານ , ​ຍິງ 12 ​ທ່ານ​ ​.    ທ່ານ​ ກອງ​ສີ​ ອຸດົມ ກຳມະການ​ພັກ​ແຂວງ, ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ​ ໄດ້​ກ່າວ​ໄຂ​ກອງ​ປະຊຸມ​ ຫຼັງຈາກນັ້ນ ກໍ​ໄດ້ລາຍງານສະຫຼຸບຕີ​ລາຄາ​ສະພາບການ​ເຄື່ອນ​ໄຫວ​​ວຽກງານ​ຍຸຕິ​ທຳ​ປະຈຳ​ປີ 2017 ທີ່ຜ່ານມາ ​ແລະ ກໍໄດ້ວາງ​ທິດ​ທາງ​ແຜນການເຄື່ອນໄຫວວຽກງານໃນ​ປີ 2018.     ໃນກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ຂະ​ແໜງຍຸຕິ​ທຳ​ຂັ້ນ​ແຂວງ​ ແລະ ​ຂັ້ນ​ເມືອງ ​ກ່ຽວກັບ​ການ​ປະສານ​ສົມທົບ​ຂອງ​ອົງການ​ປົກ​ປ້ອງ​ກົດໝາຍ, ການ​ປັບປຸງ​ກົນ​ຈັກ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ການ​ສ້າງບ້ານ​ແບບຢ່າງ​ການ​ປະຕິບັດ​ກົດໝາຍ, ການ​ປັບປຸງ​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ (ກໍ່​ຄື​ວຽກງານ​ຍຸ​ຕິ​ທຳ​ຮາກ​ຖານ) ແລະ​ ວຽກງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ຊຶ່ງ​ເປັນ​ບົດຮຽນທີ່​ໄດ້​ມາຈາກ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ​ໃນ​ໄລ່​ຍະ​ຜ່ານ​ມາ, ນອກຈາກນັ້ນ, ຍັງ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ການ​ນຳ​ຂອງ​ເມືອງ​ທີ່​ຮັບຜິດຊອບ​ຕໍ່​ກັບ​ວຽກງານ​ຍຸຕິ​ທຳທີ່​ມີ​ຜົນສຳ​ເລັດ​ຢ່າງຮອບດ້ານ​.      ​ກອງ​ປະຊຸມ​ກໍ່​ໄດ້​ຮັບ​ຟັງທິດ​​ຊີ້​ນຳ​ຂອງ​ທ່າ​ນ ນາງ ​ສິງ​ຄຳ​ ຄົງ​ສະຫວັນ​ ຮອງເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງໆວຽງຈັນ​ ຊຶ່ງມີ​ເນື້ອ​ໃນໜັກ​ແໜ້ນ​ເລິກ​ເຊິ່ງ ​ແລະ​ ຈິງ​ໃຈ ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ, ​ທ່ານຍັງໄດ້ເນັ້ນຕື່ມຕໍ່ກັບພະນັກງານທີ່ຮັບຜິດຊອບວຽກງານຕ້ອງເປັນຄົນກ້າເຮັດ​, ກ້າ​ທຳ​, ກ້າ​ຮັບຜິດຊອບ ​ ເພື່ອ​ເຮັດ​​ໃຫ້ແຕ່​ລະ​ພາກສ່ວນມີຜົນສຳ​ເລັດຕໍ່ໜ້າທີ່​ການ​ເມືອງ​ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ ໃນການນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2018​.      ຫຼັງຈາກນັ້ນ ​​ໃນ​ຕອນ​ເຊົ້າ ຂອງວັນ​ທີ 7 ມີນາ 2018 ກອງ​ປະຊຸມໄດ້​ເປັນກຽດຕ້ອນຮັບ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ກຳ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ທ່ານໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ທາງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ ​ທີ່ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນ ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້ຄະນະ​ພະ​ແນ​ກ, ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກງານ​ທີ່​ພັກ-ລັດ​ມອບໝາຍ​ໃຫ້ປະສົບ​ຜົນ​ສຳ​ເລັດ ​ແລະ ​ໃນ​ໂອກາດ​ດັ່ງກ່າວ ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຍັງ​ໄດ້​ມອບ​​ເງີ​ນຈໍານວນ 240.000.000 ກີບ ໃຫ້​ແກ່​ພະ​ແນ​ກຍຸຕິ​ທຳແຂວງ​ວຽງຈັນ ​​ເພື່ອນຳ​ໃຊ້​ເຂົ້າ​ໃນການຈັດ​ຕັ້ງ​ປະຕິບັດວຽກງານຍຸຕິ​ທໍາ​ຮາກ​ຖານ. ຜ່ານ​ການ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາໜຶ່ງວັນ​ເຄິ່ງ ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ວຽກງານທີ່​ຈຸດ​ສຸມ​ໃນ​ປີ 2018 ອີກດ້ວຍ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງວຽງຈັນໄດ້ຈັດກອງປະຊຸມສະຫຼູບວຽກງານຍຸຕິທຳ ປະຈຳປີ 2017
ພະແນກຍຸຕິທຳແຂວງວຽງຈັນໄດ້ຈັດກອງປະຊຸມສະຫຼູບວຽກງານຍຸຕິທຳ ປະຈຳປີ 2017
https://www.moj.gov.la/lo/node/1134
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງແຂວງສະຫວັນນະເຂດ ແລະ ຄຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ຢ່າງເປັນຂະບວນຟົດຟື້ນ. ໃນວັນທີ 13 ມີນາ 2018 ເວລາ 8 ໂມງ 00 ນາທີ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ພາຍໄຕ້ການເປັນປະທານຂອງທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລາຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ຮ່ວມເປັນຄະນະປະທານໃນກອງປະຊຸມ, ເຂົ້າຮ່ວມກອງປະຊຸມມີຜູ້ແທນທີ່ມາຈາກບັນດາຂະແໜງການພາຍໃນພະແນກຍຸຕິທຳແຂວງ, ຫ້ອງການຍຸຕິທຳເມືອງ 15 ເມືອງ, ພ້ອມດ້ວຍແຂກທີ່ມາຈາກກະຊວງຍຸຕິທຳ ແລະ ບັນດາພະແນກການອ້ອມຂ້າງແຂວງ ຊຶ່ງມີຈຳນວນທັງໝົດ 50 ທ່ານ, ຍິງ 7 ທ່ານ. ພາຍຫຼັງທີ່ທ່ານຫົວໜ້າພະແນກຍຸຕິທຳແຂວງ ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ມະນີວັນ ແກ້ວພິກຸນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ຂື້ນຜ່ານຮາງບົດສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018, ໃນກອງປະຊຸມ ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນ ພ້ອມທັງປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ປີ 2017 ແລະ ທິດທາງແຜນການ ປີ 2018 ດ້ວຍຄວາມເອົາໃຈໃສ່ ແລະ ເປັນຂະບວນຟົດຟື້ນ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລາຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ໃຫ້ກຽດປະກອບຄຳເຫັນ ແລະ ໂອ້ລົມ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວວຽກງານຂອງຂະແໜງຍຸຕິທຳໃນໄລຍະ 1 ປີ ຜ່ານມາ ແລະ ຄຽງຄູ່ກັບກັບຜົນງານດ້ານດີ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າຂະແໜງຍຸຕິທຳພວກເຮົາ ຍັງຕ້ອງຍົກສູງປະລິມານ ແລະ ຄຸນນະພາບຂອງວຽກງານຍຸຕິທຳຂື້ນຕື່ມອີກຢ່າງມີປະສິດທິຜົນ, ເພື່ອຮັບປະກັນເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານທະບຽນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ການສ້າງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ, ການເປີດຮຽນ-ສອນກົດໝາຍຊັ້ນຕົ້ນໃຫ້ບັນດາເມືອງ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມັນແມ່ນວຽກງານບໍລິການ ແລະ ຮັບໃຊ້ປະຊາຊົນ ໃນການປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ສອດຄ່ອງ ເພື່ອໃຫ້ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ, ໃນປັດຈຸບັນທົ່ວພັກ-ລັດ ຂອງພວກເຮົາ ພວມແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພວມດຳເນີນປັບປຸງລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງທຸກເງື່ອນໄຂໃຫ້ແກ່ການປະຕິບັດແຜນຍຸດທະສາດການສ້າງລັດແຫ່ງ ສ ປປ ລາວ ພວກເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍເລີ່ມແຕ່ທ້ອງຖິ່ນຮາກຖານຂື້ນມາ ສະນັ້ນ, ຂະແໜງຍຸຕິທຳພວກເຮົາ, ບັນດາຫ້ອງການຍຸຕິທຳເມືອງ ຈະຕ້ອງອອກແຮງແຂ່ງຂັນສຸມສະຕິປັນຍາ-ຫົວຄິດປະດິດສ້າງ ເພື່ອຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ພົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ-ຄວາມສຳຄັນ ແລະ ຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ພ້ອມທັງປິດລົງໃນເວລາ 16 ໂມງ 00 ນາທີ. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018
https://www.moj.gov.la/lo/node/1140
ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນຂຶ້ນ ໃນຕອນເຊົ້າຂອງວັນທີ 14 ມີນາ 2018 ຄົບຮອບ 108 ປີ, ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 178 ທ່ານ, ຍິງ 84 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.     ທ່ານ ນາງ ສົມຍົດ ໜູລິດວົງກົດ ຮອງປະທານສະຫະພັນແມ່ຍິງກະຊວງ ໄດ້ໃຫ້ກຽດກ່າວລາຍງານການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງຍຸຕິທຳ ປະຈຳປີ 2017 ຊຶ່ງມີເນື້ອໃນບາງຕອນວ່າ: ສະຫະພັນຂອງກະຊວງຍຸຕິທຳ ແມ່ນອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານຈາກອົງຄະນະພັກກະຊວງຍຸຕິທຳ, ເປັນກຳລັງແຮງພື້ນຖານທີ່ສຳຄັນຂອງຄະນະພັກ-ຄະນະນຳ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືການເຄື່ອນໄຫວວຽກງານຂະບວນການຕາມພາລະບົດບາດຂອງສະຫະພັນແມ່ຍິງ ພາຍໃຕ້ການນຳພາຂອງຄະນະພັກ-ຄະນະນຳ ກະຊວງ. ຄະນະສະຫະພັນແມ່ຍິງກະຊວງຍຸຕິທຳ ຊຶ່ງປະກອບມີ 7 ສະຫາຍ ໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະຫະພັນແມ່ຍິງກະຊວງ ແມ່ນໃນນັ້ນ 1 ສະຫາຍໄດ້ຖືກຍົກຍ້າຍໄປປະຈຳການຢູ່ພາກສ່ວນອື່ນ, ສຳລັບໜ່ວຍສະຫະພັນແມ່ຍິງກະຊວງ ມີ 11 ໜ່ວຍ ແລະ 1 ຮາກຖານສະຫະພັນແມ່ຍິງ, ມີສະມາຊິກແມ່ຍິງທັງໝົດ 142 ສະຫາຍ, ໃນນັ້ນມີ ຊົນເຜົ່າລາວລຸ່ມ 131 ສະຫາຍ, ຊົນເຜົ່າມົ້ງ 6 ສະຫາຍ, ຊົນເຜົ່າກື່ມມຸ 2 ສະຫາຍ, ຊົນເຜົ່າຫໍ້ 1 ສະຫາຍ, ຊົນເຜົ່າຜູ້ນ້ອຍ 1 ສະຫາຍ, ຊົນເຜົ່າລື້ 1 ສະຫາຍ, ເປັນສະມາຊິກພັກ 58 ສະຫາຍ, ເປັນກຳມະການຄະນະພັກກະຊວງ 1 ສະຫາຍ, ເປັນຮອງປະທານກວດກາພັກກະຊວງ 1 ສະຫາຍ, ເປັນເລຂາຄະນະໜ່ວຍພັກ 1 ສະຫາຍ, ເປັນຫົວໜ້າພະແນກ 17 ສະຫາຍ, ຮອງພະແນກ 20 ສະຫາຍ, ເປັນຄະນະບໍລິຫານງານຊາວໜຸ່ມ 1 ສະຫາຍ ແລະ ຄະນະກຳມະບານຂອງກະຊວງ 2 ສະຫາຍ. ຕະຫຼອດໄລຍະ 1 ປີ ຜ່ານມາຄະນະສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານຕ່າງໆຄຽງບ່າຄຽງໄລ່ກັບເພດຊາຍ ຊຶ່ງຍາດໄດ້ຜົນງານຍິ່ງໃຫຍ່ຕາມແຜນການຂອງກະຊວງຍຸຕິທຳ.     ຈາກນັ້ນ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ໃຫ້ກຽດເລົ່າເຖິງຕົ້ນກຳເນີດຂອງວັນແມ່ຍິງສາກົນ ທ່າມກາງສະພາບເສດຖະກິດ ຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ. ເມື່ອໂຮງຈັກ, ໂຮງງານອຸດສະຫະກຳຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແລະ ເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະ ກຳມະກອນເພດຍິງ ພາຍໃຕ້ລະບອບສັກດິນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກງານຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະຕີ, ຖືກຂົ່ມຂືນທຳຊຳເລົາ ແລະ ຖືກໄລ່ອອກຈາກວຽກງານ. ໃນເວລາຖືພາ, ເກີດລູກ ຫຼື ເວລາເຈັບເປັນກໍບໍ່ໄດ້ຮັບການປິ່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັ່ນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ, ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງ, ດູແລ ຈາກສັງຄົມ ຕໍ່ສະພາບຄວາມທຸກທໍລະມານດັ່ງກ່າວ. ສະນັ້ນ, ກຳມະກອນແມ່ຍິງ ໄດ້ມີຄວາມຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ເພື່ອທວງພວກນາຍທຶນ ຊຶງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງເຂົ້າເຈົ້າໃຫ້ດີຂຶ້ນເທື່ອລະກ້າວ.     ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກໍໄດ້ມີຄຳເຫັນໂອລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະສະຫະພັນແມ່ຍິງຂອງກະຊວງຍຸຕິທຳ 4 ບັນຫາຕົ້ນຕໍ ດັ່ງນີ້: 1) ໃຫ້ຄະນະສະຫະພັນແມ່ຍິງ ຈົ່ງເອົາໃຈໃສ່ ສຶກສາອົບຮົມດ້ານແນວຄິດການເມືອງໃຫ້ໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອຍົກສູງປະສິດຕິພາບຂອງວຽກງານໃຫ້ດີຂຶ້ນ; 2) ຕ້ອງປະຕິບັດແບບແຜນວິທີເຮັດວຽກ ເປັນຕົ້ນການຮ່ວມຊີວິດກັບເອື້ອຍນ້ອງແມ່ນຍິງ, ໃຫ້ມີກອງປະຊຸມເປີດກວ້າງ ແລະ ອື່ນໆ ເປັນປົກກະຕິ; 3) ສ້າງຂະບວນການກັບເອື້ອຍນ້ອງແມ່ຍິງ ໃຫ້ມີຄວາມຕໍ່ເນື່ອງ ແລະ ໃຫ້ເປັນຂະບວນການ ໃນວັນສຳຄັນຕ່າງໆຂອງຊາດ; 4) ປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ເພື່ອຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ແລະ ພາຍໃນກະຊວງ.     ນອກຈາກນັ້ນ, ໃນຕອນທ້າຍພິທີກໍໄດ້ມີກິດຈະກຳຕ່າງໆ ເຊັ່ນ ການສະແດງສິລະປະວັນນະຄະດີ ຈາກສະຖາບັນຍຸຕິທຳແຫ່ງຊາດ,ກິດຈະກຳຖາມ-ຕອບ ແລະ ອື່ນໆ ຢ່າງຟົດຟື້ນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ
ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ
https://www.moj.gov.la/lo/node/1141
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 14/3/2018
ລາຍການຄວາມຮູ້ທາງກົດໝາຍ 14/3/2018
https://www.moj.gov.la/lo/node/1142
ສປປ ລາວ ແລະ ສາທາລະນະລັດ ຕວັກກີ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 26 ມີຖຸນາ 1958 ເປັນຕົ້ນມາ ທັງສອງປະເທດຍັງບໍ່ທັນມີການຮ່ວມມືທີ່ເປັນຮູບຮ່າງເທື່ອ, ການພົວພັນທັງສອງຝ່າຍ ແມ່ນຢູ່ໃນລັກສະນະການພົວພັນແບບການທູດຫຼາຍກວ່າ. ສ່ວນການຊ່ວຍເຫຼືອ ແລະ ການພົວພັນທາງດ້ານການຄ້າ, ການລົງທຶນ ແມ່ນຍັງບໍ່ທັນມີຫຼາຍ. ສະນັ້ນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ຈຶ່ງສະເໜີ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ.     ໃນເວລາ 10:00 ຂອງວັນທີ 13 ມີນາ 2018 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ Ahmet ldem AKAY ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.      ຈຸດປະສົງຂອງການເຂົ້າຢ້ຽມຂຳ່ນັບໃນຄັ້ງນີ້ ແມ່ນໂອກາດທີ່ ທ່ານ Ahmet ldem AKAY ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ມາປະຈຳຢູ່ ສປປ ລາວ ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງໄດ້ເປັນສ່ວນໜຶ່ງໃນການເຮັດວຽກຮ່ວມກັນໃນຂົງເຂດກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕວັກກີ.      ຫຼັງຈາກນັ້ນ, ທັງສອງຝ່າຍ ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາໃຫ້ກັນຊາບ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.      ໃນໂອກາດນີ້, ທ່ານ  Ahmet ldem AKAY ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານໃນການພົວພັນວຽກງານ ຢູ່ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້. ຂຽນຂ່າວ: ບຸນຖອມ ພະສະແຫວງ, ຖ່າຍພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ
https://www.moj.gov.la/lo/node/1143
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 19-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 18/3/2018
ລາຍການເພື່ອສັງຄົມຍຸຕິທຳ 18/3/2018
https://www.moj.gov.la/lo/node/1144
ໃນຕອນບ່າຍຂອງວັນທີ 16 ມີນາ 2018 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕີວົງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງເລຂາ, ຄະນະພັກກະຊວງ, ສະມາຊິກພັກພະນັກງານ ແລະ ນັກກິລາ ຂອງກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.      ໃນພິທີ ສະຫາຍ ແສງເພັດ ລ່ຽມພະຈັນ ຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງ ໄດ້ລາຍງານຈັດການແຂ່ງຂັນກິລາ ໃຫ້ຊາບວ່າ ການແຂ່ງຂັນແມ່ນເລີ່ມແຕ່ວັນທີ 22 ກຸມພາ 2018 ແລະ ໄດ້ສິ້ນສຸດລົງໃນ ວັນທີ 16 ມີນາ 2018 ຊຶ່ງປະກອບມີ 2 ປະເພດກິລາ ຄື ບານເຕະ ຊາຍ ແລະ ບານເຕະຍິງ. ປະເພດບານເຕະທິມຊາຍໃຊ້ເວລາ 10 ວັນ, ລວມທັງໝົດ 12 ທີມ ຊຶ່ງມາຈາກ 12 ໜ່ວຍພັກ ທີ່ຂຶ້ນກັບກະຊວງ ໂດຍການຈົກສະຫຼາກປະກົບຄູ່ ແລະ ແຂ່ງຂັນໃນລະບົບທີມໃດເສຍ ແມ່ນຕົກຮອບ, ທີມທີ່ໄດ້ອັນດັບ 1,2 ແລະ 3ຈະໄດ້ຂັນລາງວັນ ພ້ອມດ້ວຍເງິນລາງວັນ. ສ່ວນບານເຕະຍິງ ແບ່ງອອກເປັນ 2 ທີມ ຄື ທີມບັນດາກົມອ້ອມຂ້າງກະຊວງ ພົບກັບ ທີມສະຖາບັນຍຸຕິທຳແຫ່ງຊາດ ໂດຍຈັດການແຂ່ງຂັນພາຍໃນຮອບດຽວ ຄືວັນທີ 16 ມີນາ 2018 ໃນວັນປິດພິທີ ແລະ ສາມາດຕີລາຄາໄດ້ ດັ່ງນີ້: 1. ດ້ານດີ: - ໄດ້ຮັບການເອົາໃຈໃສ່ຈາກຄະນະພັກ-ຄະນະນຳ ຂອງກະຊວງ ຢ່າງໃກ້ສິດ ຈຶ່ງເຮັດໃຫ້ການແຂ່ງຂັນກິລາດຳເນີນໄປດ້ວຍຜົນສຳເລັດ; - ຄະນະຮັບຜິດຊອບ ແລະ ກຳມະການຕັດສີນ ແຕ່ລະທ່ານໄດ້ເອົາໃຈໃສ່ກະກຽມຈັດການແຂ່ງຂັນ ແລະ ເຂົາຮ່ວມໃນຂະບວນການແຕ່ຕົ້ນຈົນຈົບ; - ມີການປຶກສາຫາລື, ປະສານງານ ແລະ ຮ່ວມກັນ ໃນການກຳນົດ ແລະ ປະຕິບັດຕາມແຜນການ; - ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ເຂົ້າຮ່ວມການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ພ້ອມທັງໃຫ້ການສະໜັບສະໜູນໃນການແຂ່ງຂັນກິລາໃນຄັ້ງນີ້. 2. ດ້ານອ່ອນ, ຂໍ້ຄົງຄ້າງ: - ການແຂ່ງຂັນກິລາ ແມ່ນຈັດຂຶ້ນໃນໄລຍະທີ່ພະນັກງານ-ລັດຖະກອນ ຈຳນວນໜຶ່ງລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ຢູ່ບັນດາແຂວງ ເຮັດໃຫ້ບາງກົມຂາດນັກກິລາ. + ສຳລັບຜົນຂອງການແຂ່ງຂັນສະຫຼຸບໄດ້ ດັ່ງນີ້: 1) ປະເພດທີມຊາຍ: - ທີມຊະນະເລີດ: ແມ່ນກົມໂຄສະນາເຜີຍແຜ່ກົດໝາຍ ເອົາຊະນະທີມກົມກົດໝາຍ 3 ປະຕູຕໍ່ 0 - ຮອງຊະນະເລີຍ: ແມ່ນກົມກົດໝາຍ - ທີມອັນດັບ 3: ແມ່ນກົມຄຸ້ມຄອງປະຕິບັດຄຳຕັດສີນຂອງສານ 2) ສຳລັບປະເພດເຕະບານຍິງ ແມ່ນສະເໝີກັນ 1 ປະຕູຕໍ່ 1. ຕອນທ້າຍພິທີ ສະຫາຍເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ໄດ້ໃຫ້ກຽດມອບຂັນ ແລະ ເງິນລາງວັນໃຫ້ທີມບານເຕະ ແຕ່ລະທີມ. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ພິທີປິດການແຂ່ງຂັນກິລາຊິງຂັນຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/1145
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 12 ມີນາ 2018 ຢູ່ທີ່​ສະຖາບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ໄດ້ມີ​ພິທີ​ເປີດ​ການ​ຮຽນ-ການ​ສອນ ວິຊາ​ຊີບ​ຍຸຕິ​ທຳ ຮຸ່ນ​ທີ 4 ສົກ​ປີ 2018-2019 ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຄະນະ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ບັນດາ​ຜູ້ຕາງໜ້າຈາກ​ຫ້ອງການ, ບັນດາ​ກົມ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ຕະຫຼອດຮອດຄູ​-ອາຈານ ​ແລະ ນັກ​ສຶກສາ​ເຂົ້າ​ຮ່ວມ​ທັງໝົດ 115 ທ່ານ,ຍິງ 64 ທ່ານ.         ​ໃນ​ພິທີ​ທ່ານ ສີວິ​ໄຊ ປະສານ​ພອນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ໄດ້​ຂື້ນ​ຜ່ານ​ບົດ​ສະຫຼຸບການ​ສອບ​ເສັງ​ຄັດ​ເລືອກ​ນັກ​ສຶກສາ ​ແລະ ​ແຜນການ​ຮຽນ-ການ​ສອນ ວິຊາ​ຊີບ​ຍຸຕິ​ທຳ ຮຸ່ນ​ທີ 4 ສົກ​ປີ 2018-2019 ຊຶ່ງຈຸດປະສົງ​ຂອງ​ເປີດ​ການ​ຮຽນ-ການ​ສອນ​ວິຊາ​ຊີບ​ຍຸຕິ​ທຳ ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ເປັນການ​ສ້າງ​ນັກວິຊາ​ຊີບ​ທາງ​ດ້ານກົດໝາຍ ​ໂດຍ​ສະ​ເພະ ວິຊາ​ຊີບຜູ້​ພິພາກສາ, ພະນັກງານໄອ​ຍະ​ການ​ ​ແລະ ທະນາຍຄວາມ.         ຊຶ່ງ​​ໄລຍະ​ຜ່ານ​ມາມີຜູ້​ທີ່​ສົນ​ໃຈມາ​ລົງທະບຽນສອບ​ເສັງ​ທັງໝົດ 167 ຄົນ, ຍິງ 55 ຄົນ, ຜ່ານ​ການ​ສອບ​ເສັງມີ​ຜູ້ສາມາດ​ເສັງ​ຜ່ານ​ຈຳນວນ  146 ຄົນ,ຍິງ 50 ຄົນ, ​ໃນ​ຈຳນວນ​ນີ້​ໄດ້​ລົງທະບຽນ​ແລະ ​ເລີ່​ມຮຽນ​ແຕ່​ວັນ​ທີ 13 ມີນາ 2018  ​ແລະ ສຳລັບຫຼັກສູດ​ທີ່​ນຳ​ມາ​ສິດ​ສອນ​ໃນ​ຄັ້ງ​ນີ້  ມີ​ທັງໝົດ 27 ວິຊາຮຽນ​ ​ໃນນັ້ນ ວິຊາ​ພື້ນຖານ 4 ວິຊາ, ວິຊາ​ສະ​ເພາະ​ວຽກງານ​ຜູ້​ພິພາກສາ 7 ວິຊາ, ວິຊາ​ສະ​ເພາະຂອງ​ວຽກງານ​ໄອ​ຍະ​ການ 8 ວິຊາ ​ແລະ ວິຊາ​ສະ​ເພາະ​ທະນາຍຄວາມ​ 8 ວິຊາ, ​ໃຊ້​ເວລາ​ຮຽນທັງໝົດ 12 ​ເດືອນ​ຄື: ຮຽນທິດ​ສະ​ດີ 5 ​ເດືອນ,ລົງ​ຝຶກ​ງານ 6 ​​ເດືອນ( ຢູ່​ສານ 2​ເດືອນ, ​ໄອ​ຍະ​ການ 2 ​ເດືອນ ​ແລະ ສະພາ​ທະນາຍຄວາມ 2​ເດືອນ)  ​ແລະ ທົບ​ທວນ​ບົດຮຽນກຽມ​ເສັງ​ອີກ 1 ​ເດືອນ.         ​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ ​ໂດຍ​ທ່ານ​ໄດ້​​ເນັ້ນໜັກ​ໃຫ້​ຜູ້​ທີ່​ເຂົ້າຮຽນວິຊາ​ຊີບ​ຍຸຕິ​ທຳ  ທຸກ​ຄົນ​ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ຮ່ຳຮຽນ ພ້ອມ​ທັງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ​ແລະ ເອົາ​ໃຈ​ໃສ່​ຕິດຕາມການ​ບັນ​ລະ​ຍາຍ​ຂອງ​ຄູ​-ອາຈານ​ເພື່ອ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້ ​ແລະ ​ແລກປ່ຽນບົດຮຽນ​ເຊີ່ງ​ກັນ ​ແລະ ກັນ​ ​​ແນ່​ໃສ່​ເຮັດໃຫ້ການ​ຮຽນ​ໃນ​ຄັ້ງ​ນີ້​ປະສົບ​ຜົນສຳ​ເລັດ​​ເພື່ອ​ນຳ​ໄປໝູນ​ໃຊ້​ເຂົ້າ​ໃນ​ການ​ປະກອບ​ອາຊີບ​ຂອງ​ຕົນ​ໃຫ້​ມີ​ທັງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ສູງ. ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ:​ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດ ໄດ້ເປີດການຮຽນ-ການສອນ ວິຊາຊີບຍຸຕິທຳ ຮຸ່ນທີ 4 ສົກປີ 2018-2019
ສະຖາບັນຍຸຕິທຳແຫ່ງຊາດ ໄດ້ເປີດການຮຽນ-ການສອນ ວິຊາຊີບຍຸຕິທຳ ຮຸ່ນທີ 4 ສົກປີ 2018-2019
https://www.moj.gov.la/lo/node/1146
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 12 ມີນາ 2018 ທີ່​ຜ່ານ​ມາ ທີ່​ສະ​ໂມສອນ​ເມືອງ ​​ໄຊ​ເຊດ​ຖາ ຫ້ອງການ​ຍຸຕິ​ທຳ​ເມືອງ​​ໄຊ​ເຊດ​ຖາ ​ໂດຍ​ການ​ສົມທົບ​ກັບ​ອົງການ​ປົກຄອງ​ເມືອງ ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນຊຸດ​ທີ VII ປະຈຳ​​ປີ 2018 ​ໃຫ້​ແກ່​ພະນັກງານຫຼັກ​ແຫຼ່ງ, ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເພັງ ສີ​ນະວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ຖະໜອມ ທຳ​ທອງ ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ໄຊ​ເສດ​ຖາ, ມີ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າຫ້ອງການ,​ເລຂາ​ພັກ​ບ້ານ,ນາຍບ້ານ ​ຕະຫຼອດຮອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ​ເຂົ້າ​ຮວ່ມທັງໝົດ 54 ທ່ານ, ຍິງ 18​ ທ່ານ.     ​​ແລະ ​ໃນ​ຕອນ​​ເຊົ້າ​ຂອງ​ວັນ​ທີ 13 ມີນາ 2018 ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ​ກໍ​ໄດ້​ເປີດ​ການ​ຮຽນການ-ສອນ​ກົດໝາຍຊັ້ນ​ຕົ້ນVII ປະຈຳ​​ປີ 2018 ​ໃຫ້​ແກ່​ພະນັກງານຫຼັກ​ແຫຼ່ງ, ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ​ຂອງ​ຕົນເຊັ່ນ​ດຽວກັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ​ແກ່ນ ວໍລະ​ສານ ຮັກສາ​ການ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ມີ​ຜູ້​ຮ່ວມ​ທັງໝົດ 55 ທ່ານ,ຍິງ 27 ທ່ານ ຊື່​ງຈຸດປະສົງຂອງ​ການ​ເປີດ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ຢູ່ 2 ​ເມືອງ​ໃນ​ຄັ້ງ​ນີ້ ​ກໍ​ເພື່ອ​ເປັນ​ການ​ຈັດ​ຕັ້ງຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​​ໂດຍ​ສະ​ເພາະ ​ແມ່ນ​ການຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​​ໃຈ ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແຕ່ລະ​ຂະ​ແໜງລົງ​ສູ່​ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ ​ເພື່ອ​ເຮັດ​ໃຫ້​ພະນັກ​ງານຫຼັກ​ແຫຼ່ງ ​ເລຂາ​ພັກ​ບ້ານ,ນາຍບ້ານ ​ແລະ ປະຊາຊົນຂອງ​ທັງ​ສອງ​ເມືອງ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ,ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ​ແນ​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານ​ໄດ້​ຮັບ​ການ​ພັດທະນາ, ສັງຄົມມີ​ຄວາມ​ສະຫງົບ ​ແລະ ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​​ເຮັດ​ໃຫ້​ບ້ານກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ​ເທື່ອ​ລະ​ກ້າວ.         ສຳລັບວິຊາ​ທີ່​ນຳ​ມາສິດສອນ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮວບ​ຮວມ​ເອົາ​ບັນດາ​ກົດໝາຍ​ໃນ​ສີ່​ຂົງ​ເຂດ ​ໂດຍ​ແບ່ງ​ອອກເປັນ VII ​ພາກ​, ມີ 36 ວິຊາ, ​30 ໜ່ວຍກິດ ​ໃຊ້​ເວລາ​ໃນ​ການ​ສິດສອນ​ທັງໝົດ 450 ຊົ່ວ​ໂມງ ຫຼື 3 ​ເດືອນຈຶ່ງ​ຈະ​ສຳ​ເລັດ.               ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ສົມ​ຫວັງ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: 2 ຫ້ອງການຍຸຕິທຳເມືອງຂອງນະຄອນຫຼວງວຽງຈັນເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018
2 ຫ້ອງການຍຸຕິທຳເມືອງຂອງນະຄອນຫຼວງວຽງຈັນເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018
https://www.moj.gov.la/lo/node/1147
ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງຍຸຕິທໍາໃນທົ່ວແຂວງປະຈໍາປີ 2017  ແລະ ວາງທິດທາງແຜນການປະຈໍາປີ 2018. ໃນຕອນເຊົ້າຂອງວັນທີ 14 ມີນາ 2018 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ. ພະແນກຍຸຕິທໍາແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຂົງເຂດປົກປ້ອງກົດໝາຍຂັ້ນແຂວງ, ມີບັນດາທ່ານຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານຍຸຕິທໍາ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນຫ້ອງການຍຸຕິທໍາເມືອງ ຜົ້ງສາລີເຂົ້າຮ່ວມທັງໝົດ 60ທ່ານ, ຍິງ 19ທ່ານ. ໃນກອງປະຊຸມ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳທົ່ວແຂວງປະຈຳປີ 2017 ແລະ ວາງທິດທາງແຜນການຈຸດສຸມປະຈໍາປີ  2018 ໂດຍສະເພາະ ແມ່ນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການຈັດຕັ້ງ-ພະນັກງານ ແລະ ກວດກາ, ການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວ ດ້ວຍບັນຍາກາດຟົດຟຶ້ນແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຂອງພະແນກຍຸຕິທຳແຂວງ ໄດ້ເຄື່ອນໄຫວຕາມທິດທາງແຜນການທີ່ກຳນົດໄວ້ຢ່າງມີປະສິດທິພາບ, ປະສິດທິຜົນສູງ ແລະ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມບາງເນື້ອໃນເອກະສານຈໍານວນໜຶ່ງຂອງກອງປະຊຸມວຽກງານຍຸຕິທໍາທົ່ວປະເທດ, ບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາຄັ້ງທີ V ຄື: ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄປໄຫວວຽກງານຍຸຕິທໍາຂອງບັນດາທ່ານຫົວໜ້າຫ້ອງການຍຸຕິທໍາເມືອງ, ຮັບຟັງການລາຍງານກ່ຽວກັບການນໍາສົ່ງຄະດີຕາມຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ຈາກຜູ້ຕາງໜ້າສານປະຊາຊົນແຂວງ, ຂັ້ນຕອນການຄົ້ນຄວ້າການອະໄພຍະໂທດ, ການຫຼຸດຜ່ອນໂທດ ແລະ ການປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດ ແລະ ຂັ້ນຕອນການຫຼຸດເປີເຊັນເງິນຄ່າປັບໃຫ້ນັກໂທດ ຈາກຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ຮັບຟັງກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປົກປັກຮັກສາຂອງກາງຕາມຄໍາຕັດສີນຂອງສານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂກ່ຽວກັບການປະສານສົມທົບການສົມທຽບບັນຊີຂອງກາງຄະດີກັບຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຈາກຜູ້ຕາງໜ້າກອງບັນຊາການ ປກສ ແຂວງ, ຮັບຟັງດ້ານດີ, ດ້ານອ່ອນກ່ຽວກັບການຕິດຕາມ, ການກວດກາການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາຈາກຜູ້ຕາງໜ້າກໍາມະທິການຍຸຕິທໍາ ສະພາປະຊາຊົນແຂວງ ແລະ ຍັງໄດ້ຮັບຟັງການລາຍງານກ່ຽວກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການສ້າງກົນໄກການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງກັບວຽກງານທະບຽນສານໃຫ້ມີປະສິດທິຜົນ ຈາກຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຂະແໜງທະບຽນສານ ແລະ ການປະກອບຄໍາເຫັນຂອງພະແນກການຈໍານວນໜຶ່ງ. ຈາກນັ້ນ, ໃນຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການໂອ້ລົມຈາກທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຶ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນໍາຂອງຂະແໜງຍຸຕິທໍາ ຕະຫຼອດເຖິງບັນດາສະຫາຍສະມາຊິກພັກ, ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົາໃນການຍົກສູງສະຕິ ແລະ ເຄົາລົບປະຕິບັດກົດໝາຍໃຫ້ທົ່ວສັງຄົມ, ຄຽງຄູ່ກັບຜົນງານດັ່ງກ່າວນັ້ນ ທ່ານ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ອົງການປົກຄອງແຕ່ລະຂັ້ນກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດບົນພື້ນຖານສະພາບຄວາມເປັນຈິງ ເພື່ອຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ເພີ່ມທະວີຄວາມຍຸຕິທໍາໃນສັງຄົມ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລີກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍຮູບການ, ຫຼາຍວິທີການ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການບໍລິການດ້ານກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າຕື່ມອີກ. ກອງປະຊຸມໄດ້ດໍາເນີນເປັນເວລາ ສອງວັນ ດ້ວຍຜົນສໍາເລັດຢ່າງຈົບງາມ.   ຂຽນຂ່າວ-ຖ່າຍພາບໂດຍ: ຄໍາສຸກ ພົມວັນລາວລີ ພະແນກຍຸຕິທຳແຂວງ ຜົ້ງສາລີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມວຽກງານຍຸຕິທຳທົ່ວແຂວງຜົ້ງສາລີປະຈໍາປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018
ກອງປະຊຸມວຽກງານຍຸຕິທຳທົ່ວແຂວງຜົ້ງສາລີປະຈໍາປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018
https://www.moj.gov.la/lo/node/1148
ໃນຕອນເຊົ້າຂອງວັນທີ 20 ມີນາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນຄວາມພ້ອມດ້ານຕ່າງໆຂອງສະຖາບັນຍຸຕິທຳແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຮສ. ປອ ສາຍຂອງ ສາຍນາສິນ ຫົວໜ້າກົມສຶກສາຊັ້ນສູງ, ມີທ່ານຫົວໜ້າຫ້ອງການ, ທ່ານຫົວໜ້າກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ຮສ. ປອ ສາຍຂອງ ສາຍນາສິນ ຫົວໜ້າກົມສຶກສາຊັ້ນສູງ ກໍໄດ້ກ່າວເຖິງຈຸດປະສົງ ກຳນົດລະບຽບຫຼັກການ, ເງື່ອນໄຂ, ມາດຕະຖານໃນການສ້າງຕັ້ງ, ການຍົກຖານະ, ການຂະຫຍາຍ, ການໂຮມ, ການແຍກ ແລະ ຍຸບເລີກ ສະຖາບັນຊັ້ນສູງ ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການໃນການສ້າງຊັບພະຍາກອນມະນຸດໃຫ້ສອດຄ່ອງກັບ ການພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.  ສຳລັບມາດຕະຖານສະຖາບັນການສຶກສາຊັ້ນສູງ ແມ່ນກຳນົດເງື່ອນໄຂ ແລະ ມາດຕະຖານໃນການສ້າງຕັ້ງ, ການຍົກຖານະ, ການຂະຫຍາຍ, ການໂຮມ, ການແຍກ ແລະ ການຍຸບເລີກ ໃຫ້ເປັນໄປຕາມແບບ, ປະເພດ ແລະ ລະດັບ ຂອງສະຖາບັນການສຶກສາຊັ້ນສູງ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ. ນອກຈາກນັ້ນ, ຍັງໄດ້ກຳນົດເງື່ອນໄຂລວມຂອງສະຖາບັນການສຶກສາຊັ້ນສູງ ຊຶ່ງປະກອບມີ 6 ມາດຕະຖານ ດັ່ງນີ້: 1. ໂຄງປະກອບ ກົງຈັກການຈັດຕັ້ງ; 2. ໂຄງປະກອບບຸກຄະລາກອນ; 3. ຫຼັກສູດ; 4. ພື້ນຖານໂຄງລ່າງ; 5. ສິ່ງອຳນວຍຄວາມສະດວກ; 6. ການເງິນ. ຈາກນັ້ນ, ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ລາຍງານສະພາບລວມ ແລະ ຄວາມເປັນມາ ສະຖາບັນຍຸຕິທຳແຫ່ງຊາດ ແມ່ນສະຖາບັນສຶກສາໜຶ່ງມີຖານະທຽບເທົ່າກົມ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກລັດຂອງກະຊວງຍຸຕິທຳ, ມີພາລະບົດບາດເປັນເສນາທິການ ໃຫ້ຄະ ນະນຳກະຊວງຍຸຕິທຳ ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳ ທັງ ສາມ ພາກ ເປັນສູນກາງທາງດ້ານການກໍ່ສ້າງນັກວິຊາການທາງກົດໝາຍ, ກໍ່ສ້າງນັກວິຊາຊີບຜູ້ພິພາກສາ, ໄອຍະການ, ທະນາຍຄວາມ ແລະ ວິຊາຊີບຍຸຕິທຳອື່ນ ລວມທັງຝຶກອົບຮົມໄລຍະສັ້ນວຽກງານຂະ ແໜງຍຸຕິທຳ ແລະ ຄົ້ນຄ້ວາວິທະຍາສາດກົດໝາຍ ແລະ ວຽກງານຍຸຕິທຳ.  ພ້ອມກັນນັ້ນ, ທ່ານຍັງໄດ້ແຈ້ງໃຫ້ຮູ້ຕື່ມກ່ຽວກັບທິດທາງແຜນການໃນຕໍ່ໜ້າ ຂອງສະຖາບັນຍຸຕິທຳ ແຫ່ງຊາດ ຈະສຸມໃສ່ແຜນຍຸດທະສາດການພັດທະນາສະຖາບັນຍຸຕິທຳແຫ່ງຊາດ ເຊັ່ນ: 1. ການພັດທະນາຄູ-ອາຈານ, ພະນັກງານ ແລະ ນັກສຶກສາ; 2. ການພັດທະນາກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງ; 3. ການພັດທະນາຄຸນນະພາບການຮຽນ-ການສອນ ແລະ ການບໍລິການດ້ານວິຊາການ; 4. ພັດທະນາການຄົ້ນຄ້ວາວິທະຍາສາດ; 5. ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ; 6. ພັດທະນາການຮ່ວມມືກັບສະຖາບັນການສຶກສາຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປະເມີນຄວາມພ້ອມຮອບດ້ານຂອງສະຖາບັນຍຸຕິທຳແຫ່ງຊາດ
ກອງປະຊຸມປະເມີນຄວາມພ້ອມຮອບດ້ານຂອງສະຖາບັນຍຸຕິທຳແຫ່ງຊາດ
https://www.moj.gov.la/lo/node/1149
ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປາຖະກະຖາ, ເຜີຍແຜ່, ເຊື່ອມຊືມ ບັນດາເອກະສານຂອງຄະນະສູນກາງພັກ ກ່ຽວກັບວຽກງານກວດກາ ປະຈຳປີ 2017 ຂຶ້ນໃນລະຫວ່າງວັນທີ 21-22 ມີນາ 2018 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ເສີມສຸກ ສິມພະວົງ ຮອງຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີສະຫາຍ ສົມລອນ ບຸນນະວົງ ຫົວໜ້າກົມກວດກາພັກອ້ອມຂ້າງສູນກາງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາ, ຮອງເລຂາ, ສະມາຊິກພັກພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເລົ່າຄືນປະຫວັດສາດຄວາມເປັນມາຂອງ ສົນທິສັນຍາສະຫະປາຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ ວັນທີ 9 ທັນວາ 2003-9 ທັນວາ 2017 ພ້ອມທັງເຜີຍແຜ່ບົດສະຫຼຸບການຕີລາຄາວຽກງານກວດກາ ປີ 2017 ແລະ ທິດທາງແຜນການ ປີ 2018 ຂອງຄະນະສູນກາງພັກ, ເຜີຍແຜ່ບົດໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017, ຜ່ານຮ່າງບົດສະຫຼຸບການຕີລາຄາວຽກງານກວດກາ ປີ 2017 ແລະ ທິດທາງແຜນການ ປີ 2018 ຂອງຄະນະກວດກາພັກກະຊວງຍຸຕິທຳ, ເຜີຍແຜ່ບົດແນະນຳເພີ່ມເຕີມ ເລກທີ 04/ຄກສພ, ລົງວັນທີ 5 ມັງກອນ 2018 ກ່ຽວກັບສິດຕົກລົງວິໄນ ຂັ້ນກ່າວເຕື່ອນ, ປ່ຽນແປງ ຫຼື ລົບລ້າງຮູບການວິໄນ ຂອງຄະນະພັກ ຂັ້ນເມືອງ ແລະ ທຽບເທົ່າ, ຂໍ້ກຳນົດເລກທີ 05/ຄກສພ, ລົງວັນທີ 5 ມັງກອນ 2018 ວ່າດ້ວຍ ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຜົນຂອງການກວດກາ, ບົດແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ກ່ຽວກັບ ການດຳເນີນຄະດີສໍ້ລາດບັງຫຼວງ ແລະ ບົດແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 36/ອກລ, ລົງວັນທີ 5 ກຸມພາ 2018 ກ່ຽວກັບການກວດກາຕາມຜົນຂອງການກວດສອບ ແລະ ຮັບຟັງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018). ໃນຕອນທ້າຍພິທີ ສະຫາຍ ສົມລອນ ບຸນນະວົງ ຫົວໜ້າກົມກວດກາພັກອ້ອມຂ້າງສູນກາງ ກໍໄດ້ມີຄຳເຫັນໂອ້ລົມ ດັ່ງນີ້: 1. ບັນຫາທີ່ພົ້ນເດັ່ນ:  - ເຫັນວ່າຄະນະພັກ-ຄະນະນຳກະຊວງຍຸຕິທຳໄດ້ເອົາໃຈໃສ່ໃນການຈັດຕັ້ງເຊື່ອມຊຶມ, ຊີ້ນຳ-ນຳພາການດຳເນີນຊີວິດການເມືອງ, ບັ້ນປັບປຸງປົວແປງພາຍໃນພັກ ຢ່າງມີແບບແຜນ; - ການຈັດຕັ້ງຜັນຂະຫຍາຍວຽກງານຕິດຕາມກວດກາແມ່ນພົ້ນເດັ່ນ, ແລະ ຮັດກຸມຂຶ້ນ; - ວຽກງານຕິດຕາມກວດກາ ເຫັນວ່າຄະນະພັກ-ຄະນະນຳ ກໍໄດ້ເອົາໃຈໃສ່ຕິດຕາມກວດກາ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກເປັນລະບົບ ເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ. 2. ຂໍ້ຄົງຄ້າງ: 1. ສືບຕໍ່ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ທົ່ວເຖິງ; 2. ການຂະຫຍາຍພັກເຖິງຈະເພີ່ມຂຶ້ນ ແຕ່ຄຸນນະພາບ ຍັງບໍ່ດີເທົ່າທີ່ຄວນ, ບາງບ່ອນແມ່ນຂະຫຍາຍສະມາຊິກພັກເຂົ້າໃນແກນນຳ ແມ່ນມີໜ໋ອຍບໍ່ທັນທົ່ວເຖິງ ແລະ ຊັກຊ້າ; 3. ການປັບປຸງກົງຈັກລັດໄດ້ເຮັດເປັນຂະບວນດີ ແຕ່ບາງບ່ອນມີລັກສະນະຊັກຊ້າ; 4. ການແກ້ໄຂການຜັນຂະຫຍາຍບັ້ນການປົວແປງພັກ.     ສຳລັບ ວຽກງານກວດກາໃຫ້ສືບຕໍ່ການນຳພາກວດກາ, ແບບມີແຜນການ, ມີການຕິດຕາມກວດກາ ແລະ ຄຸ້ມຄອງແບບຈຸລະພາກ.   ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປາຖະກະຖາເຜີຍແຜ່ເຊື່ອມຊືມ ບັນດາເອກະສານຂອງຄະນະສູນກາງພັກ ກ່ຽວກັບວຽກງານກວດກາ ປະຈຳປີ 2017
ກອງປະຊຸມປາຖະກະຖາ, ເຜີຍແຜ່, ເຊື່ອມຊືມ ບັນດາເອກະສານຂອງຄະນະສູນກາງພັກ ກ່ຽວກັບວຽກງານກວດກາ ປະຈຳປີ 2017
https://www.moj.gov.la/lo/node/1150
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 23-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 21/3/2018
ລາຍການຄວາມຮູ້ທາງກົດໝາຍ 21/3/2018
https://www.moj.gov.la/lo/node/1151
ໃນວັນທີ 19 ມີນາ 2018 ທີ່ເມືອງສອງຄອນ, ແຂວງ ສະຫວັນນະເຂດ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ 3 ເດືອນຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນັນ ສິດສານຸພາບ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ສອງຄອນ ແລະ ທ່ານ ມະນີວັນ ແກ້ວພິກຸນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ພ້ອມດ້ວຍນັກສຳມະນາກອນ ທີ່ມາຈາກກຸ່ມບ້ານ ແລະ ບ້ານອ້ອມຂ້າງເທດສະບານເມືອງ ນອກຈາກນີ້ຍັງມີພະນັງານທີ່ມາຈາກກະຊວງຍຸຕິທຳເຂົ້າຮ່ວມໃນພິທີຄັ້ງນີ້ດ້ວຍ, ຈຳນວນຜູ່ເຂົ້າຮຽນທັງໝົດ 41 ຄົນ, ຍິງ 09 ຄົນ. ທ່ານ ນາງ ໜູໄທ ໂພທິຈັກ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງສອງຄອນ ໄດ້ຂຶ້ນຜ່ານບົດລາຍງານຄວາມພ້ອມໃນການກະກຽມເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ, ຫຼັງຈາກນັ້ນ, ທ່ານ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານ ເຈົ້າເມືອງສອງຄອນ ກ່າວເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງມີຄຳເຫັນໂອ້ລົມ ຊຶ່ງບັນດາທ່ານໄດ້ເນັ້ນໃຫ້ບັນດາຄູອາຈານທີ່ມາສິດສອນ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນ ຕ້ອງດຸໝັ້ນຮໍ່າຮຽນ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູອາຈານ ດ້ວຍຄວາມຫ້າວຫັນ, ຕ້ອງປະຕິບັດຕາມຫຼັກສູດການຮຽນ-ການສອນ ທີ່ທາງກະຊວງຍຸຕິທຳວາງອອກ ເພື່ອບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ເມືອງສອງຄອນ ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ V
https://www.moj.gov.la/lo/node/1152
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 27-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 26/3/2018
ລາຍການຄວາມຮູ້ທາງກົດໝາຍ 26/3/2018
https://www.moj.gov.la/lo/node/1153
ໃນຕອນເຊົ້າຂອງວັນທີ 27 ມີນາ 2018 ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການຂຶ້ນຢູ່ທີ່ຫ້ອງວ່າການປົກຄອງແຂວງ ອັດຕະປື ໂດຍການໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍພະນັກງານທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.           ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.           ນອກຈາກນັ້ນ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌, ທ່ານ ດຣ ບຸນເປັນ ສັງສົມສັກ ຮອງຫົວໜ້າຫ້ອງວ່າການແຂວງ ອັດຕະປື ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາໃຫ້ກັນຊາບ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ອັດຕະປື ກໍມີຄຳເຫັນໃນກອງປະຊຸມ ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານງານເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ  ແລະ ສະເໜີໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສຶບຕໍ່ຈັດຊຸດຝຶກອົບຮົມ ແລະ ຈັດກອງປະຊຸມປະຈຳປີໃຫ້ແຕ່ລະພາກຢ່າງເນື່ອງນິດລຽນຕິດ.            ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ມອບໃບຍ້ອງຍໍ ໃນການປະສານງານ ແລະ ປະຕິບັດວຽກງານດີເດັ່ນ ໃຫ້ແກ່ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການແຂວງ ອັດຕະປື. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ອັດຕະປື
https://www.moj.gov.la/lo/node/1154
ຢູ່ທີ່ຫ້ອງວ່າການປົກຄອງແຂວງ ເຊກອງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໃນຕອນເຊົ້າຂອງວັນທີ 28 ມີນາ 2018 ໂດຍການໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີຄະນະພະແນກຍຸຕິທຳແຂວງ, ຫ້ອງວ່າການແຂວງ, ຫ້ອງການກົດໝາຍ ແລະ ໂຄສະນາອົບຮົມກົດໝາຍ ພ້ອມດ້ວຍພະນັກງານວິຊາການທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.      ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ - ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.      ນອກຈາກນັ້ນ, ທ່ານ ອຸ່ນເຮືອນ ໄຊຍະວົງ ຮອງຫົວໜ້າຫ້ອງວ່າການແຂວງ ເຊກອງ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການ ໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງໄດ້ຍົກເອົາດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍ ມາຖອດຖອນບົດຮຽນຊື່ງກັນ ແລະ ກັນ ຈາກນັ້ນ, ທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກໍມີຄຳເຫັນໃນກອງປະຊຸມ ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານງານເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ  ແລະ ສະເໜີໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສຶບຕໍ່ຈັດຊຸດຝຶກອົບຮົມ ແລະ ຈັດກອງປະຊຸມປະຈຳປີໃຫ້ແຕ່ລະພາກຢ່າງເນື່ອງນິດລຽນຕິດ.      ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ອຳນວຍຄວາມສະດວກທຸກດ້ານໃນການພົວພັນວຽກງານ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້.      ຈາກນັ້ນ, ຄະນະນຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະຍັງຈະສືບຕໍ່ເຮັດວຽກ ຢູ່ອີກ 2 ແຂວງ ຄື: ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ.    ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ເຊກອງ
ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ເຊກອງ
https://www.moj.gov.la/lo/node/1155
ໃນຕອນເຊົ້າ ຂອງວັນທີ 29 ມີນາ 2018 ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ເຂົ້າພົບປະ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ຈຳປາສັກ. ຫຼັງຈາກນັ້ນ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ຢູ່ຫ້ອງວ່າການແຂວງ ຈຳປາສັກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ບັນດາພະນັກງານຫ້ອງວ່າການແຂວງ, ພ້ອມດ້ວຍທ່ານຜູ້ຕາງໜ້າໂຄງການລູນາ II ແລະ ພະນັກງານວິຊາການທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.        ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ການນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.         ນອກຈາກນັ້ນ, ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແລະ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການ ໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍ ມາຖອດຖອນບົດຮຽນຊື່ງກັນ ແລະ ກັນ. ພ້ອມກັນນີ້ ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແຂວງ ຈຳປາສັກ ໄດ້ລາຍງານກ່ຽວກັບບັນດານິຕິກຳທີ່ເອົາລົງຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ ມີທັງໝົດ 16 ສະບັບ ຄື: 1.) ຂໍ້ຕົກລົງ ຈຳນວນ 12 ສະບັບ; 2.) ຄຳສັ່ງ ຈຳນວນ 2 ສະບັບ ແລະ ຄຳແນະນຳ 4 ສະບັບ.       ຫຼັງຈາກນັ້ນ, ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ກໍໄດ້ປະກອບຄຳເຫັນໃນກອງປະຊຸມໃນຄັ້ງນີ້ວ່າ: ຂໍໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານສົມທົບວຽກງານໃຫ້ເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃນລະດັບທີ່ສູງຂຶ້ນ ແລະ ສະເໜີໃຫ້ກົມໂຄສະນາເຜີຍແຜ່ກົດໝາຍ, ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສືບຕໍ່ຊ່ວຍເຫຼືອຈັດຊຸດຝຶກອົບຮົມ ໃຫ້ຜູ້ປະສານງານແຂວງ ຫຼື ຈັດກອງປະຊຸມປະຈຳປີ ໃຫ້ແຕ່ລະພາກຢ່າງຕໍ່ເນື່ອງ.        ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານໃນການພົວພັນ, ປະສານສົມທົບຕໍ່ວຽກງານດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.        ຫຼັງຈາກນັ້ນ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມສະຖານທີ່ປຸກສ້າງສະບັນຍຸຕິທຳ ພາກໃຕ້ ຫຼັງໃໝ່.        ພ້ອມກັນນັ້ນ, ຄະນະນຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຮັດວຽກ ຢູ່ແຂວງ ສະຫວັນນະເຂດ ຊຶ່ງເປັນແຂວງສຸດທ້າຍ. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ
ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ
https://www.moj.gov.la/lo/node/1156
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 02-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 28/3/2018
ລາຍການຄວາມຮູ້ທາງກົດໝາຍ 28/3/2018
https://www.moj.gov.la/lo/node/1157
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນາ 2018 ຢູ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ, ມີຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ ເຂົ້າຮ່ວມ 15 ສະຫາຍ, ຍິງ 6 ສະຫາຍ. ສະຫາຍ ປອ. ເສີມສຸກ ສິມພະວົງ ໄດ້ກ່າວຈຸດປະສົງຂອງການເປີດກອງປະຊຸມຄັ້ງນີ້ ກໍເພື່ອເປັນການສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງສາມອົງການຈັດຕັ້ງມະຫາຊົນ ກະຊວງຍຸຕິທໍາ ປະຈໍາໄຕມາດທີ 1 ປີ 2018 ແລະ ພ້ອມກັນກໍານົດທິດທາງແຜນການ ປະຈໍາໄຕມາດທີ 2 ປີ 2018. ຫຼັງຈາກນັ້ນ ສາມອົງການຈັດຕັ້ງມະຫາຊົນກໍໄດ້ຜັດປ່ຽນກັນສະຫຼຸບລາຍງານສ່ອງແສງ ສະພາບການເຄື່ອນໄຫວ  ແລະ ສະພາບທີ່ພົ້ນເດັ່ນຂອງສະມາຊິກຂອງຕົນ ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ, ໃນໄລຍະ 3 ເດືອນຜ່ານມາ ຄະນະບໍລິຫານງານ ກໍຄືບັນດາສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ກໍໄດ້ພ້ອມກັນເຄື່ອນໄຫວວຽກງານຂອງຕົນຢ່າງເປັນຂະບວນການຟົດຟື້ນ ເປັນຕົ້ນການປະກອບສ່ວນໃນຂະບວນການແຂ່ງຂັນກິລາ, ການອອກແຮງງານລວມ ແລະ ຂະບວນການອື່ນໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ. ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ປອ. ເສີມສຸກ ສິມພະວົງ ກໍໄດ້ມີຄໍາເຫັນຕໍ່ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັ້ກໃຫ້ຄະນະບໍລິຫານງານທັງສາມອົງການ ຈົ່ງພ້ອມກັນເອົາໃຈໃສ່ໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຂອງຕົນຢ່າງເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີພາຍໃນເປັນປຶກແຜ່ນ ແລະ ເພີ່ມທະວີການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງສະມາຊິກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ. ຂຽນຂ່າວໂດຍ: ສີປະໄພ, ຖ່າຍພາບໂດຍ: ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຄົບຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ ປະຈໍາໄຕມາດ 1 ປີ 2018
ກອງປະຊຸມຄົບຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ ປະຈໍາໄຕມາດ 1 ປີ 2018
https://www.moj.gov.la/lo/node/1158
ໃນຕອນ​ເຊົ້າຂອງວັນທີ 26 ມີນາ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ​ເຈີນ ຕຽນຢຸງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ  ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຂອງ ສປປ ລາວ. ​        ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາ​ຢ້ຽມຢາມ ​ຂອງທ່ານ ​ເຈີນ ຕຽນຢຸງ  ພ້ອມ​ດ້ວຍ​ຄະນະ ​ໃນ​ຄັ້ງ​ນີ້ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮວ່ມມື​ຮອບດ້ານລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ​ກໍ​ຄືກະຊວງ​ຍຸຕິ​ທຳ ຂອງ ສປປ ລາວ ກັບ ກະຊວງ​ຍຸຕິ​ທຳ​ ຂອງ ສສ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂື້ນ​ໄປ​ເລື້ອຍໆ.         ຊຶ່ງ​ຈຸດປະສົງຂອງ​ການ​ເຂົ້າ​ຢ້ຽມຂ່ຳນັບ​ ຂອງ​ທ່ານ ​ເຈີ​ນ ຕຽນຢຸງ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ປຶກສາ​ຫາລື ​ໃນ​ການ​ເປີດ​ໂຄງການ​ຊ່ວຍ​ໜູນສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດຂອງ ສປປ ລາວ ​ໂດຍ​ພາຍ​ໃຕ້​ທຶນ​ຂອງ​ລັດຖະບານຂອງ ສສ ຫວຽດນາມ​ ຊຶ່ງ​ໂຄງການ​ດັ່ງກ່າວ​ແມ່ນ​ຈະ​​ເນັ້ນ​ໃນ​ການ​ສ້າງຫຼັກສູດ, ຕຳລາ​ການ​ຮຽນການ​ສອນ ​ແລະ ຝຶກ​ອົບຮົມວິຊາ​ຊີບ ​ເພື່ອ​ເພີ່ມ​ທະວີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ຄູ-ອາຈານ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພະນັກງານ​ຂອງ​ຂົງ​ເຂດ​ຍຸຕິ​ທຳ​ຂອງ ສປປ ລາວ      ​   ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ເຈີ​ນ ຕຽນຢຸງ  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ຢ້ຽມຢາມ​ໃນ​ຄັ້ງ​ນີ້.   ຂ່າວ: ອອ່ນຄຳ ພາບ: ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ
ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ
https://www.moj.gov.la/lo/node/1159
ໃນວັນທີ 23 ມີນາ 2018 ຜ່ານມານີ້ ພະແນກຍຸຕິທຳແຂວງ ຫົວພັນໄດ້ຈັດພິທີປ້ອງກັນບົດຂອງນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂື້ນ ຢູ່ທີ່ສະພາປະຊາຊົນແຂວງ ຫົວພັນ. ພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ບຸນລົມ ສີເມືອງວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ມີຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີປ້ອງກັນບົດດັ່ງກ່າວ ໄດ້ແບ່ງນັກຝຶກອົບຮົມ ອອກເປັນ 4 ກຸ່ມ, ມີ 4 ຫົວບົດຄື: 1. ຄວາມຮູ້ທົ່ວໄປກຽ່ວກັບກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ໂດຍສະເພາະ ສາຍພົວພັນທີ່ເຮັດໃຫ້ເກີດສິດ ແລະ ພັນທະທາງດ້ານກົດໝາຍ, 2. ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນສັນຍາ ລົງເລິກກ່ຽວກັບເງື່ອນໄຂຂອງການເຮັດສັນຍາ, 3. ກົດໝາຍວ່າດ້ວຍກຳມະສິດ ລົງເລິກເງື່ອນໄຂພື້ນຖານທາງດ້ານກົດໝາຍຂອງບຸກຄົນທີ່ຈະກາຍເປັນເຈົ້າກຳມະສິດ ແລະ ຫົວບົດທີ 4. ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍວ່າດ້ວຍ ທີ່ດິນ. ໃນການດຳເນີີນການປ້ອງກັນບົດເຫັນໄດ້ວ່າແຕ່ລະກຸ່ມແມ່ນມີຄວາມເອົາໃຈໃສ່ໃນການຄົ້ນຄ້ວາ, ຕອບຄຳຖາມ, ແລກປ່ຽນບົດຮຽນດ້ວຍຄວາມຮັບຜິດຊອບສູງ ສະແດງໃຫ້ເຫັນການປ້ອງກັນບົດແຕ່ລະກຸ່ມແມ່ນສາມາດເຮັດໄດ້ດີ. ໃນຕອນທ້າຍຂອງພິທີ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ຍ້ອງຍໍຊົມເຊີຍ ແລະ ໂອ້ລົມຕໍ່ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແລກປ່ຽນບົດຮຽນຕະຫຼອດໄລຍະການຝຶກອົບຮົມ ແລະ ສາມາດດຳເນີນການປ້ອງກັນບົດທັງ 4 ຫົວບົດຕາມຄາດໝາຍໄດ້ສຳເລັດ ພ້ອມທັງເນັ້ນໜັກໃຫ້ເຂົາເຈົ້າສືບຕໍ່ໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງບັນດາກົດໝາຍຕ່າງໆທີ່ໄດ້ຜ່ານການຝຶກອົບຮົມນັ້ນໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ຂຽນຂ່າວ: ພວງເພັດ ເພັດຍາວົງ ປັບປຸງໂດຍ: ສີປະໄພ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫົວພັນ ຈັດພິທີປ້ອງກັນບົດຂອງນັກຝຶກອົບຮົມກົດໝາຍໄລຍະ45 ວັນ
ພະແນກຍຸຕິທຳແຂວງຫົວພັນ ຈັດພິທີປ້ອງກັນບົດຂອງນັກຝຶກອົບຮົມກົດໝາຍໄລຍະ45 ວັນ
https://www.moj.gov.la/lo/node/1160
​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ມີນາ 2018 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ພາຍ​ໃຕ້​ການເປັນ​ປະທານ​ຂອງ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ນັກ​ສຳ​ມະ​ນາກ​ອນພາຍ​ໃນ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມທັງໝົດ 24 ທ່ານ, ຍິງ 1 ທ່ານ.         ຈຸດ​ປະສົງ​ຂອງ​ການລົງ​ຕິດຕາມ, ກວດ​ກາ ​ແລະ ຊຸກຍູ້​ວຽກງານ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢູ່​ນະ​ຄອນຫຼວງວຽງຈັນ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ​ ໜ້າທີ່​ຂອງ​ກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ໃນ​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ-ກວດ​ກາ​ການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ​​ເກັບ​ກຳ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ຫ້ອງການ, ໜ່ວຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ຂອງ​ສານ ​ແລະ ການ​ປະສານ​ສົມທົບ​ລະຫວ່າງ​ສາຍ​ຕັ້ງ ​ແລະ ສາຍ​ຂວາງ, ພ້ອມ​ທັງ​ເກັບ​ກຳ​ຕົວ​ເລກ​ສະຖິຕິ​ຄຳ​ຕັດສິນຂອງ​ສານ​ທີ່​ຍັງ​ຄ້າງ​ຄາ​ໃຫ້​ຖືກຕ້ອງ, ຊັດ​ເຈນ​ພ້ອມ​ທັງ​ແນະນຳ​ກ່ຽວກັບ​ວິທີ​ການ​ເອົາ​ຂໍ້​ມູນ​ເຂົ້າ​​ໂປຣ​ແກຣມສະຖິຕິ ​ເຮັດ​ໃຫ້​ລາຍ​ງານ​ມີ​ຄວາມ​ສະ​ດວກ, ວ່ອງ​ໄວ ​ແລະ ​ເປັນ​ເອກະ​ພາບ, ຄົ້ນ​ຄວ້າ​ວິ​ໄຈ​ສາ​ເຫດ​ຂອງ​ຄຳ​ຕັດສິນ​ບໍ່ສາມາ​ດ ຈັດ​ຕັ້ງປະຕິບັດ​ໄດ້ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ, ​ເຮັດ​ໃຫ້​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢູ່​ນະຄອນຫຼວງວຽງຈັນ​ມີ​ການ​ຫັນປ່ຽນ​ໃໝ່ທີ່​ຕັ້ງໜ້າຢ່າງ​ຈະ​ແຈ້ງ. ຊຶ່ງ​ກາ​ນລົງ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້ຈະ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງວຽງຈັນ​ໂດ​ຍສະ​ເພາະ​ຢູ່ ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງ ​ແລະ ຫ້ອງການ​ຍຸຕິ​ທຳ 9 ຕົວເມືອງ, ການ​ລົງ​ເຮັດ​ວຽກຕົວ​ຈິງ​ຈະ​ໄດ້​ເລີ່​ມປະຕິບັດ​ແຕ່​ຕົ້ນ​ເດືອນ​ເມສາ ຫາ ​ເດືອນ ທັນວາ 2018 ຈຶ່ງ​ຈະ​ສຳ​ເລັດ.         ຕອນ​ທ້າຍຂອງ​ພິທີ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມ ​ແລະ ເນັ້ນໜັກຕໍ່ຜູ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແລະ ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​​ລົງ​ໄປຈັດ​ຕັ້ງ​ປະຕິບັດ​​ຢ່າງ​ເປັນ​ລະບົບ, ຖືກຕ້ອງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ ​ເພື່ອ​ເຮັດ​ໃຫ້​ບັນຫາ​ຄະດີ​ທີ່​ຍັງ​ຄ້າງ​ຄາ​ເປັນ​ຈຳນວນຫຼວງຫຼາຍນັບ​ມື້ນັບ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້ ຫຼຸດໜ້ອຍຖອຍ​ລົງ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດຝຶກອົບຮົມໃຫ້ບັນດາພະນັກງານພາຍໃນກະຊວງ ໃນການລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນ
ກະຊວງຍຸຕິທຳ ຈັດຝຶກອົບຮົມໃຫ້ບັນດາພະນັກງານພາຍໃນກະຊວງ ໃນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນ
https://www.moj.gov.la/lo/node/1161
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 22 ມີນາ 2018 ທີ່​ຜ່ານ​ມາ ທີ່​ສະ​ໂມສອນ​ເມືອງ​ສັງ​ທອງ ຫ້ອງການ​ຍຸຕິ​ທຳ​ເມືອງ​ສັງ​ທອງໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນ ກົດໝາຍຊັ້ນ​ຕົ້ນຊຸດ​ທີ VIII ປະຈຳ​​ປີ 2018 ​​ໃຫ້​ແກ່​ພະນັກງານຫຼັກ​ແຫຼ່ງ, ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເພັງ ສີ​ນະວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ດາວ​ເພັດ ອາ​ລຸນ ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ສັງ​ທອງ, ມີ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າຫ້ອງການ,​ ເລຂາ​ພັກ​ບ້ານ, ນາຍບ້ານ ​ຕະຫຼອດຮອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.    ​ໃນ​ພິທີ​ທ່ານ ​ນາງ ຕ໊ອດ ຄາຍ​ຄຳ ຮອງຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ສັງ​ທອງໄດ້​ຂື້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ເຈົ້າ​ເມືອງ ສັງ​ທອງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VIII ​ໃຫ້​ແກ່ພະນັກງານຫຼັກ​ແຫຼ່ງ, ​ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ​ສັງ​ທອງ ຊື່​ງຈຸດປະສົງ ​ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​​ໂດຍ​ສະ​ເພາະ ​ແມ່ນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​​ໃຈ ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແຕ່ລະ​ຂະ​ແໜງລົງ​ສູ່​ທ້ອງ​ຖິ່ນ​ຮາກ​ຖານ ​ເພື່ອ​ເຮັດ​ໃຫ້ພະນັກງານຫຼັກ​ແຫຼ່ງ, ​ອົງການ​ປົກຄອງ​ບ້ານ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​ຖືກຕ້ອງ​ຕາມ​ພາລະ​ບົດບາດ,ສິດ ​ແລະ ໜ້າທີ່​ຂອງ​ຕົນ, ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ, ​ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.                ​ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ດາວ​ເພັດ ອາ​ລຸນ ​ເຈົ້າ​ເມືອງ​ ​ສັງ​ທອງ ກໍ​ໄດ້​ໃຫ້ກຽດ​ໂອ້​     ລົ​ມຕໍ່​ພິທີ​ໂດຍທ່ານ​ໄດ້​ເນັ້ນໜັກ​ຕໍ່​ບັນດາ​ຜູ້​ເຂົ້າ​ຮວ່ມການ​ຮຽນກົດໝາຍຊັ້ນ​ຕົ້ນ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ຕັ້ງ​ໃຈ​ສຶກສາ​ຄົ້ນຄວ້າ​ໃນ​ການ​ສິດສອນ​ຮໍ່າຮຽນ, ​ແລກປຽ່ນຄຳ​ຄິດ​ຄຳ​ເຫັນ ​ແລະ ຍາດ​ແຍ່ງ​ຄວາມ​ຮູ້​ຄວາມ​ສາມາດ​ນຳ​ຄູ​ອາຈານ​ເພື່ອນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດດັ່ງກ່າວໄປ​ຈັດ​ຕັ້ງ​ປະຕິບັດ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.        ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງສັງທອງເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018
ຫ້ອງການຍຸຕິທຳເມືອງສັງທອງເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018
https://www.moj.gov.la/lo/node/1162
ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຕໍ່ວຽກງານທະບຽນສານໃຫ້ມີຄວາມສະດວກ ແລະ ວ່ອງໄວ້ ຮັບປະກັນຄວາມຖ້ອງຕ້ອງ ແລະ ຍຸຕິທຳ ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ.         ມາໃນວັນທີ 28 ມີນາ 2018 ຫ້ອງການຍຸຕິທຳເມືອງ ພີນ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງໜ່ວຍງານທະບຽນສານຂື້ນ ແລະ ເປີດການເຄື່ອນໄວວຽກງານຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳມາດ ເນົາວົງພະຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງພີນ ແລະ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການທະບຽນສານ, ເຂົ້າຮ່ວມຄັ້ງນີ້ມີ ພະນັກງານຈາກພະແນກຍຸຕິທຳແຂວງ, ຫ້ອງການຍຸຕິທຳເມືອງ, ຕ່າງໜ້າຫ້ອງການອ້ອມຂ້າງເມືອງ, ຕ່າງໜ້າບັນດາໜ່ວຍທະນາຄານພາຍໃນເມືອງ ແລະ ບັນດາຫົວໜ່ວຍທຸລະກິດ ພ້ອມດ້ວຍການຈັດຕັ້ງບ້ານອ້ອມຂ້າງເທດສະບານເມືອງ ຊຶ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 12 ທ່ານ. Caption ພາຍຫຼັງ ເປີດໜ່ວຍງານທະບຽນສານຢ່າງເປັນທາງການແລ້ວ ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳ ບັນດາຫ້ອງການອ້ອມຂ້າງເມືອງ ຕ້ອງເອົາໃຈໃສ່ໃນການຮ່ວມມື ຕໍ່ວຽກງານທະບຽນສານ ເພາະເປັນວຽກງານໜຶ່ງທີ່ມີບົດບາດສຳຄັນຂອງຂະແໜງຍຸຕິທຳ, ໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມຈິງ ແລະ ຕາມກົດໝາຍ ຂອງສັນຍາ ແລະ ເອກະສານອື່ນໆ, ແນໃສ່ເພີ່ມທະວີນິຕິທຳ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການການຈັດຕັ້ງປະກອບສ່ວນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເວົ້າສະເພາະ ເວົ້າລວມກໍຄືຂອງປະເທດ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ຫ້ອງການຍຸຕິທຳ ເມືອງ ພີນ ສ້າງຕັ້ງໜ່ວຍງານທະບຽນສານ ແລະ ເປີດໃຫ້ບໍລິການແລ້ວ
https://www.moj.gov.la/lo/node/1163
ໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ, ທົ່ວຊົ້ນຊັ້ນກຳມະກອນ ພວມຈັດຕັ້ງຜັນຂະຫຍາຍ ເນື້ອໃນ ແລະ ຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານລາວ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານແຂວງ ສະຫວັນນະເຂດຢ່າງເປັນຂະບວນຟົດຟື້ນ. ໂດຍຖືເອົາໂອກາດເລີກງາມຍາມດີນີ້ ກຳມະບານຮາກຖານພະແນກຍຸຕິທຳແຂວງ ຈຶ່ງເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຂຶ້ນ ໃນວັນທີ 29 ມີນາ 2018 ເພື່ອສະຫຼຸບ ສັງເກດຕີລາຄາຜົນງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຊຸມປີຕໍ່ໜ້າ ແລະ ເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວັນນະລາດ ຫົງສາທິລາດ ຄະນະບໍລິຫານງານກຳມະບານລາວ, ປະທານສະຫະພັນກຳມະບານແຂວງ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງປະກອບດ້ວຍ ຕາງໜ້າອົງການຈັດຕັ້ງມະຫາຊົນ, ບັນດາແຂກຈາກກຳມະບານຮາກຖານພະແນກ ການອ້ອມຂ້າງ ແລະ ຜູ່ແທນກອງປະຊຸມ ລວມທັງໝົດ 58 ທ່ານ, ຍິງ 23 ທ່ານ. ກອງປະຊຸມໄດ້ໄຂຂຶ້ນ ໃນເວລາ 8 ໂມງ 00 ນາທີ ດ້ວຍບັນຍາກາດທີ່ຟົດຟື້ນ, ພາຍຫຼັງທີ່ກ່າວໄຂກອງປະ ຊຸມໃຫຍ່ຄັ້ງທີ່ V ກຳມະບານຮາກຖານພະແນກຍຸຕິທຳແຂວງຢ່າງເປັນທາງການແລ້ວ ທ່ານ ນາງ ພູເພັດ ໄຊຍະວົງ ປະທານກຳມະບານຮາກຖານ ພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການຊຸມປີຕໍ່ໜ້າ, ໃນກອງປະຊຸມຍັ້ງໄດ້ຈັດພິທີມອບໃບຢັ້ງຢືນ 5 ເປັນເຈົ້າ ແລະ ໃບຍ້ອງຍໍ, ຊົມເຊີຍບຸກຄົນດີເດັ່ນ. ເມື່ອຄະນະກຳມະບານຮາກຖານຊຸດເກົ່າໄດ້ຜ່ານໄດ້ຜ່ານໃບສຳຫຼວດ ແລະ ກ່າວລາໜ້າທີ່ແລ້ວ ກອງປະຊຸມໃດ້ຈັດຕັ້ງການປ່ອນບັດເລືອກຕັ້ງເອົາຄະນະກຳມະບານຮາກຖານຊຸດໃໝ່ ຊຶ່ງມີຜູ່ສະໝັກ 7 ທ່ານ, ຍິງ 2 ທ່ານ ແມ່ນເລືອກເອົາ 5 ທ່ານ ເຂົ້າເປັນຄະນະຊຸດໃໝ່ ຊຶ່ງມີຜູ່ແທນກອງປະຊຸມປ່ອນບັດຄັດເລືອກ ຈຳນວນ 46 ທ່ານ, ຍິງ 21ທ່ານ, ການປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ໄດ້ດຳເນີນໄປດ້ວຍຄວາມໂປ່ງໃສ່ ແລະ ຍຸຕິທຳ ຊຶ່ງຜົນການປ່ອນບັດໄດ້ຄະນະຊຸດໃໝ່ 5 ທານ, ຍິງ 0 ທ່ານ ປະກອບດ້ວຍ: ທ່ານ ສີສະຫວາດ ເພັງທະລັງສີ ເປັນປະທານກະມະບານຮາກຖານ, ທ່ານ ເກດທະວີສຸກ ເທບພົມມີ ເປັນຮອງປະທານ ທັງເປັນປະທານກວດກາ, ທ່ານ ແສງພະຈັນ ແກ້ວຄຳໂພ ເປັນຮອງປະທານ ທັງເປັນຮອງປະທານກວດກາ, ທ່ານ ເກດດາໄຊ ກຸນລະບຸດ ເປັນຮອງປະທານກວດກາ ແລະ ທ່ານ ສີບຸນຮຸງ ບົວຜາ ເປັນກຳມະການ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນນະລາດ ຫົງສາທິລາດ ຄະນະບໍລິຫານງານກຳມະບານລາວ, ປະທານສະຫະພັນກຳມະບານແຂວງ, ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ພ້ອມທັງປະກອບຄຳເຫັນ ແນະນຳບາງບັນຫາດັ່ງນີ້: ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກກຳມະບານໃຫ້ມີຫຼັກໝັ້ນການເມືອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດນັບມື້ໜັກແໜ້ນກ່ວາເກົ່າ, ເພີ່ມທະວີຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປັບປຸງກໍ່ສ້າງການຈັດຕັ້ງກຳມະບານໃຫ້ມີຄວາມເຂັ້ມແຂງ ໂດຍປະຕິບັດຫຼັກການພື້ນຖານຂອງພັກໃຫ້ເຂັ້ມງວດເປັນຕົ້ນແມ່ນ: ຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ກ້າຕຳນິຕົນເອງ ແລະ ຕິຊົມກັນ, ພ້ອມທັງເອົາໃຈໃສ່ວຽກງານກວດກາເປັນຕົ້ນ: ວຽກງານກວດກາຂອງກຳມະບານ, ກວດກາການປະຕິບັດໜ້າທີ່ຂອງສະມາຊິກກຳມະບານໃຫ້ເຂັ້ມແຂງ ແລະ ຮັກສາໄດ້ມູນເຊື້ອກຳມະບານຮາກຖານ 5 ເປັນເຈົ້າກ່ຽວກັບວຽກງານວິຊາສະເພາະ ກຳມະບານຮາກຖານ ຕ້ອງເອົາໃຈໃສ່ຄົ້ນຄ້ວາກຳແໜ້ນທິດທາງແຜນການຂອງຂັ້ນເທິງໃນແຕ່ລະໄລຍະ, ຮູ້ຜັນຂະຫຍາຍໃຫ້ເປັນແບບແຜນອັນລະອຽດຂອງຕົນ ໂດຍສະເພາະການເປັນເສນາທິການໃຫ້ພະແນກຍຸຕິທຳແຂວງ ໃນການຄົ້ນຄ້ວາສັງລວມເນື້ອໃນຢ່າງຮອບດ້ານ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ, ກອງປະຊຸມໄດ້ປິດລົງໃນເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກຳມະບານຮາກຖານພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດກອງປະຊຸມໃຫຍ່ຄັ້ງທີ V ແລະ ພິທີມອບໃບຢັ້ງຢືນ 5 ເປັນເຈົ້າ
https://www.moj.gov.la/lo/node/1164
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ມີນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 25/3/2018
ລາຍການເພື່ອສັງຄົມຍຸຕິທຳ 25/3/2018
https://www.moj.gov.la/lo/node/1165
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 1/4/2018
ລາຍການເພື່ອສັງຄົມຍຸຕິທຳ 1/4/2018
https://www.moj.gov.la/lo/node/1166
ໃນຕອນບ່າຍຂອງວັນທີ 02 ເມສາ 2018 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອັດຕະປື ໄດ້ຈັດພິທີເຊື່ອມຊືມວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 63 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ X ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະພະແນກ, ຫົວໜ້າຂະແໜງ,​ ຮອງຫົວໜ້າຂະແໜງການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳ ເຂົ້າຮ່ວມຢ່າງເປັນຂະບວນການອັນຟົດຟື້ນ.     ໃນຕອນຕົ້ນພິທີ ສະຫາຍ ວິໄລ ໄຊຍະວົງສາ ຫົວໜ້າຂະແໜງຈັດຕັ້ງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳໃນນາມຕາງໜ້າໃຫ້ແກ່ຊາວໜຸ່ມພະແນກຍຸຕິທຳ ຂື້ນຜ່ານມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 3 ສະໄໝທີ VII ເຊິ່ງມະຕິດັ່ງກ່າວໄດ້ຍົກໃຫ້ເຫັນຜົນງານອັນດີເດັ່ນຂອງການເຄື່ອນໄຫວວຽກງານຢ່າງຮອບດ້ານຂອງຊາວໜຸ່ມ-ເຍົາວະຊົນທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານ ໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກຊາວໜຸ່ມຈົ່ງເພີ່ມທະວີຄວາມສາມັກຄີປອງດອງ, ຍົກສູງຈິດໃຈເອກະລາດເພິ່ງຕົນເອງ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ແລະ ມະຕິອື່ນໆ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີຂອງລັດ ກໍ່ຄືເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງໃຫ້ປະກົດຜົນເປັນຈິງ.    ໃນເວລາຕໍ່ມາ ສະຫາຍ ຄຳໄໝ ແສງມະນີ ຄະນະພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ຂື້ນຜ່ານເລົ່າມູນເຊື້ອແຫ່ງການຕໍ່ສູ້ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ( 14 ເມສາ 1955 - 14 ເມສາ 2018) ໃຫ້ແກ່ຊາວໜຸ່ມພະແນກຍຸຕິທຳແຂວງໄດ້ຮັບຮູ້ມູນເຊື້ອ ແລະ ເຂົ້າໃຈແຈ້ງເຖິງມູນເຊື້ອຂອງຊາວໜຸ່ມທັງໝົດ ສີ່ຮຸ່ນ (ຊາວໜຸ່ມຮຸ່ນທຳອິດ, ຊາວໜຸ່ມຮຸ່ນທີສອງ, ຊາວໜຸ່ມຮຸ່ນທີສາມ ແລະ ຊາວໜຸ່ມຮຸ່ນທີສີ່) ໃນວິລະກຳ-ພາລະກິດການຕໍ່ສູ້ປົດປ່ອຍ, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນລະບອບໃໝ່ຂອງພວກເຮົາທີ່ຜ່ານເປັນໄລຍະເວລາຫຼາຍປີ ຈົນສາມາດຍາດໄຊຊະນະຜົນງານອັນຫຍິ່ງໃຫ່ຍທີ່ເປັນມູນເຊື້ອແລະ ພື້ນຖານດັັ່ງນີ້: ຊາວໜຸ່ມລາວແມ່ນມີນ້ຳໃຈຮັກຊາດອັນດູດດື່ມ ມີຄວາມອົງອາດກ້າຫານ ບໍ່ຍອມຈຳນົນຕໍ່ອຸປະສັກໃດໆ,​ ຊາວໜຸ່ມລາວມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ຊາວໜຸ່ມລາວມີມູນເຊື້ອສາມັກຄີປອງດອງບັນດາເຜົ່າ, ຊາວໜຸ່ມລາວມີມູນເຊື້ອດຸໝັ່ນຫ້າວຫັນ ຟົດຟື້ນ ມີຊີວິດຊີວາ ກ້າຄິດ ກ້າເຮັດ ແລະ ກຽມພ້ອມຕະລຸມບອນເຂົ້າໃນທຸກວຽກງານ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນບ່ອນຝຶກຝົນຫຼໍ່ຫຼອມຂອງຊາວໜຸ່ມ. ເວົ້າລວມແລ້ວ: ຊາວໜຸ່ມລາວກໍຄື ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນມີມູນເຊື້ອໂດດເດັ່ນ ສະຫງ່າລາສີ ສົມເປັນບໍ່ບຳເພັນຂອງພັກ ເປັນກະດູກສັນຫຼັງຂອງຊາດ.     ເພື່ອສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 083/ຄອຂ, ລົງວັນທີ 19 ມີນາ 2018 ກ່ຽວກັບຈັດວັນປະຖະກາຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955 - 22 ມີນາ 2018). ສະຫາຍ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງໄດ້ເປັນກຽດຂື້ນເຊື່ອມຊືມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ພ້ອມທັງຊີ້ໃຫ້ສະມາຊິກພັກພາຍໃນພະແນກຍຸຕິທຳເຫັນໄດ້ໝາກຜົນອັນຫຍິ່ງໃຫ່ຍທີ່ພັກຂອງພວກເຮົາຍາດມາໄດ້. ພ້ອມດຽວກັນນີ້, ທ່ານຍັງໄດ້ປຸກລະດົມທາງດ້ານການເມືອງ-ແນວຄິດ ຂອງສະມາຊິກພັກທຸກໆຄົນຕ້ອງກຳແໜ້ນບັນດາຫຼັກການ, ບັນດາທິດນຳ ແລະ ໜ້າທີ່ຂອງພັກບໍ່ໃຫ້ຖີ້ມຫຼັກໝັ້ນຊົ້ນຊັ້ນການເມືອງຂອງພັກ ແລະ ກຳແໜ້ນໃຫ້ໄດ້ 3 ບັນຫາຕົ້ນຕໍຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດຄຳຂວັນຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງພັກກຳນົດວ່າ: ຍົກສູງຄວາມສາມາດ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີມະຫາຄວາມສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.     ໃນຕອນທ້າຍຂອງພິທີ, ສະຫາຍ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ X ແລະ ຄາດໝາຍສູ້ຊົນຂອງແຂວງອັດຕະປື. ໃນນັ້ນ, ທ່ານໄດ້ມີຄຳເຫັນບາງຕອນໃນພິທີຄັ້ງນີ້ວ່າ: ສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆຄົນຕ້ອງເພີ່ມທະວີຄວາມສາມັກຄີພາຍໃນ, ປະຕິບັດຫຼັກການປະຊາທິປະໄຕ ແລະ ທັງການເປັນເຈົ້າການໃນການເປັນເສນາທິການທາງດ້ານກົດໝາຍໃຫ້ແກ່ຄະນະພັກ-ຄະນະນຳຂອງແຂວງ ເປັນຕົ້ນແມ່ນວຽກງານກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ, ການຄຸ້ມຄອງລະບົບຍຸຕິທຳ, ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ການຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານໃຫ້ແກ່ນັກທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ເພີ່ມທະວີຈັນຍາບັນ ແລະ ຈັນຍາທຳຂອງນັກກົດໝາຍ ໃຫ້ມີນ້ຳໃຈສູງສົ່ງເພື່ອຮັບໃຊ້ວຽກງານຂອງພັກ-ລັດໃນໄລຍະໃໝ່ຂອງພວກເຮົາ.                                                           ພາບ-ບົດຂ່າວ ໂດຍ: ໂພທະສິນ ສະເຫຼີມສັກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອັດຕະປື ຈັດຕັ້ງພິທີເຊື່ອມຊືມ 03 ເອກະສານທີ່ສຳຄັນ
ພະແນກຍຸຕິທຳແຂວງອັດຕະປື ຈັດຕັ້ງພິທີເຊື່ອມຊືມ 03 ເອກະສານທີ່ສຳຄັນ
https://www.moj.gov.la/lo/node/1167
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 4/4/2018
ລາຍການຄວາມຮູ້ທາງກົດໝາຍ 4/4/2018
https://www.moj.gov.la/lo/node/1168
​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6 ​ເມສາ 2018 ຢູ່​ທີ່​ພະ​ແນກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​​ເປີດ​ກອງ​ປະຊຸມ​ສະຫຼຸບ​ຜົນງານ​ປະ​ຈໍາປີ 2017 ​ແລະ ທິດ​ທາງ​​ແຜນການ​ປີ ​2018​ ໂດຍ​ການ​ເປັນ​ປະທານຂອງ​ທ່ານ ລາດ​ສະ​ນີວົງ ອາມາ​ທິທາດາ ຄະນະ​ປະ​ຈໍາ​ພັກ​ນະຄອນຫຼວງ​ວຽງຈັນ ຫົວໜ້າ​ກວດກາ​ລັດ​ນະຄອນຫຼວງ ​ແລະ ທ່ານ ບຸນ​ເພັງ ສີນະ​ວົງ​ພອນ ກໍາມະການ​ພັກນະຄອນຫຼວງ, ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງ, ມີ​ຮອງຫົວໜ້າ​ພະ​ແນ​ກ, ຕາງໜ້າ​ຈາກ​ກະຊວງ​ຍຸຕິ​ທໍາ, ຫົວໜ້າ​ຫ້ອງການ, ຮອງ​ຫົວໜ້າ​ຫ້ອງການ, ຫົວໜ້າ​ຫ້ອງການ​ຍຸຕິ​ທໍາ​ເມືອງ ​ແລະ ພະນັກງານ​-ລັດຖະກອນພາຍ​ໃນ​ພະ​ແນ​ກຍຸຕິ​ທໍາ​ນະ​ຄອນ​ຫຼວງ, ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ທັງ​ໝົດ 120 ທ່ານ, ຍິງ 55 ທ່ານ.       ​ໃນ​ກອງ​ປະຊຸມທ່ານ ບຸນ​ເພັງ ສີນະ​ວົງ​ພອນ ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​ກ່າວ​ເປີດ​ກອງ​ປະຊຸມພ້ອມ​ທັງ​ຜ່ານ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຍຸຕິ​ທໍາ​ທົ່ວ​ນະຄອນຫຼວງວຽງຈັນ ປະ​ຈໍາປີ 2017 ​ແລະ ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ສະ​ເພາະ ​ແມ່ນ​ຜົນ​ສໍາ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ການຈັດ​ຕັ້ງ-ພະນັກງານ ​ແລະ ກວດກາ, ການ​ສ້າງ ​ແລະ ປັບປຸງ​ນິຕິ​ກໍາ​ລຸ່ມ​ກົດໝາຍ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ການ​ສ້າງ​ບຸກຄະລາ​ກອນ​ກົດໝາຍ, ການຈັດ​ຕັ້ງ​ປະຕິບັດ​ຄໍາ​ຕັດ​ສີນ​ຂອງ​ສານ. ຈາກ​ນັ້ນ ທ່ານ ລາດ​ສະ​ນິວົງ ອາມາ​ທິທາດາ ຄະນະ​ປະ​ຈໍາ​ພັກ​ນະຄອນຫຼວງວຽງຈັນ ​ໄດ້​ໃຫ້​ກຽດ​ມອບ​​​ໃບ​ຍ້ອງຍໍ​ໃຫ້​ຄະນະ​ນໍາ​ຂອງ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງ ​ແລະ ​ໃບ​ຊົມ​ເຊີຍ​ໃຫ້ພະນັກງານ-ລັດຖະກອນ ​ພາຍ​ໃນ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ຈໍານວນ 37 ທ່ານ, ຍິງ 14 ທ່ານ.       ​ໃນ​ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ລາດ​ສະ​ນິວົງ ອາມາ​ທິທາດາ ​ໄດ້​ໃຫ້ກຽດໂອ້​ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຄະ​ນະ​ພັກ, ຄະນະ​ນໍາ​ຂອງ​ຂະ​ແໜງ​ຍຸຕິ​ທໍາ ຕະຫຼອດ​ເຖິງ​ບັນດາ​ສະຫາຍສະມາ​ຊິກ​ພັກ, ພະນັກງານ​ທີ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະໜ້າ​ທີ່​ຂອງ​ຕົນ, ປະຕິບັດກົດໝາຍ ​ແລະ ລະບຽບ​ການ​ທີ່​ກໍານົດ​ໄວ້ຊຶ່ງ​ໄດ້​ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ສະຕິ ​ແລະ ​ເຄົາລົບ​ປະຕິບັດ​ກົດໝາຍ​ໃຫ້​ທົ່ວ​ສັງຄົມ, ​ຄຽງ​ຄູ່​ກັບ​ຜົນງານ​ດັ່ງກ່າວ​ນັ້ນທ່ານ​​ຍັງໃຫ້​ເອົາ​ໃຈ​ໃສ່​​ໃນ​ການ​ສື​ກສາ​ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ​ໃຫ້​ສະມະ​ຊິກ​ພັກ, ພະນັກງານ-ລັດຖະກອນພ້ອມ​ທັງ​ເຊື່ອມ​ຊຶມ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ​ເປັນ​ເສນາ​ທິການ​ໃຫ້​ແກ່​ອົງການປົກຄອງ​ແຕ່ລະ​ຂັ້ນກ່ຽວ​ກັບ​ການ​ສ້າງ ​ແລະ ປັບປຸງນິຕິກໍາ​ລຸ່ມ​ກົດໝາຍ, ​ເອົາ​ໃຈ​ໃສ່​ການ​ຈັດ​ຕັ້ງ​ປະຕິບັດ​ຄໍາ​ຕັດ​ສີນ​ຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດບົນ​ພື້ນ​ຖານ​ສະພາບ​ຄວາມ​ເປັນ​ຈິງ​ເພື່ອ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ ​ແລະ ສຶບຕໍ່​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃຫ້​ຖັນແຖວ​ພະນັກງານ-ລັດຖະກອນ ​ແລະປະຊາຊົນ​ບັນດາ​ເຜົ່າ​ໃຫ້​ກວ້າງຂວາງ,​ ເລີກ​ເຊິ່ງ ​ແລະ ທົ່ວ​ເຖິງ​ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ວິທີ,​ ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ການ​ບໍລິການ​ດ້ານ​ກົດໝາຍ​ໃຫ້​ແກ່​ປະຊາຊົນ. ຂຽນຂ່າວ, ຖ່າຍພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບຜົນງານປະຈໍາປີ 2017 ແລະ ທິດທາງແຜນການປີ 2018
ກອງປະຊຸມສະຫຼຸບຜົນງານປະຈໍາປີ 2017 ແລະ ທິດທາງແຜນການປີ 2018
https://www.moj.gov.la/lo/node/1169
ເພື່ອປະຕິບັດຕາມແຜນຍຸດທະສາດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືແຜນການວຽກງານຍຸຕິທຳຮາກຖານ ທີ່ທາງກະຊວງຍຸຕິທຳວາງອອກ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບການນຳຂັ້ນເມືອງທ່າປາງທອງ ພ້ອມດ້ວຍຫ້ອງການຍຸຕິທຳເມືອງຈຶ່ງໄດ້ກຳນົດແຜນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານການຮຽນ-ສອນ ກົດໝາຍຊັ້ນຕົ້ນ ປະຈຳປີ 2018. ມາໃນວັນທີ 6 ເມສາ 2018 ເມືອງທ່າປາງທອງ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳປະສົງ ຂົງຄຳ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ທ່າປາງທອງ ພ້ອມດ້ວຍ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຄັ້ງນີ້ ປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຄູອາຈານ ພ້ອມດ້ວຍນັກສຳມະນາກອນກົດໝາຍຊັ້ນຕົ້ນ ທີ່ມາຈາກບ້ານ, ກຸ່ມບ້ານຂອງຈຸດສຸມເຊກື ເມືອງທ່າປາງທອງ ພິເສດມີພະນັກງານທີ່ມາຈາກກະຊວງຍຸຕິທຳກໍເຂົ້າຮ່ວມໃນພິທີຄັ້ງນີ້. ທ່ານ ສິດທິສອນ ຄຳສາຍໄຍ, ຫົວໜ້າຫ້ອງການຍຸຕິທຳເມືອງທ່າປາງທອງ ໄດ້ຜ່ານບົດສະຫຼຸບລາຍງານການກະກຽມຄວາມພ້ອມໃນເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນປະຈຳປີ 2018 ແລ້ວ, ຊຶ່ງໃນຄັ້ງນີ້ມີຈຳ ນວນຜູ້ເຂົ້າຮຽນທັງໝົດ 65 ຄົນ, ຍິງ 0 ຄົນ ຊຶ່ງມາຈາກກຸ່ມບ້ານ ແລະ ບ້ານພາຍໃນເມືອງ. ພາຍຫຼັງທີ່ທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ຜ່ານບົດສະຫຼຸບລາຍງານສຳເລັດແລ້ວ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານຮອງເຈົ້າເມືອງທ່າປາງທອງ ກໍໄດ້ໃຫ້ກຽດເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງປະກອບຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ບັນດາຄູອາຈານທີ່ມາສິດສອນ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂມງເວລາຢ່າງເປັນເຈົ້າການ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູອາຈານດ້ວຍຄວາມຫ້າວຫັນ, ອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໃນຊຸດການຮຽນ-ການສອນກົດໝາຍຊັ້ນຕົ້ນໄດ້ເປັນຢ່າງດີ.     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ທີ່ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ
https://www.moj.gov.la/lo/node/1170
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 9/4/2018
ລາຍການຄວາມຮູ້ທາງກົດໝາຍ 9/4/2018
https://www.moj.gov.la/lo/node/1171
ໃນຕອນເຊົ້າ ຂອງວັນທີ 28 ມີນາ 2018 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ ພະນັກງານນັກຮົບ ໃນຂົງເຂດປ້ອງກັນຊາດ ໃຫ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ. ໂດຍການກ່າວມອບຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ ພະນາວັນ ທັນສະດາພອນ ຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ, ກົມກົດໝາຍ ກະຊວງປ້ອງກັນປະເທດ, ມີຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.         ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມກົດໝາຍ 4 ຂົງເຂດ ຈຳນວນ 21 ຊຸດ, ປຶ້ມກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ຈຳນວນ 21 ຫົວ ລວມມູນຄ່າທັງໝົດ 10,029,000 ກີບ ກີບ. ຂຽນຂ່າວໂດຍ: ສີປະໄພ, ຖ່າຍພາບໂດຍ:ສຸກສາຄອນ. ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ
https://www.moj.gov.la/lo/node/1172
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 23/4/2018
ລາຍການຄວາມຮູ້ທາງກົດໝາຍ 23/4/2018
https://www.moj.gov.la/lo/node/1173
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 24-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 8/4/2018
ລາຍການເພື່ອສັງຄົມຍຸຕິທຳ 8/4/2018
https://www.moj.gov.la/lo/node/1174
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 22/4/2018
ລາຍການເພື່ອສັງຄົມຍຸຕິທຳ 22/4/2018
https://www.moj.gov.la/lo/node/1175
ໃນຕອນ​ເຊົ້າ ວັນ​ທີ 23 ​ເມສາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປິດຊຸດຝຶກອົບຮົມກົດໝາຍ​ໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ທີ່ຫ້ອງ​ປະຊຸມ ສະພາ​ປະຊາຊົນ​ແຂວງ​ວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ສິງ​ຄຳ​ ຄົງສະຫວັນ ຮອງເລຂາພັກແຂວງ, ຮອງ​ເຈົ້າ​ແຂວງ​ວຽງຈັນ, ມີຫົວໜ້າພະ​ແນ​ກ, ຮອງ​ຫົວໜ້າພະ​ແນ​ກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 70 ທ່ານ, ຍິງ 13 ທ່ານ.        ທ່ານ ກອງ​ສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍ​ໄລຍະ​ສັ້ນ 45 ວັນ, ຊຸດ​ທີ VIII ​ໃຫ້​ແກ່​ພະນັກງານການ​ນຳ, ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ຂອງ​ແຂວງ​ວຽງຈັນ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ​ເມສາ 2018 ແລະ ຈະດຳເນີນໄປຈົົນເຖິງວັນທີ 25 ມີ​ຖຸນາ 2018 ຈຶ່ງຈະສໍາເລັດ, ມີນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ, ມີ 28 ວິຊາຮຽນ, 21 ໜ່ວຍກິດ, 315 ຊົ່ວໂມງ.        ໃນຕອນທ້າຍຂອງພິທີ ທ່ານ ນາງ ສິງ​ຄຳ​ ຄົງສະຫວັນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນທ່ານ ກໍໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ທີ່ໄດ້ພ້ອມ​ກັນ​ຕັ້ງໜ້າກະກຽມທາງ​ດ້ານ​ບຸກຄະລາ​ກອນ, ຫຼັກສູດ, ​ເນື້ຶອ​ໃນ, ຄູ​-ອາຈານ, ງົບປະມານ, ສະຖານ​ທີ່ ​ແລະ ອື່ນໆ ພ້ອມທັງເນັ້ນ​ໃຫ້​ຄູ- ອາຈານ ຈົ່ງ​ເອົາ​​ໃຈ​ໃສ່​ ຄົ້ນ​ຄ້ວາ​ບົດ​ສອນ, ກະກຽມທາງ​ດ້ານ​ວິທີ​ການ​ສອນ ຊີ້​ແຈງ​ໃຫ້​ເຫັນ​ທາງ​ດ້ານ​ທິດ​ສະ​ດີ ​ໂດຍ​ສົມທົບ​ກັບ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ເຮັດ​ໃຫ້​ນັກ​ຝຶກ​ອົບຮົມ​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ສາມາດ​ນຳ​ໄປ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສຳລັບນັກ​ຝຶກ​ອົບຮົມ​ຈົ່ງ​ອົດທົນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ແຕ່​ຕົ້ນ​ຕະຫຼອດປາຍ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບຢ່າງ​ເຂັ້ມ​ງວດ, ​ຈົ່ງ​ຕັ້ງ​ໃຈ​ຟັງ​ການ​ບັນ​​ຍາຍ​ຈາກ ​ຄູ-​ອາຈານ, ຕັ້ງໜ້າຄົ້ນ​ຄ້ວາ​ບົດຮຽນ ພ້ອມ​ນັ້ນ​ຖ້າ​ບັນ​ຫາ​ໃດ​ເຫັນ​ວ່າ​ບໍ່​ເຂົ້າ​ໃຈກໍ່ສະ​ເໜີຖາມ ສົນທະນາ​ແລກປ່ຽນນຳ​ກັນ​ເຮັດ​ໃຫ້ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ​ບັນຍາກາດ​ດີ ມີ​ຊີວິດ​ຊີວາ ​ແລະ ​ແທດ​ເຖິງ​ຕົວ​ຈິງ, ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ນັບມື້ນັບຫັນເຂົ້າສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ວຽງຈັນ ເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018
ພະແນກຍຸຕິທຳແຂວງ ວຽງຈັນ ເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018
https://www.moj.gov.la/lo/node/1176
ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ, ສະບັບເລກທີ 1387/ກຍ, ລົງວັນທີ 5 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປີ 2018, ແຈ້ງການຂອງຫົວໜ້າຄະນະຈັດຕັ້ງແຂວງ, ສະບັບເລກທີ 0094/ ຄຈ.ສຂ, ລົງວັນທີ 16 ມັງກອນ 2018, ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ, ສະບັບເລກທີ 0607/ຈຂ.ສຂ, ວ່າດ້ວຍການອະນຸຍາດໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮັບການບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 6 ແລະ ຂໍ້ຕົກລົງສະບັບເລກທີ 0608/ຈຂ.ສຂ, ລົງວັນທີ 30 ມີນາ 2018 ວ່າດ້ວຍການອະນຸມັດໃຫ້ພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດຊຸດຮຽນບຳລຸງກົດໝາຍໄລຍະສັ້ນ 45 ວັນຂື້ນຢ່າງເປັນທາງການ. ໃນຕອນເຊົ້າ ວັນທີ 25 ເມສາ 2018 ພະແນກຍຸຕິທຳແຂວງສະຫວັນນເຂດ ໄດ້ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ  ຊຸດທີ VI ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະ ຫວັນນະເຂດ, ເຂົ້າຮ່ວມຄັ້ງນີ້ມີເລຂາຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການພາຍໃນພະແນກ, ຄູ-ອາຈານ ແຂກອ້ອມຂ້າງ ພ້ອມດ້ວຍນັກສຳມະນາກອນ ຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຫ້ອງການອ້ມຂ້າງເມືອງ. ໃນກອງປະຊຸມທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ ຂື້ນລາຍງານການຈັດຕັ້ງປະຕິບັດໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018, ການຝຶກອົບຮົມກົດໝາຍໄລຍະສັ້ນຊຸດທີ VI ນີ້ ແມ່ນນຳໃຊ້ເວລາ 45 ວັນ ໂດຍບໍ່ນັບ ວັນພັກທາງລັດຖະການ, ຊຶ່ງປະກອບມີ 28 ວິຊາຮຽນ, 21 ໜ່ວຍກິດ ເທົ່າກັບ 315 ຊົ່ວໂມງ, ນັກວິທະຍາກອນ ແມ່ນປະກອບມີ 22 ທ່ານ ທີ່ຮັບເຊີນມາຈາກບັນດາພະແນກການອ້ອມຂ້າງແຂວງ, ສະຖາບັນຍຸຕິທຳພາກກາງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ປະກອບມີ 51 ທ່ານ, ຍິງ 11 ທ່ານ ທີ່ເປັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ. ພາຍຫຼັງທີ່ທ່ານ ຫົວໜ້າພະແນກຍຸຕິທຳແຂວງ ລາຍງານການຈັດຕັ້ງປະຕິບັດຫຼັກສູດບຳລຸງກົດໝາຍໄລຍະສັ້ນ 45 ວັນ ສິ້ນສຸດແລ້ວ  ໃນຕອຍທ້າຍຂອງພິທີ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດທີ່ຍາດມາໄດ້ໃນ 5 ຊຸດຜ່ານມາ ແລະ ໄດ້ສືບຕໍ່ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ເປັນຊຸດທີ VI ຂອງປີ 2018 ພ້ອມທັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕໍ່ກັບຄູ-ອາຈານທີ່ມາສິດສອນ ຕ້ອງຄົ້ນຄ້ວາກະກຽມເນື້ອໃນບົດສອນໃຫ້ລະອຽດ, ເລີກເຊິ່ງດ້ວຍການສັງລວມເປັນບົດຫຍໍ້ໃຫ້ເໝາະສົມກັບເວລາທີ່ກຳນົດໃຫ້ ພ້ອມທັງຍົກເອົາເຫດການຕົວຈິງທີ່ເກີດຂື້ນໃນແຕ່ລະຍຸກ ແຕ່ລະສະໄໝມາສົມທຽບ ທັງຍົກຕົວຢ່າງ ວິທີແກ້ໄຂໃນແຕ່ລະໄລຍະ, ແຕ່ລະເຫດການມາອະທິບາຍໃຫ້ລະອຽດ. ສະລັບຜູ່ເຂົ້າຮ່ວມການຝືກອົບຮົມ ຕ້ອງເອົາໃຈໃສ່ອ່ານ, ຄົ້ນຄ້ວາບັນດາບົດຮຽນຕ່າງໆກ່ອນຂື້ນຫ້ອງຮຽນ ແລະ ເອົາ ໃຈໃສ່ຊັກຖາມແລກປ່ຽນບົດຮຽນນຳຄູ-ອາຈານປະຈຳແຕ່ລະວິຊາດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ ເມື່ອຈົບຫຼັກສູດແລ້ວ ຕ້ອງມີການປະເມີນຄືນ ແລະ ຂຽນບົດເກັບກ່ຽວຂອງຕົນເອງຕໍ່ຄວາມເຂົ້າ ໃນແຕ່ລະວິຊາທີ່ໄດ້ຮຽນມາ ແລະ ນຳໄປເຜີຍແຜ່ຄວາມຮູ້ນີ້ໃຫ້ກວ້າງຂວາງ ແລະ ຖືກຕ້ອງ.           ປະເພດຂ່າວ: ກອງປະຊຸມ-ສຳມະນາ
ແຂວງສະຫວັນນະເຂດ ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳປີ 2018 ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ
https://www.moj.gov.la/lo/node/1177
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 26-ເມສາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 25/4/2018
ລາຍການຄວາມຮູ້ທາງກົດໝາຍ 25/4/2018
https://www.moj.gov.la/lo/node/1178
ໃນຕອນເຊົ້າຂອງວັນທີ 23 ເມສາ 2018 ເວລາ 8 ໂມງ 00 ນາທີ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຫົວໜ້າທິມງານສູນກົດໝາຍເພື່ອປະຊາຊົນ ໄດ້ເຂົ້າພົບທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ແລະ ທ່ານ ສີໄລ ສີສະແຫວງສຸກ ສະມາຊິກສະພາປະຊາຊົນແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງອັດຕະປື. ການເຂົ້າພົບຄະນະພັກ-ຄະນະນຳຂອງແຂວງໃນຄັ້ງນີ້ມີຈຸດປະສົງເພື່ອລົງມາໃຫ້ຄວາມຮູ້ທາງດ້ານກົດໝາຍ, ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 10ຈຸດ ຂອງ 05 ຕົວເມືອງອອ້ມຂ້າງແຂວງອັດຕະປື ພາຍໃຕ້ຫົວຂໍ້ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເຊິ່ງການເຄື່ອນໄຫວໂຄສະນາແມ່ນເລີ່ມແຕ່ວັນທີ 23 ເຖິງວັນທີ 28 ເມສາ 2018.      ພ້ອມນີ້, ທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍມາຍັງພະແນກຍຸຕິທຳແຂວງທີ່ໄດ້ສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີສ່ວນຮ່ວມໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ແລະ ນິຕິກຳຕ່າງໆຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ສອດຄ່ອງກັບທິດນຳຂອງແຂວງ ກໍຄືມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ x ຂອງແຂວງອັດຕະປື. ນອກຈາກນີ້, ທ່ານ ບຸນຮຽນ ແກ້ວບົວພາດ ກໍຍັງໄດ້ໃຫ້ຄຳເຫັນແລກປ່ຽນ ແລະ ພ້ອມທັງຊີ້ນຳໃຫ້ພະແນກຍຸຕິທຳແຂວງເປັນເຈົ້າການປະສານສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະນິຕິສາດ ແລະ ລັດຖະສາດ ໃນການໃຫ້ຄວາມຮູ້ທາງດ້ານກົດໝາຍ, ຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ລັດຖະທຳມະນູນຂອງ ສປປ ລາວ ໃຫ້ລົງສູ່ທ້ອງຖິ່ນຮາກຖານຕົວຈິງ ໂດຍສະເພາະແມ່ນແນໃສ່ໃຫ້ ພໍ່ແມ່, ປະຊາຊົນທຸກຊົນເຜົ່າພາຍໃນແຂວງຂອງພວກເຮົາມີສະຕິເຄົາລົບລະບຽບກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດ ສປປ ລາວ ໃຫ້ເປັນລັດຄຸ້ມຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງແມ່ນເນັ້ນໃສ່ໃຫ້ພົນລະເມືອງລາວໄດ້ຮັບຮູ້ເຖິງສິດ ແລະ ພັນທະຕໍ່ກັບທີ່ດິນ, ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງ, ການລັກລອບຕັດໄມ້ທຳລາຍປ່າຢ່າງຊະຊາຍ, ການຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງ; ຈຳແນກໄດ້ເຖິງເລ່ກົນອຸບາຍຂອງບຸກຄົນທີ່ບໍ່ດີທີ່ຫວັງຕົວະຍົວະ, ຫຼອກລວງ, ນາບຂູ່, ບັງຄັບ ຫຼື ການຜູກມັດດ້ວຍໜີ້ສິນໂດຍມີຈຸດປະສົງເອົາຄົນໄປຂາຍເພື່ອບັງຄັບໃຫ້ເປັນໂສເພນີ(ຂາຍຕົວ), ໃຊ້ແຮງງານໜັກ, ເປັນຂໍທານ(ທຳຮ້າຍ ຫຼື ຕັດອະໄວຍະວະຮ່າງກາຍໃຫ້ເປັນຄົນພິການ), ທຸບຕີທໍລະມານ ແລະ ຮູບແບບອື່ນໆ.           ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອັດຕະປື ສົມທົບກັບ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດເພື່ອລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ
ພະແນກຍຸຕິທຳແຂວງອັດຕະປື ສົມທົບກັບ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດເພື່ອລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ
https://www.moj.gov.la/lo/node/1179
ການລົງໂຄສະນາເຜີຍແຜ່ກົດໝາຍຢູ່ພາຍໃນ 05 ຕົວເມືອງອອ້ມຂ້າງແຂວງອັດຕະປື ໄດ້ດຳເນີນມາແຕ່ວັນທີ 23-27 ເມສາ 2018 ແລະ ສຳເລັດລົງຢ່າງສະຫງ່າງາມ ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວປວງຊົນລາວພວມສຸມໃສ່ຈັດຕັ້ງປະຕິບັດມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດຄຳແນະນຳຂອງລັດຖະມົນກະຊວງຍຸຕິທຳ ສະບັບເລກທີ 1387/ກຍ ລົງວັນທີ 5 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2018, ແຜນພັດທະນາວຽກງານຍຸຕິທຳຄັ້ງທີ IV ຂອງກະຊວງຍຸຕິທຳ ແລະ ແຜນຍຸດທະສາດວຽກງານຍຸຕິທຳຂອງແຂວງອັດຕະປື.        ການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຫຼື ການໃຫ້ຄວາມຮູ້ທາງດ້າານກົດໝາຍແກ່ປະຊາຊົນບັນດາເຜົ່າໃນຄັ້ງນີ້ແມ່ນເປັນການປະສານສົມທົບ ຮ່ວມມືກັນລະຫວ່າງ ພະແນກຍຸຕິທຳແຂວງອັດຕະປື ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອແນໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ສ້າງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ສ້າງທຸກເງື່ອນໄຂໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫຼວດ ສາມາດເຂົ້າເຖິງການບໍລິການທາງດ້ານກົດໝາຍ ພ້ອມທັງຮູ້ເສີມຂະຫຍາຍສິດເປັນເຈົ້າຂອງຕົນຕາມກົດໝາຍ. ນອກນີ້ ການລົງໂຄສະນາເຜີຍແຜ່ກົດໝາຍແມ່ນໄດ້ນຳເອົາສອງຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ເຫັນວ່າມີຄວາມໝາຍ, ມີຄວາມສຳຄັນ, ມີຄວາມຈຳເປັນພາວະວິໄສ ຄື: ຫົວຂໍ້ການຂື້ນທະບຽນທີ່ດິນ ແລະ ການຕ້ານການຄ້າມະນຸດ.       ການຈັດຕັ້ງປະຕິບັດວຽກງານຕົວຈິງໃນຄັ້ງນີ້ແມ່ນໄດ້ເຄື່ອນໄຫວທັງໝົດ 09 ຈຸດ ທີ່ນອນຢູ່ໃນ 05 ຕົວເມືອງຂອງແຂວງອັດຕະປື ຄື: 4 ຈຸດ ແມ່ນໄດ້ເຄື່ອນໄຫວທີ່ກຸ່ມບ້ານ, ບ້ານ ແລະ ອີກ 5 ຈຸດ ແມ່ນເຄື່ອນໄຫວທີ່ຫ້ອງວ່າການປົກຄອງເມືອງ, ພະແນກຍຸຕິທຳ ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ.  ໄດ້ນຳເອົາເຕັກນິກ, ວິທີການໂຄສະນາ ແລະ ຮູບການເຜີຍແຜ່ຕ່າງໆປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍເປັນຕົ້ນແມ່ນການບັນຍາຍທີ່ມີເນື້ອໃນສັ້ນກະທັດຮັດ ເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈຢ່າງງ່າຍດາຍ, ການຈັດກິດຈະກຳທີ່ກ່ຽວຂ້ອງ ກັບເນື້ອໃນຂອງກົດໝາຍ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງໄດ້ຜ່ອນຄາຍ ບໍ່ເຄັງຄຽດ ມີຄວາມເບີກບານມ່ວນຊື່ນ, ການສະແດງລະຄອນກ່ຽວກັບກົດໝາຍ ໃຫ້ທຸກຄົນໄດ້ຮັບຮູ້ ເຂົ້າໃຈ ໄດ້ເຫັນເຖິງເຫດການຈຳລອງທີ່ຄ້າຍຄືກັບເຫດການຕົວຈິງກ່ຽວກັບການຂື້ນທະບຽນທີ່ດິນ ແລະ ການຕ້ານການຄ້າມະນຸດ, ການຖາມ-ຕອບ ເຊິ່ງສະແດງອອກເວລາທີ່ມີການສົນທະນາແລກປ່ຽນບົດຮຽນ. ເຊິ່ງທັງໝົດເຫຼົ່ານັ້ນ ແມ່ນຜົນສຳເລັດອັນຫຍິ່ງໃຫ່ຍທີ່ມີຄວາມສຳຄັນຕໍ່ກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນການຄຸ້ມຄອງລັດດ້ວຍກົດໝາຍ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງທາງດ້ານກົດໝາຍ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາສະຕິເຄົາລົບລະບຽບກົດໝາຍ ມັນໄດ້ສະແດງອອກຄື ສາມາດດຶງດູດຜູ້ເຂົ້າຮ່ວມຮັບຟັງທັງໝົດ 873 ຄົນ, ຍິງ 362 ຄົນ. ພາບ ແລະ ບົດຂ່າວໂດຍ ໂພທະສິນ ສະເຫຼີມສັກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສຳເລັດການລົງໂຄສະນາເຜີຍແຜ່ກົດໝາຍ
ພະແນກຍຸຕິທຳແຂວງ ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສຳເລັດການລົງໂຄສະນາເຜີຍແຜ່ກົດໝາຍ