url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/1497
ໃນຕອນເຊົ້າຂອງວັນທີ 14 ກຸມພາ 2019 ຫ້ອງການຍຸຕິທໍາ ເມືອງຈັນທະບູລີ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາ ເມືອງຈັນທະບູລີ, ທ່ານ ນ. ອຸດົມ ສຸລະມະນີ ຮອງຫົວໜ້າຫ້ອງການ ແລະ ທ່ານ ອາຈານ ອານຸມະລາ ຮອງອໍານວຍການໂຮງຮຽນ ມສ ເຈົ້າອະນຸວົງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດຈຳນວນ 445 ຄົນ, ຍິງ 229 ຄົນ.     ຈຸດປະສົງການລົງໂຄສະນາເຜີຍແຜ່ກົດໝາຍ ຂອງຫ້ອງການຍຸຕິທໍາ ເມືອງຈັນທະບູລີ ໃນຄັ້ງນີ້ ເພື່ອໃຫ້ນ້ອງໆນັກຮຽນໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈກ່ຽວກັບລັດຖະທໍາມະນູນ ແລະ ກົດໝາຍ, ຮູ້ໝູນໃຊ້ ກົດໝາຍເຂົ້າໃນການດໍາລົງຊີວິດປະຈໍາວັນ. ເປົ້າໝາຍທີ່ເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນນ້ອງນັກຮຽນຊັ້ນ ມ1-ມ4 ແລະ ຄູອາຈານໂຮງຮຽນ ມສ ເຈົ້າອະນຸວົງ, ກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ 1 ລັດຖະທໍາມະນູນ ແລະ 3 ກົດໝາຍຄື: ກົດໝາຍອາຍາ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ການປ້ອງກັນສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ຊຶ່ງໄດ້ຂັດຈ້ອນເອົາບາງເນື້ອໃນ ບາງມາດຕາຂອງແຕ່ລະກົດໝາຍ ທີ່ຕິດພັນກັບການດໍາລົງຊີວິດປະຈໍາວັນຂອງປະຊາຊົນມາໂຄສະນາເຜີຍແຜ່ ເພື່ອໃຫ້ຄູອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມຮັບຟັງ ຮູ້ເຖິງຜົນຮ້າຍຂ້ອງຢາເສບຕິດ, ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.    ການໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ເນັ້ນໜັກ ແລະ ຍົກໃຫ້ເຫັນເຖິງ ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຜົນດີ, ຜົນສະທ້ອນຂອງການບໍ່ປະຕິບັດກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ໃຊ້ເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທໍາເມືອງຈັນທະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ
ຫ້ອງການຍຸຕິທໍາເມືອງຈັນທະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ
https://www.moj.gov.la/lo/node/1498
ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (LaoLaw) ແລະ ເວັບໄຊ໌ຈົດໝາຍເຫດທາງລັດຖະການ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA-II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3), ບັນດາຄູ-ອາຈານ ແລະ ນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມທັງໝົດ 110 ຄົນ, ຍິງ 77 ຄົນ. ການລົງໂຄສະນາໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການລູນາ 2. ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແລະ ເວັບໄຊ໌ຈົດໝາຍເຫດທາງລັດຖະການ ໃນຄັ້ງນີ້ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮັບຮູ້ການເຂົ້າເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດເວົ້າໄດ້ ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ. ພາຍຫຼັງຄະນະຮັບຜິດຊອບ ໄດ້ສະເໜີ ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ພ້ອມທັງ ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ (version 3), ການດາວໂຫລດແອັບກົດໝາຍ ແລະ ການເຂົ້າເຖິງເວັບໄຊ໌ຈົດໝາຍເຫດທາງລັດຖະການແລ້ວ ກໍມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂວັນ ດ້ວຍບັນຍາກາດອັນຟົດຟື້ນ. ຂຽນຂ່າວ-ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ແອັບກົດໝາຍລາວ (version 3)
ກົມໂຄສະນາເຜີຍແຜ່ກົດໝາຍ ລົງໂຄສະນາ ແອັບກົດໝາຍລາວ (version 3) ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
https://www.moj.gov.la/lo/node/1499
ໃນວັນທີ່ 13 ກຸມພາ 2019 ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018 ຂື້ນ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ  ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍທ່ານ ບຸນມາ ສຸດສະດາວອນ ຄະນະປະຈຳພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ທ່ານ ຄຳເພົ້າ ທອງເທພາຮັກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ຄະນະພະແນກ, ບັນດາທ່ານໃນ 7 ຫ້ອງການຂອງພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຍຸຕິທຳ 10 ຕົວເມືອງ, ຕ່າງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດຜູ້ຕາງໜ້າສາຂາທະນາຄານ ແລະ ພະນັກງານ ກໍ່ໄດ້ ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ບຸນມາ ສຸດສະດາວອນ ກໍໄດ້ຍົກໃຫ້ເຫັນ ຕໍ່ກັບຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ, ການປັບປຸງກົງຈັກບໍລິຫານ ແລະ ແບບແຜນວິທີ່ເຮັດວຽກ ທີ່ຂື້ນກັບຂະແໜງການຍຸຕິທຳແຂວງ  ສະພາບປະກົດການຫຍໍ້ທໍ້ຕ່າງໆ  .ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງຕໍ່ບັນດາແຂກທີ່ເຂົ້້າຮ່ວມ ຈົ່ງຍົກສູງຄວາມເອົາໃຈໃສ່ປະກອບຄຳຄິດຄຳເຫັນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຢ່າງມີປະສິດທິຜົນ. ຫຼັງຈາກນັ້ນ ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ  ແລະ  ບັນດາທ່ານຫົວໜ້າຫ້ອງການພາຍໃນພະແນກຍຸຕິທໍາແຂວງ ໄດ້ຂື້ນລາຍງານສະພາບໂດຍລວມ ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2018, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ. ນອກຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມ ກໍ່ໄດ້ເອົາໃຈໃສ່ປະກອບຄຳຄິດ ຄຳເຫັນ ໃນກອງປະຊຸມວຽກງານຍຸຕິທຳທົ່ວແຂວງ ໃນຄັ້ງນີ້ ດ້ວຍບັນຍາກາດທີ່ຟົດຟື້ນ.             ກອງປະຊຸມດັ່ງກ່າວ ແມ່ນດຳເນີນເປັນເວລາ 2 ວັນ, ວັນທີ 13 – 14 ກຸມພາ 2019 ແລະ ໄດ້ສຳເລັດລົງຢ່າງຈົບງານ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018
ພະແນກຍຸຕິທຳແຂວງຄຳມ່ວນ ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018
https://www.moj.gov.la/lo/node/1500
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 18-ກຸມພາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 17/2/2019
ລາຍການເພື່ອສັງຄົມຍຸຕິທຳ 17/2/2019
https://www.moj.gov.la/lo/node/1501
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 20-ກຸມພາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 20/2/2019
ລາຍການຄວາມຮູ້ທາງກົດໝາຍ 20/2/2019
https://www.moj.gov.la/lo/node/1502
ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA). ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງທ່ານ ລຽວທາໂລະ ໂອບະ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ, ພ້ອມກັນນີ້ຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຮ່ວມມືອັນມີໝາກຜົນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເທື່ອລະກ້າວ. ທ່ານ ລຽວທາໂລະ ໂອບະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຄັ້ງນີ້ ແລະ ຊົມເຊີຍຕໍ່ການພົວພັນອັນດີງາມ ລະຫວ່າງ ລາວ-ຍີ່ປຸ່ນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງແຕ່ລະປະເທດ ໂດຍສະເພາະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ແລະ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບທິດທາງການສືບຕໍ່ໂຄງການແຜນການຮ່ວມມືໃນຕໍ່ໜ້າ. ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນ ທີ່ເປັນປະເທດເພື່ອນມິດທີ່ດີ ແລະ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ, ພ້ອມກັນນີ້, ກໍໄດ້ອວຍພອນໃຫ້ ທ່ານ ລຽວທາໂລະ ໂອບະ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ໃຫ້ປະສົມຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ຍີປຸ່ນ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ. ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ ກະຊວງຍຸຕິທຳ ຍີ່ປຸ່ນ
ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ ກະຊວງຍຸຕິທຳ ຍີ່ປຸ່ນ
https://www.moj.gov.la/lo/node/1503
ກະຊວງຍຸຕິທຳ ແຫ່ງ ສປປ ລາວ ຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳລາວ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການຮ່ວມມືມິດຕະພາບລາວ-ຍີ່ປຸ່ນ (1998-2018) ແລະ ການຮັບຮອງ ປະມວນກົດໝາຍແພ່ງ ແຫ່ງ ສປປ ລາວ ຂຶ້ນໃນຕອນບ່າຍຂອງວັນທີ 19 ກຸມພາ 2019 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດຍີ່ປຸ່ນ ປະຈຳລາວ, ກະຊວງຍຸຕິທຳຍີ່ປຸ່ນ, ສະພາທະນາຍຄວາມຍີ່ປຸ່ນ (JFBA) ແລະ ມູນນິທິຊ່ວຍເຫຼືອວຽກງານຍຸຕິທຳ (ICCLC). ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທ່ານ ທາເຄຊິ ຮິກິຮາຣະ (Takeshi HIKIHARA) ເອກອັກຄະຣະຊະທູດຍີ່ປຸ່ນ ປະຈຳລາວ, ມີບັນດາຜູ້ຊ່ຽວຊານ, ນັກກົດໝາຍ ຂອງທັງສອງປະເທດ, ຜູ້ຕາງໜ້າຈາກ ອົງການຮ່ວມມືສາກົນຍີປຸ່ນ (JICA), ຄະນະຮ່າງປະມວນກົດໝາຍແພ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ ຈຳນວນ 350 ທ່ານ. ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ ນັບແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ ແຕ່ປີ 1955 ເປັນຕົ້ນມາ, ສາຍພົວພັນມິດຕະພາບລະຫວ່າງສອງຊາດ ກໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນຄວາມສາມັກຄີຮັກແພງ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຈົນຮອດປີ 2012 ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍມາເປັນ “ຄູ່ຮ່ວມມືຍຸດທະສາດ” ຊຶ່ງໄດ້ເຮັດໃຫ້ສາຍພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີກ້າວເຂົ້າສູ່ລວງເລິກ ໃນທຸກລະດັບ ນັບແຕ່ການນຳຂັ້ນສູງລົງຮອດຂະ ແໜງການ ແລະ ທ້ອງຖິ່ນ. ຕະຫຼອດໄລຍະ 6 ທົດສະວັດຜ່ານມາ, ປະຊາຊົນກໍຄື ລັດຖະບານຍີ່ປຸ່ນ ກໍຍັງສືບຕໍ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (Official Development Assistance-ODA) ໃນຫຼາຍໆ ຂົງເຂດແຕກຕ່າງກັນ ເຊັ່ນ: ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍັງເປັນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະ. ສຳລັບຂະແໜງກົດໝາຍ ແລະ ຍຸຕິທຳ ໄດ້ລິເລີ່ມການແລກປ່ຽນທາງດ້ານວິຊາການ ແລະ ຮ່ວມມືຊ່ວຍເຫຼືອ ຢ່າງເປັນຮູບປະທຳໃນປີ 1998 ເປັນຕົ້ນມາຈົນຮອດປະຈຸບັນ ການຮ່ວມມື ແລະ ຄວາມຮັກແພງສາມັກຄີ ລະຫວ່າງພະນັກງານ-ລັດຖະກອນ ໃນຂະແໜງກົດໝາຍ ແລະ ຍຸຕິທຳ ສອງຊາດພວກເຮົາກໍໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ອັນທີ່ພົ້ນເດັ່ນແມ່ນ (1). ຄະນະນຳຂັ້ນສູງ ແລະ ວິຊາການຂອງຂະແໜງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຢ້ຽມຢາມ ແລະ ແລກປ່ຽນເພື່ອຖອດຖອນບົດຮຽນກ່ຽວກັບກົດໝາຍ ແລະ ວຽກງານຍຸຕິທຳ ຢູ່ປະເທດຍີ່ປຸ່ນ ຫຼາຍຮ້ອຍຄົນ; (2). ບັນດາຂະແໜງກົດໝາຍ ແລະ ຍຸຕິທໍາ ໄດ້ມີຄູ່ມືກ່ຽວກັບການດໍາເນີນຄະດີ ແລະ ທິດສະດີກົດໝາຍ ທີ່ເປັນພື້ນຖານບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ຂອງຕົນໃຫ້ເຂັ້ມແຂງ, ຖືກຕ້ອງ ແລະ ສອດຄ່ອງກັບບົດຮຽນທີ່ດີຂອງສາກົນ; (3). ຂະແໜງການສຶກສາກົດໝາຍ ແລະ ຝຶກອົບຮົມກົດໝາຍ ກໍໄດ້ຮັບການພັດທະນາເຕັກນິກການຮຽນ-ການສອນ ແລະ ການຝຶກອົບຮົມວິຊາສະເພາະໃຫ້ເຂັ້ມແຂງ ແລະ ໜັກແໜ້ນ; (4). ພະນັກງານວິຊາການຂອງຂະແໜງ ກົດໝາຍ ແລະ ຍຸຕິທຳ ຫຼາຍກວ່າຮ້ອຍຄົນ ໄດ້ຮັບການສຶກສາຍົກລະດັບປະລິນຍາຕີ, ໂທ ແລະ ເອກ ອັນເປັນການປະກອບສ່ວນເຂົ້າໃນການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ແໜງການພວກເຮົາ; (5). ຈາການສຶກສາຄົ້ນຄວ້າ, ຖອດຖອນບົດຮຽນກົດໝາຍ ແລະ ທິດສະດີ ຂອງປະເທດຍີ່ປຸ່ນນັ້ນ ຈຶ່ງມີກົດໝາຍຈຳນວນໜຶ່ງ ໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນ ໂດຍສະເພາະແລ້ວ ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍອາຍາ ແລະ ອື່ນໆ. ພິເສດ ນັບແຕ່ປີ 2007 ເປັນຕົ້ນມາ ໂດຍໄດ້ຮັບການຊຸກຍູ້ ແລະ ຊ່ວຍເຫຼືອທຶນຮອນ ແລະ ວິຊາການ ຈາກລັດຖະບານປະເທດຍີ່ປຸ່ນ, ສປປ ລາວ ໄດ້ດຳເນີນການສ້າງປະມວນກົດໝາຍແພ່ງ ສະບັບປະຫວັດສາດຂອງຕົນ ສຳເລັດໃນປີ 2018 ແລະ ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດແລ້ວໃນວັນທີ 6 ທັນວາ 2018 ດ້ວຍຄະແນນສຽງສ່ວນຫຼາຍ. ການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຕະຫຼອດ 20 ປີຜ່ານມາ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກົດໝາຍ ແລະ ຍຸຕິທຳຂອງສປປລາວ ທັງເປັນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຢູ່ ສປປ ລາວ ໄດ້ຫັນເຂົ້າສູ່ກົດໝາຍເທື່ອລະກ້າວ. ໃນພິທີດັ່ງກ່າວ ຍັງໄດ້ມີການປະກອບຄຳເຫັນ ກ່ຽວກັບ “ການຮ່ວມມື 20 ປີ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ແລະ ປະມວນກົດໝາຍແພ່ງ” ຝ່າຍ ສປປ ລາວ ໃຫ້ກຽດປະກອບຄຳເຫັນໂດຍ ທ່ານ ສຈ. ເກດ ກຽດຕິສັກ ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ຝ່າຍ ຍີ່ປຸ່ນ ແມ່ນ ທ່ານ ຮິໂລຊິ ມັດຊຶໂອະ (Hiroshi Matsuo) ຜູ້ຊ່ຽວຊານຈາກ ມະຫາວິທະຍາໄລ ເຄໂອ ປະເທດຍີປຸ່ນ; ມີການສາຍວີດີໂອໃຫ້ຮູ້ກ່ຽວກັບ “ປະມວນກົດໝາຍແພ່ງ” ແລະ ການສົນທະນາ ກ່ຽວກັບ 20 ປີ ການຮ່ວມມື ລາວ-ຍີ່ປຸ່ນ ໃນຂົງເຂດ ກົດໝາຍ ແລະ ຍຸຕິທຳ ໂດຍຜູ້ຮ່ວມສົນທະນາ ປະກອບດ້ວຍ (1) ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ກະຊວງຍຸຕິທຳ; (2) ທ່ານ ຄຳເພັດ ສົມວໍລະວົງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການສູງສຸດ; (3) ມະຊະມິຊິ ໂນສະວາ (Masamichi Nozawa) ຜູ້ຕາງໜ້າຈາກ ມະຫາວິທະຍາໄລ ລິກກຽວ; (4) ທ່ານ ທາໂລ ໂມລິນະງະ (Taro Morinaga) ຜູ້ຕາງໜ້າຈາກ ສະຖາບັນຄົ້ນຄວ້າຍຸຕິທຳ ກະຊວງຍຸຕິທຳຍີ່ປຸ່ນ. ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ກໍໄດ້ມີຄຳເຫັນວ່າ ໃນທາມກາງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍໃຫ້ປາກົດຜົນເປັນຈິງນັ້ນ ຍິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີ ແລະ ຫັນເຂົ້າສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍ ລະບຽບ ກົດໝາຍ ຢ່າງໜັກແໜ້ນ ເທື່ອລະກ້າວ, ໃນນີ້ ການໂຄສະນາເຜີຍແຜ່ປະມວນກົດໝາຍແພ່ງ, ການປັບປຸງເຕັກນິກການຂຽນຄຳຕັດສີນ, ຄຳພິພາກສາຂອງສານ ໃນຄະດີແພ່ງ ແລະ ອາຍາ, ການປັບປຸງຄຸນນະພາບຫຼັກສູດການຮຽນ-ການສອນ ແລະ ການຝຶກອົບຮົມກົດໝາຍ ຈະເປັນບາດກ້າວ ແລະ ທ່າແຮງອັນຕັ້ງໜ້າໃຫ້ແກ່ຂະແໜງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ຂອງພວກເຮົາໃນຕໍ່ໜ້າ. ດ້ວຍທ່າແຮງ, ບົດຮຽນ ແລະ ປະສົບການທີ່ສອງຂະແໜງການຂອງພວກເຮົາມີຢູ່ແລ້ວ, ດ້ວຍຄວາມສາມັກຄີ ລະຫວ່າງ ສອງຂະແໜງການພວກເຮົາ ແລະ ໝາກຜົນການຮ່ວມມື ໃນ 20 ປີ ທີ່ຜ່ານມາ ຈະກາຍເປັນຂີດໝາຍແຫ່ງການເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຂະແໜງ ການ ແລະ ປະຊາຊົນສອງຊາດລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍຂຶ້ນຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ໃນໂລກ. ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການຮ່ວມມືມິດຕະພາບລາວ-ຍີ່ປຸ່ນ ແລະ ການຮັບຮອງ ປະມວນກົດໝາຍແພ່ງ ແຫ່ງ ສປປ ລາວ
ພິທີສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການຮ່ວມມືມິດຕະພາບລາວ-ຍີ່ປຸ່ນ ແລະ ການຮັບຮອງ ປະມວນກົດໝາຍແພ່ງ ແຫ່ງ ສປປ ລາວ
https://www.moj.gov.la/lo/node/1504
ໃນຕອນເຊົ້າວັນທີ 15 ກຸມພາ 2019 ຢູ່ທີ່ຫໍປະຊຸມບ້ານ ຫ້ວຍເເມງ ກຸ່ມແກ້ງພາກ, ເມືອງປາກທາ, ເເຂວງ ບໍ່ເເກ້ວ ໄດ້ຈັດພິທິເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າ ຊຸດທີ I ປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກເເຂວງ ຫົວໜ້າພະເເນກຍຸຕິທໍາເເຂວງບໍ່ແກ້ວ ແລະ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ປະທານສະຫະພັນເເມ່ຍິງເມືອງປາກທາ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ເເຂກຖືກເຊີນ ເເລະ ຄູ-ຈານຕະຫລອດຮອດນັກຝຶກອົບຮົມເຂົ້າຮ່ວມທັງໝົດ 39 ຄົນ, ຍິງ 6 ຄົນ . ພິທີເເມ່ນໄດ້ຮັບຟັງເເຜນການເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານ 45 ວັນ ຈາກທ່ານ ຄໍາພຸ ມະນີວັນ ຫົວໜ້າຫ້ອງການຍຸຕິທໍາເມືອງປາກທາ, ຊຶ່ງທ່ານໃຫ້ຮູ້ວ່າ: ການເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າຊຸດທີ I ປະຈໍາປີ 2019 ໃນຄັ້ງນີ້, ເເມ່ນຈະໄດ້ເລີ່ມຮຽນເເຕ່ ວັນທີ 15 ກຸມພາ ຫາ ວັນທີ 21 ເມສາ 2019 ນີ້, ຊຶ່ງມີນັກຝຶກອົບຮົມຈາກ ກຸ່ມບ້ານເປົ້າໝາຍທີ່ມາຈາກ 5 ບ້ານ ພາຍໃນກຸ່ມບ້ານເເກ້ງພາກຄື: ບ້ານ ຫ້ວຍໜໍ່ຂົ່ມ, ບ້ານ ຫ້ວຍສະງຶກ, ບ້ານ ຫ້ວຍເເມງ, ບ້ານ ເເກ້ງພາກ ເເລະ ບ້ານ ຫົວນໍ້າ. ຊຶ່ງຊຸດຝຶກອົບຮົມກົດໝາຍ 45 ວັນ, ໃນຄັ້ງນີ້ ເເມ່ນຈະໄດ້ນໍາເອົາຫຼັກສູດການຮຽນ-ການສອນກໍຄື ພາກທິດສະດີ ເເລະ ພາກກົດໝາຍ ເຊີ່ງປະກອບມີ 34 ວິຊາ, ລວມມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນຈຶ່ງສໍາເລັດ ແລະ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງກໍໄດ້ມີຄໍາເຫັນໃສ່ແຜນການເປິດຊຸດຝຶກອົບຮົມກົດໝາຍໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງປາກທາ ກໍຄືກຸ່ມບ້ານ ເເກ້ງພາກ ໄດ້ຮັບຮູ້ ເເລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ເເລະ ກົດໝາຍ, ພ້ອມທັງເປັນການຍົກສູງບົດບາດການນໍາພາ ເເລະ ການຈັດຕັ້ງປະຕິບັດວຽກງານໃຫ້ສ່ອດຄ່ອງກັບເເນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ. ໃນຕອນທ້າຍພິທີ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ປະທານສະຫະພັນເເມ່ຍິງເມືອງປາກທາ ກໍໄດ້ມີຄວາມເຫັນໂອ້ລົມພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າບັນດາເອກະສານ ພ້ອມທັງເເຕ່ງບົດສອນເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ບັນຫາໃດບໍ່ເຂົ້າໃຈ ເເລະ ມີຄວາມສົນໃຈເເມ່ນໃຫ້ຖາມດ້ວຍຄວາມຈິງໃຈ, ຍົກຂຶ້ນມາເພື່ອສົນທະນາ ສົມທົບກັບພຶດຕິກໍາຕົວຈິງ, ນອກນີ້ຍັງຕ້ອງໄດ້ສ້າງຄວາມສາມັກຄີລະຫວ່າງ ຄູ-ອາຈານ ກັບ ນັກຝຶກອົບຮົມໃຫ້ມີຄວາມໜັກເເໜ້ນ, ກວ້າງຂວາງ ເເລະ ພ້ອມກັນເອົາໃຈໃສ່ປະຕິບັດຊຸດຝຶກອົບຮົມໃນຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ເເລະ ເປົ້າໝາຍທີ່ວາງໄວ້. ພ້ອມທັງກກ່າວເປີດພິທີຢ່າງເປັນທາງການ. ພາບ-ຂ່າວ: ອານົນ ໄພຍະສານ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງບໍ່ແກ້ວ ເປີດຊຸດຝືກອົບຮົມກົດໝາຍ 45 ວັນ ຊຸດທີ I ປະຈໍາປີ 2019
ພະແນກຍຸຕິທໍາແຂວງບໍ່ແກ້ວ ເປີດຊຸດຝືກອົບຮົມກົດໝາຍ 45 ວັນ ຊຸດທີ I ປະຈໍາປີ 2019
https://www.moj.gov.la/lo/node/1505
ເພື່ອເປັນການເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆຂອງພັກໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງ ໃນວັນທີ 18 ກຸມພາ 2019 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ3ຂັ້ນສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງສະ ພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງບໍລິຄຳໄຊ ຈຳນວນພະນັກງານເຂົ້າຮ່ວມຮັບຟັງທັງໝົດ 51 ສະຫາຍ, ຍິງ 23 ສະຫາຍ ຈຸດປະສົງເພື່ອເຮັດໃຫ້ພະນັກ ງານຫຼັກແຫຼ່ງໃນຂົງເຂດຕຸລາການ ແລະ ນິຕິບັນຍັດ ໄດ້ຮັບຮູ້ ເຂົ້າໃຈແຈ້ງກ່ຽວກັບການນຳພາຂອງພັກເຮົາເພື່ອມາໝູນໃຊ້ເຂົ້າໃນການປະຕິບັດກົດໝາຍ ເອກະສານທີ່ເຜີຍແຜ່ຄັ້ງນີ້ມີ 4 ບົດ. ໃຫ້ກຽດເຜີຍແຜ່ເອກະສານ ດັ່ງກ່ວາໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງບໍລິຄຳໄຊ ທ່ານໄດ້ຍົກໃຫ້ຮູ້ວ່າ ນັບແຕ່ ປີ 1955 ເປັນຕົ້ນມາ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍໝູ່ຄະນະທີ່ເປັນສະມາຊິກພັກກອມມູນິດອິນດູຈີນ ໃນເວລານັ້ນໄດ້ຈັດຕັ້ງກອງປະຊຸມສ້າງຕັ້ງພັກຂຶ້ນ ໂດຍໃສ່ຊື່ວ່າ: ພັກປະຊາຊົນລາວ ຕໍ່ມາປ່ຽນຊື່ເປັນ ພັກປະຊາຊົນປະຕິວັດລາວ, ການນຳພາຂອງພັກປັດໃຈຕັດສິນກວ່າໜູ່ຕໍ່ໄຊຊະນະ ຫຼື ປະລາໄຊຂອງການປະວັດຢູ່ປະເທດເຮົາ ພຶດຕິກຳແຫ່ງການນຳພາຂອງພັກເຮົາໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນສະໄໝນັ້ນ ເຖິງວ່າສະມາຊິກພັກບໍ່ຫຼາຍ ແຕ່ມີຄວາມສາມາດ ແລະ ຄວາມເປັນແບບຢ່າງໃນການນຳພາ ເຖິງວ່າພາລະກິດຕໍ່ສູ້ປົດປ່ອຍຊາດຈະຍືດເຍື້ອ ຍາວນານ ຫຍຸ້ງຍາກສັບສົບເທົ່າໃດກໍຕາມ ສຸດທ້າຍກໍໄດ້ຮັບໄຊຊະນະຢ່າງສົມບູນ. ໂດຍອີງໃສ່ ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ກຳນົດບາດກ້າວເດີນທີ່ເປັນບາດລຽ້ວສຳຄັນແຫ່ງການສືບຕໍ່ນຳພາທົ່ວພັກ ທົ່ວປວງຊົນ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມຄາດໝາຍທີ່ກຳນົດໄວ້. ຍ້ອນແນວນັ້ນພັກເຮົາຕ້ອງປັບປຸງຕົນເອງດ້ວຍການຍົກສູງ ຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຕົນໃຫ້ທຽບທັນກັບຄວາມເລັ່ງທວງຂອງການພັດທະນາ ແລະ ໜ້າທີ່ການເມືອງໃນໄລຍະໃໝ່ເມື່ອເວົ້າເຖິງການກໍ່ສ້າງ ແລະ ປັບປຸງພັກແບບໃໝ່: ຕອນທ້າຍທ່ານ ຍັງເນັ້ນໜັກເຖິງວຽກງານວິຊາສະເພາະໃນແຕ່ລະຂົງເຂດ ໃຫ້ຮັກສາ, ເສີມຂະຫຍາຍຜົນງານທີ່ຍາດມາໄດ້ ແລະ ພ້ອມທັງແກ້ໄຂຈຸດທີ່ຄົງຄ້າງໃນວຽກງານຂອງຕົນ ເຊັ່ນ : ການອອກຄຳຕັດສີນ, ການສັ່ງຟ້ອງໃຫ້ສານຕັດ  ສີນ, ແລະ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ພາຍໃຕ້ລັດຖະທຳມະ ນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂຽນຂ່າວ-ຖ່າຍພາບ: ບຸນເລີດ ລັດທະພອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສະມາຊິກພັກພະນັກງານຫຼັກແຫຼ່ງ ຂອງພະແນກຍຸຕິທຳ ແຂວງບໍລິຄຳໄຊ ເຊື່ອມຊືມເອກສານສຶກສາອົບຮົມການເມືອງ - ແນວຄິດ
ສະມາຊິກພັກພະນັກງານຫຼັກແຫຼ່ງ ຂອງພະແນກຍຸຕິທຳ ແຂວງບໍລິຄຳໄຊ ເຊື່ອມຊືມເອກສານສຶກສາອົບຮົມການເມືອງ - ແນວຄິດ
https://www.moj.gov.la/lo/node/1507
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ກຸມພາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 24/2/2019
ລາຍການເພື່ອສັງຄົມຍຸຕິທຳ 24/2/2019
https://www.moj.gov.la/lo/node/1508
ຕອນເຊົ້າວັນທີ 15 ກຸມພາ 2019 ສະຖາບັນຍຸຕິທໍາ ພາກເໜືອ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ຈາກຄະນະຄູ-ອາຈານຂອງໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ປະເທດ ສ. ເກົາຫຼີ ຊຶ່ງນໍາພາ ໂດຍທ່ານ ຈົງຊູ ພາກ ຮອງຄະນະບໍດີຝ່າຍວິຊາການໂຮງຮຽນກົດໝາຍສາກົນຮັ່ນດ໋ອງ; ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກສຶກສາປະລິນຍາເອກ ສາຂາກົດໝາຍອາເມລິກາ ຈໍານວນ 6 ທ່ານ, ຍິງ 5 ທ່ານ. ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ພ້ອມດ້ວຍຄະນະ ແລະ ພະນັກງານ, ຄູ-ອາຈານທັງໝົດ, ພາຍຫຼັງທີ່ໄດ້ຈຸດປະສົງແລ້ວ, ທ່ານ ແສງອາລຸນ ພັນນະລັດ ໄດ້ກ່າວຕ້ອນຮັບຕໍ່ການມາຢ້ຽມຢາມຂອງຄະນະຄູ-ອາຈານໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ສ. ເກົາຫຼີ ຊຶ່ງການຢ້ຽມຢາມໃນຄັ້ງນີ້ເປັນຄັ້ງທີ 3, ພ້ອມທັງລາຍງານສະພາບລວມຂອງສະຖາບັນຍຸຕິທໍາພາກເໜືອໃຫ້ຄະນະທີ່ມາຢ້ຽມຢາມໄດ້ຮັບຊາບ. ຈາກນັ້ນ, ທ່ານ ຈົງຊູ ພາກ ຫົວໜ້າຄະນະຢ້ຽມຢາມ ກໍໄດ້ກ່າວຄໍາຂອບໃຈຕໍ່ຄະນະສະຖາບັນຍຸຕິທຳພາກເໜືອ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະເໜີກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຊຶ່ງທ່ານໄດ້ເນັ້ນໃຫ້ທັງສອງຝ່າຍພົບປະແລກປ່ຽນບົດຮຽນທາງດ້ານກົດໝາຍນຳກັນຢ່າງກົງໄປກົງມາ ເພື່ອນຳເອົາປະສົບການ ແລະ ບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການຮຽນ-ການສອນກົດ ໝາຍຕົວຈິງ. ທັງສອງຝ່າຍກໍໄດ້ມີການພົບປະ, ແລກປ່ຽນບົດຮຽນທາງດ້ານກົດໝາຍນຳກັນດ້ວຍບັນຍາກາດອັນອົບອຸ່ນ. ນອກນັ້ນ, ຍັງໄດ້ຮັບຟັງປະສົບການທາງດ້ານກົດໝາຍຈາກ ທ່ານ ອີລິກ ຈີລາດ ບລຸກກິງ ຜູ້ພິພາກສາສານອຸທອນຂອງລັດຖະບານກາງ ສະຫະລັດອາເມລິກາ ເປັນຕົ້ນ ແມ່ນຂະບວນການຍຸຕິທໍາໃນການພິຈາລະນາ ແລະ ສ້າງ ສັນຍາໃນການຮັບເໝົາໂຄງການຂອງລັດ ລະຫວ່າງລັດຖະບານກັບເອກະຊົນ. ຈາກນັ້ນ, ທ່ານ ເດວິດ ມັນດີ ຫົວໜ້າໂຄງການພັດທະນາດ້ານກົດໝາຍປະຈໍາຢູ່ໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ກໍໄດ້ແນະນຳກ່ຽວກັບຂັ້ນຕອນ ແລະ ວິທີການສະໝັກຂໍທຶນການສຶກສາຈາກລັດຖະບານ ສ. ເກົາຫຼີ ກໍຄືການສະໝັກຂໍທຶນການສຶກສາຈາກໂຮງຮຽນກົດໝາຍສາກົນຮັ່ນດ໋ອງ. ໃນພິທີດັ່ງກ່າວ ຄະນະຄູ-ອາຈານ ຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ຍັງໄດ້ມອບໃບປະກາສະນິຍະບັດລະດັບປະລິນຍາໂທ ໃຫ້ແກ່ ທ່ານ ອາຈານ ບຸນແຫຼ່ງ ຈິດຕະພອນ ພະນັກງານສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ສຳເລັດການສຶກສາຈາກໂຮງຮຽນກົດໝາຍສາກົນ ຮັ່ນດ໋ອງ ສ. ເກົາຫຼີ, ພ້ອມທັງໄດ້ມອບເງິນຈໍານວນໜຶ່ງ ໃຫ້ສະຖາບັນຍຸຕິທໍາພາກເໜືອ ເພື່ອຈັດຊື້ຄອມພິວເຕີ, ອຸປະກອນຮັບໃຊ້ເຂົ້າໃນວຽກງານຕ່າງໆພາຍໃນຕື່ມອີກ. ໃນຕອນທ້າຍຂອງການພົບປະ ທ່ານ ແສງອາລຸນ ພັນນະລັດ ກໍໄດ້ກ່າວຄໍາຂອບໃຈມາຍັງຄະນະຄູ-ອາຈານທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ. ເກົາຫຼີ ທີ່ໃຫ້ກຽດມາພົບປະຢ້ຽມຢາມ, ແລກປ່ຽນບົດຮຽນທາງດ້ານກົດໝາຍໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສົ່ງເສີມ, ຮ່ວມມືກ່ຽວກັບການຮຽນ-ການສອນ, ເປີດໂອກາດໃຫ້ແກ່ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາຂອງສະຖາບັນຍຸຕິທໍາພາກເໜືອ ໄດ້ໄປສຶກສາຕໍ່ຢູ່ໂຮງຮຽນກົດໝາຍສາ ກົນຮັ່ນດ໋ອງ ຕື່ມອີກ, ສືບຕໍ່ເຮັດໃຫ້ສາຍພົວພັນລະຫວ່າງໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ກັບສະຖາບັນຍຸຕິທໍາພາກເໜືອ ໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ຫຼັງຈາກນັ້ນກໍມີການແລກປ່ຽນຂອງຂວັນ ແລະ ຖ່າຍຮູບຮ່ວມກັນໄວ້ເພື່ອເປັນທີ່ລະນຶກ. ຂຽນຂ່າວ-ຖ່າຍພາບ: ສະຖາບັນຍຸຕິທຳພາກເໜືອ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳພາກເໜືອ ສປປ ລາວ ແລະ ໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ສ.ເກົາຫຼີ ພົບປະແລກປ່ຽນບົດຮຽນວິຊາການດ້ານກົດໝາຍຮ່ວມກັນ
ສະຖາບັນຍຸຕິທຳພາກເໜືອ ສປປ ລາວ ແລະ ໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ສ.ເກົາຫຼີ ພົບປະແລກປ່ຽນບົດຮຽນວິຊາການດ້ານກົດໝາຍຮ່ວມກັນ
https://www.moj.gov.la/lo/node/1509
ໃນວັນທີ 20 ກຸມພາ 2019 ພະແນກຍຸຕິທໍາແຂວງຫົວພັນສໍາເລັດກອງປະຊຸມສະຫຼຸບວຽກງານຍຸຕິທໍາທົ່ວແຂວງ ປະຈໍາປີ 2018 ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງທານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫົວພັນ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີເປັນຕົ້ນສະພາປະຊາຊົນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ປກສ ແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ,ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທໍາ10 ເມືອງທົ່ວແຂວງຫົວພັນ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິແຂວງກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ແລະ ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ທົ່ວແຂວງຫົວພັນ ມີພະນັກງານຍຸຕິທໍາທັງໝົດ 113 ທ່ານ, ຍິງ 33 ທ່ານ ຕະຫຼອດໄລຍະໜຶ່ງປີຜ່ານມາ ຄະນະພັກ, ຄະນະນຳພະແນກຍຸຕິທໍາ ແລະ ຄະນະນຳຫ້ອງການຍຸຕິທໍາເມືອງ 10 ເມືອງກໍ່ໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນແມ່ນ: 5 ວຽກງານຍຸຕິທໍາຮາກຖານທີ່ເປັນຈຸດສຸມຊຶ່ງສາມາດຈັດຕັ້ງປະຕິບັດໄດ້ຮັບຜົນງານຢ່າງຈົບງາມໃຫ້ຂະແໜງຍຸຕິທໍາມີຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ, ຫັນເອົາວຽກງານກົດໝາຍລົງສູ່ກຸ່ມບ້ານ, ຮາກຖານບ້ານ ເຮັດໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດໄດ້ຮັບຮູ້ທາງດ້ານກົດໝາຍຫຼາຍຂຶ້ນ, ການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ຮັບການຈັດຕັ້ງປະຕິບັດນັບມື້ເປັນຂະບວນການກ້ວາງຂວາງ. ໃນກອງປະຊຸມຜູ້ແທນຕາງໜ້າຈາກພະແນກ, ອົງການພາຄີ ແລະ ການນໍາເມືອງຢູ່ໃນແຕ່ລະເມືອງກໍໄດ້ພັດປ່ຽນກັນມີຄໍາເຫັນຕໍ່ກອງປະຊຸມກ່ຽວກັບວຽກງານຮອບດ້ານຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໄດ້ຮັບຜົນດີຂຶ້ນ. ໃນຕອນທ້າຍຂອງກອງປະຊຸມທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງກໍໄດ້ໃຫ້ກຽດໂອ້ລົມ ແລະ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພະແນກຍຸຕິທຳແຂວງຫົວພັນຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ຊຶ່ງໄດ້ຕີລາຄາສູງກ່ຽວກັບວຽກງານຍຸຕິທໍາ ໃນຖານະທີ່ເປັນເສນາທິການທາງດ້ານກົດໝາຍໃຫ້ແກ່ອົງການປົກຄອງແຂວງຢູ່ໃນວຽກງານການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເປັນຢ່າງດີ. ທ່ານ ຍັງໄດ້ເນັ້ນເຖິງບາງຈຸດທີ່ມີຄວາມສໍາຄັນ ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດກ່ຽວກັບວຽງານກົດໝາຍ ແລະ ຍຸຕິທໍາປະຈໍາປີ 2019 ເປັນຕົ້ນ: ຕ້ອງເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງໄປໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈໃສ່ໃນວຽກງານປະຕິບັດຄໍາຕັດສີນຂອງສານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມລະດັບຄາດໝາຍ ພ້ອມທັງຕິດຕາມກວດກາກໍ່ສ້າງໜ່ວຍງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.  ຂຽນຂ່າວ-ຖ່າຍພາບ: ພວງເພັດ ເພັດຍາວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫົວພັນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2018 ແລະ ກຳນົດທິດທາງແຜນການ ປະຈໍາປີ 2019
ພະແນກຍຸຕິທຳແຂວງຫົວພັນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2018 ແລະ ກຳນົດທິດທາງແຜນການ ປະຈໍາປີ 2019
https://www.moj.gov.la/lo/node/1510
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 27-ກຸມພາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 25/2/2019
ລາຍການຄວາມຮູ້ທາງກົດໝາຍ 25/2/2019
https://www.moj.gov.la/lo/node/1511
ໃນຕອນບ່າຍ ຂອງວັນທີ 27 ກຸມພາ 2019 ຫ້ອງການຍຸຕິທຳ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ນ້ອງນັກຮຽນ ໂຮງຮຽນ ມສ ສຸກສະຫວັດ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໂຮງຮຽນສຸກສະຫວັດ. ໂດຍການເປັນປະທານຂອງ ທ່ານ ນາງ ອຸດົມ ສຸລະມະນີ ຮອງຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ, ທ່ານ ອາຈານ ບຸນແສງ ຈັນຍາວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ສຸກສະຫວັດ, ຜູ້ຕາງໜ້າຈາກ ຫ້ອງການຕຳຫຼວດຈະລາຈອນເມືອງ ຈັນທະບູລີ, ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດທີ່ລົງຮາກຖານ, ຄູ-ອານຈານ ພ້ອມດ້ວຍນ້ອງນັກຮຽນຈຳນວນ 219 ຄົນ, ຍິງ 105 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ. ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ນຳເອົາກົດໝາຍທີ່ສຳຄັນ ແລະ ບາງມາດຕາຂອງກົດໝາຍ ເປັນຕົ້ນ: ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍ ຈະລາຈອນທາງບົກ ເພື່ອໃຫ້ນ້ອງນັກຮຽນ ຮັບຮູ້ ແລະ ເຂົ້າໃຈ ສາມາດໄຈ້ແຍກໄດ້ວ່າ ການກະທໍາໃດຖືກຕ້ອງ ແລະ ການກະທໍາໃດທີ່ຜິດຕໍ່ກົດໝາຍ ແລະ ລະບຽບການ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ໃນຕອນທ້າຍ ຕາງໜ້າຄູ-ອາຈານ ໂຮງຮຽນ ມສ ສຸກສະຫວັດ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຮອງຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ທ່ານຕາງໜ້າຈາກຈະລາຈອນເມືອງຈັນທະບູລີ ພ້ອມດ້ວຍຄະນະ ທີ່ໄດ້ເອົາໃຈໃສ່, ນຳເອົາຄວາມຮູ້ທາງດ້ານກົດໝາຍ ມາເຜີຍແຜ່ໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງຈັນທະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ
ຫ້ອງການຍຸຕິທຳເມືອງຈັນທະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ
https://www.moj.gov.la/lo/node/1512
ຢູ່ທີ່ສູນ ICTC ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶ້ນລະຫວ່າງວັນທີ 28 ກຸມພາ ຫາ 1 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຫົວໜ້າກົມ, ຮອງກົມ, ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 60 ທານ, ຍິງ 25 ທ່ານ. ຈາກນັ້ັ້ນ, ທ່ານປະທານກອງປະຊຸມໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້, ຊຶ່ງທ່ານໄດ້ມີຄໍາເຫັນວ່າ ໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບຄຳເຫັນໃສ່ເນື້ອໃນ ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ. ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ລາຍງານສະພາບລວມກ່ຽວກັບການສ້າງຮ່າງດຳລັດໃນໄລຍະຜ່ານມາ ເປັນຕົ້ນ ຈຸດປະສົງໃນການສ້າງຮ່າງດຳລັດ ແມ່ນກຳນົດຫຼັກການ, ລະບຽບການ, ວິທີການ ແລະ ຮູບການ ການໂຄສະນາເຜີຍແຜ່ ສ້າງສະຕິເຄົາລົບ ລັດຖະທຳມະນູນ ແລະ ກົດໝາຍ ແນໃສ່ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມສະດວກ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍ ເຂົ້າເຖິງປະຊາຊົນທັງລວງກວ້າງ ແລະ ລວງເລິກ ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ຄວາມຈຳເປັນໃນການສ້າງດຳລັດສະບັບນີ້ ເພື່ອຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດໃນການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ 6 ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18/06/2018 ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງສາມາດເຂົ້າເຖິງກົດໝາຍ, ໂດຍຜ່ານສື່ມວນຊົນ ດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີການເຮັດໃຫ້ພົນລະເມືອງມີຄວາມຮູ້, ເຂົ້າໃຈ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາລັດທີ່ປົກຄອງດ້ວຍກົດໝາຍ, ເປົ້າໝາຍຂອງການສ້າງຮ່າງດຳລັດ ແລະ ການກະກຽມແຜນການສ້າງຮ່າງດຳລັດໃນໄລຍະຜ່ານມາ. ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ມີຄວາມເປັນເອກະພາບ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 1 ມີນາ 2019. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ
ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ
https://www.moj.gov.la/lo/node/1513
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມີນາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 1/3/2019
ລາຍການຄວາມຮູ້ທາງກົດໝາຍ 1/3/2019
https://www.moj.gov.la/lo/node/1514
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ມີນາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 3/3/2019
ລາຍການເພື່ອສັງຄົມຍຸຕິທຳ 3/3/2019
https://www.moj.gov.la/lo/node/1515
ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ມີນາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທໍາ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມຈຳນວນ 21 ທ່ານ, ຍິງ 5 ທ່ານ. ຈຸດປະສົງຂອງກອງປະຊຸມ (ຮ່າງ) ກົດໝາຍວ່າດ້ວຍ ເອກະສານໃນຄັ້ງນີ້ ແມ່ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ, ການກວດກາວຽກງານເອກະສານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ເປັນລະບົບ, ມີປະສິດທິພາບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ປົກປັກຮັກສາ ແລະ ອະນຸລັກເອກະສານໃຫ້ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ນອກຈາກນັ້ນ, ເອກະສານຍັງມີຄວາມສຳຄັນ ເປັນຂໍ້ມູນທີ່ບັນທຶກໃສ່ສິ່ງວັດຖຸ ທີ່ສ້າງຂຶ້ນໃນຂະບວນການເຄື່ອນໄຫວ ຂອງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ນິຕິບຸກຄົນ ແລະ ບຸກຄົນ ເພື່ອເປັນເຄື່ອງມື ແລະ ພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕິດຕໍ່ພົວພັນຊຶ່ງກັນ ແລະ ກັນ, ບັນທຶກເຫດການຕ່າງໆ ແລະ ເປັນຫຼັກຖານອ້າງອີງ ໃນການເຄື່ອນໄຫວວຽກງານ. (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ປະກອບມີ 10 ພາກ, 16 ໝວດ ແລະ 99 ມາດຕາ. ພາຍຫຼັງທີ່ໄດ້ຮັບຮູ້ຈຸດປະສົງ ແລະ ຄວາມສຳຄັນ ແລ້ວ ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ເພື່ອເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຍິ່ງຂຶ້ນ. ຂຽນຂ່າວ: ບຸນຖອມ ພະສະແຫວງ; ຖ່າຍພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສອງກະຊວງຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ
ສອງກະຊວງຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ
https://www.moj.gov.la/lo/node/1516
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ມີນາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 4/3/2019
ລາຍການຄວາມຮູ້ທາງກົດໝາຍ 4/3/2019
https://www.moj.gov.la/lo/node/1517
ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກຳກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານແຫ່ງລັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນທານຂອງ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ, ມີຫົວໜ້າກົມ, ຮອງກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະຮັບຜິດຊອບເຜີຍແຜ່ບັນດານິຕິກຳຕ່າງໆຈາກກະຊວງການເງິນ ນຳສະເໜີ ແລະ ເຜີຍແຜ່ໂດຍ ທ່ານ ສາຍສະໝອນ ແຍງວັນນະວົງ ຫົວໜ້າພະແນກ (ກົມງົບປະມານ ກະຊວງການເງິນ) ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 110 ທ່ານ, ຍິງ 45 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເຜີຍແຜ່ບັນດານິຕິກຳຕ່າງໆ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ, ເອກະສານທີ່ນຳມາເຜີຍແຜໃນຄັ້ງນີ້ ປະກອບມີ ດັ່ງນີ້: ບາງມາດຕາ, ບາງເນື້ອໃນຂອງກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ກົດໝາຍສະບັບນີ້ແມ່ນ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຄຳແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ສະບັບເລກທີ 0018/ກງ, ລົງວັນທີ 3 ມັງກອນ 2019, ຄຳແນະນຳກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນລັດ ສະບັບເລກທີ0016/ກງ, ລົງວັນທີ 2 ມັງກອນ 2019, ຂໍ້ຕົກລົງວ່າດ້ວຍ ການກຳນົດໝາຍການໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ແລະ ບົດແນະນຳ ກ່ຽວກັບການປະກອບເອກະສານການກວດກາ ແລະ ການເກັບສຳເນົາ ເອກະສານລາຍຈ່າຍງົບປະມານແຫ່ງລັດ ສະບັບເລກທີ 19/ກງ, ລົງວັນທີ 5 ມີຖຸນາ 2012. ພາຍຫຼັງໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີຄຳຖາມແລກປ່ຽນ, ສົນທະນາບາງບັນຫາທີ່ເຫັນວ່າບໍ່ທັນຈະແຈ້ງ ແລະ ບໍ່ທັນເອກະພາບກັນ ໃນເວລາຈັດຕັ້ງປະຕິບັກດຕົວຈິງ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານງົບປະມານແຫ່ງລັດ
ກະຊວງຍຸຕິທຳຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານງົບປະມານແຫ່ງລັດ
https://www.moj.gov.la/lo/node/1518
ຢູ່ທີ່ຫ້ອງປະຊຸມ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019, ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ, ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສວຍສາອາກອນ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມຈຳນວນ 25 ທ່ານ, ຍິງ 6 ທ່ານ. ຈຸດປະສົງຂອງກອງປະຊຸມ (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ໃນຄັ້ງນີ້ ແມ່ນເພື່ອກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ກວດກາວຽກງານອາກອນລາຍໄດ້ເພື່ອໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ຊຸກຍູ້ສົ່ງເສີມການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແນໃສ່ຮັບປະກັນ ການເກັບພັນທະອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ. ອາກອນລາຍໄດ້ ແມ່ນ ອາກອນທີ່ເກັບຈາກພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ວິສາຫະກິດ, ອົງການຈັດຕັ້ງລັດ ແລະ ສັງຄົມ ແລະ ຜູ້ປະກອບອາຊີບອິດສະຫຼະ ທີ່ເຄື່ອນໄຫວດຳເນີນກິດຈະການ ແລະ ມີລາຍໄດ້ເກີດມີພັນທະອາກອນ ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ. ອາກອນລາຍໄດ້ປະກອບດ້ວຍ ອາກອນລາຍໄດ້ວິສາຫະກິດ ແລະ ອາກອນລາຍໄດ້ບຸກຄົນ. (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ປະກອບມີ 10 ພາກ, 11 ໝວດ ແລະ 83 ມາດຕາ. ພາກທີ I ບົດບັນຢັດທົ່ວໄປ; ພາກທີ II ອາກອນລາຍໄດ້ວິສາຫະກິດ; ພາກທີ III ອາກອນລາຍໄດ້ບຸກຄົນ; ພາກທີ IV ສິດ ແລະ ໜ້າທີ່ຂອງຜູ້ເສຍອາກອນ ແລະ ເຈົ້າໜ້າທີ່ອາກອນ; ພາກທີ V ຂໍ້ຫ້າມ; ພາກທີ VI ການແກ້ໄຂຂໍ້ຂັດແຍ່ງ; ພາກທີ VII ການຄຸ້ມຄອງ ແລະ ການກວດກາ ວຽກງານອາກອນລາຍໄດ້; ພາກທີ VIII ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ; ພາກທີ IX ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ X ບົດບັນຍັດສຸດທ້າຍ. ຫຼັງຈາກນັ້ນ, ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ເພື່ອເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຍິ່ງຂຶ້ນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້
ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້
https://www.moj.gov.la/lo/node/1519
ກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳລະຫວ່າງພະແນກຍຸຕິທຳ 6 ແຂວງພາກເໝືອ ຄັ້ງທີ II ທີ່ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຫົວໜ້າພະແນກຍຸຕິທຳ 6 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງ ອຸດົມໄຊ ມີຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການພະແນກຍຸຕິທຳຈາກ 6 ແຂວງເຂົ້າຮ່ວມທັງໝົດຈຳນວນ 152 ຄົນ, ຍິງ 55 ຄົນ. ໃນພິທີຄະນະນຳທັງ 6 ພະແນກໄດ້ຜັດປ່ຽນກັນລາຍງານກ່ຽວກັບສະພາບຈຸດພິເສດໂດຍລວມ, ໂຄປະກອບດ້ານການຈັດຕັ້ງ, ການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະຕາມຂອບເຂດສິດໜ້າທີ່, ພາລະບົດບາດຂອງຕົນໃຫ້ກັນຊາບ ພ້ອມນັ້ນກໍໄດ້ຍັງມີການສົນທະນາແລກປ່ຽນບົດຮຽນກ່ຽວກັບຂອດການຈັດຕັ້ງປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເປັນຕົ້ນ ວຽກງານກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສົ່ງເສີມລະບົບຍຸຕິທຳ, ວຽກງານທະບຽນສານ, ວຽກງານປະຕິບັດຄຳຕັດສີນຂອງສານ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານບໍລິຫານ ແລະ ບັນດາແຜນການດ້ານອື່ນໆ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນເຊິດຊູດ້ານປະສິດທິພາບຂອງວຽກງານຍຸຕິທຳ ລະຫວ່າງ 6 ແຂວງ ໃຫ້ນັບມື້ມີການພັດທະນາດີຂຶ້ນເປັນກ້າວໆ ກອງປະຊຸມພົບປະແລກປ່ຽນບົດຮຽນໃນຄັ້ງນີ້: ຄະນະຜູ້ແທນແຕ່ລະແຂວງຍັງໄດ້ຕົກລົງໃຫ້ພະແນກແຂວງ ບໍ່ແກ້ວ ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳ 6 ແຂວງພາກເໜືອໃນປີ 2020 ທັງນີ້ ກໍເພື່ອເຮັດໃຫ້ວຽກງານໄດ້ຮັບການຍົກສູງດ້ານປະລິມານ ແລະ ຄຸນນະພາບນັບມື້ດີຂຶ້ນເລື້ອຍໆ .  ພາຍຫຼັງສຳເລັດກອງປະຊຸມໃນຕອນເຊົ້າ, ຕອນບ່າຍຍັງໄດ້ສ້າງຂະບວນການກິລາເພື່ອຜູກແໜ້ນຄວາມສາມັກຄີຊຶ່ງກັນ ແລະ ກັນ ລະຫວ່າງ 6 ແຂວງ ພາກເໜືອ ຊິງຂັນທ່ານຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊຄື: ກິລາເປຕັ້ງ ແລະ ກິລາບານເຕະ ຊາຍ-ຍິງ  ຜົນການແຂ່ງຂັນທີມຊະນະເລີດໄດ້ແກ່: 1. ກິລາເປຕັ້ງ ແມ່ນ: ພະແນກຍຸຕິທຳແຂວງ ໄຊຍະບູລີ 2. ກິລາບານເຕະ ຊາຍແມ່ນ : ພະແນກຍຸຕິທຳແຂວງ ຫຼວງພະບາງ 3. ກິລາບານເຕະ ຍິງແມ່ນ : ພະແນກຍຸຕິທຳແຂວງ ອຸດົມໄຊ. ຂຽນໂດຍ ນາງ ພູຄຳ ຫັດສະດີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳ 6 ແຂວງພາກເໝືອ ຄັ້ງທີ II ທີ່ ແຂວງອຸດົມໄຊ
ກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳ 6 ແຂວງພາກເໝືອ ຄັ້ງທີ II ທີ່ ແຂວງອຸດົມໄຊ
https://www.moj.gov.la/lo/node/1520
ໃນຕອນບ່າຍຂອງວັນທີ 6 ມີນາ 2019 ທີ່ ສະຖາບັນຍຸຕິທໍາແຫ່ງຊາດ ສະພາທະນາຍຄວາມໄດ້ປະຖະຄະຖາວັນສ້າງຕັ້ງສະພາທະນາຍຄວາມລາວຄົບຮອບ 30 ປີຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ບຸນຍູ້ ສີສານ ຮອງປະທານສະພາທະນາຍຄວາມ ແລະ ທ່ານ ປທ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີຄູ-ອາຈານ ແລະ ນັກສືກສາເຂົ້າຮ່ວມທັງໝົດ ຈໍານວນ 147 ທ່ານ, ຍິງ 63 ທ່ານ. ໃນພິທີ ທ່ານ ປທ ນິວັນ ສົມແສງດີ ຄະນະປະຈໍາ ຄະນະບໍລິຫານງານສະພາທະນາຍຄວາມ ກໍໄດ້ຂຶ້ນບັນຍາຍກ່ຽວກັບວັນສ້າງຕັ້ງສະພາທະນາຍຄວາມຄົບຮອບ 30 ປີ ຊຶ່ງທ່ານໄດ້ກ່າວວ່າ ອົງການຈັດຕັ້ງສະພາທະນາຍຄວາມ ແມ່ນອົງການຈັດຕັ້ງໜຶ່ງທີ່ມີສ່ວນຮ່ວມໃນຂົງເຂດວຽກງານຍຸຕິທໍາ, ບັນດາປະເທດທີ່ຈະເລີນ ແລະ ກ້າວໜ້າໃນໂລກ ແມ່ນເພີ່ນຈະໃຫ້ຄວາມສໍາຄັນຕໍ່ວຽກງານທະນາຍຄວາມ ເນື່ອງຈາກວ່າເປັນຜູ້ປົກປ້ອງສິດ, ຜົນປະໂຫຍດຂອງບຸກຄົນ ແລະ ນິຕິບຸກຄົນ. ນອກຈາກນີ້, ອົງການຈັດຕັ້ງສະພາທະນາຍຄວາມ ແມ່ນອົງການຈັດຕັ້ງໜຶ່ງທີ່ເຄື່ອນໄຫວບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍອະນຸຍາດ, ມີຄວາມເປັນເອກະລາດ ແລະ ບໍ່ມີເງິນເດືອນ.  ອົງການຈັດຕັ້ງທະນາຍຄວາມລາວໄດ້ສ້າງຕັ້ງຂຶ້ນມາຢ່າງເປັນທາງການຕາມດໍາລັດສະບັບເລກທີ 24/ສປລ, ລົງວັນທີ 30/03/1989, ມາຮອດປັດຈຸບັນເຖິງແມ່ນວ່າບົດບາດຂອງທະນາຍຄວາມຍັງບໍ່ສາມາດຕອບສະໜອງກັບໜ້າທີ່ການເມືອງຂອງພັກ-ລັດ ຫຼື ບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ທີ່ຢາກເຂົ້າເຖິງຄວາມຍຸຕິທໍາຢ່າງກວ້າງຂວາງກໍ່ຕາມ ແຕ່ອົງການຈັດຕັ້ງທະນາຍຄວາມກໍໄດ້ມີພື້ນຖານອັນແໜ້ນແກ່ນພໍສົມຄວນ ມີຜູ້ຊີ້ນໍາ, ນໍາພາ, ຄຸ້ມຄອງ ແລະ ບໍລິຫານງານ ໃນການຈັດຕັ້ງປະຕິບັດວຽກງານຢ່າມີປະສິດທິຜົນ, ມີປະສົບການຫຼາຍຂຶ້ນ ສາມາດປະກອບສ່ວນຊ່ວຍເຫຼືອສັງຄົມໃຫ້ມີຄວາມຍຸຕິທໍາ, ມີຄວາມສະຫງົບໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໄປແຕ່ລະໄລຍະ. ຂ່າວ-ພາບ: ຂົນ ບຸນທິສານ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ປະຖະຄະຖາວັນສ້າງຕັ້ງສະພາທະນາຍຄວາມຄົບຮອບ 30 ປີ
ປະຖະຄະຖາວັນສ້າງຕັ້ງສະພາທະນາຍຄວາມຄົບຮອບ 30 ປີ
https://www.moj.gov.la/lo/node/1521
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ມີນາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 10/3/2019
ລາຍການເພື່ອສັງຄົມຍຸຕິທຳ 10/3/2019
https://www.moj.gov.la/lo/node/1522
ວັນທີ 12 ມີນາ 2019 ຢູ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ຈຳນວນ 132 ສະຫາຍ, ຍິງ 47 ສະຫາຍ. ໃນກອງປະຊຸມ ສະຫາຍ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018 ປັດຈຸບັນອົງຄະນະພັກກະຊວງຍຸຕິທຳ ປະກອບມີ 13 ໜ່ວຍພັກ, ມີຄະນະບໍລິຫານງານພັກ 11 ສະຫາຍ, ຄະນະໜ່ວຍພັກ 37 ສະຫາຍ, ມີສະມາຊິກພັກທັງໝົດ 235 ສະຫາຍ, ຍິງ 69 ສະຫາຍ, ໃນນັ້ນມີສະມາຊິກພັກສຳຮອງ 20 ສະຫາຍ, ຍິງ 8 ສະຫາຍ ໃນໄລຍະໜຶ່ງປີຜ່ານມາ ພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກກະຊວງ, ວຽກງານກໍ່ສ້າງພັກ-ພະນັກງານຂອງກະຊວງຍຸຕິທຳ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ, ລະບົບກົງຈັກການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງ ໃຫ້ມີຄວາມເຂັ້ມແຂງ, ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ສ່ວນຫຼວງຫຼາຍຍັງຮັກສາໄດ້ຄຸນທາດການເມືອງຢ່າງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມສະຫງົບ, ມີຄວາມສາມັກຄີເປັນເອກະພາບສູງ ເປັນກຳລັງແຮງພື້ນຖານໃຫ້ແກ່ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງ X ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ. ນອກຈາກນີ້ວຽກງານກໍ່ສ້າງພັກ-ພະນັກງານ ມີຜົນສຳເລັດອັນພົ້ນເດັ່ນຄື: ການກໍ່ສ້າງພັກດ້ານການເມືອງ-ແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ກໍ່ສ້າງພັກທາງດ້ານແບບແຜນນຳພາ, ການສ້າງແຜນກຳນົດ ແລະ ການກໍ່ສ້າງພະນັກງານ ເປັນຕົ້ນ ວຽກງານນະໂຍບາຍ, ວຽກງານປັບປຸງກົງຈັກລັດ. ນອກນັ້ນ, ຄະນະບໍລິຫານງານພັກກະຊວງ ຍັງໄດ້ເອົາໃຈສຶກສາອົບຮົມການເມືອງ, ນຳພາຄວາມຄິດຂອງຖັນແຖວສະມາຊິກພັກ, ພະນັກງານຢ່າງເປັນລະບົບຕໍ່ເນື່ອງ ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ ເປັນຕົ້ນ ມະຕິ 5, 6 ສະໄໝທີ X ຢ່າງເລິກເຊິ່ງ, ຈັດຕັ້ງປາຖະກະຖາໃນໂອກາດວັນສຳຄັນຕ່າງໆຂອງພັກຂອງຊາດ, ຂອງອົງການຈັດຕັ້ງມະຫາຊົນ, ເຫດການປະຫວັດສາດ ສຳຄັນຂອງການປະຕິວັດ ເຊັ່ນ: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນການປະຕິວັດຄົບຮອບ 50 ປີ ແລະ ວັນສຳຄັນອື່ນໆ. ພ້ອມກັນນັ້ນ, ຍັງໄດ້ສົມທົບກັບຄະນະພັກທ້ອງຖິ່ນໃນການສ້າງແຜນກຳນົດພະນັກງານຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ ຈຳນວນ 15 ແຂວງ ໃນການຊີ້ນຳຄົ້ນຄວ້າ, ຫັນມະຕິກົມການເມືອງສູນກາງພັກ ເປັນມະຕິຄະນະບໍລິຫານງານພັກກະຊວງວ່າດ້ວຍ ມາດຕະຖານພະນັກງານນຳພາ-ຄຸ້ມຄອງຂະແໜງການຍຸຕິທຳ. ໃນຕອນທ້າຍ ສະຫາຍ ໄຊສີ ສັນຕິວົງ ກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມ ດັ່ງນີ້: 1. ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານການຈັດຕັ້ງທົ່ວປະເທດຄັ້ງທີ X, ບັນດາມະຕິກົມການເມືອງ ແລະ ເອກະສານສຳຄັນອື່ນໆ; 2. ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ; 3. ສືບຕໍ່ປັບປຸງວຽກງານພະນັກງານ ໃຫ້ມີຄຸນນະພາບສູງ, ເອົາໃຈໃສ່ປາກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; 4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງການຍຸຕິທຳ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນເປັນກ້າວໆ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ປະຈຳປີ 2018
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018
https://www.moj.gov.la/lo/node/1523
ໃນຕອນເຊົ້າຂອງວັນທີ 07 ມີນາ 2019 ​ເວລາ ​8​ : 30 ໂມງ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນຂຶ້ນຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍທ່ານ  ນາງ ພອນປະສຸກ ຈະເລີນສຸກ ປະທານສະຫະພັນຍິງພະແນກຍຸຕິທຳແຂວງ ຄຳມ່ວນ, ຮອງຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ແລະ ເປັນກຽດເຂົ້າຮ່ວມຂອງນາງ ບຸນຖອນ ພະຈັນທອນ ຮອງປະທານຄະນະບໍລິຫານງານສະຫະພັນຍິງແຂວງ ພ້ອມດ້ວຍ ທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກສະຫະພັນຍິງຂອງ ອົງການໄອຍະການແຂວງ, ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ ເຂົ້າຮ່ວມ ພ້ອມທັງຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະແນກ ກໍໍໄດ້ເຂົ້າຮ່ວມ ມີທັງໝົດ 34 ທ່ານ, ເປັນຊາຍ 11 ສະຫາຍ. ໃນວາລະດັ່ງກ່າວ ທ່ານ ນາງພອນປະສຸກ ຈະເລີນສຸກ ໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານສະຫະພັນຍິງພະແນກຍຸຕິທຳແຂວງ ຢ່າງເປັນທາງການ ພ້ອມທັງສະຫຼຸບຕີລາຄາ ລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ທີ່ທາງສະຫະພັນຍິງພະແນກຍຸຕິທຳເກັບກ່ຽວມາໄດ້ນັ້ນ ພ້ອມທັງຊີ້ໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຜ່ານມາບວກກັບລາຍງານທິດທາງແຜນການ 05 ປີໃນຂ້າງໜ້າ ຕໍ່ທີ່ປະຊຸມ .     ຈາກນັ້ນ ທາງຄະນະຈັດຕັ້ງພິທີ ກໍ່ໄດ້ຂື້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍໃຫ້ແກ່ສະມາຊິກຜູ້ທີ່ປະກອບວຽກງານເຂົ້າໃນ 05 ປີຜ່ານມາ  ສົກປີ 2014 - 2018 ໃຫ້ແກ່ບັນດາຜູ້ທີ່ມີຜົນງານດ້ານຕ່າງໆ ໂດຍມີ 19 ທ່ານ ທີ່ສຸມເຫື່ອແຮງ, ແນວຄິດ, ສະຕິປັນຍາ ປະກອບສ່ວນເຂົ້າໃນໝາກຜົນໃນຄັ້ງນີ້ ເຊີ່ງ ສະຫຼຸບໄດ້ ຜົນຂອງການເລືອກຕັ້ງຂອງຮາກຖານສະຫະພັນແມ່ຍິງຄະນະຊຸດໃໝ່ມີດັ່ງນີ້: ທ່ານ ນ. ພອນປະສຸກ ຈະເລີນສຸກ ເປັນປະທານ; ທ່ານ ນ. ອາລຸນນີ ແສນອຸໄທ ເປັນຮອງປະທານ ທັງເປັນປະທານກວດກາ; ທ່ານ ນ. ສຸກສະໝອນທຳມະວົງ ເປັນຄະນະ. ຕໍ່ຈາກນັ້ນທ່ານ ວິໄຊ ແກ້ວດວງດີ ຄະນະປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນບາງປະການ ປະກອບຄຳເຫັນບາງຢ່າງຕໍ່ທີ່ປະຊຸມໃນຄັ້ງນີ້ວ່າ: ຢາກໃຫ້ອ້າຍນ້ອງສະມາຊິກສະຫະພັນຍິງເພີ້ມເຕີມຕື່ມໃນຄວາມຮັບຜິດຊອບ ຄວາມເປັນເຈົ້າການ ພ້ອມທັງການຊອກຮູ້ຮ່ຳຮຽນ  ທາງກົງ ແລະ ທາງອ້ອມ ຂຶ້ນຕື່ມເພາະວ່າ ແຫຼ່ງຂໍ້ມູນຂ່າວສານໃນປະຈຸບັນແມ່ນມີທຸກໆທີ່ ອ້ອມຮອບ, ອ້ອມຕົວເຮົາຢູ່ທຸກທີ່ ດັ່ງນັ້ນ, ຈິ່ງຢາກໃຫ້ສະມາຊິກສະຫະພັນຍິງ ໜ່ວຍຮາກຖານ ຂອງຂະແໜງຍຸຕິທຳຈົ່ງຊອກຮູ້ ຮຳ່ຮຽນ ເພີ່ມທະວີ ຄວາມເອົາໃຈໃສ່ໃຫ້ເທົ່າທຽມທັນສະໄໝຕໍ່ສະພາວະໃນປັດຈຸບັນ ຈາກນັ້ນ ທ່ານ ນາງ ບຸນຖອນ ພະຈັນທອນ ກໍ່ຍັງ ຮຽກຮ້ອງເອື້ອຍນ້ອງແມ່ຍິງ ໃຫ້ເອົາໃຈໃສ່ເພີ້ມທະວີ ການຊີ້ນຳໆພາຂອງຫົວໜ້າໜ່ວຍສະຫະພັນຍິງໃຫ້ເຂັ້ມແຂງ ແລະ ແຂງແຮງຂຶ້ນຕື່ມເປັນກ້າວໆ ພ້ອມທັງ ການເພີ່ມທະວີ ການຊອກຮູ້ ຮ່ຳຮຽນຈາກສະພາບແວດລ້ອມ ໃຫ້ແທດເໝາະກັບສະພາວະໃນປັດຈຸບັນ ພ້ອມທັງມີສະຕິຕື່ນຕົວ ຕໍ່ກັບປະກົດການຫຍໍ່ທໍ້ຕ່າງໆ ໃຫ້ ເຂັ້ມແຂງ ຕໍ່ກັບສະພາບຄວາມເປັນຈິງ ໃນປັດຈຸບັນ. ພິທີດັ່ງກ່າວ ດຳເນີນມາຮອດເວລາ  11:30 ໂມງ ໄດ້ສຳເລັດກອງປະຊຸມ ຢ່າງຈົບງາມ.     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຸມໃຫຍ່ຄັ້ງທິIIຂອງສະຫະພັນແມ່ຍິງພະແນກຍຸຕິທຳແຂວງຄຳມ່ວນ 07ມີນາ2019
ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນ ທີ 07 ມີນາ 2019
https://www.moj.gov.la/lo/node/1525
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຮ່ວມກັບມູນນິທິເອເຊຍ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ເພື່ອວາງແຜນກໍານົດວຽກງານທີ່ຈະເຮັດຮ່ວມກັນໃນ 4ປີຕໍ່ໜ້າ (2019-2022) ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15 ມີນາ 2019 ຢູ່ທີ່ທ່າລາດ ແຂວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກມູນນິທິເອເຊຍມີ ທ່ານ ນາງ ວາດສະໜາ ສິນທະວົງ ຜູ້ຮັບຜິດຊອບອາວຸໂສແຜນງານຄຸ້ມຄອງລັດດ້ວຍກົດໝາຍ ພ້ອມດ້ວຍວິຊາການ 2 ທ່ານ, ທ່ານ ບຸນຖົມ ແພງລັດຕະນະວົງ ຫົວໜ້າພະແນກຮ່ວມມືອົງການຈັດຕັ້ງສາກົນ ກົມຮ່ວມມືສາກົນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 17 ທ່ານ, ຍິງ 5 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນສ້າງເຄື່ອງມືທີ່ເປັນອັນໃໝ່ໃຫ້ແກ່ວຽກງານໂຄສະ ນາເຜີຍແຜ່ກົດໝາຍ ເພື່ອແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພົນສະເມືອງ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ເຂົ້າໃຈຢ່າງຈະແຈ້ງຕໍ່ບັນຫາກົດໝາຍ ເຮັດໃຫ້ທຸກຄົນໃນສັງຄົມມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດເທື່ອລະກ້າວ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ. ເປົ້າໝາຍເບື້ອງຕົ້ນໃນການສ້າງເຄື່ອງມືໂຄສະນາເຜີຍ ແຜ່ກົດໝາຍ ແມ່ນເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງບາງກົດໝາຍຄື: ການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການເຂົ້າເຖິງປະມວນກົດໝາຍອາຍາ ກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ການເຂົ້າເຖິງປະມວນກົດໝາຍອາຍາກ່ຽວກັບຢາເສດ ຕິດ, ການເຂົ້າເຖິງປະມວນກົດໝາຍອາຍາກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ປັບປຸງປື້ມເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ຝືກອົບຮົມການເປັນຄູຝືກຂັ້ນສູນກາງ, ຝືກອົບຮົມການເປັນຄູຝືກຂັ້ນແຂວງ, ຝຶກອົບຮົມເຕັກນິກການໂຄສະນາໃຫ້ພະນັກງານຂັ້ນ ເມືອງ, ສ້າງຂີດຄວາມສາມາດດ້ານວິຊາສະເພາະໃຫ້ພະນັກງານ ກົມໂຄສະນາເຜີຍແຜ່ກົດໝາຍ, ຝຶກອົບຮົມເຕັກນິກການຈັດໜ້າວາລະສານ ສ້າງ ແລະ ພັດທະນາຜະລິດຕະພັນໂຄສະນາເຜີຍແຜ່ກົດໝາຍ (ແຜ່ນພັບ, ໂປດສະເຕີ, ສະຕິກເກີ, ພິມປື້ມກົດໝາຍ, ສ້າງລະຄອນສັ້ນ ແລະ ສະປອດໂຄສະນາ) ແລະ ວຽກງານອື່ນໆ ອີກຈໍານວນໜຶ່ງ ພາຍຫຼັງທີ່ໄດ້ຮັບຮູ້ຈຸດປະສົງ ແລະ ຄວາມສໍາຄັນຂອງວຽກງານແລ້ວຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າ, ປືກສາຫາລື, ປະກອບຄໍາເຫັນໃສ່ຮ່າງແຜນວຽກ ກ່ຽວກັບການສ້າງເອກະສານໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີຄວາມສອດຄ່ອງ, ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມທັງກໍານົດບັນດາຫົວຂໍ້, ກິດຈະກໍາຕ່າງໆ ໃຫ້ມີຄວາມສອດຄ່ອງ ເພື່ອຄວາມ ເປັນເອກະພາບກັນໃນຕໍ່ໜ້າ ແລະ ຍາວນານ. ກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ອັດລົງໃນວັນທີ 15 ມີນາ 2019. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ໝາຍ ກະຊວງຍຸຕິທໍາ ແລະ ມູນນິທິເອເຊຍຫາລືວາງແຜນຮ່ວມມືນໍາກັນໃນ 4ປີຕໍ່ໜ້າ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ແລະ ມູນນິທິເອເຊຍຫາລືວາງແຜນຮ່ວມມືນໍາກັນໃນ 4ປີຕໍ່ໜ້າ
https://www.moj.gov.la/lo/node/1526
ໃນຕອນບ່າຍ ຂອງວັນທີ 7 ມີນາ 2019 ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ກໍ່ໄດ້ ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນ ອຸດອນ ປະທານ ຮາກຖານກຳມະບານພະແນກຍຸຕິທຳແຂວງ ຫົວໜ້າຂະແໜງນິຕິກຳກົດໝາຍ ໃນນັ້ນໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານ ສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຄະນະປະທານ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍຄະນະປະທານ ຈາກອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະແນກ, ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດມີ 56 ທ່ານ, ເປັນຍິງ 24 ທ່ານ.      ໃນວາລະດັ່ງກ່າວ ທ່ານ ເພັດທະນູສິນ ອຸດອນ ໃນນາມ ປະທານ ກຳມະບານ ພະແນກຍຸຕິທຳແຂວງ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງສະຫຼຸບລາຍງານການເມືອງ ຊົມເຊີຍໝາກຜົນທີ່ໜ່ວຍຮາກຖານກຳມະບານພວກເຮົາໄດ້ເກັບກ່ຽວ ແລະ ຍາດມາໄດ້ ພ້ອມທັງຕີລາຄາເຖິງ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຍັງແກ້ໄຂບໍ່ທັນໄດ້ ແລະ ສະເໜີທິດທາງແຜນການ ຄາດໝາຍສູ້ຊົນ ໃນ 05 ປີ ໃນຕໍ່ໜ້າ ຂອງຄະນະຮາກຖານກຳມະບານທີ່ໄດ້ວາງໄວ້ ທ່ານ ເອງກໍຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງທ່ານ ຕົງເຊີນ ອຸທັດສີ, ທ່ານ ວິໄຊ ແກ້ວດວງດີ ທີ່ໃຫ້ກຽດ ແລະ ຍົກສູງຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງໄກ້ຊິດຕິດແທດ ໃຫ້ທິດຊີ້ນຳ, ເອົາໃຈໃສ່ ເປັນຫ່ວງເປັນໄຍ, ເອື້ອອຳນວຍຄວາມສະດວກ ຕໍ່ໝາກຜົນ ແລະ ຜົນສຳເລັດໃນກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ໃນຄັ້ງນີ້ ຈົນສຳເລັດ ທ່ານ ປະທານກຳມະບານຮາກຖານ ພະແນກຍຸຕິທຳແຂວງ ກໍໄດ້ກ່າວ ອຸທານຂຶ້ນວ່າ: ຊົມເຊີຍ... ຊົມເຊີຍ... ຢ່າງສຸດໃຈ.       ຈາກນັ້ນ ຄະນະຈັດຕັ້ງຂອງຄະນະກຳມະບານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຍ້ອງຍໍຕິດປ້າຍນາມມະຍົດ 5 ເປັນເຈົ້າ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ II ແລະ ຍ້ອງຍໍບຸກຄົນດີເດັ່ນຂັ້ນສູນກາງ 24 ທ່ານ ,ຍິງ 9 ທ່ານ, ຍ້ອງຍໍດີເດັ່ນຂັ້ນແຂວງ 19 ທ່ານ, ຍິງ 10 ທ່ານ ຕໍ່ຈາກນັ້ນ ຄະນະປະທານກຳມະບານແຂວງ ໄດ້ຂື້ນຜ່ານລະບຽບ ແລະ ມາດຖານໃນການລົງສະໝັກ ເລຂາກຳມະບານຊຸດໃໝ່ນີ້ ພ້ອມທັງອວຍພອນໄຊໄດ້ດຳເນີນການປ່ອນບັດຂັດເລືອກໄປໂດຍດີ  ເຊີ່ງສາມາດສະຫຼຸບໄດ້ລະອຽດດັ່ງນີ້ : ທ່ານ ລັດດາວັນ ສີໄຊຍາດ ເປັນປະທານ, ທ່ານ ແສງພະຈັນ ໄຊນະສິນ ເປັນຮອງປະທານ ຊີ້ນຳວຽກກວດກາ, ທ່ານ ເພັດທະນູສິນ ອຸດອນ ເປັນປະທານກວດກາ ພາຍຫລັງການປ່ອນບັດເລຶອກຕັ້ງສຸດລົງ ທ່ານ ຕົງເຊີນ ອຸທັດສີ ກໍ່ໄດ້ມີຄຳໂອວາດ ຕໍ່ຄະນະປະທານຊຸດໃໝ່ ດັ່ງນີ້: ໃຫ້ສະມາຊິກຊຸດໃໝ່ ເຊື່ອມຊືມບັນຫາແນວຄິດເປັນຈຸດສຳຄັນ ມີຄວາມໜັກແໜ້ນ ເພາະວ່າ: ການກຳເນີດເກີດຂື້ນຂອງພັກເຮົາ ແມ່ນກຳເນີດເກີດຂຶ້ນຈາກຊົນຊັ້ນກຳມະກອນ ວຽກງານກຳມະບານ ແມ່ນຕິດພັນກັບຊົນຊັ້ນກຳມະຊີບທຸກໆຂັ້ນ ບໍ່ວ່າຈະເປັນການອອກແຮງງານດ້ານກຳລັງ ແລະ ມັນສະໝອງ ລັວນແຕ່ຕິດພັນກັບການອອກແຮງງານ ສະນັ້ນ ກຳມະບານເຮົາຕ້ອງໄດ້ເຊື່ອມຊືມວຽກງານກຳມະບານ, ສຶກສາອົບຮົມການນຳພາແນວຄິດໃຫ້ສູງຂື້ນ. ໃຫ້ຄະນະບໍລິຫານງານປັບປຸງແບບແຜນວິທີການເຮັດວຽກໃຫ້ຕິດພັນກັບວິທະຍາສາດ ເພີ້ມທະວີຄວາມຮັບຜິດຊອບໃຫ້ດີຂຶ້ນເລື້ອຍໆ ເພີ້ມທະວີຄວາມຮັບຜິດຊອບ ແບບແຜນວິທີເຮັດວຽກ ໃຫ້ມີຄວາມລະອຽດ ຊັດເຈນ ໂປ່ງໃສໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພີ້ມທະວີ ຄວາມສາມັກຄີ ໃຫ້ໜັກແໜ້ນ ເຂັ້ມແຂງ ຊ່ວຍເຫລືອເຊີ່ງກັນ ແລະກັນໃນຍາມເຈັບເປັນຕ່າງໆ ເຊີ່ງມັນສະແດງອອກໃນການເອົາໃຈໃສ່ ເບີ່ງແຍງ ປະຕິບັດນະໂຍບາຍເຊີ່ງກັນ ແລະ ກັນ. ກອງປະຊຸມ ໄດ້ດຳເນີນມາຮອດເວລາ 4:30 ໂມງ ເປັນອັນສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານກຳມະບານພະແນກຍຸຕິທຳ ຢ່າງຈົບງາມ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ໜ່ວຍກຳມະບານຮາກຖານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ່ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ
ໜ່ວຍກຳມະບານຮາກຖານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ.
https://www.moj.gov.la/lo/node/1527
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 18-ມີນາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 17/3/2019
ລາຍການເພື່ອສັງຄົມຍຸຕິທຳ 17/3/2019
https://www.moj.gov.la/lo/node/1528
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 19-ມີນາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 13/3/2019
ລາຍການຄວາມຮູ້ທາງກົດໝາຍ 13/3/2019
https://www.moj.gov.la/lo/node/1529
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 19-ມີນາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 15/3/2019
ລາຍການຄວາມຮູ້ທາງກົດໝາຍ 15/3/2019
https://www.moj.gov.la/lo/node/1530
ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ຄົບຮອບ 30 ປີ (30 ມີນາ 1989-30 ມີນາ 2019) ໃຫ້ເປັນຂະບວນການ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ສະພາທະນາຍຄວາມຈຶ່ງໄດ້ຈັດຂະບວນການແຂ່ງຂັນກິລາຂຶ້ນ ໃນວັນທີ 15 ມີນາ 2019 ທີ່ ເດີ່ນກິລາເປຕັງມະຫາວິທະຍາໄລແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ, ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ມີທ່ານຮອງປະທານສະພາທະນາຍຄວາມ, ທ່ານ ສຈ. ເກດ ກຽດຕິສັກ ພະນັກງານອາວຸໂສ ກະຊວງຍຸຕິທຳ, ນັກກິລາຈາກ 7 ພາກສ່ວນ ພ້ອມດ້ວຍພະນັກງານສະພາທະນາຍຄວາມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ກ່າວເປີດພິທີ ພ້ອມທັງແຈ້ງຈຸດປະສົງ ການແຂ່ງຂັນກິລາໃນຄັ້ງນີ້ເພື່ອເປັນການຊີງຂັນທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ຄົບຮອບ 30 ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ. ການແຂ່ງຂັນກິລາເປຕັງໃນຄັ້ງນີ້ປະກອບມີ 7 ພາກສ່ວນ ຄື: 1. ກະຊວງຍຸຕິທຳ; 2. ສານປະຊາຊົນສູງສຸດ; 3. ອົງການໄອຍາການປະຊາຊົນສູງສຸດ; 4. ສະພາທະນາຍຄວາມ; 5. ສະຖາບັນຍຸຕິທຳແຫ່ງຊາດ; 6. ສານນະຄອນຫຼວງ; 7. ພະແນກຍຸຕິທຳນະຄອນຫຼວງ ໂດຍແບ່ງອອກເປັນ 2 ປະເພດ ຄື: ຊາຍ-ຍິງ ທີມຊາຍແບ່ງອອກເປັນ 8 ຄູ່ ແລະ ທີມຍິງ ແບ່ງອອກເປັນ 4 ຄູ່. ຜົນຂອງການແຂ່ງຂັນ:  • ທີມຊາຍ ຊະນະເລີດໄດ້ແກ່ ກະຊວງຍຸຕິທຳ. • ທີມຍິງ ຊະນະເລີດໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການແຂ່ງຂັນກິລາເປຕັງ ຊິງຂັນລັດຖະມົນຕີກະຊວງຍຸຕິທຳ
ການແຂ່ງຂັນກິລາເປຕັງ ຊິງຂັນລັດຖະມົນຕີກະຊວງຍຸຕິທຳ
https://www.moj.gov.la/lo/node/1531
ໃນຕອນເຊົ້າຂອງວັນທີ 18 ມີນາ 2019 ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບຂອງ ທ່ານ ປີເຕີ ແມັກເຄນນາ ຊ່ຽວຊານວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາ ແລະ ຕາງໜ້າຈາກໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໄລຍະສອງ ພ້ອມດ້ວຍຄະນະ 2 ທ່ານ.    ຈຸດປະສົງການເຂົ້າພົບຂອງທ່ານ ປີເຕີ ແມັກເຄນນາ ເພື່ອລາຍງານຄວາມຄືບໜ້າຂອງວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າຂອງວຽກງານດັ່ງກ່າວ ແລະ ການຈັດຕັ້ງປະຕິບັດວຽກງານການປະເມີນຜົນກະທົບຂອງຮ່າງນິຕິກໍາໃນໄລຍະຜ່ານມາ ໄດ້ຮັບການສະໜັບສະໜູນ ແລະ ເຫັນດີຈາກຫຼາຍພາກສ່ວນ ເປັນຕົ້ນ ຈາກກະຊວງຍຸຕິທໍາ ແລະ ບັນດາກະຊວງ ໃນການເຮັດບົດປະເມີນຜົນກະທົບຂອງຮ່າງນິຕິກໍາ. ເຖິງຢ່າງໃດກໍຕາມວຽກງານດັ່ງກ່າວ ຍັງເຫັນວ່າ ຈໍາເປັນຕ້ອງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ. ຕໍ່ກັບສະພາບການປັດຈຸບັນ ວຽກງານຜົນກະທົບຂອງຮ່າງນິຕິກໍາແມ່ນມີຫຼາຍພາກສ່ວນຮັບຮູ້ ແລະ ເລີ່ມຈັດຕັ້ງປະຕິບັດຕາມລະບົບ ແຕ່ຄຸນນະພາບຂອງການຄົ້ນຄວ້າບັນຫາ ແລະ ການວິເຄາະຜົນກະທົບແມ່ນຍັງບໍ່ໄດ້ຕາມລະດັບຄາດໝາຍ, ເພື່ອແກ້ໄຂສະພາບ ການດັ່ງກ່າວ ເຫັນວ່າຈໍາເປັນຕ້ອງມີການຝຶກອົບຮົມເພີ່ມຕື່ມໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານດັ່ງກ່າວ ກ່ຽວກັບການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ ເພື່ອສະແດງໃຫ້ເຫັນເຖິງຜົນກະທົບທີ່ສາມາດວັດແທກ ແລະ ຕີລາຄາເປັນຕົວເລກໄດ້. ການຝຶກອົບຮົມດັ່ງກ່າວຈະເປັນການເສີມສ້າງໃຫ້ພະນັກງານວິຊາການໃນການເບິ່ງບັນຫາ, ວິເຄາະຜົນກະທົບ ແລະ ຄິດໄລ່ຜົນກະທົບຂອງຮ່າງນິຕິກໍາຕໍ່ກັບງົບປະມານຂອງລັດຖະບານ, ພາກທຸລະກິດ ແລະ ຊຸມຊົນ. ນອກຈາກນັ້ນແລ້ວ ກໍເຫັນວ່າຈໍາເປັນຕ້ອງມີການສ້າງຄວາມຮັບຮູ້ໃຫ້ກັບພາກທຸລະກິດ ແລະ ຊຸມຊົນເພີ່ມຕື່ມ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມເອົາໃຈໃສ່ຂອງລັດຖະບານ ໃນການປັບປຸງລະບົບການສ້າງນິຕິກໍາຂອງ ສປປ ລາວ ໃຫ້ມີປະສິດທິພາບ ໂດຍສະເພາະການນໍາໃຊ້ບົດປະເມີນຜົນກະທົບຂອງຮ່າງນິຕິກໍາ ໃນການທາບທາມຄໍາເຫັນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການສ້າງນິຕິກໍາໃຫ້ມີຄຸນນະພາບ ແລະ ຈໍາກັດຜົນກະທົບດ້ານລົບທີ່ອາດມີຕໍ່ພາກທຸລະກິດ ແລະ ສັງຄົມໃຫ້ຫຼຸດໜ້ອຍລົງ. ການສ້າງຄວາມຮັບຮູ້ດັ່ງກ່າວໃຫ້ໄດ້ຮັບຜົນດີ ທ່ານ ປີເຕີ ແມັກເຄນນາ ກໍໄດ້ສະເໜີກ່ຽວກັບການສ້າງບົດວິດີໂອສັ້ນ ໃນການປະເມີນຜົນກະທົບຂອງຮ່າງນິຕິກໍາ. ໃນການສ້າງບົດວິດີໂອສັ້ນຈະຊ່ວຍໃຫ້ການເຜີຍແຜ່ວຽກງານດັ່ງກ່າວມີຄວາມສະດວກງ່າຍດາຍ ແລະ ສາມາດເຂົ້າເຖິງພາກທຸລະກິດ ແລະ ປະຊາຊົນໄດ້ຢ່າງມີປະສິດທິພາບ ແລະ ທ່ານ ປີເຕີ ກໍໄດ້ກ່າວຕື່ມອີກວ່າ ທ່ານ ຍິນດີໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ເຕັມໃຈໃຫ້ການສະໜັບສະໜູນແກ່ກະຊວງຍຸຕິທໍາ ໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃຫ້ເກີດດອກອອກຜົນ.      ໃນຕອນທ້າຍ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ກ່າວຄໍາຂອບໃຈຕໍ່ກັບໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະສອງ ທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ທາງດ້ານເຕັກນິກວິຊາການ, ທ່ານ ປີເຕີ ແມັກເຄນນາ ກໍໄດ້ໃຫ້ການສະໜັບສະໜູນ ທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃນໄລຍະຜ່ານມາຢູ່ ສປປ ລາວ ແລະ ທ່ານກໍໄດ້ເຫັນດີຕາມການສະເໜີຂອງທ່ານຊ່ຽວຊານ ແລະ ໃຫ້ການສະໜັບສະໜູນຊຸກຍູ້ແຜນການເຮັດວຽກຂອງຊ່ຽວຊານໃນໄລຍະນີ້ຈົນເຖິງກໍານົດວັນສິ້ນສຸດໂຄງການ. ນອກຈາກນີ້ ທ່ານຮອງລັດຖະມົນຕີ ໄດ້ມອບໃຫ້ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ ແລະ ທ່ານ ສົມລິດ ອ່ອນຕາ ຫົວໜ້າພະແນກ ສືບຕໍ່ເຮັດວຽກຮ່ວມກັບຊ່ຽວຊານ ແລະ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດແຜນວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.  ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ປີເຕີ ແມັກເຄນນາ
ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ປີເຕີ ແມັກເຄນນາ
https://www.moj.gov.la/lo/node/1532
ໃນຕອນເຊົ້າຂອງວັນທີ 20 ມີນາ 2019 ຢູ່ທີ່ໂຮງແຮມ ຄຣາວພລາຊາ, ກົມກົດໝາຍ ກະຊວງຍຸຕິທໍາໄດ້ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາຂຶ້ນ ໂດຍການເປັນປະທານ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີພະນັກງານວິຊາການກົມກົດໝາຍ ກະຊວງຍຸຕິທໍາ, ກະຊວງກະສີກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ, ຍິງ 10 ທ່ານ. ຈຸດປະສົງຂອງການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາໃນຄັ້ງນີ້ ແມ່ນການເສີມສ້າງທັກສະ ແລະ ຄວາມຮູ້ໃຫ້ກັບພະນັກງານຜູ້ຮັບຜິດຊອບການສ້າງນິຕິກໍາ, ລະບຽບການ ໂດຍເປົ້າໝາຍແມ່ນເພື່ອຮັບປະກັນໃຫ້ ສປປ ລາວ ມີລະບົບນິຕິກໍາທີ່ເຂັ້ມແຂງຮອບດ້ານ, ປົກປັກຮັກສາຄຸ້ມຄອງຊຸມຊົນ, ສິ່ງແວດລ້ອມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ເປົ້າໝາຍສໍາຄັນຂອງການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ ແມ່ນເພື່ອປັບປຸງສະພາບແວດລ້ອມທາງດ້ານນິຕິກໍາທີ່ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ ໂດຍສະເພາະແມ່ນບັນດາຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs). ການຂະຫຍາຍຕົວຂອງພາກທຸລະກິດ ກໍຄື ພາກເອກະຊົນ ຈະສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດຂອງປະເທດ ຊຶ່ງການຂະຫຍາຍຕົວດັ່ງກ່າວຈະພາໃຫ້ມາດຕະຖານການດໍາລົງຊີວິດຂອງສັງຄົມກໍຄືຊຸມຊົນຍົກລະດັບດີຂຶ້ນເລື້ອຍໆ, ການຝຶກອົບຮົມໃນຄັ້ງນີ້ມີເປົ້າໝາຍຝຶກໃຫ້ພະນັກງານລັດຖະກອນຜູ້ຮັບຜິດຊອບການສ້າງ ແລະ ປັບປຸງນິຕິກໍາໃຫ້ມີຄວາມເຂົ້າໃຈ ແລະ ສາມາດວິໄຈບັນຫາຢ່າງມີເຫດຜົນ, ມີລັກສະນະວິທະຍາສາດ ແລະ ມີຫຼັກຖານອ້າງອີງ ໂດຍຄໍານຶງເຖິງຈຸດປະສົງ, ຜົນກະທົບ, ເງື່ອນໄຂການປະຕິບັດຕາມນິຕິກໍາຂອງພາກສ່ວນຕ່າງໆ ແລະ ເງື່ອນໄຂການຈັດຕັ້ງປະຕິບັດບັງຄັບໃຊ້ນິຕິກໍາ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ບັນດານິຕິກໍາ ແລະ ລະບຽບການທີ່ວາງອອກໃຫ້ມີປະສິດທິພາບ, ລັດຖະບານຕ້ອງມີງົບປະມານ ແລະ ຊັບພະຍາກອນພຽງພໍຕໍ່ກັບການຈັດຕັ້ງປະຕິບັດນິຕິກໍາແຕ່ລະສະບັບທີ່ວາງອອກ. ນອກຈາກນັ້ນ, ພະນັກງານລັດຖະກອນຕ້ອງໄດ້ຮັບການຝຶກອົບຮົມໃຫ້ມີຄວາມເຂົ້າໃຈກ່ຽວກັບນິຕິກໍາທີ່ສ້າງ ໂດຍໄດ້ຄໍານຶງເຖິງຜົນກະທົບຕໍ່ກັບພາບລວມຂອງ ສປປ ລາວ, ຫຼາຍປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາໃນທົ່ວໂລກ ໄດ້ສຸມໃສ່ການສ້າງສະພາບແວດລ້ອມທາງດ້ານນິຕິກໍາທີ່ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜູ້ປະກອບການເປັນຕົ້ນ ສະໜັບສະໜູນການຄົ້ນຄິດສິນຄ້າ ຫຼື ການບໍລິການແບບໃໝ່, ສົ່ງເສີມການຜະລິດ ແລະ ແຂ່ງຂັນໃຫ້ຫຼາຍຂຶ້ນ. ໃນພິທີ ທ່ານປະທານກໍໄດ້ມີຄໍາເຫັນວ່າ ການສ້າງ ສປປ ລາວ ໃຫ້ເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍຈະສາມາດບັນລຸເປົ້າໝາຍໄດ້ ກໍຕໍ່ເມື່ອ ນັກສ້າງນິຕິກໍາຂອງລັດຖະບານ ຮັກສາຄວາມດຸນດ່ຽງໃນການປົກປ້ອງຄຸ້ມຄອງຊຸມຊົນ ແລະ ສິ່ງແວດລ້ອມ ກັບການສົ່ງເສີມການຂະຫຍາຍຕົວຂອງພາກທຸລະກິດ ໃນສະພາວະທີ່ສະພາບເສດຖະກິດ-ສັງຄົມກໍາລັງມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຕໍ່ສະພາບການດັ່ງກ່າວ ຈຶ່ງເຫັນວ່າການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດນິຕິກໍາຕ້ອງເປັນມືອາຊີບ ແລະ ທັນສະໄໝຂຶ້ນ. ການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຂອງຮ່າງນິຕິກໍາຈະດຳເນີນໄປເປັນເວລາ 3 ວັນ, ແຕ່ວັນທີ 20 ຫາ 22 ມີນາ 2019 ຂ່າວ-ພາບ: ຂົນບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ
ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ
https://www.moj.gov.la/lo/node/1533
ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22/3/1955-22/3/2019), ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019) ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານຊາວໜຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໄດ້ຈັດຂະບວນການແຂ່ງຂັນກິລາ ຂຶ້ນໃນວັນທີ 21 ມີນາ ຫາ 29 ມີນາ 2019 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກສະພາທະນາຍຄວາມ ພ້ອມດ້ວຍພະນັກງານວິຊາການພາຍໃນກະຊວງຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ໃຫ້ກຽດກ່າວເປີດພິທີພ້ອມທັງແຈ້ງຈຸດປະສົງຂອງການແຂ່ງຂັນກິລາ ໃນຄັ້ງນີ້ ເພື່ອຊີງຂັນເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ແລະ ພ້ອມກັນສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງມີຄວາມໝາຍ. ການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີ 2 ປະເພດ ຄື: ເຕະບານ ຊາຍ ປະກອບມີ 13 ທີມ ລວມທັງ ສະພາທະນາຍຄວາມ, ສຳລັບ ກິລາເປຕັງປະສົມ ປະກອບມີ 12 ທີມ (ປະສົມ ຊາຍ-ຍິງ).  ກິລາເຕະບານຍິງ ແມ່ນທີມປະສົມ ກະຊວງຍຸຕິທຳ ພົບກັບ ສະຖາບັນຍຸຕິທຳແຫ່ງຊາດ. ນອກຈາກນັ້ນ, ຍັງມີກິລາມວນຊົນຈຳນວນໜຶ່ງ ເຊັ່ນ: ແລ່ນສາມຂາ, ເປົ່າປຸ້ມເປົ້າ ແລະ ອື່ນໆ. ສຳລັບຜົນການແຂ່ງຂັນນັ້ນ ຈະແຈ້ງໃຫ້ທ່ານຜູ້ອ່ານຊາບຕາມພາຍຫຼັງ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະບໍລິຫານງານຊາວໜຸ່ມກະຊວງ ສ້າງຂະບວນແຂ່ງຂັນກິລາເຕະບານເພື່ອຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ
ຄະນະບໍລິຫານງານຊາວໜຸ່ມກະຊວງ ສ້າງຂະບວນແຂ່ງຂັນກິລາເຕະບານເພື່ອຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/1534
ໂດຍປະຕິບັດຕາມຄໍາສັ່ງ ຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ. ໃນຕອນເຊົ້າຂອງວັນທີ 19 ມີນາ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ໄຂກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານທະບຽນສານ ຄັ້ງທີ 9 ປະຈໍາປີ 2018 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ມີບັນດາແຂກຮັບເຊີນຈາກທະນາຄານທັງພາກລັດ ແລະ ເອກະຊົນ, ມີບັນດາພະແນກການທີກ່ຽວຂ້ອງ ແລະ ໜ່ວຍງານທະບຽນສານຂອງເມືອງ ເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 11 ທ່ານ ກອງປະຊຸມແລກແລກປ່ຽນບົດຮຽນກ່ຽວກັບວຽກງານທະບຽນສານໃນຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທີ IX. ໃນພິທີ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຜູ້ຊີ້ນໍາວຽກງານທະບຽນສານ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານທະບຽນສານໃນໄລຍະຜ່ານມາ ອັນໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນງານ, ວຽກງານທະບຽນສານ ເປັນວຽກງານໜຶ່ງທີ່ຄຸ້ມຄອງເອກະສານ ໃນການຢັ້ງຢືນຄວາມຖືກຕ້ອງ ຂອງເອກະສານຕ່າງໆຕາມກົດໝາຍວ່າດ້ວຍ ທະບຽນສານ. ຜ່ານມາໄດ້ຢັ້ງຢືນຄວາມຖືກຕ້ອງຂອງເອກສານຕາມກົດໝາຍໄດ້ 1.429 ສະບັບ, ເກັບຄ່າທໍານຽມ ແລະ ຄ່າບໍລິການໄດ້ທັງໝົດ 220.323.000 ກີບ. ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ແລະ ວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ການປະຕິບັດວຽກງານທະບຽນສານ ມີຄວາມສອດຄ່ອງ, ວ່ອງໄວກວ່າເກົ່າ ແລະ ຖືກຕ້ອງຕາມກົດໝາຍວ່າດ້ວຍ ທະບຽນສານ. ໃນຕ້ອນທ້າຍພິທີ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ມີຄໍາເຫັນໂອ້ລົມຊຶ່ງທ່ານໄດ້ເນັ້ນໜັກບາງບັນຫາຄື: ໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄວ້າ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ໃຫ້ມີເນື້ອໃນເລິກເຊິ່ງ ແນໃສ່ເຮັດໃຫ້ວຽກງານທະບຽນສານ ມີຄວາມຖືກຕ້ອງ, ຊັດເຈນ ເພື່ອຮັບປະກັນໃຫ້ແກ່ການສ້າງລັດ ແລະ ຄຸ້ມຄອງດ້ວຍກົດໝາຍ ມີປະສິດທິຜົນ ແລະ ມີຄວາມສັກສິດຂຶ້ນເທື່ອລະກ້າວ. ພາບ-ຂ່າວ :ອານົນ ໄພຍະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຍຸຕິທຳແຂວງບໍ່ແກ້ວ ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານທະບຽນສານ ປະຈໍາປີ 2018.
ຍຸຕິທຳແຂວງບໍ່ແກ້ວ ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານທະບຽນສານ ປະຈໍາປີ 2018.
https://www.moj.gov.la/lo/node/1535
ໂດຍປະຕິບັດຕາມແຈ້ງການສະບັບເລກທີ163/ກຍ.ກສຍ, ລົງວັນທີ 18 ມີນາ 2018 ໃນຕອນເຊົ້າວັນທີ 22 ມີນາ 2019 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ປະກາດແຕ່ງຕັ້ງຫົວໜ້າ ຄະນະຫ້ອງການສະພາທະນາຍຄວາມແຂວງ ອຸດົມໄຊ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ອຸດົມໄຊ, ຜູ້ເຂົ້າຮ່ວມມີ ທ່ານ ປທ. ນີວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມແຫ່ງ ສປປ ລາວ, ທ່ານ ສຸວັນປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ. ມີບັນດາທ່ານຜູ້ຕາງໜ້າຫ້ອງການ, ພະແນກການ, ປກຊ-ປກສ, ອົງການຈັດຕັ້ງທີ່ກຽ່ວຂ້ອງ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ປທ. ນີວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມ ແຫ່ງ ສປປ ລາວ ກ່າວຈຸດປະສົງຄາດໝາຍ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດຂອບເຂດ ແລະ ໜ້າທີ່ວຽກງານຕົ້ນຕໍ່ ຂອງສະພາທະນາຍຄວາມລາວ ກໍຄືຫ້ອງການສະພາທະນາຍຄວາມຂັ້ນທ້ອງຖິ່ນຢ່າງລະອຽດຖີ່ຖ້ວນ ເພື່ອເຮັດໃຫ້ອົງການຈັດຕັ້ງທຸກຂັ້ນ, ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ເຂົ້າໃຈກຳແໜ້ນ ແລະ ປະສານງານໃຫ້ການຮ່ວມມືກັບອົງການດັ່ງກ່າວຢ່າງເລິກເຊິ່ງກວ້າງຂວາງຕື່ມອີກ. ພ້ອມນັ້ນ ທ່ານກໍໄດ້ຜ່ານຂໍ້ຕົກລົງຂອງປະທານສະພາທະນາຍຄວາມລາວ ສະບັບເລກທີ 064/ສທຄ, ລົງວັນທີ 26 ກຸມພາ 2019ວ່າດ້ວຍ ການປະກາດແຕ່ງຕັ້ງຄະນະຫ້ອງການສະພາທະນາຍຄວາມປະຈຳແຂວງ ອຸດົມໄຊ; ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຈັນສະໝອນ ວຽງສາຄອນ ເປັນຫົວໜ້າ, ທ່ານ ວິໄລ ໄຊເບຕົງ ເປັນຮອງ, ທ່ານ ນ. ຄອນນາລີ ລໍເບຼຍລື ແລະ ທ່ານ ບຸນທົງ ພຣະສີວໍລະວົງເປັນຄະນະ ເຊິ່ງມີຫ້ອງການປະຈຳການຕັ້ງຢູ່ ແລະ ຂຶ້ນກັບພະແນກຍຸຕິທຳແຂວງ ອຸດົມໄຊ; ວຽກງານດັ່ງກ່າວເປັນວຽກງານທີ່ຖືກຮັບຮອງຢ່າງເປັນທາງການຈາກພັກ-ລັດຖະບານ ຖືກຍອມຮັບຈາກການຈັດຕັ້ງ ແລະ ສັງຄົມໂດຍຖືເອົາການປົກປ້ອງ ແລະ ບໍລິການດ້ານກົດໝາຍ, ປົກປ້ອງສິດ, ຜົນປະໂຫຍດ, ຄວາມຍຸຕິທຳ ເວົ້າລວມແລ້ວແມ່ນອົງການທີ່ຈະນຳພາໄປສູ່ຂະບວນແຫ່ງຄວາມປອງດອງ ແລະ ຍຸຕິທຳ ໃນແຕ່ລະໄລຍະ ໃນພິທີປະກາດແຕ່ງຕັ້ງໃນຄັ້ງນີ້, ຄະນະປະທານ, ຄະນະຮັບຜິດຊອບ, ບັນດາຜູ້ແທນຍັງໄດ້ຕັ້ງບັນຫາ, ຂໍ້ສະເໜີ ແລະ ແກ້ຂໍ້ຂ້ອງໃຈຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານສະພາທະນາຍຄວາມນັບມື້ໄດ້ຮັບການພັດທະນາ ຂະຫຍາຍສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ. ຕອນທ້າຍ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງປະທານສະພາປະຊາຊົນ ຜູ້ຊີ້ນຳຂົງເຂດວຽກງານດັ່ງກ່າວຍັງໄດ້ໂອ້ລົມ ເນັ້ນໜັກຫຼາຍບັນຫາເພື່ອເປັນການຍົກສູງດ້ານຄຸນນະພາບ ແລະ ປະສິດທິຜົນຕໍ່ວຽກງານສະພາທະນາຍຄວາມໃຫ້ນັບມື້ໄດ້ຮັບການພັດທະນາດິຂື້ນ, ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກອົງການຈັດຕັ້ງນັບທັງພາກລັດ-ເອກະຊົນ, ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈຕໍ່ພາລະບົດບາດ, ສິດ, ໜ້າທີ່ ແລະ ການຮ່ວມມືກັບອົງການດັ່ງກ່າວຢ່າງເປັນປົກກະຕິຕໍ່ເນື່ອງ, ວຽກງານສະພາທະນາຍຄວາມຍາມໃດກໍເປັນວຽກງານໜຶ່ງທີ່ສຳຄັນ ພ້ອມທັງປົກປ້ອງຊ່ວຍເຫຼືອໃນຄວາມຖືກຕ້ອງ ແລະ ຍຸຕິທຳ. ຂ່າວ-ພາບ: ເຂີຍເມືອງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ປະກາດແຕ່ງຕັ້ງຫົວໜ້າຄະນະຫ້ອງການສະພາທະນາຍຄວາມ ແຂວງອຸດົມໄຊ
ປະກາດແຕ່ງຕັ້ງຫົວໜ້າຄະນະຫ້ອງການສະພາທະນາຍຄວາມ ແຂວງອຸດົມໄຊ
https://www.moj.gov.la/lo/node/1536
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 ຫາ 27 ມີນາ 2019 ຢູ່ທີ່ ໂຮງແຮມວິໄລສັກ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ຕາງໜ້າຈາກໂຄງການ ເຊກາ (CEGGA), ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 22 ທານ, ຍິງ 6 ທ່ານ.  ຈຸດປະສົງຂອງກອງປະຊຸມ ເພື່ອຄົ້ນຄວ້າ, ປຶກສາຫາລື ບັນດາຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາກະຊວງ, ອົງການລັດທຽບເທົ່າຂັ້ນສູນກາງ ທີ່ໄດ້ປະກອບໃນກອງປະຊຸມຄັ້ງວັນທີ 28 ກຸມພາ ຫາ 1 ມີນາ 2019 ທີ່ຜ່ານມາ.ຈາກນັ້ັ້ນ, ທ່ານປະທານກອງປະຊຸມກໍໄດ້ມີຄຳເຫັນ ແລະ ເນັ້ນໜັກຕໍ່ກອງປະຊຸມໃນຄັ້ງນີ້, ຊຶ່ງທ່ານໄດ້ສະເໜີ ແລະ ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ, ປຶກສາຫາລື ບັນດາຄໍາຄິດຄໍາເຫັນທີ່ຫຼາຍພາກສ່ວນໄດ້ປະກອບຄໍາຄິດຄໍາເຫັນໃນກອງປະຊຸມຄັ້ງທີ່ຜ່ານມານັ້ນ ເພື່ອໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ກ້າວໄປສູ່ການຈັດກອງປະຊຸມເປີດກວ້າງໃນຂັ້ນຕໍ່ໄປ.  ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ, ປັບປຸງບັນດາຄໍາຄິດຄໍາເຫັນ, ປຶກສາຫາລື, ສັບຊ້ອນຮຽບຮຽງຄໍາສັບຕ່າງໆ ແລະ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ມີຄວາມເປັນເອກະພາບ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 27 ມີນາ 2019. ຂຽນຂ່າວ-ຖ່າຍພາບ: ສີພັນ ສິງພະຈັນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ
ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ
https://www.moj.gov.la/lo/node/1537
ວັນທີ 13 ມີນາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາ 3 ພາກໄດ້ຈັດກອງປະຊຸມກ່ຽວກັບວຽກງານການເງິນ ຂອງສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາ ບັນດາພາກ ປະຈໍາໄຕມາດ I ຂຶ້ນ ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ແລະ ທ່ານ ບຸນຕາ ສ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີບັນດາຫົວໜ້າສະຖາບັນຍຸຕິທໍາພາກ ພ້ອມດ້ວຍພະນັກງານການເງິນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ ຍິງ 28 ທ່ານ. ຈຸດປະສົງຂອກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງການເຜີຍແຜ່ ຂໍ້ຕົກລົງເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ວ່າດ້ວຍ ກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ ແລະ ຄຳແນະນໍາເລກທີ 0016/ກງ ວ່າດ້ວຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ. ກອງປະຊຸມຍັງໄດ້ມີການຕີລາຄາ, ສະຫຼຸບການເຄື່ອນໄຫວວຽກງານການເງິນຂອງແຕ່ລະສະຖາບັນ ແລະ ປຶກສາຫາລືວາງແຜນການທິດທາງຂອງວຽກງານການເງິນໃນຕໍ່ໜ້າໃຫ້ມີການເຄື່ອນໄຫວໄປຕາມຈຸດປະສົງ, ເປົ້າໝາຍ ຕາມທີ່ໄດ້ກຳນົດໄວ້ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ ໃຫ້ເປັນອັນລະອຽດ ແລະ ທັງເປັນບ່ອນອີງໃຫ້ແກ່ບັນດາຫົວໜ່ວຍງົບປະມານແຫ່ງລັດທຸກຂັ້ນ ໃນການສ້າງແຜນ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ແລະ ເງິນປະກອບສ່ວນຂອງສັງຄົມ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດເຫັນ, ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງບັນຫາວຽກງານການເງິນ ທີ່ເຫັນວ່າຍັງບໍ່ທັນເຂົ້າໃຈ ແລະ ຍັງບໍ່ທັນເປັນເອກະພາບກັນໃນໄລະຜ່ານມາ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃຫ້ສາມາດຕອບສະໜອງ ແລະ ນໍາໃຊ້ງົບປະມານຂອງລັດຢ່າງມີຈຸດສຸມ, ມີປະສິດທິຜົນສູງສຸດ, ປະຢັດມັດທະຍັດ ແລະ ຄຽງຄູ່ກັບຄວາມອາດສາມາດໃນການຈັດສັນແຜນງົບປະມານທີ່ບັນດາຫົວໜ່ວຍງົບປະມານໄດ້ຮັບໃນແຕ່ລະປີ ຕື່ມອີກດ້ວຍ. ຂຽນຂ່າວ-ຖ່າຍພາບໂດຍ: ອານຸລັກ ພົມເພັດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາ 3 ພາກ ຮັບຟັງການເຜີຍແຜ່ນິຕິກໍາກ່ຽວກັບການນໍາໃຊ້ງົບປະມານແຫ່ງລັດ
ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາ 3 ພາກ ຮັບຟັງການເຜີຍແຜ່ນິຕິກໍາກ່ຽວກັບການນໍາໃຊ້ງົບປະມານແຫ່ງລັດ
https://www.moj.gov.la/lo/node/1538
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 27-ມີນາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 24/3/2019
ລາຍການເພື່ອສັງຄົມຍຸຕິທຳ 24/3/2019
https://www.moj.gov.la/lo/node/1539
ໃນຕອນເຊົ້າຂອງວັນທີ 26 ມີນາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ດວານ ຈຸງກຽນ ຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ. ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ປະຈຳປີ 2018 ແລະ ວາງທິດທາງແຜນການປະຈຳປີ 2019 ໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້ ຄະນະຜູ້ແທນ ຂອງ ສສ ຫວຽດນາມ ແລະ ຄະນະກຸ່ມຄົ້ນຄວ້າ 6 ຫຼັກສູດວິຊາຊີບຈະໄດ້ເຮັດວຽກຮ່ວມກັນ ເພື່ອປຶກສາຫາລືໃນການເກັບກຳຂໍ້ມູນ ແລະ ປຶ້ມຕຳລາເອກະສານ ເພື່ອຮັບໃຊ້ວຽກງານວິຊາຊີບໃຫ້ທັນຕາມການກຳນົດເວລາ. ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ສສ ຫວຽດນາມ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ ແລະ ອວຍພອນໃຫ້ ທ່ານ ດວານ ຈຸງກຽນ ຫົວໜ້າສະຖາບັນຍຸຕິທຳ ສສ ຫວຽດນາມພ້ອມດ້ວຍຄະນະ ຈົ່ງປະສົມຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ຫວຽດນາມ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ. ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ
ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/1540
ກອງປະຊຸມວຽກງານກວດກາ ປະຈຳປີ 2018 ຂອງກະຊວງຍຸຕິທໍາ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມີນາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ສະຫາຍ ປອ. ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ສະຫາຍ ບຸນເມກ ບັນນະວົງ ປະທານກວດກາ ຄະນະພັກກະຊວງ, ຫົວໜ້າກົມກວດກາ, ບັນດາຄະນະບໍລິຫານງານພັກກະຊວງ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ, ຍິງ 30 ສະຫາຍ. ທັງນີ້ ກໍເພື່ອປະຕິບັດຕາມແຈ້ງການແນະນຳຂອງຄະນະສູນກາງພັກ ເລກທີ 52/ຄກສພ, ລົງວັນທີ 8 ກຸມພາ 2019 ວ່າດ້ວຍ ການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ແລະ ປະຕິບັດຕາມການເຫັນດີຂອງຄະນະພັກກະຊວງ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບຕີລາຄາ ແລະ ປະກອບຄໍາຄິດຄຳເຫັນຕໍ່ການເຄື່ອນໄຫວປະຕິບັດວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະໜຶ່ງປີ ຜ່ານມາ, ພ້ອມກັນນັ້ນກໍໄດ້ປຶກສາຫາລືເຖິງທິດທາງແຜນການວຽກງານຕິດຕາມ, ກວດກາ ປະຈຳປີ 2019 ແລະ ຄົ້ນຄວ້າປະກອບຄຳເຫັນຕໍ່ບັນຫາດັ່ງກ່າວ. ສຳລັບວຽກງານຕິດຕາມກວດກາໃນໄລຍະ ໜຶ່ງ ປີ ຜ່ານມາຄະນະພັກ, ຄະນະກວດກາກະຊວງໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ບຸກບືນປະຕິບັດວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານແກ້ໄຂຄຳຮ້ອງຟ້ອງ-ຄຳສະເໜີ ຊຶ່ງມີຜົນສຳເລັດໃນຫຼາຍດ້ານ. ແຕ່ຄຽງຄູ່ກັນນັ້ນກໍຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ສະນັ້ນ, ກອງປະຊຸມໃນຄັ້ງນີ້ຈຶ່ງໄດ້ພ້ອມກັນຄົ້ນຄວ້າຍົກໃຫ້ເຫັນເຖິງດ້ານດີ, ບົດຮຽນທີ່ຕ້ອງເສີມຂະຫຍາຍ, ຊອກຫາບັນຫາດ້ານອ່ອນ ແລະ ຂໍ້ຄົງຄາງ, ສາເຫດ ເພື່ອປັບປຸງໃນຕໍ່ໜ້າ ເປັນຕົ້ນ ວຽກງານຕິດຕາມ, ກວດກາ ພາຍໃນພັກ, ຄຸ້ມຄອງລັດບໍລິຫານດ້ວຍກົດໝາຍ, ການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ, ພ້ອມກັນນັ້ນ, ຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ມີຄວາມເລິກເຊິ່ງ, ເອກກະພາບຕໍ່ກັບທິດທາງ, ໜ້າທີ່ ແລະ ບັນດາວຽກງານທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019 ໃຫ້ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນກວ່າເກົ່າ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ບັນລຸຕາມຄາດໝາຍທີ່ກຳນົດໄວ້, ກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການບໍາລຸງກໍ່ສ້າງພະນັກງານ ເປັນຕົ້ນ ພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະກະສານທີ່ສຳຄັນຕ່າງໆ ເປັນຕົ້ນ ເຜີຍແຜ່ບົດສະຫຼຸບຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແລະ ທິດທາງຄາດໝາຍຈະສູ້ຊົນວຽກງານກວດກາ ປະຈຳປີ 2019 ຂອງຄະນະສູນກາງພັກ; ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ອົງການລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ; ເຜີຍແຜ່ບົດແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 358/ອກລ, ລົງວັນທີ 29 ຕຸລາ 2018 ແລະ ຮັບຟັງເຜີຍແຜ່ບົດສະຫຼຸຍບຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາ ປະຈຳປີ 2019 ຂອງຄະນະສູນກາງພັກ.  ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ຄຳຮ້ອງ-ຄຳສະເໜີ ແລະ ບັນຫາອື່ນໆ ທີ່ກ່ຽວພັນກັບວຽກງານກວດກາກະຊວງຍຸຕິທຳ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມເປັນເອກະພາບກັນໃນຕໍ່ໜ້າ. ຂຽນຂ່າວໂດຍ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ວາງແຜນການທິດທາງປີ 2019
ກະຊວງຍຸຕິທຳສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ວາງແຜນການທິດທາງປີ 2019
https://www.moj.gov.la/lo/node/1541
ໃນລະຫ່ວາງວັນທີ 22-26 ມີນາ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ຄຳເກີດ ແຂວງ ບໍລິຄຳໄຊ, ນໍາໂດຍ ທ່ານ ຄຳພູວັນ ໝັ້ນມະນີ ຫົວໜ້າ ໜ່ວຍງານໂຄສະນາອົບຮົມກົດໝາຍ ຫ້ອງການຍຸຕິທໍາ ເມືອງ ຄຳເກີດ ໄດ້ນຳພານັກສຶກສາກົດໝາຍຝຶກງານ ລົງເຄື່ອນໄຫວປະຕິບັດວຽກງານຍຸຕິທຳຮາກຖານໂດຍສະເພາະ ວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ບັນດາບ້ານ, ໂຮງຮຽນ ຊຶ່ງລວມມີ 13 ບ້ານ, 3 ໂຮງຮຽນຢູ່ພາຍໃນເມືອງ ແລະ ມີຈໍານວນຜູ້ເຂົ້າຮັບຟັງທັງໝົດ 1964 ຄົນ, ຍີງ 1362 ຄົນ.  ທ່ານ ຄຳພູວັນ ໝັ້ນມະນີ ຫົວໜ້າ ໜ່ວຍງານໂຄສະນາ ອົບຮົມກົດໝາຍ ຫ້ອງການຍຸຕິທໍາເມືອງ ຄຳເກີດ ໄດ້ກ່າວວ່າ: ໃນປັດຈຸບັນການກະທຳຜິດແມ່ນເກີດຂຶ້ນຫຼາຍທົ່ວສັງຄົມ ດັ່ງນັ້ນ, ເພື່ອເຮັດໃຫ້ກົດໝາຍ ລົງສູ່ທ້ອງຖິ່ນ ກຸ່ມບ້ານ, ບ້ານ, ຄອບຄົວ ແລະ ບຸກຄົນ ຢ່າງເລິດເຊີ່ງເຖິງຖອງ ເຮັດໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈແຈ້ງຕໍ່ກັບບັນຫາ ຫຼື ເຫດການຕ່າງໆທີ່ເກີດຂຶ້ນ ໂດຍສະເພາະ ບັນຫາ ການຂຸດຄົ້ນໄມ້, ຂາຍໄມ້ເຖື່ອນ, ຢາເສບຕິດ, ການໃຊ້ຄວາມຮຸນແຮງໃນຄອບຄົວ ຊຶ່ງກໍາລັງເປັນບັນຫາທີ່ພົ້ນເດັ່ນໃນສັງຄົມປະຈຸບັນ ດັ່ງນັ້ນ, ຫ້ອງການຍຸຕິທຳ ເມືອງ ຈຶ່ງໄດ້ນໍາພາ ນັກສຶກສາກົດໝາຍຝຶກງານ ນຳເອົາບັນດາກົດໝາຍທີ່ຕິດພັນກັບການດໍາລົງຊີວິດຂອງສັງຄົມກໍຄືປະຊາຊົນເມືອງ ຄໍາເກີດ ລົງໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ ຮັບຮູ້ ແລະ ເຂົ້າໃຈ ເຊັ່ນ ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ກຳມະສິດ, ກົດໝາຍວ່າດ້ວຍ ຈາລະຈອນທາງບົກ, ແລະ ປະມວນກົດມາຍອາຍາ ເພື່ອເຮັດໃຫ້ປະຊາຊົນ ກໍຄືນ້ອງໆ ນັກຮຽນ ໄດ້ຮັບຮູ້ເຖິງຜົນສະທ້ອນຂອງການບໍ່ປະຕິບັດຕາມກົດໝາຍ (ລະເມີດກົດໝາຍ) ທັງເປັນການຫັນເອົາແນວທາງນາໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ວາງອອກໃນແຕ່ລະໄລຍະ ລົງສູ່ຊີວິດຕົວຈິງຂອງສັງຄົມ. ເວົ້າລວມແລ້ວ ການເຄື່ອນໄຫວປະຕິບັດວຽກງານຍຸຕິທໍາຮາກຖານ ໃນເບື່ອງຕົ້ນ ຫ້ອງການຍຸຕິທໍາ ເມືອງ ຄໍາເກີດ ແມ່ນການປະຕິບັດຕາມແຜນວຽກຂອງໜ່ວຍງານໂຄສະນາກົດໝາຍ. ພ້ອມດຽວກັນນັ້ນ ຫ້ອງການຍຸຕິທໍາເມືອງ ກໍໄດ້ມອບປຶ້ມກົດໝາຍບາງຂົງເຂດຈຳນວນໜຶ່ງ ໃຫ້ຄະນະອໍານວຍການໂຮງຮຽນ ແລະ ອຳນາດການປົກຄອງບ້ານ ເພື່ອເປັນເຄື່ອງມືນຳໃຊ້ເຂົ້າໃນການຈັ້ດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທີ່ພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ຂ່າວ - ພາບ = ຄໍາພູວັນ ໜັ້ນມະນີ ຫ້ອງການຍຸຕິທຳ ເມືອງ ຄຳເກີດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ລົງໂຄສະນາກົດໝາຍຢູ່ ບັນດາບ້ານ
ຫ້ອງການຍຸຕິທຳ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ລົງໂຄສະນາກົດໝາຍຢູ່ ບັນດາບ້ານ
https://www.moj.gov.la/lo/node/1542
ໃນຕອນເຊົ້າຂອງວັນທີ 28 ມີນາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ແລະ ຄະນະຮັບຜິດຊອບຮ່າງດໍາລັດເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 4 ທ່ານ.  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອຮັບໃຊ້, ບໍລິການວຽກງານຂອງ ພັກ-ລັດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສັງຄົມ, ນໍາໃຊ້ພື້ນຖານໂຄງລ່າງໂທລະຄົມມະນາຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງ, ເຊື່ອມຈອດ ແລະ ບໍລິການທາງຜ່ານ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດກັບບັນດາປະເທດ ພາກພື້ນ ແລະ ສາກົນ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈຸດປະສົງຕົ້ນຕໍຂອງການສ້າງດໍາລັດສະບັບນີ້ຂຶ້ນມາ ກໍເພື່ອປັບປຸງເນື້ອໃນ ດໍາລັດວ່າດ້ວຍ ການຄຸ້ມຄອງ ແລະ ການພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ແລະ ສູນຄຸ້ມຄອງຄວາມປອດໄພເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ, ດໍາລັດສະບັບນີ້ ຈະກໍານົດກ່ຽວກັບ ການຄຸ້ມຄອງ”ລະບົບສາຍສົ່ງໂທລະຄົມມະນາຄົມ” ເທົ່ານັ້ນ ແລະ ໄດ້ຈັດແບ່ງ ປະເພດການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ, ທຸກການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ທັງແບບມີສາຍ ແລະ ແບບບໍ່ມີສາຍກັບຕ່າງປະເທດ ເພື່ອເຮັດໃຫ້ການນໍາເອົາສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ປະຕິບັດຖືກຕ້ອງຕາມກົດໝາຍແລະ ລະບຽບການ. ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງຮ່າງດໍາລັດວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມແລ້ວ, ເພື່ອເຮັດໃຫ້ຮ່າງດໍາລັດສະບັບໃໝ່ນີ້ມີຄວາມຖືກຕ້ອງສົມບູນກວ່າເກົ່າ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມ ປະກອບຄໍາຄິດຄໍາເຫັນໃສ່ ດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ
ກອງປະຊຸມ ປະກອບຄໍາຄິດຄໍາເຫັນໃສ່ ດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ
https://www.moj.gov.la/lo/node/1543
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 01-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 27/3/2019
ລາຍການຄວາມຮູ້ທາງກົດໝາຍ 27/3/2019
https://www.moj.gov.la/lo/node/1544
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 01-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 29/3/2019
ລາຍການຄວາມຮູ້ທາງກົດໝາຍ 29/3/2019
https://www.moj.gov.la/lo/node/1545
ໃນວັນທີ 29 ມີນາ 2019 ຜ່ານມານີ້ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ຂຶ້ນຢູ່ທີ່ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໃຫ້ກງດເປັນປະທານກອງປະຊຸມໂດຍ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄຊຈຳພອນ, ມີທ່ານ ຄຳສອນ ສີຫາລາດ ວ່າການ ຫົວຫນ້າຫ້ອງການຍຸຕິທຳເມືອງ ມີບັນດາຫົວຫນ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ ແຕ່ລະບ້ານ, ຄູສອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ ມີທັງຫມົດ 40 ທ່ານ, ຍີງ 10 ທ່ານ. ເນື້ອໃນກອງປະຊຸມໄດ້ຮັບຟັງບົດລາຍງານການກະກຽມການເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍ ການແຕ່ງຕັ້ງແຕ່ລະອານຸກຳມະການຮັບຜິດຊອບຫນ້າວງກ, ກົດລະບຽບການຮຽນ - ການສອນກົດຫມາຍໄລຍະສັ້ນ 45 ວັນ. ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານປະທານໃນການເຄື່ອນໄຫວຈັດຕັ້ງປະຕິບັດການຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ໃນຊຸດນີ້ແມ່ນມີຄວາມຫມາຍຄວາມສຳຄັນຫຼາຍໂດຍສະເພາະແມ່ນປະຊາຊົນບັນດາເຜົ່າ ໃນເມືອງ ໄຊຈຳພອນນີ້ ຍັງບໍ່ທັນຜ່ານການຝຶກອົບຮົມກົດຫມາຍແມ່ນກວມ 90% ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ 15 ຕຳແໜ່ງງານຂອງບ້ານມີຄວາມຈຳເປັນຕ້ອງໄດ້ຜ່ານການຝຶກອົບກົດຫມາຍໃຫ້ໄດ້ທັງຫມົດ ນອກນັ້ນຜູ້ທີ່ເຂົ້າມາຮຽນກໍ່ຈົ່ງຕັ້ງໃຈສຶກສາ, ຄົ້ນຄ້ວາເພື່ອນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ. ຂ່າວ ແລະ ພາບ ສົມໃຈ ຫວ່າງ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີເປີດຝຶກອົບຮົມກົດຫມາຍ 45 ວັນ ຫ້ອງການຍຸຕິທຳເມືອງໄຊຈຳພອນ ແຂວງບໍລິຄຳໄຊ.
ພິທີເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ທີ່ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ.
https://www.moj.gov.la/lo/node/1546
ໃນຕອນເຊົ້າຂອງວັນທີ 29 ມີນາ 2019 ທີ່ຜ່ານມາ ຄະນະບໍລິຫານງານສະພາທະນາຍຄວາມລາວ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປະຈຳປີ 2018 ຂຶ້ນຢູ່ທີາຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຄຳໃສ ສຸລິນທອນ ປະທານຄະນະບໍລິຫານງານສະພາທະນາຍຄວາມ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາ ຄະນະປະຈຳ, ຄະນະບໍລິຫານງານສະພາທະນາຍຄວາມ ແລະ ສະມາຊິກສະພາທະນາຍຄວາມແຕ່ລະຫ້ອງການ ແລະ ໜ່ວຍທະນາຍຄວາມບັນດາແຂວງ ໃນຂອບເຂດທົ່ວປະເທດ ມີຜູ້ເຂົ້າຮ່ວມທັງໝົດ 240 ທ່ານ, ຍິງ 50 ທ່ານ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບສະພາບການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາທະນາຍ ຄວາມຕາມທີ່ໄດ້ລະບຸໄວ້ຢູ່ໃນກົດໝາຍ, ລະບຽບການພາຍໃນ ແລະ ແຜນການດໍາເນີນງານປະຈຳປີ 2018 ທີ່ຜ່ານມາ ພ້ອມດຽວກັນນັ້ນ ກໍເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສປປ ລາວ ຄົບຮອບ 30 ປີ (30 ມີນາ 1989 ຫາ 30 ມີນາ 2019) ໃຫ້ເປັນຂະບວນຟົດຟື້ນ. ຊຶ່ງກອງປະຊຸມໄດ້ຕີລາຄາ ແລະ ເປັນເອກະພາບກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ດັ່ງນີ້: ໃນໄລຍະໜຶ່ງປີຜ່ານມາສະພາທະນາຍຄວາມ ແຫ່ງ ສປປ ລາວ ເຖິງຈະມີຄວາມຫຍຸ້ງຍາກຫຼາຍດ້ານ ນັບທັງຄວາມຫຍຸ້ງຍາກທີ່ມາຈາກເງື່ອນໄຂນອກຕົວ ແລະ ໃນຕົວກໍຕາມ ແຕ່ພາຍໃຕ້ການນຳພາຂອງພັກ, ຂອງຄະນະພັກກະຊວງຍຸຕິທຳ ແລະ ຄະນະພັກແຕ່ລະຂັ້ນ, ດ້ວຍການປະສານສົມທົບ ແລະ ໃຫ້ການຊ່ວຍເຫຼືອຂອງບັນດາຂະແໜງການ, ອົງການຕ່າງໆ ນັບທັງອົງການພັກ, ອົງການລັດ, ແນວລາວສ້າງຊາດ ລວມເຖິງອົງການຈັດຕັ້ງມະຫາຊົນໃນແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ; ດ້ວຍການເປັນເຈົ້າການໃນການຄຸ້ມຄອງສະພາທະນາຍຄວາມ ແລະ ຄວາມເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ອັນໄດ້ກາຍເປັນພື້ນຖານເງື່ອນໄຂ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດແຜນການຂອງ ສະພາທະນາຍຄວາມປະຈຳປີ 2018 ບັນລຸຜົນສຳເລັດເປັນຢ່າງດີ ແລະ ມີຫຼາຍດ້ານ ເມື່ອສົມທຽບໃສ່ປີ 2017 ເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ ຄື: ດ້ານກົງຈັກການຈັດຕັ້ງກໍໄດ້ຮັບການປັບປຸງ, ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເປັນການປະກອບສ່ວນທີ່ສຳຄັນ ໃນການສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ, ເຂົ້າເຖິງຂະບວນການຍຸຕິທຳ, ຕ້ານການລ່ວງລະເມີດສິດອັນຊອບທໍາຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແນວທາງ ແລະ ຍຸດທະສາດ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຄະນະກວດກາຊຸດໃຫມ່ ແລະ ມອບໃບຍ້ອງຍໍ ຊົມເຊີຍໃຫ້ແກ່ທະນາຍຄວາມຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປະຕິບັດວຽກງານໃນໄລຍະຜ່ານມາ. ກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມ ຈາກທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຊຶ່ງມີບາງຕອນ ທ່ານ ໄດ້ກ່າວວ່າ: ໜຶ່ງ: ຕ້ອງຮັບຮູ້ ແລະ ກຳແໜ້ນ ການວາງວິໄສທັດ ແລະ ແນວຄວາມຄິດ ເພື່ອຈະກຳນົດທິດທາງລວມ, ເປົ້າໝາຍສູ້ຊົນ ແລະ ຄາດໝາຍໃຫ້ລະອຽດແຕ່ລະດ້ານ; ສອງ: ຕ້ອງມີສະຕິຕໍ່ການຈັດຕັ້ງ ແລະ ການປະຕິບັດລະບຽບການທີ່ບໍ່ເຂັ້ມງວດ ຖ້າຫາກຂາດສະຕິຕໍ່ການຈັດຕັ້ງກໍເທົ່າກັບວ່າບໍ່ມີຈັນຍາບັນຂອງທະນາຍຄວາມ; ສາມ: ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານແນວຄິດໃຫ້ເປັນປົກກະຕິ, ເຮັດວຽກດ້ວຍຄວາມຕັ້ງໜ້າ ແລະ ໃຫ້ຖືເອົາວຽກງານນີ້ເປັນກົກ; ສີ່: ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການສືບຕໍ່ຂະຫຍາຍຕາໜ່າງສະພາທະນາຍຄວາມ ໄປສູ່ ແຂວງ, ເມືອງ ທີ່ບໍ່ທັນມີຫ້ອງການ, ໜ່ວຍງານ; ນອກນັ້ນ, ຕ້ອງສືບຕໍ່ປັບປຸງແບບແຜນວິທີນຳພາ, ວິທີຄຸ້ມຄອງ, ວິທີເຄື່ອນໄຫວວຽກງານຕ່າງໆ, ເພີ່ມທະວີການປັບປຸງລະບອບ, ລະບຽບ, ກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ມີປະສິດທິຜົນສູງ, ເພີ່ມທະວີວຽກງານນໍາພາອົງການຈັດຕັ້ງມະຫາຊົນ ແນໃສ່ເສີມຂະຫຍາຍກຳລັງແຮງຂອງມະຫາຊົນ. ພາຍຫຼັງສໍາເລັດກອງປະຊຸມ ໃນຕອນຄໍ່າຂອງວັນດຽວກັນ ຄະນະບໍລິຫານສະພາທະນາຍຄວາມ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມລາວ ຄົບຮອບ 30 ປີ ດ້ວຍບັນຍາກາດເບີກບານມ່ວນຊື່ນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018
ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018
https://www.moj.gov.la/lo/node/1547
ໃນຕອນເຊົ້າຂອງວັນທີ 26 ມີນາ 2019 ນີ້, ທ່ານ ກວາງ ຫົງ ເຟືອງ ຫົວໜ້າພະແນກຍຸຕິທໍາ ແຂວງເຊີນລາ ແຫ່ງ ສສ ຫຽວດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານຍຸຕິທໍາ ຢູ່ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ເປັນກຽດກ່າວຮັບຕ້ອນໂດຍທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງບໍ່ແກ້ວ ກໍໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວໜ້າທີ່ວຽກງານໃນໄລຍະ 1 ປີ ຜ່ານມາ ໃຫ້ຄະນະຜູ້ແທນພະແນກຍຸຕິທໍາ ແຂວງ ເຊີນລາ ທີ່ມາຢ້ຽມຢາມໃນຄັ້ງນີ້ໄດ້ຮັບຊາບໂດຍຫຍໍ້. ພະແນກຍຸຕິທໍາແຂວງບໍ່ແກ້ວ ປະກອບມີ 8 ຂະແໜງ, 5 ຫ້ອງການຍຸຕິທໍາເມືອງ, ມີພະນັກງານ-ລັດຖະກອນທັງໝົດ 71 ຄົນ, ຍິງ 23 ຄົນ, ພະນັກງານຢູ່ພະແນກຍຸຕິທໍາ 26 ຄົນ, ຍິງ 12 ຄົນ, ຢູ່ຂັ້ນເມືອງ 45 ຄົນ, ຍິງ 10 ຄົນ. ດ້ານການເຄື່ອນໄຫວວິຊາສະເພາະ ເປິດການຮຽນ-ການສອນກົດ ໝາຍຊັ້ນຕົ້ນລະບົບ 3 ເດືອນ ໄດ້ 4 ເມືອງ ມີຜູ້ເຂົ້າຮຽນ 194 ຄົນ, ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ການນໍາຫຼັກແຫຼ່ງຢູ່ເມືອງຜາອຸດົມໄດ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ 45 ຄົນ, ສ້າງບ້ານ ແລະ ປະກາດຮັບຮອງເອົາບ້ານແບບຢ່າງປະຕິບັດກົດໝາຍໄດ້ 195 ບ້ານ, ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄດ້ 80 ໜ່ວຍ, ຮັບຂໍ້ຂັດແຍ່ງ 37 ເລື່ອງ, ສາມາດແກ້ໄຂສໍາເລັດແລ້ວ 17 ເລື່ອງ, ຍັງຄ້າງ 20 ເລື່ອງ, ເຊັນຢັ້ງຢືນຄໍາຮ້ອງຂໍແຕ່ງດອງລະຫວ່າງ ຄົນລາວກັບຕ່າງປະເທດໄດ້ 9 ສະບັບ, ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ປະຕິບັດໄດ້ 17 ເລື່ອງ. ການມາຢ້ຽມຢາມຂອງ ພະແນກຍຸຕິທໍາແຂວງເຊີນລາໃນຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ວຽກໂຄສະນາເຜີຍແຜ່ກົດໝາຍ, ວຽກງານທະບຽນສານ ແລະ ວຽກງານການສ້າງຊັບພະຍາກອນມະນຸດກໍຄືວຽກງານສ້າງບຸກຄະລາກອນກົດໝາຍ ໃຫ້ແກ່ຮາກຖານ. ເພື່ອຮັບປະກັນໃຫ້ຂະ ແໜງຍຸຕິທໍາຕາມຫຼັກການລວມສູນປະຊາທີປະໄຕ, ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບການຍົກລະດັບດ້ານວິຊາສະເພາະ ທາງດ້ານພາສາຫວຽດນາມ ໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ພະນັກງານ, ຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດ ແລະ ກອງປະຊຸມແລກ ປ່ຽນບົດຮຽນກ່ຽວກັບວຽກງານຍຸຕິທໍາຂອງສອງແຂວງ ( ພະແນກຍຸຕິທໍາແຂວງບໍ່ແກ້ວ ແຫ່ງ ສປປ ລາວ ກັບ ພະແນກຍຸຕິທໍາແຂວງເຊີນລາ ແຫ່ງ ສສ ຫວຽດນາມ ) ໃນຄັັງນີ້ ທັງສອງຝ່າຍໄດ້ເຊັນບົດບັນທຶກວ່າດ້ວຍ ການຮ່ວມມືກັນໃນການສືບຕໍ່ແລກປ່ຽນບົດຮຽນ ດ້ານວຽກງານຍຸຕິທໍາໃນຕໍ່ໜ້າ ແລະ ຍາວນານ. ພາບ-ຂ່າວ: ອານົນ ໄພຍະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ເຊີນລາບໍ່ແກ້ວ ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຮ່ວມກັນ
ເຊີນລາ, ບໍ່ແກ້ວ ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຮ່ວມກັນ
https://www.moj.gov.la/lo/node/1548
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 03-ເມສາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທຳ 31/3/2019
ລາຍການເພື່ອສັງຄົມຍຸຕິທຳ 31/3/2019
https://www.moj.gov.la/lo/node/1549
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 1/4/2019
ລາຍການຄວາມຮູ້ທາງກົດໝາຍ 1/4/2019
https://www.moj.gov.la/lo/node/1550
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 3/4/2019
ລາຍການຄວາມຮູ້ທາງກົດໝາຍ 3/4/2019
https://www.moj.gov.la/lo/node/1551
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 5/4/2019
ລາຍການຄວາມຮູ້ທາງກົດໝາຍ 5/4/2019
https://www.moj.gov.la/lo/node/1552
ໃນຕອນເຊົ້າຂອງວັນທີ 3 ເມສາ 2019 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບຂອງ ທ່ານ ໂດມິນິກ ໂກ (H.E. Dominic kian swee) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳລາວ ພ້ອມດ້ວຍຄະນະ. ຈຸດປະສົງການເຂົ້າພົບໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການເຂົ້າຮ່ວມພິທີເຊັນສົນສັນຍາສະຫະປະຊາຊາດ (ສປຊ) ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍ ແລະ ເຊື້ອເຊີນເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນ ທີ່ປະເທດສິງກະໂປສະເໜີເປັນເຈົ້າພາບ. ນອກນັ້ນ, ວຽກງານສົນທິສັນຍາ ສປຊ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍ (United nations convention on intemational settlement Agr ee ment Resultingfrom Mediation) ເປັນວຽກທີ່ຕິດພັນກັບອົງການສະຫະປະຊາຊາດທີ່ສົ່ງເສີມຂະບວນການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານການຄ້າສາກົນ ໂດຍຂະບວນການປານິປານອມ. ຕໍ່ກັບບັນຫານີ້ ປະເທດສິງກາໂປ ເປັນຜູ້ມີສ່ວນຮ່ວມ ແລະ ສົ່ງເສີມການພັດທະນາວຽກງານແກ້ໄຂຂໍ້ຂັດແຍ່ງໃຫ້ເປັນວິທີທາງໜຶ່ງຂອງຄູ່ສັນຍາທາງການຄ້າ ເພື່ອແກ້ໄຂຂໍ້ຂັດແຍ່ງ, ສະນັ້ນ, ປະເທດສິງກະໂປ ຈຶ່ງສະເໜີເປັນເຈົ້າພາບຈັດພິທີເຊັນສົນທິສັນຍາສະຫະປະຊາຊາດວ່າດ້ວຍ ຂໍ້ຕົກລົງການແກ້ໄຂຂໍ້ຂັດແຍ່ງສາກົນໂດຍການໄກ່ເກ່ຍ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2019. ໃນຕອນທ້າຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ກ່າວຄໍາຂອບໃຈຕໍ່ທ່ານ ໂດມິນິກ ໂກ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ທີ່ໃຫ້ກຽດເຊື້ອເຊີນ ເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນ ທີ່ປະເທດສິງກະໂປສະເໜີເປັນເຈົ້າພາບ ແລະ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ໂດມິນິກ ໂກ
ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ໂດມິນິກ ໂກ
https://www.moj.gov.la/lo/node/1553
ໃນວັນທີ 29 ມີນາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາແຫ່ງຊາດໄດ້ຈັດກອງປະຊຸມລົງຕິດຕາມ ນັກສຶກສາລົງຝຶກງານຢູ່ແຂວງ ຫົວພັນ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງຍຸຕິທຳ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ແຂວງຫົວພັນ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ຫ້ອງການຍຸຕິທຳເມືອງ ຊຳເໜືອ ແລະ ນັກສຶກສາລົງຝຶກງານເຂົ້າຮ່ວມນຳ. ໃນກອງປະຊຸມດັ່ງກ່າວຕາງໜ້ານັກສຶກສາທີ່ລົງຝຶກງານກໍໄດ້ລາຍງານສະພາບຂອງການລົງຝຶກງານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງການລົງຝຶກງານ. ນັກສຶກສາລົງຝຶກງານທັງໝົດມີ 69 ຄົນ, ຍິງ 14 ຄົນ, ມາຈາກສະຖາບັນຍຸຕິທຳແຫ່ງຊາດ 58 ຄົນ, ຍິງ 14 ຄົນ, ສະຖາບັນຍຸຕິທຳພາກເໜືອ 11 ຄົນ. ໃນນີ້ໄດ້ລົງຝຶກງານຢູ່ສານປະຊາຊົນແຂວງ 4 ຄົນ, ອົງການໄອຍະການປະຊາຊົນແຂວງ 5 ຄົນ, ຫ້ອງວ່າການແຂວງ 1 ຄົນ, ພະແນກແຜນການ ແລະ ການລົງທຶນແຂວງ 1 ຄົນ ແລະ ຢູ່ບັນດາຫ້ອງການຍຸຕິທຳເມືອງທົ່ວແຂວງ 58 ຄົນ. ທັງນີ້ກໍ່ເພື່ອເຮັດໃຫ້ນັກສຶກສາໄດ້ລົງເຮັດວຽກຕົວຈິງຢູ່ບັນດາຂະແໜງການຕ່າງໆ ທີ່ກ່ຽວຂ້ອງເພື່ອຈະໄດ້ແລກປ່ຽນບົດຮຽນຄວາມຮູ້ທາງດ້ານທິດສະດີກັບວຽກຕົວຈິງ ພ້ອມກັນນັ້ນກໍໄດ້ເກັບກຳເອົາບັນດາຂໍ້ມູນ ເພື່ອນໍາໄປປະກອບໃສ່ການຂຽນບົດຈົບຊັ້ນຂອງຕົນເອງໃຫ້ມີປະສິດທິພາບສູງຂື້ນ. ໃນກອງປະຊຸມຜູ້ເຂົ້້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອເຮັດໃຫ້ການລົງຝຶກງານຂອງນັກສຶກສາໃນແຕ່ລະປີໃຫ້ມັນໄດ້ຮັບຜົນດີຍິ່ງຂື້ນ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງຍຸຕິທຳ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດກໍ່ໄດ້ໃຫ້ກຽດໂອລົ້ມຕໍ່ກັບນັກສຶກສາຝຶກງານ ທີ່ໄດ້ມີຄວາມອົດທົນ ແລະ ຕັ້ງໃຈໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນການລົງເຄື່ອນໄຫວປະຕິບັດຕົວຈິງຢູ່ບັນດາຂະແໜງການຕ່າງໆຕາມການຈັດແບ່ງຂອງພະແນກຍຸຕິທຳ ຊຶ່ງເປັນຂໍ້ມູນພື້ນຖານໃຫ້ແກ່ເຂົ້າເຈົ້າໃນການຂຽນບົດຈົບຊັ້ນ ແລະ ປ້ອງກັນບົດຈົບຊັ້ນໃນຕໍ່ໜ້າ. ຂຽນຂ່າວ-ຖ່າຍພາບ: ພວງເພັດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດເຄື່ອນໄຫວລົງຕິດຕາມນັກສຶກສາລົງຝຶກງານຢູ່ ແຂວງ ຫົວພັນ
ສະຖາບັນຍຸຕິທຳແຫ່ງຊາດເຄື່ອນໄຫວລົງຕິດຕາມນັກສຶກສາລົງຝຶກງານຢູ່ ແຂວງ ຫົວພັນ
https://www.moj.gov.la/lo/node/1554
ໃນລະຫວ່າງວັນທີ 28-29 ມີນາ 2019 ທີ່ຜ່ານມານີ້ ທ່ານ ຄຳໄໝ ແສງມະນີ ຮອງຫົວໜ້າພະແນກຍຸຕິທຳແຂວງ ອັດຕະປືພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເປີດກອງປະຊຸມວຽກງານສ້າງຕັ້ງໜ່ວຍງານທະບຽນສານ ໂດຍໃຫ້ກຽດຕ້ອນຮັບຄັ້ງນີ້ແມ່ນທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ ແລະ ເມືອງ ສາມັກຄີໄຊ. ກອງປະຊຸມເປີດໜ່ວຍງານທະບຽນສານໄດ້ດຳເນີນຢູ່ 2 ຕົວເມືອງຂອງແຂວງ ອັດຕະປືຄື ເມືອງ ພູວົງ ແລະ ເມືອງ ສາມັກຄີໄຊ. ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານເລຂາພັກເມືອງ ເຈົ້າເມືອງ 2 ເມືອງ ແລະ ຄະນະພັກພະແນກຍຸຕິທຳແຂວງ ອັດຕະປື ພ້ອມດ້ວຍແຂກທີ່ຖືກເຊີນມາຈາກບັນດາຫ້ອງການອອ້ມຂ້າງເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຊາວຄ້າຂາຍ, ບັນດາສາຂາທະນາຄານຢູ່ຂັ້ນແຂວງ ແລະ ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນການອັນຟົດຟື້ນ. ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານເລຂາພັກເມືອງ ເຈົ້າເມືອງ ກໍໄດ້ມີຄວາມເຫັນ ພ້ອມທັງໃຫ້ທິດຊີ້ນຳຕໍ່ວຽກງານທະບຽນສານ ໃນບາງຕອນທ່ານໄດ້ກ່າວວ່າ: ການຢັ້ງຢືນຄວາມຖືກຕ້ອງຈາກນາຍທະບຽນສານແມ່ນການຮັບຮູ້ຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ຫຼື ເອກະສານອື່ນໆຈາກນາຍທະບຽນສານ ດ້ວຍການເຊັນຢັ້ງຢືນ ແລະ ຈ້ຳຕາປະທັບໃສ່. ນອກນັ້ນ, ວຽກງານດັ່ງກ່າວຍັງເປັນການປະກອບສ່ວນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງລັດໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງກໍເປັນສ່ວນໜຶ່ງທີ່ສຳຄັນໃນການບໍລິຫານວຽກງານຍຸຕິທຳ ໂດຍແນໃສ່ການຫຼຸດຜ່ອນປະລິມານຂອງຂໍ້ຂັດແຍ່ງທີ່ຈະເກີດຂື້ນ ພ້ອມທັງປົກປ້ອງສິດຜົນປະໂຫຍດ, ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕໍ່ຜູ້ທີ່ເຮັດສັນຍາ ແລະ ເອກະສານອື່ນໆອີກດ້ວຍ. ນອກຈາກທີ່ກ່າວມາຂ້າງເທິງນັ້ນ ທ່ານເລຂາພັກເມືອງ ເຈົ້າເມືອງ ຍັງໄດ້ປຸກລະດົມໃຫ້ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພະນັກງານ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມພຽງກັນຍົກສູງສະຕິເຄົາລົບລະບຽບກົດໝາຍ, ຊຸກຍູ້ໃຫ້ທຸກຄົນເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທາງດ້ານກົດໝາຍ ໂດຍສະເພາະແມ່ນໃຫ້ຄຳປຶກສາທາງດ້ານກົດໝາຍໂດຍບໍ່ເສຍຄ່າຢູ່ຫ້ອງການຍຸຕິທຳເມືອງ ແລະ ນຳເອົາບັນດາສັນຍາ ຫຼື ເອກະສານທີ່ຕົນໄດ້ສ້າງຂື້ນນັ້ນມາຢັ້ງຢືນຄວາມຖືກຕ້ອງຈາກນາຍທະບຽນສານ. ກ່ອນພິທີຈະສີ້ນສຸດລົງ, ຄະນະພັກພະແນກຍຸຕິທຳແຂວງ ຍັງໄດ້ເນັ້ນໃນກອງປະຊຸມຕື່ມອີກວ່າ ຈຸດປະສົງຫຼັກຂອງວຽກງານທະບຽນສານນີ້ແມ່ນການເພີ່ມທະວີວຽກງານນິຕິກຳ, ປົກປ້ອງຄວາມຍຸຕິທຳ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເປັນການປະກອບສ່ວນອັນແຮງກ້າໃນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ລວມທັງການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຂອງພັກກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຄະນະພັກພະແນກຍຸຕິທຳ ລົງເປີດໜ່ວຍງານທະບຽນສານຂອງແຂວງອັດຕະປື
ຄະນະພັກພະແນກຍຸຕິທຳແຂວງ ອັດຕະປື ລົງເປີດໜ່ວຍງານທະບຽນສານຢູ່ 2 ເມືອງ.
https://www.moj.gov.la/lo/node/1555
ຕອນບ່າຍຂອງວັນທີ 4 ເມສາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກຮຽນ ວິທະຍາຄານຕຳຫຼວດປະຊາຊົນ ໂດຍການໃຫ້ກຽດເຂົ້້າເປັນ ປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ພັທ ປອ. ວິໄຊແກ້ວ ມະນີວົງ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຟັງເຜີຍແຜ່ແອັບກົດໝາຍລາວ (version 3) ທັງໝົດຈຳນວນ 332 ຄົນ, ຍິງ 36 ຄົນ. ຈຸດປະສົງການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ຮູ້ເຖິງຄວາມສຳຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ເພື່ອໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ ພ້ອມນັ້ນຍັງເປັນການສະດວກ ແລະ ວອງໄວອີກດ້ວຍ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ. ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ເປັນທີ່ຮຽບຮ້ອຍແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ການດາວໂຫລດແອັບກົດໝາຍ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ. ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ໂຄສະນາແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ
ໂຄສະນາແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ
https://www.moj.gov.la/lo/node/1556
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶ້ນລະຫວ່າງວັນທີ 8 ຫາ 9 ເມສາ 2019 ຢູ່ທີ່ ໂຮງແຮມແກຣນຫຼວງພະບາງ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ. ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ກະຊວງຍຸຕິທຳ, ມີທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ຫຼວງພະບາງ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງ ໄຊຍະບູລີ, ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານ ເຊກາ (CEGGA), ພະນັກງານວິຊາການພາຍໃນກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າ, ຮອງຫົວໜ້າ ພະແນກການຕ່າງໆ ອ້ອມຂ້າງແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 61 ທ່ານ, ຍິງ 11 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອທາບທາມ ຄໍາຄິດ, ຄໍາເຫັນ ຂອງບັນດາຜູ້ແທນ 8 ແຂວງ ພາກເໜືອ ໃສ່ເນື້ອໃນ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີເນື້ອໃນອັນຄົບຖ້ວນ, ສົມບູນ, ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ຊຶ່ງໄດ້ເປີດກອງປະຊຸມທາບທາມ ຄໍາຄິດຄໍາເຫັນຂອງຜູ້ແທນມາແລ້ວ 2 ຄັ້ງຄື: ພາກກາງ ແລະ ພາກໃຕ້. ພາຍຫຼັງກ່າວເປີດກອງປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ໃນນາມປະທານກອງປະຊຸມກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ, ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດກົດໝາຍໃນໄລຍະຜ່ານມາ, ສະພາບ, ຈຸດພິເສດ ແລະ ຄວາມຈໍາເປັນ ໃນການສ້າງ (ຮ່າງ) ດໍາລັດສະບັບນີ້, ເນັ້ນໜັກໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນໃນການປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດໍາລັັດ ແຕ່ລະໝວດ, ແຕ່ລະມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ບໍ່ທັນແທດເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ ດ້ວຍຄວາມຈິງໃຈ ເພື່ອເຮັດໃຫ້ເນື້ອໃນ (ຮ່າງ) ດໍາລັດສະບັບນີ້ມີຄວາມສົມບູນ, ຖືກຕ້ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຈາກນັ້ນ, ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານ ເຊກາ (CEGGA), ກໍໄດ້ມີຄໍາເຫັນ ແລະ ນໍາສະເໜີໂດຍຫຍໍ້ ກ່ຽວກັບຄວາມເປັນມາຂອງໂຄງການ, ຈຸດປະສົງ ແລະ ເປົ້າໝາຍການສະໜັບສະໜູນ, ການຊ່ວຍເຫຼືອຂອງໂຄງການ ເຊກາຢູ່ ສປປ ລາວ. ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບ ການກະກຽມ, ການສ້າງ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍໃນໄລຍະຜ່ານມາ. ຈຸດປະສົງຂອງການສ້າງ (ຮ່າງ) ດໍາລັດສະບັບນີ້ ກໍເພື່ອເປັນການກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຖືກຕ້ອງ, ເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ຮັບປະກັນໃຫ້ແຕ່ລະຂະແໜງການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຕາມຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທໍາໃນສັງຄົມ. ພາຍຫຼັງໄດ້ຮັບຟັງ ຈຸດປະສົງ ແລະ ເປົ້າໝາຍແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນ ປະກອບ ຄໍາຄິດ, ຄໍາເຫັນໃສ່ເນື້ອໃນ (ຮ່າງ) ດໍາລັດ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ສະບັບນີ້ ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ (ຮ່າງ) ດໍາລັດສະບັບນີ້ ປະກອບດ້ວຍ 13 ໝວດ, 65 ມາດຕາ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 9 ເມສາ 2019. ຂຽນຂ່າວ-ຖ່າຍພາບ: ສີພັນ ສິງພະຈັນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ທາບທາມຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຢູ່ 8 ແຂວງ ພາກເໜືອ
ທາບທາມຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຢູ່ 8 ແຂວງ ພາກເໜືອ
https://www.moj.gov.la/lo/node/1557
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 09-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 7/4/2019
ລາຍການເພື່ອສັງຄົມຍຸຕິທຳ 7/4/2019
https://www.moj.gov.la/lo/node/1558
ໃນຕອນເຊົ້າຂອງວັນທີ 9 ເມສາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນໂດຍຄະນະກຳມະການຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ແລະ ທ່ານ ນາງ ໂຈມົວ ໂມ ຮອງຫົວໜ້າຄະນະກຳມະການບໍລິຫານຫ້ອງການທະນາຍຄວາມ ໂຢ້ງເຊີງ, ຮອງຫົວໜ້າບໍລິສັດ ສູນບໍລິການທີ່ປຶກສາດ້ານກົດໝາຍ ລາວ-ຈີນ ຈຳກັດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 25 ທ່ານ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ຕັດສີນ ໂດຍກຳມະການເພື່ອສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມທັງເຮັດໃຫ້ວຽກແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ລວມທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ຮັບປະກັນໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງ ມີຄວາມຖືກຕ້ອງ, ວ່ອງໄວ ແລະ ຍຸຕິທຳ. ນອກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີກ່ຽວກັບການເຮັດສັນຍາ, ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສິນ ໂດຍກໍາມະການ ຊຶ່ງນຳສະເໜີໂດຍສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແລະ ການເຮັດສັນຍາການປົກປ້ອງສິດ ແລະ ຜົນປະໂຫຍດຂອງການລົງທຶນ ນຳສະເໜີໂດຍ ບໍລິສັດ ສູນບໍລິການທີ່ປຶກສາດ້ານກົດໝາຍລາວ-ຈີນ. ພາຍຫຼັງໄດ້ຮັບຟັງການນຳສະເໜີຂອທັງສອງຝ່າຍແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນ ໃສ່ບົດສະເໜີການເຮັດສັນຍາ, ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສິນ ແລະ ການເຮັດສັນຍາການປົກປ້ອງສິດ ແລະ ຜົນປະໂຫຍດຂອງການລົງທຶນ ຕໍ່ກອງປະຊຸມສຳມະນາ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບກັນ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາໃນຕໍ່ໜ້າ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ
ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ
https://www.moj.gov.la/lo/node/1559
ຄະນະບໍລິຫານງານຊາວໝຸ່ມ ກະຊວງຍຸຕິທຳ ພ້ອມດ້ວຍໜ່ວຍຮາກຖານຊາວໝຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໄດ້ຈັດພິທີປິດການແຂ່ງຂັນກິລາ ຊີງຂັນຄະນະບໍລິຫານງານພັກກະຊວງຂຶ້ນ ໃນຕອນບ່າຍຂອງວັນທີ 5 ເມສາ 2019. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກສະພາທະນາຍຄວາມ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທໍາເຂົ້າຮ່ວມຢ່າງພ້ອມພຽງ. ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ແມ່ນໄດ້ເລີ່ມແຕ່ ວັນທີ 21 ມີນາ 2019 ເປັນຕົ້ນມາ ຈຸດປະສົງ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019), ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019) ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານຊາວໜຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໃຫ້ມີຄວາມໝາຍ, ຄວາມສໍາຄັນທາງດ້ານເນື້ອໃນ ແລະ ຮູບການ.  ໃນພິທີ ທ່ານ ຄຳເສີດ ວິລະພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງຍຸຕິທໍາ ກໍໄດ້ລາຍງານສະພາບກ່ຽວກັບການແຂ່ງຂັນກິລາ ຊຶ່ງທ່ານໄດ້ລາຍງານໃຫ້ຊາບວ່າ ການແຂ່ງຂັນກິລາຄັ້ງນີ້ ແມ່ນໄດ້ດໍາເນີນແຕ່ວັນທີ 21 ມີນາ 2019 ເປັນຕົ້ນມາ ປະກອບມີ 3 ປະເພດກິລາ ຄື: ບານເຕະຊາຍ ແລະ ບານເຕະຍິງ, ເປຕັ້ງປະສົມຊາຍ-ຍິງ, ກິລາມວນຊົນ. ບານເຕະຊາຍ ລວມທັງໝົດ 12 ທີມ ມາຈາກບັນດາກົມພາຍໃນກະຊວງ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະພາທະນາຍຄວາມ ແຫ່ງ ສປປ ລາວ, ບານເຕະຍິງ ແບ່ງອອກເປັນ 2 ທີມ ຄື: ທີມບັນດາກົມພາຍໃນກະຊວງ ພົບກັບ ທີມຈາກສະຖາບັນຍຸຕິທໍາແຫ່ງຊາດ, ເປຕັ້ງ ຊາຍ-ຍິງ ລວມມີ 12 ທີມ, ກິລາມວນຊົນ 12 ທີມ. ສໍາລັບກະຕິກາການແຂ່ງຂັນ ໃນຮອບຄັດເລືອກແມ່ນແຂ່ງຂັນຄັ້ງດຽວ ທີມໃດເສຍແມ່ນຕົກຮອບໄປເລີຍ, ສ່ວນທີມຊະນະແມ່ນເຂົ້າຮອບຕໍ່ໄປ ແລະ ໄດ້ຄັດເລືອກເອົາທີມຊະນະພຽງແຕ່ 3 ທີມ ຄື: ອັນດັບທີ 1, 2 ແລະ 3 ເພື່ອຮັບຂັນລາງວັນ. ຜ່ານການຈັດການແຂ່ງຂັນກິລາແຕ່ລະປະເພດສາມາດສະຫຼຸບຕີລາຄາໄດ້ ດັ່ງນີ້: 1.ດ້ານດີ:  - ຍ້ອນໄດ້ຮັບການເອົາໃຈໃສ່ຈາກຄະນະພັກ-ຄະນະນຳ ຂອງກະຊວງຍຸຕິທໍາ ຢ່າງໃກ້ຊິດ ຈຶ່ງເຮັດໃຫ້ຂະບວນການການແຂ່ງຂັນກິລາຄັ້ງນີ້ດໍາເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ; - ຄະນະຮັບຜິດຊອບ ແລະ ກຳມະການຕັດສີນ ແຕ່ລະທ່ານໄດ້ເອົາໃຈໃສ່ກະກຽມຈັດການແຂ່ງຂັນ ແລະ ເຂົ້າຮ່ວມໃນຂະບວນການແຕ່ຕົ້ນຈົນຈົບ; - ມີການປຶກສາຫາລື, ປະສານງານ ແລະ ຮ່ວມກັນ ໃນການກຳນົດ ແລະ ປະຕິບັດຕາມແຜນການ; - ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ເຂົ້າຮ່ວມການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ພ້ອມທັງໃຫ້ການສະໜັບສະໜູນໃນການແຂ່ງຂັນກິລາໃນຄັ້ງນີ້. 2. ຂໍ້ຄົງຄ້າງ: - ການແຂ່ງຂັນກິລາ ແມ່ນຈັດຂຶ້ນໃນໄລຍະທີ່ພະນັກງານ-ລັດຖະກອນ ຈໍານວນໜຶ່ງລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ຢູ່ບັນດາແຂວງ ເຮັດໃຫ້ບາງກົມຂາດນັກກິລາ. ສຳລັບຜົນຂອງການແຂ່ງຂັນກິລາແຕ່ລະປະເພດສະຫຼຸບໄດ້ ດັ່ງນີ້: 1) ບານເຕະຊາຍ:  - ຊະນະເລີດ: ໄດ້ແກ່ ກົມກວດກາ ແລະ ປະເມີນຜົນນິຕິກຳ;  - ຮອງຊະນະເລີຍ: ໄດ້ແກ່ ສະພາທະນາຍຄວາມ ແຫ່ງ ສປປ ລາວ; - ອັນດັບ 3: ໄດ້ແກ່ ກົມຈັດຕັ້ງ ແລະ ພະນັກງານ.  2) ບານເຕະຍິງ. - ຊະນະເລີດ: ໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ; - ຮອງຊະນະເລີດ: ໄດ້ແກ່ ທີມກະຊວງ. 3) ກິລາເປຕັ້ງ. - ຊະນະເລີດ: ໄດ້ແກ່ ກົມທະບຽນສານ; - ຮອງຊະນະເລີດ: ໄດ້ແກ່ ກົມຈັດຕັ້ງ ແລະ ພະນັກງານ; - ອັນດັບທີ 3: ກົມກວດກາ ແລະ ປະເມີນຜົນນິຕິກຳ. 3) ກິລາມວນຊົນ. - ຊະນະເລີຍ: ໄດ້ແກ່ ສະພາທະນາຍຄວາມ ແຫ່ງ ສປປ ລາວ; - ຮອງຊະນະເລີດ: ໄດ້ແກ່ ກົມໂຄສະນາເຜີຍແຜ່ກົດໝາຍ; - ອັນດັບທີ 3: ໄດ້ແກ່ ກົມຈັດຕັ້ງປະຕິບັດຄໍາຕັດສີນຂອງສານ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ພິທີປິດການແຂ່ງຂັນກິລາຊີງຂັນຄະນະບໍລິຫານງານພັກກະຊວງຍຸຕິທຳ
ພິທີປິດການແຂ່ງຂັນກິລາຊີງຂັນຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/1560
ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ລົງໂຄສະນາເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາ ຢູ່ວິທະຍາຄານສັນຕິບານປະຊາຊົນ ວັນທີ 9 ເມສາ 2019. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ, ທ່ານ ພັອ ປອ. ບຸນຊະນະ ສິມມາລາວົງ ຮອງອຳນວຍການ ວິທະຍາຄານສັນຕິບານປະຊາຊົນ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຟັງທັງໝົດຈຳນວນ 315 ຄົນ, ຍິງ 25 ຄົນ. ຈຸດປະສົງການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ຊຶ່ງເປັນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍລາວຢ່າງຖືກຕ້ອງ, ສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືສະມາດໂຟນຂອງແຕ່ລະຄົນ ດ້ວຍຄວາມສະດວກ ແລະ ວ່ອງໄວ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນ ໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາ ຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ. ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ, ຄວາມສຳຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ວິທີການດາວໂຫລດ ແລະ ຕິດຕັ້ງແອັບກົດໝາຍ ຊຶ່ງຜູ້ເຂົ້າຮ່ວມກໍພາກັນຮັບຟັງດ້ວຍຄວາມຕັ້ງໃຈ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ. ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງໂຄສະນາແອັບກົດໝາຍລາວ (version 3)
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງໂຄສະນາແອັບກົດໝາຍລາວ (version 3)
https://www.moj.gov.la/lo/node/1561
ວັນທີ 8 ເມສາ 2019 ທີ່ຜ່ານມາທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ຢູ່ພະແນກຍຸຕິທໍາ ແຂວງອັດຕະປື. ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງອັດຕະປື. ມີຄະນະພັກ, ຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ເຂົ້າຮ່ວມຢ່າງພ້ອມພຽງ.  ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງອັດຕະປື. ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທໍາໃນໄລຍະຜ່ານມາ ໃຫ້ຄະນະນໍາກະຊວງຍຸຕິທໍາຮັບຊາບ ໂດຍສະເພາະ ແມ່ນ 5 ວຽກຈຸດສຸມຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1591/ກຍ ວ່າດ້ວຍ ການຈັດຕັ້ງປະຕິບັດຂະບວນການຍຸຕິທໍາຮາກຖານ ປະຈໍາປີ2019 ຊຶ່ງມີຫຼາຍຂະບວນການທີ່ພົ້ນເດັ່ນ ແລະ ເປັນທີ່ໜ້າເພິ່ງພໍໃຈ. ແລະ ແຜນການທິດທາງໃນຕໍ່ໜ້າ. ຈຸດປະສົງຂອງການລົງເຄື່ອນໄຫວ ແລະ ຊີ້ນໍາວຽກງານຢູ່ພະແນກຍຸຕິທໍາ ແຂວງອັດຕະປືໃນຄັ້ງນີ້ ແມ່ນເພື່ອ ທາບທາມກ່ຽວກັບການກະກຽມຄວາມພ້ອມໃນການເປີດການບໍລິການຊ່ວຍເຫຼືອທາງດ້ານກົດ ໝາຍປະຈໍາຢູ່ພະແນກຍຸຕິທໍາ ແຂວງອັດຕະປື. ໃນພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາໂຄງການດັ່ງກ່າວ ກໍໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂອງ ພະແນກຍຸຕິທໍາແຂວງອັດຕະປື ຈົ່ງສະໜອງ ແລະ ອໍານວຍຄວາມສະດວກທາງດ້ານສະຖານທີ່ເຮັດວຽກ, ສ່ວນບັນດາອຸປະກອນຮັບໃຊ້ຫ້ອງການ ເຊັ່ນ ຄອມພິວເຕີ, ເຄື່ອງປຼິນ, ໂທລະສັບ, ແຟັກ, ໂປຼເຈັກເຕີ, ເຄື່ອງສຽງ ແລະ ການສ້ອມແປງຫ້ອງເຮັດວຽກ ລວມທັງຈັດຊຸດຝຶກອົບຮົມບຸກຄະລາກອນກົດໝາຍ ແມ່ນໂຄງການເປັນຜູ້ຮັບຜິດຊອບ. ຜ່ານການຮັບຟັງວັດຖຸປະສົງ ແລະ ບັນດາກິດຈະກໍາຕ່າງໆນັ້ນ, ຄະນະພັກ, ຄະນະນໍາຂອງ ພະແນກຍຸຕິທໍາແຂວງ ກໍໄດ້ເຫັນດີເປັນເອກະພາບຕໍ່ວຽກງານດັ່ງກ່າວ. ພ້ອມນັ້ນ, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງ ມາຍັງທ່ານຮອງລັດຖະມົນຕີ ກໍຄືຄະນະພັກ, ຄະນະນໍາກະຊວງຍຸຕິທໍາທີ່ເຫັນໄດ້ຄວາມໝາຍ, ຄວາມສໍາຄັນຂອງ ວຽກງານໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ທັງນີ້ກໍເພື່ອແນໃສ່ ບໍລິການໃຫ້ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງຄວາມຍຸຕິທໍາເທື່ອລະກ້າວ. ເວລາ 10:00 ໂມງ ຂອງວັນດຽວກັນ ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະກໍໄດ້ເຂົ້າພົບປະ ທ່ານ ເຈົ້າແຂວງ ອັດຕະປື ເພື່ອນໍາສະເໜີວັດຖຸປະສົງ, ກິດຈະກໍາຕ່າງໆ ໃນການລົງເຄື່ອນໄຫວວຽກງານຄັ້ງນີ້ ໃຫ້ທ່ານເຈົ້າແຂວງຮັບຊາບ ແລະ ມີທິດຊີ້ນໍາຕໍ່ວຽກງານດັ່ງກ່າວ.  ພາຍຫຼັງສໍາເລັດການພົບປະທ່ານເຈົ້າແຂວງອັດຕະປື. ໃນຕອນບ່າຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດໂອ້ລົມ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍາແຂວງ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນໍາຂອງພະແນກຍຸຕິທໍາ ຕະຫຼອດຮອດພະນັກງານ-ລັດຖະກອນທັງໝົດ ທີ່ພ້ອມພຽງກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງຈົນໄດ້ຮັບຜົນສໍາເລັດຫຼາຍດ້ານ, ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງນັ້ນ ຍັງມີບາງວຽກທີ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານ-ລັດຖະກອນ ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ດັ່ງນີ້:  1. ຄະນະພັກ, ຄະນະນໍາຂອງພະແນກ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ດ້ານແບບແຜນວິທີເຮັດວຽກ, ເປັນໝູ່ຄະນະ, ຕົກລົງບັນຫາຕ່າງໆຢ່າງມີຄວາມເປັນເອກະພາບ, ຄະນະພັກ, ຄະນະນໍາຂອງພະແນກ ຕ້ອງມີການເຕົ້າໂຮມຄວາມສາມັກຄີກັບອ້າຍນ້ອງພະນັກງານຢ່າງໜ້ອຍເດືອນລະເທື່ອ; 2. ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸກຄົນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ຄວາມຮູ້ທາງດ້ານວິຊາສະເພາະໃຫ້ເລິກເຊິ່ງ; 3. ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຄົ້ນຄ້ວາຮໍ່າຮຽນ ດ້ານວຽກງານໄອທີ; 4. ເອົາໃຈໃສ່ຍົກລະດັບຄວາມຮູ້ທາງດ້ານພາສາຕ່າງປະເທດ ໂດຍສະເພາະແມ່ນ ພາສາອັງກິດ ແລະ ພາສາຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ ແລະ ຍາວນານ. ຂ່າວ-ພາບ: ໂພທະສິນ ສະເຫຼີມສັກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຮອງລັດຖະມົນຕີກະຊວງຍຸຕິທໍາ ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ພະແນກຍຸຕິທໍາ ແຂວງອັດຕະປື
ຮອງລັດຖະມົນຕີກະຊວງຍຸຕິທໍາ ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ພະແນກຍຸຕິທໍາ ແຂວງອັດຕະປື
https://www.moj.gov.la/lo/node/1562
ໃນຕອນເຊົ້າຂອງວັນທີ 11 ເມສາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການກູ້ຢືມ ແລະ ການຄໍ້າປະກັນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ສະພາແຫ່ງຊາດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ທະນາຄານ ແຫ່ງ ສປປ ລາວ, ສະຖາບັນການເງິນ, ບໍລິສັດເຊົ່າສິນເຊື່ອ, ໂຮງຊວດຈໍາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 16 ທ່ານ.  ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ກໍານົດຫຼັກການ, ລະບຽບການກ່ຽວກັບການຄໍ້າປະກັນ ຊຶ່ງປະກອບມີ 4 ໝວດ 55 ມາດຕາ ຊຶ່ງເປັນການປັບປຸງມາຈາກກົດໝາຍວ່າດ້ວຍ ການຄໍ້າປະກັນການປະຕິບັດສັນຍາ ແລະ ດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດການຄໍ້າປະກັນການປະຕິບັດສັນຍາ. ໃນພາກນີ້ນອກ ຈາກຈະປັບປຸງເນື້ອໃນໃຫ້ສອດຄ່ອງແລ້ວ ຍັງໄດ້ປ່ຽນຄໍາສັບ “ການຊວດຈໍາ ຫຼື ການຄໍ້າປະກັນດ້ວຍສັງຫາລິມະຊັບ”, ມາເປັນ “ຈໍານໍາ” ແລະ ການຄໍ້າປະກັນດ້ວຍອະສັງຫາລິມະຊັບ” ມາເປັນ “ຈໍານອງ”, ສ່ວນການຄໍ້າປະກັນດ້ວຍບຸກຄົນ ຫຼື ນິຕິບຸກຄົນອື່ນ ຍັງຮັກສາໄວ້ຄືເກົ່າ. ໃນພາກຄໍ້າປະກັນ ເປັນພາກໜຶ່ງທີ່ມີຄວາມໝາຍ, ຄວາມສໍາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນລາວ. ການຊວດຈໍາ ແມ່ນຮູບການໜຶ່ງທີ່ປະຊາຊົນລາວເຄີຍປະຕິບັດກັນມາ ຊຶ່ງຕິດພັນກັບການຄ້າຂາຍ, ແລກປ່ຽນ ແລະ ບໍລິການມາແຕ່ດົນນານ; ແນ່ນອນແລ້ວວ່າການປັບປຸງກົດໝາຍ ກໍຄືປະມວນກົດໝາຍແພ່ງ ພວກເຮົາພະຍາຍາມຖອດຖອນບົດຮຽນທີ່ດີຂອງສາກົນກ່ຽວກັບການຄໍ້າປະກັນເຂົ້າໃນປະມວນກົດໝາຍແພ່ງ ເພື່ອຊຸກຍູ້ ແລະ ສົ່ງເສີມການເຂົ້າເຖິງສິນເຊື່ອ ເພື່ອການທໍາມາຫາກິນ, ການຜະລິດ, ການດໍາເນີນທຸລະກິດຄ້າຂາຍຂອງປະຊາຊົນທຸກລະດັບ ລວມທັງການຊຸກຍູ້ ແລະ ສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ. ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງການກູ້ຢືມ ແລະ ການຄໍ້າປະກັນແລ້ວ, ເພື່ອເຮັດໃຫ້ການກູ້ຢືມ ແລະ ການຄໍ້າປະກັນ ມີຄວາມຖືກຕ້ອງສົມບູນກວ່າເກົ່າ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການກູ້ຢືມ ແລະ ການຄໍ້າປະກັນ
ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການກູ້ຢືມ ແລະ ການຄໍ້າປະກັນ
https://www.moj.gov.la/lo/node/1563
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2019 ທີ່ ກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສກສ, ສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານອາວຸໂສບຳນານ ຕະຫຼອດຮອດພະນັກງານ-ລັດຖະກອນ ກະຊວງຍຸຕິທຳເຂົ້າຮວ່ມຢ່າງພ້ອມພຽງ. ໃນພິທີ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການຍ້ອງຍໍ ແລະ ຊົມເຊີຍຜົນງານ ປະຈຳປີ 2018 ຊຶ່ງລວມມີການ ມອບໃບຍ້ອງຍໍໃຫ້ກົມກອງ ປະເພດດີເດັ່ນ ຈຳນວນ 3 ກົມກອງ ຄື ກົມຈັດຕັ້ງ-ພະນັກງານ, ກົມທະບຽນສານ ແລະ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ມອບໃບຊົມເຊີຍໃຫ້ກົມກອງຈຳນວນ 09 ກົມກອງ, ມອບໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ຈຳນວນ 250 ທ່ານ, ຍິງ 95 ທ່ານ ແລະ ໃບຊົມເຊີຍ ຈຳນວນ 112 ທ່ານ, ຍິງ 46 ທ່ານ. ພາຍຫຼັງສຳເລັດການສະຫຼຸບຜົນງານປະຈຳປີແລ້ວກໍໄດ້ຈັດພິທີບາສີສູ່ຂັວນ ເພື່ອອວຍພອນຊຶ່ງກັນ ແລະ ກັນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2562 ຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນຖືກຕ້ອງຕາມເອກະລັກ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ບົນພື້ນຖານການປະຢັດມັດທະຍັດ ສະກັດກັ້ນ ແລະ ຕ້ານການຟູມເຟືອຍ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ ພ້ອມທັງຮັບປະກັນຄວາມສະຫງົບ ແລະ ປອດໄພ. ຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫັວງ ບົວລະພັນ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ກະຊວງຍຸຕິທຳສະຫຼຸບຜົນງານປະຈຳປີ 2018 ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562
ກະຊວງຍຸຕິທຳສະຫຼຸບຜົນງານປະຈຳປີ 2018 ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562
https://www.moj.gov.la/lo/node/1564
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທໍາ 14/4/2019
ລາຍການເພື່ອສັງຄົມຍຸຕິທໍາ 14/4/2019
https://www.moj.gov.la/lo/node/1566
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 22-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 15/4/2019
ລາຍການຄວາມຮູ້ທາງກົດໝາຍ 15/4/2019
https://www.moj.gov.la/lo/node/1567
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 22-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 17/4/2019
ລາຍການຄວາມຮູ້ທາງກົດໝາຍ 17/4/2019
https://www.moj.gov.la/lo/node/1568
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 22-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 19/4/2019
ລາຍການຄວາມຮູ້ທາງກົດໝາຍ 19/4/2019
https://www.moj.gov.la/lo/node/1569
ໃນຕອນເຊົ້າຂອງວັນທີ 18 ເມສາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຄາຣິນາ ເອັນໂມເນັນ ຫົວໜ້າອົງການສະຫະປະສະຊາດ ປະຈຳ ສປປ ລາວ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ເປັນເວລາ 5 ປີ. ໃນໂອກາດການເຂົ້າຢ້ຽມອຳລາໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີ ຜ່ານມາ ຕໍ່ຜົນສຳເລັດທາງການຂອງ ທ່ານ ນາງ ຄາຣິນາ ເອັນໂມເນັນ ຢູ່ ສປປ ລາວ, ໃນປັດຈຸບັນອົງການສະຫະປະຊາຊາດໄດ້ໃຫ້ການຊ່ວຍເຫຼືອຂະແໜງການຍຸຕິທຳ ໂດຍຜ່ານໂຄງການສະໜັບສະໜູນທາງດ້ານຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ (3S-ROL) ຊຶ່ງເປັນບາດກ້າວ ທີ່ສຳຄັນທີ່ຈະກ້າວໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດ ໝາຍ. ໃນໂອກາດການເຂົ້າຢ້ຽມອຳລາໃນຄັ້ງນີ້ ທ່ານ ນາງ ຄາຣິນາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງຍຸຕິທຳທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນຈະມອບໜ້າທີ່ໃຫ້ຜູ້ໃໝ່ສືບຕໍ່ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອຂະແໜງຍຸຕິທຳຕໍ່ໄປ. ຂຽນຂ່າວ: ບຸນຖອມ ພະສະແຫວງ; ຖ່າຍພາບ: ສົມຫວັງ ບົວລະພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ຄາຣິນາ ເອັມໂມເນັນ
ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ຄາຣິນາ ເອັມໂມເນັນ
https://www.moj.gov.la/lo/node/1570
ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ຂຶ້ນ ໃນຕອນເຊົ້າຂອງວັນທີ 24 ເມສາ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ເສີມສຸກ ສິມພະວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ຕ່າງໜ້າເລຂາໜ່ວຍພັກຫ້ອງການ, ເລຂາໜ່ວຍພັກກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຕາງໜ້າສະຫະພັນກຳມະບານກະຊວງ, ຕ່າງໜ້າສະຫະພັນແມ່ຍິງກະຊວງ, ໜ່ວຍຊາວໜຸມກະຊວງ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ ຈຳນວນ 160 ສະຫາຍ, ຍິງ 68 ສະຫາຍ. ສະຫາຍ ຄຳເສີດ ວິລະພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໄດ້ຂຶ້ນກ່າວຈຸດປະສົງ ແລະ ໃຫ້ຮູ້ເຖິງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແມ່ນອົງການຈັດຕັ້ງມະຫາຊົນ, ເຄື່ອນໄຫວພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ແລະ ຮອບດ້ານຈາກຄະນະພັກກະຊວງຍຸຕິທຳມີພາລະບົດບາດໃນສຶກສາອົບຮົມດ້ານຄຸນທາດການເມືອງ, ມູນເຊື້ອອັນດີງາມຂອງຊາດ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມບັນດາເຜົ່າເປັນປຶກແຜ່ນແໜ້ນໜາ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວລາວບັນດາເຜົ່າ. ຫຼັງຈາກນັ້ນ, ສະຫາຍ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ເລົ່າມູນເຊື້ອຕະຫຼອດໄລຍະຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍຊີວິດ, ເລືອດເນື້ອ ເພື່ອປົກປັກຮັກສາ ເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນໄວ້. ຜ່ານຂະບວນດັ່ງກ່າວນັ້ນ ໄດ້ເກີດມີບັນພະບຸລຸດທີ່ມີຊື່ສຽງເຊັ່ນ: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າໄຊເສດຖາ, ເຈົ້າສຸລິຍະວົງສາ, ເຈົ້າອານຸວົງ, ເຈົ້າສຸພານຸວົງ, ທ່ານ ໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ຊຶ່ງບັນພະບຸລຸດເລົ່ານັ້ນເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງພວກສັດຕູທາງນອກ, ໄດ້ນຳເອົາປະເທດຊາດຜ່ານຜ່າພະຍຸລົມແດງໃນແຕ່ລະຍຸກ ແຕ່ລະສະໄໝ ແລະ ສາມາດຮັກສາດິນແດນໄວ້ຢ່າງໜັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້ຖືກອົບຮົມບົ່ມສອນພວກເພິ່ນມາແຕ່ຍັງໜຸ່ມນ້ອຍ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜາມນາມໃຫ້ຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົ່ງຮັກພັກດີ ແລະ ໄດ້ຮັບການຜັນຂະຫຍາຍກາຍເປັນການປະຕິວັດມູນເຊື້ອຂອງຊາວໜຸ່ມທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນ ຄື: ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວເດີນຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ຈາກນັ້ນ,ໃນຕອນທ້າຍພິທີ ທ່ານປະທານ ກໍໃຫ້ຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະເລຂາບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ບັນຫາຕົ້ນຕໍຄື: 1.) ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກທຸກຄົນ ທີ່ຢູ່ຖັນແຖວຊາວໜຸ່ມ;  2.) ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງພັກ ຢ່າງເປັນເອກະພາບ;  3.) ເອົາໃຈໃສ່ຊີ້ນຳ-ນຳພາອົງການຈັດຕັ້ງຊາວໜຸ່ມ ແລະ ເຍົາວະຊົນ ມີການເຄື່ອນໄຫວວຽກງານຂະບວນການຂອງອົງການຈັດຕັ້ງມະຫາຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; 4.) ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຊາວໜຸ່ມ ແລະ ເຍົາວະຊົນ; 5.) ເອົາໃຈໃສ່ປຸກລະດົມຊາວໜຸ່ມ ແລະ ເຍົາວະຊົນ ປົກປັກຮັກສາ ມູນເຊື້ອ ແລະ ວັດທະນາທຳ ຮີດຄອງປະເພນີອັນດີງາມຂອງຊາດ, ມີຈັນຍາບັນ ແລະ ຈັນຍາທຳຕໍ່ວິຊາຊີບຂອງຕົນ. ຂ່າວ-ພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປາຖະກະຖາວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ
ພິທີປາຖະກະຖາວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ
https://www.moj.gov.la/lo/node/1571
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 21/4/2019
ລາຍການເພື່ອສັງຄົມຍຸຕິທໍາ 21/4/2019
https://www.moj.gov.la/lo/node/1572
ໃນຕອນເຊົ້າຂອງວັນທີ 25 ເມສາ 2019 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຈັນທະບູລີຫ້ອງການຍຸຕິທໍາເມືອງຈັນທະບູລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູລີ, ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ແລະ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ, ມີຮອງຫົວໜ້າຫ້ອງການຍຸຕິທໍາເມຶອງ, ວິຊາການ, ນັກສືກສາລົງຝຶກງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 54 ທ່ານ, ຍິງ 10 ທ່ານ. ໃນກອງປະຊຸມ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຍຸຕິທຳຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ເຊິ່ງມີວຽກງານທີ່ພົ່ນເດັ່ນ ມີດັ່ງນີ້: 1. ວຽກງານໂຄສະນາເຜີຍແຜ່ກົດໝາຍທາງໂທລະໂຄ່ງບ້ານຫາຍໂສກ, ບ້ານສີຫອມ,ວັດຈັນ, ໜອງທາໃຕ້, ດອນແດງ, ຮ່ອງແຊງ, ທົ່ງສ້າງນາງ ຈໍານວນ 616 ຄັ້ງ, ລົງໂຄສະນາເຜີຍແຜ່ກົດໝາຍໂຮງຮຽນ ມສ ເຈົ້າອະນຸວົງມີນັກຮຽນເຂົ້າຮ່ວມທັງໝົດ 296 ຄົນ. 2. ວຽກງານຍຸຕິທໍາຮາກຖານ ແລະ ທະບຽນຄອບຄົວມີຂໍ້ຂັດແຍ່ງເກີດຂຶ້ນ 30 ບ້ານ ທົ່ວເມືອງຈັນທະບູລີ ມີ 411 ຂໍ້ຂັດແຍ່ງ, ສັນຍາກູ້ຢືມມີ 166 ຂໍ້ຂັດແຍ່ງ, ຜົວເມຍມີ 245 ຂໍ້ຂັດແຍ່ງ, ແກ້ສໍາເລັດແລ້ວ 361 ຂໍ້ຂັດແຍ່ງ, ຍັງບໍ່ສໍາເລັດ 68 ຂໍ້ຂັດແຍ່ງ, ພວມແກ້ໄຂ 50 ຂໍ້ຂັດແຍ່ງ, ລົງຊຸກຍູ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍສໍາເລັດ 30 ບ້ານ ທົ່ວເມືອງຈັນທະບູລີ, ໄດ້ຈົດເອົາເດັກມາເປັນລູກລ້ຽງ 8 ສະບັບ ແລະ ໄດ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ Vlll ປີ 2018 ສໍາເລັດມີນັກຮຽນທັງໝົດ 35 ຄົນ, ຍິງ 14 ຄົນ.  ໃນຕອນທ້າຍ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູລີ ກໍໄດ້ໃຫ້ກຽດໂອ້ລົມ ແລະໄດ້ຍ້ອງຍໍຊົມເຊີຍທີ່ໄດ້ເອົາໃຈໃສ່ ລົງຕິດຕາມກວດກາ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢ່າງໃກ້ສິດຕິດແທດ ແລະ ໃນພິທີ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຂັ້ນເມືອງໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຂັ້ນນະຄອນຫຼວງໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ ກໍໄດ້ມອບໃບຢັ້ງຢືນການລົງຝຶກງານໃຫ້ນັກສືກສາທີ່ໄດ້ສໍາເລັດການຝຶກງານໃນຄັ້ງນີ້. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019
ກອງປະຊຸມສະຫຼຸບວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019
https://www.moj.gov.la/lo/node/1573
ໃນຕອນບ່າຍຂອງວັນທີ 25 ເມສາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງວຽນ ວັນ ກວ່ຽນ ປະທານສະມາຄົມນັກກົດໝາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຮ່ວມກັບຄະນະປະຈຳສະພາທະນາຍຄວາມ ລາວ. ໃນໂອກາດນີ້, ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ວັນ ກວ່ຽນ ປະທານສະມາຄົມນັກກົດໝາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ພ້ອມທັງການມາປະຕິບັດໜ້າທີ່ ແລະ ເຄື່ອນໄຫວວຽກງານຢູ່ ສປປລາວ ໃນຄັ້ງນີ້. ຈຸດປະສົງຂອງການເຂົ້າຢ້ຽມຂ່ໍານັບໃນຄັ້ງນີ້ ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບຂະບວນການສ້າງກົດໝາຍ ແລະ ການເຂົ້າຮ່ວມຂອງອົງການຈັດຕັ້ງສັງຄົມເຂົ້າໃນວຽກງານໃນການຊ່ວຍເຫຼືອທາງດ້ານກົດໝາຍ, ຄຸ້ມຄອງການເຄື່ອນໄຫວດ້ານການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການຄຸ້ມຄອງທະນາຍຄວາມ. ຫຼັງຈາກນັ້ນ ທ່ານ ຫງວຽນ ວັນ ກວ່ຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ດ້ວຍ. ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນສະມາຄົມນັກກົດໝາຍແຫ່ງ ສສ ຫວຽດນາມ
ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນສະມາຄົມນັກກົດໝາຍແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/1574
ໃນຕອນເຊົ້າຂອງວັນທີ 26 ເມສາ 2019  ສະຫາພັນກໍາມະບານ ແຂວງອັດຕະປື ນໍາໂດຍ ສະຫາຍ ສຸດໃຈ ກົມມະເມືອງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ໄດ້ນໍາພາສະມາຊິກໍາມະບານ ແລະ ບັນດາໜ່ວຍກໍາມະບານຮາກຖານອ້ອມຂ້າງແຂວງ ປະກອບມີ ໜ່ວຍຮາກຖານກໍາມະບານພະແນກຍຸຕິທຳ, ພະແນກອຸດສາຫະກຳ ແລະ ການຄ້າ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການກາແດງ ແລະ ພະແນກພົວພັນການຕ່າງປະເທດ ອອກແຮງງານອະນາໄມລວມ.  ຈຸດປະສົງ ແມ່ນ ເພື່ອເປັນການຂໍ່ານັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886 ຫາ 1 ພຶດສະພາ 2019). ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ປັດກວາດຂີ້ເຫຍື້ອ, ໃບໄມ້ ແລະ ສິ່ງເສດເຫຼືອຕ່າງໆ ຕາມແຄມທາງທັງສອງເບື້ອງ ຂອງຖະໜົນເສນາ ຊຶ່ງມີຄວາມຍາວ 1 ກິໂລແມັດ ແລະ ຄູນດິນ, ໃສ່ຝຸ່ນໜານດອກໄມ້ຢູ່ຕາມແຄມເສັ້ນທາງ ແລະ ຢູ່ກາງທາງໃນຕົວເມືອງ ສາມັກຄີໄຊ, ສະມາຊິກກໍາມະບານແຕ່ລະຄົນກໍໄດ້ເອົາໃຈໃສ່ອອກແຮງງານດ້ວຍຄວາມຫ້າວຫັນ, ແຕ່ລະໜ່ວຍໄດ້ສາມັກຄີກັນ ແລະ ໄດ້ແບ່ງຄວາມຮັບຜິດຊອບກັນອະນາໄມເປັນຈຸດ, ອຸປະກອນທີ່ນໍາໃຊ້ເຂົ້າໃນການອະນາໄມ ມີຟອຍກ້ານພ້າວ, ຊວ້ານ, ຖົງຢາງດໍາ ແລະ ອື່ນໆ ເພື່ອທໍາຄວາມສະອາດເຮັດໃຫ້ເສັ້ນທາງມີຄວາມສວຍງາມ.  ພາບ ແລະ ບົດຂ່າວ: ໂພທະສິນ ສະເຫຼີມສັກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກຳມະບານຮາກຖານແຂວງອັດຕະປື ສ້າງຂະບວນອອກແຮງງານຂໍ່ານັບຮັບຕ້ອນວັນກຳມະກອນສາກົນ
ກຳມະບານຮາກຖານແຂວງອັດຕະປື ສ້າງຂະບວນອອກແຮງງານຂໍ່ານັບຮັບຕ້ອນວັນກຳມະກອນສາກົນ
https://www.moj.gov.la/lo/node/1575
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 29-ເມສາ-2019ເລກທີຂອງເອກະສານ: 1ເນື້ອໃນຂອງເອກະສານ:    Video Link ລາຍການເພື່ອສັງຄົມຍຸຕິທໍາ 28/4/2019
ລາຍການເພື່ອສັງຄົມຍຸຕິທໍາ 28/4/2019
https://www.moj.gov.la/lo/node/1576
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 22/4/2019
ລາຍການຄວາມຮູ້ທາງກົດໝາຍ 22/4/2019
https://www.moj.gov.la/lo/node/1577
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 24/4/2019
ລາຍການຄວາມຮູ້ທາງກົດໝາຍ 24/4/2019
https://www.moj.gov.la/lo/node/1578
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ເມສາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 26/4/2019
ລາຍການຄວາມຮູ້ທາງກົດໝາຍ 26/4/2019
https://www.moj.gov.la/lo/node/1579
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ຂອງກຳ​ມະ​ບານ​ຮາກ​ຖານ​ພະ​ແນກ​ຍຸ​ຕິ​ທຳ ແຂວງອຸ​ດົມ​ໄຊ, ໄດ້​ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 26 ເມ​ສາ 2019 ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ພະ​ແນກ​ຍຸ​ຕິ​ທຳ, ໂດຍ​ການ​ເປັນ​ປະ​ທານ ຂອງ​ທ່ານ ວຽງ​ເງີນ ວົງ​ລັດ​ສະ​ໝີ ປະ​ທານ​ກຳ​ມະ​ບານ​ຮາກ​ຖານພະ​ແນກ​ຍຸ​ຕິ​ທຳ ແຂວງ​ອຸ​ດົມ​ໄຊ, ເຂົ້າ​ຮ່ວມ​ມີ ທ່ານ ໄຊ​ພອນ ຖົມ​ປະ​ດິດ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ປະ​ທານ​ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ​ອຸ​ດົມ​ໄຊ, ທ່ານ ສອນ​ສຸ​ວັນ ປັນ​ຍາ​ວົງ ຮອງ​ເລ​ຂາ​ໝ່ວຍ​ພັກ ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ອຸ​ດົມ​ໄຊ ມີ​ບັນ​ດາ​ແຂກ​ເຊີນ ຕະຫຼອດ​ຮອດ​ສະ​ມາ​ຊິກ​ກຳ​ມະ​ບານ​ພະ​ແນກ​ຍຸ​ຕິ​ທຳ​ເຂົ້າ​ຮ່ວມ. ໃນ​ພິ​ທີ​ ທ່ານ​ ວຽງ​ເງີນ ວົງ​ລັດ​ສະ​ໝີ ປະ​ທານ​ກຳ​ມະ​ບານ​ຮາກ​ຖານ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ອຸ​ດົມ​ໄຊ​ ໄດ້​ກ່າວ​ເປີດກອງ​ປະ​ຊຸມ ພ້ອມ​ທັງ​ຜ່ານ​ບົດ​ລາຍ​ງານການ​ເມືອງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ຂອງກຳ​ມະ​ບານ​ຮາກ​ຖານ​ຂອງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງອຸ​ດົມ​ໄຊ ຕະຫຼອດ​ໄລ​ຍະ 3 ປີ ກໍ​ຄື​: ການ​ປະ​ຕິ​ບັດ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ   IV ທີ​່ຜ່າ​ນ​ມາ ຄະ​ນະ​ກຳ​ມະ​ບານ​ພະ​ແນກ​ຍຸ​ຕິ​ທຳ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາ ຕີ​ລາ​ຄາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ສະ​ຫາຍ, ກວດ​ກາ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ ກຳ​ແໜ້ນ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ແລະ ລະ​ບຽບ​ຂອງກຳ​ມະ​ບານ ເປັນ​ຕົ້ນ ​​ການກວດ​ກາ​ເ​ງິນ​ບຳ​ລຸງ​ກຳ​ມະ​ບານ, ນອກນີ້​ສຳ​ມາ​ຊິກທຸກ​ສະ​ຫາຍ​ຍັງ​ໄດ້​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວິ​ຊາ​ສະ​ເພາະ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳຂອງ​ກຳ​ມະ​ບານ-ຊາວ​ຜູ້​ອອກ​ແຮ​ງານ ໂດຍ​ສະ​ເພາະ​ໄດ້​ປົກ​ປ້ອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຕາມ​ກົດ​ໝາຍ​ໃນ​ຂອບ​ເຂດ​ທີ່​ຕົ້ນ​ຮັບ​ຜິດ​ຊອບ​ຢ່າງ​ເປັນ​ເຈົ້າ​ການ, ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ເນື້ອ​ໃນຂໍ້​ແຂ່ງ​ຂັ້ນ 5 ເປັນ​ເຈົ້າ​ຕິດ​ພັນ​ກັບ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດ​ທະ​ນາ​ຄຳ​ຂັວນ 6 ສໍ, 3 ຫຼຸດ, 3 ເພີມ​ ທີ່​ໄດ້ວາງ​ອອກ; ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ມີ​ສະ​ມາ​ຊິກ​ກຳ​ມະ​ບານ​ທັງ​ໝົດ 38 ສະ​ຫາຍ, ຍິງ 12 ສະ​ຫາຍ​, ທຽບ​ກັບ​ຈຳ​ນວນ​ພົນ​ທັງ​ໝົດ​ເທົ່າ​ກັບ 100 %, ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ທັງ​ໝົດ 35 ສະ​ຫາຍ, ຍິງ 09 ສະ​ຫາຍ, ໄປ​ຍົກ​ລະ​ດັບ​ວິ​ຊາ​ສະ​ເພາະ​ຕ່າງໆທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ 13 ສະ​ຫາຍ, ຍິງ 1 ສະ​ຫາຍ, ຮຽນ​ທິ​ສະ​ດີ​ການ​ເມືອງ ແລະ ການ​ປົກ​ຄອງ 4 ສະ​ຫາຍ, ຍິງ 2 ສະ​ຫາຍ ແລະ ອື່ນໆ​ ກອງ​ປະ​ຊຸມ​ຍັງ​ໄດ້ຜັນ​ປ່ຽນ​ກັນ​ປະ​ກອບ​ຄຳ​ຄິດ-ຄຳ​ເຫັນ​ຕໍ່​ກັບ​ໝາກ​ຜົນ​ວຽກ​ງາ​ນ​ທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ​ໃຫ້​ໄດ້​ຮັບ​ຜົນ​ດີກວາ​ເ​ກົ່າ, ຫຼັງ​ຈາກນັ້ນ ​ກໍ່​ໄດ້​ຮັບ​ຟັງ​ຜ່ານ​ບົດ​ສຳຫຼວດ​ການ​ນຳ​ພາ​ຂອງ​ຄະ​ນະ​ຊຸດ​ເກົ່າ ແລະ ມາ​ດຖານ​ເງື່ອນ​ໄຂ​ພ້ອມ​ລາຍ​ຊື່​ຜູ້​ສະ​ໝັກ​ຊຸດ​ໃໝ່ ຈຳ​ນວນ 5 ສະ​ຫາຍ, ເລືອກ​ເອົາ 3 ສະ​ຫາຍ ຜ່ານ​ການ​ປ່ອນ​ບັດ​ໄດ້​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ ສະ​ຫາຍ ລຽງ ພິມ​ຍົງ​ຄຳ ເປັນ​ປະ​ທານ, ສະ​ຫາຍ ໂທວື ໄຊ​ຕົງ ເປັນ​ຮອງ ແລະ ສະ​ຫາຍ ນ. ຕູ່ນ​ມະ​ນີ ປັນ​ຍາ​ສິດ ເປັນ​ຄະ​ນະ​​ຊຸດ​ໃໝ່ ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ໄດ້​ແຕ່ງ​ຕັ້ງ​ສະ​ຫາຍ ໂທວື ໄຊ​ຕົງ ເປັນ​ປະ​ທ່ານກວດ​ກາ ແລະ ສ​ະ​ຫາຍ ສີ​ສະ​ຫວາດ ອິນ​ແກ້ວ​ມະ​ນີ ເປັນ​ຮອງ​ປະ​ທານກວດ​ກາ ຕ​ອນ​ທ້າຍ ທ່ານ ໄຊ​ພອນ ຖົມ​ປະ​ດິດ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ​ປະ​ທານ​ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ ​ອຸ​ດົມ​ໄຊ ຍັງ​ໄດ້​ໂອ​້ລົມຕໍ່​ກອງ​ປະ​ຊຸມ ເຊິ່ງກອນ​ອື່ນ​ທ່ານ​ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ທີ່​ຄະ​ນະ​ຊຸດ​ເກົ່າ​ພ້ອມ​ກັບ​ສະ​ມາ​ຊິກ​ກຳ​ມະ​ບານ​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ພ້ອມນີ້​ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ຕໍ່​ຄະ​ນະ​ຊຸດ​ໃໝ່​ຈົ່ງ​ພ້ອມ​ກັນ​ສືບ​ຕໍ່​ສືກ​ສາ​ອົບ​ຮົມ​ການ​ເມືອງ​ເ​ເນວ​ຄິດ ປັບ​ປຸງ​ແບບ​ແຜນ​ການ​ຄຸ້ມ​ຄອງ​ນຳ​ພາ​ບັນ​ຊາ​ສະ​ມາ​ຊິກ ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ສະ​ຫະ​ພັນ​ກຳ​ມະ​ບານ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ຍົກ​ສະ​ຕິ​ເປັນ​ເຈົ້າ​ການ​ປົກ​ປ້ອງ​ສິດ​ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ ປະ​ຕິ​ບັດ​ຕາມ​ແນວ​ທາງ​ລະ​ບຽບ​ກົດ​ໝາຍ, ມະ​ຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຂໍ້​ແຂງ​ຂັ້ນ 5 ເປັນ​ເຈົ້າ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ເປັນ​ຂະ​ບວນ​ຟົດ​ຟື້ນ​ໃຫ້​ດີ​ກ່​ວາ​ເກົ່າ.                                                             ຂຽນ​ໂດຍ ນາງ ພູ​ຄຳ ຫັດ​ສະ​ດີ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ກຳ​ມະ​ບານ​ຮາກ​ຖານ​ຂອງ​ພະ​ແນກ​ຍຸ​ຕິ​ທຳ ແຂວງ ອຸ​ດົມ​ໄຊ
ກອງປະຊຸມໃຫຍ່ຄັ້ງທີ V ກຳມະບານຮາກຖານຂອງພະແນກຍຸຕິທຳ ແຂວງ ອຸດົມໄຊ
https://www.moj.gov.la/lo/node/1580
ຕອນເຊົ້າຂອງວັນທີ 25 ເມສາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາ ພາກເໜືອ ໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I ປະຈໍາປີ 2018 ຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ 49 ສະຫາຍ ຍິງ 15 ສະຫາຍ. ພິທີຄັ້ງນີ້ຖືເປັນພິທີໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2018 ຊຶ່ງເປັນຄັ້ງທຳອິດ. ພິທີດັ່ງກ່າວໄດ້ມີການຂຶ້ນຜ່ານບົດສະຫຼຸບຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການປະຈໍາປີ 2019 ໂດຍສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ເພື່ອຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ 100% ໃນປີ 2019 ແລະ ໄດ້ມີການຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 33/ຄປພຂ-ຫຼບ, ລົງວັນທີ 27 ກຸມພາ 2019 ວ່າດ້ວຍ ການຮັບຮອງເອົາໜ່ວຍພັກຂອງສະຖາບັນຍຸຕິທຳ ພາກເໜືອ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ. ເພື່ອເຮັດໃຫ້ພິທີດັ່ງກ່າວນີ້ ມີຄວາມໝາຍ ຄວາມສຳຄັນ ສະຫາຍ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດໂອ້ລົມຊຶ່ງ ທ່ານໄດ້ຍ້ອງຍໍຊົມເຊີຍສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ມີຄວາມເອົາໃຈໃສ່ກໍ່ສ້າງປັບປຸງໜ່ວຍພັກຂອງຕົນຢ່າງບໍ່ຢຸດຢັ້ງ ສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງການຈັດຕັ້ງທີ່ໄດ້ປະກອບສ່ວນສ້າງນັກວິຊາການທາງດ້ານກົດໝາຍ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນສົມບັດ ສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມຮູ້, ຄວາມສາມາດໃນການນໍາໜ້າຂອງປະເທດຊາດ ເພື່ອກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ, ຈົ່ງນໍາເອົາແນວຄິດທິດສະດີ, ມູນເຊື້ອການປະຕິວັດຂອງທ່ານຜູ້ນໍາ ເພື່ອມາຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບຜົນດີ, ສືບຕໍ່ຈັດຕັ້ງປະຕິບັດຕາມການມອບໝາຍຂອງຂັ້ນເທິງ ແລະ ທິດທາງໃນຕໍ່ໜ້າທີ່ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິງ. ຂ່າວໂດຍ: ອານຸລັກ ພົມເພັດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳພາກເໜືອ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ
ສະຖາບັນຍຸຕິທຳພາກເໜືອ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
https://www.moj.gov.la/lo/node/1581
ໃນຕອນເຊົ້າຂອງວັນທີ 30 ເມສາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໂອ້ລົມຕໍ່ພະນັກງານລົງຕິດຕາມ, ກວດກາ, ຊີ້ນໍາ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຢູ່ ນະຄອນຫຼວງວຽງຈັນ ແລະ 5 ແຂວງ, ລວມທັງໝົດ ຈໍານວນ 30 ທ່ານ, ຍິງ 3 ທ່ານ. ໃນຫ້ອງປະຊຸມ ທ່ານ ໄຊສີ ສັນຕິວົງ ກໍໄດ້ໂອ້ລົມພະນັກງານທີ່ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແມ່ນເປັນວຽກທີ່ຫຍຸ້ງຍາກ. ສະນັ້ນ, ຖ້າອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫາກບໍ່ເຂັ້ມແຂງ, ກໍຈະເຮັດໃຫ້ຄໍາຕັດສິນຂອງສານບໍ່ໄດ້ຮັບການຈັດຕັ້ງປະຕິບັດຄໍາຕັດສິນນັ້ນກໍຈະບໍ່ມີຄວາມໝາຍ, ບໍ່ມີຄຸນຄ່າ ແລະ ແນ່ນອນກໍຈະສົ່ງຜົນສະທ້ອນອັນບໍ່ດີເຖີງຂະບວນຍຸຕິທໍາ, ເກີດປະກົດການຫຍໍ້ທໍ້ຕ່າງໆທີ່ກະທົບຕໍ່ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງພັກ-ລັດ, ເຮັດໃຫ້ສັງຄົມມີຄວາມສັບສົນ, ມີຫາງສຽງຈົ່ມວ່າ ເຊັ່ນ: ການບໍ່ຍຸຕິທໍາ, ຄໍາຕັດສິນບໍ່ສັກສິດ, ອໍານາດລັດບໍ່ເຂັ້ມແຂງ ແລະ ອື່ນໆ, ຊິ່ງບັນຫາດັ່ງກ່າວຈະແຕະຕ້ອງເຖີງການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ກໍຄືຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຍ່າງຫຼີກລ້ຽງບໍ່ໄດ້. ຂະແໜງຍຸຕິທໍາ ໄດ້ຖືເອົາວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເປັນວຽກໜຶ່ງທີ່ສໍາຄັນ ແລະ ເປັນອັນລວມຂອງຄະນະພັກ-ຄະນະນໍາທຸກຂັ້ນ ທີ່ຈະຕ້ອງໄດ້ເພີ້ມທະວີໃນການຊີ້ນໍາ-ນໍາພາ, ທັງນີ້ ຍ້ອນວ່າຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດກໍຄືກັນກັບກົດໝາຍທີ່ມີຜົນບັງຄັບຕ້ອງປະຕິບັດ. ສະນັ້ນ, ຖ້າຫາກຄໍາຕັດສິນຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນກໍ່ຈະຍົກບົດບາດຄວາມສັກສິດຂອງກົດໝາຍ ແລະ ທັງເປັນເງື່ອນໄຂທີ່ດີໃຫ້ແກ່ການສ້າງຄວາມຍຸຕິທໍາໃນສັງຄົມ. ສິ່ງສໍາຄັນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ດີມັນຈະສ່ອງແສງເຖິງລັກສະນະດີເລີດຂອງລະບອບໃໝ່ ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກ, ນອກຈາກນີ້ ເນື້ອແທ້ຂອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍແມ່ນການພິທັກຮັກສາຄວາມຍຸຕິທໍາໃນສັງຄົມ, ເຊິ່ງມັນຈະສ້າງບັນຍາກາດຄວາມເປັນທໍາ, ຄວາມສາມັກຄີ ປະກອບສ່ວນໃນການສ້າງລັດໃຫ້ມີຄວາມເຂັ້ມແຂງ, ເປັນປັດໄຈພື້ນຖານຍູ້ດັນໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ອວຍພອນໃຫ້ບັນດາທ່ານທີ່ລົງຕິດຕາມ, ກວດກາ, ຊີ້ນໍາ ແລະ ເຂົ້າຮ່ວມວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຄັ້ງນີ້ ຈົ່ງປະສົບຜົນສໍາເລັດຢ່າງສະຫງ່າງາມ.  ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທໍາ ໂອ້ລົມຕໍ່ພະນັກງານລົງຕິດຕາມກວດກາ
ລັດຖະມົນຕີກະຊວງຍຸຕິທໍາ ໂອ້ລົມຕໍ່ພະນັກງານລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
https://www.moj.gov.la/lo/node/1582
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 02-ພຶດສະພາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 29/4/2019
ລາຍການຄວາມຮູ້ທາງກົດໝາຍ 29/4/2019
https://www.moj.gov.la/lo/node/1583
ໃນຕອນບ່າຍ ຂອງວັນທີ 07 ມີນາ 2019 ຜ່ານມານີ້ ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ມີພິທີເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນອຸດອນ ປະທານຮາກຖານກຳມະບານພະແນກຍຸຕິທຳ ຫົວໜ້າຂະແໜງນິຕິກຳ ກົດໝາຍ, ໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າ ພະແນກຍຸຕິທຳແຂວງ ຄຳມ່ວນ. ພ້ອມດ້ວຍຄະນະປະທານ ຈາກອົງການໄອຍະການປະຊາຊົນແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພາຍໃນພະແນກ, ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດມີ 56 ທ່ານ ຍິງ 24 ທ່ານ.  ໃນວາລະດັ່ງກ່າວ ທ່ານ ເພັດທະນູສິນ ອຸດອນ ໃນນາມ ປະທານກຳມະບານພະແນກຍຸຕິທຳ ໄດ້ຂື້ນ ກ່າວເປີດພິທີ ຢ່າງເປັນທາງການ ພ້ອມທັງສະຫຼຸບ ລາຍງານການເມືອງ ຊົມເຊີຍໝາກຜົນທີ່ໜ່ວຍຮາກຖານກຳມະບານພວກເຮົາໄດ້ເກັບກ່ຽວ ແລະ ຍາດມາໄດ້ ອີກທັງຍັງໄດ້ ຕີລາຄາເຖິງ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຍັງເປັນຈຸດດ້ອຍທີຍັງແກ້ບໍ່ທັນໄດ້ ພ້ອມທັງສະເໜີທິດທາງແຜນການ ຄາດໝາຍສູ້ຊົນ 05 ປີຂ້າງໜ້າ ຂອງຄະນະຮາກຖານ ກຳມະບານໄດ້ວາງໄວ້ ອີກທັງ ທ່ານເອງກໍຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງທ່ານ ຕົງເຊີນ ອຸທັດສີ, ທ່ານ ວິໄຊ ແກ້ວດວງດີ ທີ່ໃຫ້ກຽດ ແລະ ຍົກສູງຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງການໃກ້ຊິດຕິດແທດ ໃຫ້ທິດຊີ້ນຳ ແລະ ເອົາໃຈໃສ່ ເປັນຫ່ວງເປັນໄຍ ເອື້ອອຳນວນຄວາມສະດວກ ສົ່ງຜົນຕໍ່ໝາກຜົນ ແລະ ຜົນສຳເລັດໃນກອງປະຊຸມໃຫຍ່ຄັ້ງທີ່2 ຂອງກຳມະບານຮາກຖານພະແນກຍຸຕິທຳ. ຊື່ງໄດ້ຮ່ວມກັນທຸກພາກສ່ວນ ຮ່ວມເສີມສ້າງ ຈົນສຳເລັດ ທ່ານປະທານ ກຳມະບານຮາກຖານ ພະແນກຍຸຕິທຳ ໄດ້ກ່າວອຸທານຂື້ນ ຊົມເຊີຍ... ຊົມເຊີຍ... ຢ່າງສຸດໃຈ ຈາກນັ້ນ ຄະນະຈັດຕັ້ງຂອງຄະນະກຳມະບານແຂວງຂື້ນຜ່ານຂໍ້ຕົກລົງຍ້ອງຍໍຕິດປ້າຍນາມມະຍົດ 5 ເປັນເຈົ້າ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ່2 ແລະ ຍ້ອງຍໍ ບຸກຄົນດີເດັ່ນຂັ້ນສູນກາງ 24 ທ່ານ ຍິງ 9 ທ່ານ ,ຍ້ອງຍໍດີເດັ່ນຂັ້ນແຂວງ 19 ທ່ານ ຍິງ10 ທ່ານ ຕໍ່ຈາກນັ້ນ ຄະນະປະທານ ກຳມະບານແຂວງ ໄດ້ຂື້ນຜ່ານລະບຽບ ແລະ ມາດຖານໃນການລົງສະໝັກ ເລຂາກຳມະບານຊຸດໃໝ່ນີ້ ພ້ອມທັງອວຍພອນໄຊ. ໃນການດຳເນີນການປ່ອນບັດຂັດເລືອກ ສະຫຼຸບໄດ້ລະອຽດດັ່ງນີ້: ທ່ານ ລັດດາວັນ ສີໄຊຍາດ ເປັນປະທານ ທ່ານ ແສງພະຈັນ ໄຊນະສິນ ເປັນຮອງປະທານ ຊີ້ນຳວຽກກວດກາ ທ່ານ ເພັດທະນູສິນ ອຸດອນ ເປັນປະທານກວດກາ ພາຍຫລັງ ການປ່ອນບັດເລຶອກຕັ້ງສຸດລົງ ທ່ານ ຕົງເຊີນ ອຸທັດສີ ກໍ່ໄດ້ໃຫ້ຄຳໂອວາດ ຕໍ່ຄະນະປະທານຊຸດໃໝ່ ດັ່ງນີ້ : ໃຫ້ສະມາຊິກຊຸດໃໝ່ ເຊື່ອມຊືມບັນຫາແນວຄິດ ເປັນຈຸດສຳຄັນ ໜັກແໜ້ນ ເພາະວ່າ ການກຳເນີດເກີດຂື້ນຂອງພັກເຮົາ ແມ່ນກຳເນີດເກີດຂື້້ນຈາກຊົນຊັ້ນກຳມະກອນ ເພາະວ່າ ວຽກງານກຳມະບານ ແມ່ນຕິດພັນກັບຊົນຊັ້ນກຳມະຊີບທຸກໆຂັ້ນ ບໍ່ວ່າຈະເປັນການອອກແຮງງານດ້ານກຳລັງ ແລະ ມັນສະໝອງ ລັວນແຕ່ຕິດພັນການອອກແຮງງານ. ສະນັ້ນ, ກຳມະບານເຮົາຕ້ອງໄດ້ເຊື່ອມຊືມວຽກງານກຳມະບານ ສຶກສາອົບຮົມ ການນຳພາແນວຄິດໃຫ້ສູງຂື້ນ. ໃຫ້ຄະນະບໍລິຫານງານປັບປຸງແບບແຜນວິທີການເຮັດວຽກໃຫ້ຕິດພັນກັບວິທະຍາສາດ ເພີ້ມທະວີຄວາມຮັບຜິດຊອບໃຫ້ດີຂື້ນເລື້ອຍໆ ເພີ້ມທະວີຄວາມຮັບຜິດຊອບ ແບບແຜນວິທີເຮັດວຽກ ໃຫ້ມີຄວາມລະອຽດ ຊັດເຈນ ໂປ່ງໃສໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພີ້ມທະວີ ຄວາມສາມັກຄີ ໃຫ້ໜັກແໜ້ນ ເຂັ້ມແຂງ ຊ່ວຍເຫລືອເຊີ່ງກັນ ແລະ ກັນໃນຍາມເຈັບເປັນຕ່າງໆ ເຊີ່ງມັນສະແດງອອກໃນການເອົາໃຈໃສ່ ເບີ່ງແຍງ ປະຕິບັດນະໂຍບາຍເຊີ່ງກັນ ແລະ ກັນ. ກອງປະຊຸມ ໄດ້ດຳເນີນມາຮອດເວລາ 4:30 ໂມງ ເປັນອັນສຳເລັດກອງປະຊຸມໃຫຍ່ຄັ້ງທີ່2 ຂອງຮາກຖານກຳມະບານພະແນກຍຸຕິທຳ ຢ່າງຈົບງາມ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຄຳມ່ວນ ກໍ່ໄດ້ ເປີດກອງປະຊຸມໃຫຍ່ຄັ້ງທີ່2 ຕິດພພັນກັບຂະບວນການແຂ່ງຂັນ5ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ
ພະແນກຍຸຕິທຳແຂວງ ຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ.
https://www.moj.gov.la/lo/node/1584
ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນປີ 2019  ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນ, ໃຫ້ໄດ້ຮັບຜົນສຳເລັດ ມີຄຸນນະພາບສູງ ປະກອບສ່ວນໃນການຈັດຕັ້ງປະຕິບັດໃນການສ້າງເຂດທີ່ປົກຄອງທາງດ້ານກົດໝາຍເທື່ອລະກ້າວ ຊື່ງການເຄື່ອນໄຫວວຽກງານຍຸຕິທຳຮາກຖານຄັ້ງນີ້ ແມ່ນມີ 110 ຕົວເມືອງຄື:  ເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ຫີນບູນ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ,, ເມືອງ ເຊບັ້ງໄຟ, ເມືອງ ໄຊບົວທອງ, ເມືອງ ນາກາຍ, ເມືອງ ຄູນຄຳ ແລະ ເມືອງ ບົວລະພາ. ໃນຊຸດການລົງຕິດຕາມເຄື່ອນໄຫວໃນຄັ້ງນີ້ ແມ່ນເລີ່ມເຄື່ອນໄຫວ ແຕ່ວັນທີ 04 ເມສາ - 30 ເມສາ 2019  ຊື່ງໄດ້ແບ່ງອອກເປັນ 3 ຈຸຄື: ຈຸທີ1 ນຳໂດຍ ທ່ານ ວິໄຊ ແກ້ວດວງດີ , ຈຸທີ 2 ນຳໂດຍ ທ່ານ ລຳພອນ ສີອັກສອນ , ຈຸທີ 3 ນຳໂດຍ ທ່ານ ໄຄສີ ດາລາສີ  ຈຸດປະສົງ ອັນຫຼັກໆ ໃນການລົງເຄື່ອນໄຫວໃນບັນດາຫ້ອງການຍຸຕິທຳ 10 ຕົວເມືອງໃນຄັ້ງນີ້ມີຄື: 1. ພົບປະ ແລະ ໂອ້ລົມນັກຝືກອົບຮົມກົດໝາຍ 45 ວັນໃຫ້ມີຄວາມຕື່ນຕົວໃນການຄົ້ນຄວ້າຮ່ຳຮຽນ ແລະ ການເຂົ້າຝືກອົບຮົມເປັນປົກກະຕິ; 2. ພົບປະ ແລະ ປຶກສາຫາລື ຄະນະຊີ້ນຳຂັ້ນເມືອງເພື່ອປືກສາຫາລືກ່ຽວກັບວຽກງານຍຸຕິທຳຮາກຖານ; 3. ຮັບຟັງການລາຍງານຮອບດ້ານຂອງຫ້ອງການຍຸຕິທຳເມືອງ;  4. ແນະນຳວຽກງານບາງດ້ານທີ່ເຫັນວ່າມີຄວາມຈຳເປັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການເຄື່ອນໄຫວວຽກງານຂອງຫ້ອງການຍຸຕິທຳເມືອງ.             ການລົງເຄື່ອນໄຫວວຽກງານຕິດຕາມ ຊຸກຍູ້ ຂອງບັນດາ 10 ຕົວເມືອງ ໃນຄັ້ງ ແມ່ນ ໄດ້ສຳເລັດລົງໃນວັນທີ 30 ເມສາ 2019.             ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສະຫລຸບການລົງຕິດຕາມການລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານປີ2019
ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານປີ 2019
https://www.moj.gov.la/lo/node/1585
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ພຶດສະພາ-2019ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທໍາ 5/5/2019
ລາຍການເພື່ອສັງຄົມຍຸຕິທໍາ 5/5/2019
https://www.moj.gov.la/lo/node/1586
ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຜ່ານມານີ້, ຄະນະນໍາ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງສະຫາຍ ເລ ດຶກ ແອັງ ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ແລະ ຂຽນປຶ້ມ ທີ່ຫໍຊາປະນະກິດສົບ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງ ສະຫາຍ ເລ ດຶກ ແອັງ ອາດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນໍາທີ່ສໍາຄັນຂອງ ສສ ຫວຽດນາມ. ສະຫາຍ ເລ ດຶກ ແອັງ ແມ່ນໜຶ່ງໃນບັນດາການນໍາຂອງ ສສ ຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ທີ່ຮັກຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.  ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະນໍາ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງສະຫາຍ ເລ ດຶກ ແອັງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ
ຄະນະນໍາ ກະຊວງຍຸຕິທໍາແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງສະຫາຍ ເລ ດຶກ ແອັງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/1587
ໃນຕອນບ່າຍຂອງວັນທີ 2 ພຶດສະພາ 2019 ທີ່ຜ່ານມານີ້, ຢູ່ທີ່ໂຮງແຮມແກຣນວຽງຈັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກຳມະການຕັດສີນຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ, ທ່ານ ສາດສະດາຈານ ດົງກີລີຈາກວິທະຍາໄລ ກົກມິນ ສ ເກົາຫຼີ ພ້ອມດ້ວຍຄະນະ, ມີຕາງໜ້າຈາກບັນດາກະຊວງ, ອົງການ ແລະ ຂະແໜງການທຸລະກິດເຂົ້າຮ່ວມຈຳນວນ 35 ທ່ານ, ຍິງ 12 ທ່ານ. ຈຸດປະສົງຕົ້ນຕໍໃນການຈັດກອງປະຊຸມສໍາມະນາໃນມື້ນີ້ ແມ່ນເພື່ອແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເວົ້າລວມ, ເວົ້າສະເພາະແມ່ນຄວາມຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ເພາະວຽກງານແກ້ໄຂຂໍ້ຂັດແຍ່ງສາກົນ ແມ່ນວຽກງານໜຶ່ງທີ່ຄໍ້າປະກັນໃຫ້ແກ່ການດໍາເນີນທຸລະກິດ ຂອງບັນດາພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ, ຮັບປະກັນໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຂຶ້ນຈາກການດໍາເນີນທຸລະກິດຈາກນັກລົງທຶນ ຂອງບັນດາປະເທດໃນພາກພຶ້ນ ແລະ ສາກົນ. ນອກນັ້ນ, ໃນກອງປະຊຸມກໍຈະໄດ້ຮັບຟັງການສະເໜີກ່ຽວກັບ ການຈັດຕັ້ງປະຕິບັດຄໍາຕັດສີນທາງແພ່ງ ແລະ ຄໍາຕັດສີນຂອງກໍາມະການ ສະເໜີໂດຍ ທ່ານ ສາດສະດາຈານ ດົງກີລີ ຈາກວິທະຍາໄລ ກົກມິນ ສ ເກົາຫຼີ; ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະເໜີໂດຍ ທ່ານ ສິນທະວົງ ພິມຈັນທະພອນ ຫົວໜ້າພະແນກຕິດຕາມການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການຈັດຕັ້ງປະຕິບັດຄໍາຕັດສີນຄະດີແພ່ງ ແລະ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມຄໍາຊີ້ຂາດຂອງສານປະຊາຊົນ ສະເໜີໂດຍ ຜູ້ຕາງໜ້າຈາກຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານນະຄອນຫຼວງວຽງຈັນ; ລະບຽບການຕັດສີນຂອງສູນຕັດສີນ ເກົາຫຼີ (KCAB) ສະເໜີໂດຍ ທ່ານ ນ. ຈຸນເລຍ ກິມ ຊ່ຽວຊານກົດໝາຍຂອງ (KCAB). ຫຼັງຈາກໄດ້ຮັບຟັງບົດສະເໜີຕ່າງໆແລ້ວຜູ້ເຂົ້າຮ່ວມກອງປະຊຸມກໍມີຄຳເຫັນແລກປ່ຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາດ້ວຍບັນຍາກາດອັນຟົດຟື້ນ. ຈາກນັ້ນ, ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມ ກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງຍາດແຍ່ງເອົາບົດຮຽນ ແລະ ປະສົບປະການຈາກຜູ້ຊ່ຽວຊານ ສ ເກົາຫຼີ ທີ່ເຫັນວ່າ ຂັ້ນຕອນ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແລະ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີອັນໃດແດ່ທີ່ເປັນບົດຮຽນ ແລະ ອັນໃດທີ່ຄວນເອົາໃຈໃສ່ ໃນເວລາດຳເນີນການຈັດຕັ້ງປະຕິບັດຕົວຈິງ. ພ້ອມກັນນີ້, ກໍໃຫ້ສົມທຽບໃສ່ການຈັດຕັ້ງປະຕິບັດຕົວຈິງຢູ່ ສປປ ລາວ ທຽບໃສ່ບົດຮຽນຂອງເກົາຫຼີມີອັນໃດທີ່ແຕກຕ່າງ ແລະ ຄວນປັບປຸງ, ຖອດຖອນບົດຮຽນຄືແນວໃດແດ່?. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສໍາມະນາກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກໍາມະການຕັດສີນ
ກອງປະຊຸມສໍາມະນາກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກໍາມະການຕັດສີນ
https://www.moj.gov.la/lo/node/1588
ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທໍາ ກົມກົດໝາຍໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງປະທານກໍາມະທິການກົດໝາຍສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮວມທັງໝົດຈໍານວນ17ທ່ານ, ຍິງ4ທ່ານ.  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປືກສາຫາລືການສ້າງຮ່າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ ຄວນຈະສ້າງຂຶ້ນ ຫຼື ບໍ ແລະ ຄວນຈະນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໃນໄລຍະໃດ ຂອງສະພາແຫ່ງຊາດຊຸດທີ Vlll (ປີ 2018-2019 ແມ່ນເຕັມແລ້ວ) ຖ້າເອົາເຂົ້າປີ 2020 ຕ້ອງນໍາສະເໜີເຫດຜົນ, ຄວາມຈໍາເປັນ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ຫຼື ກົດໝາຍສະບັບດັ່ງກ່າວ ຄວນຈະສະເໜີຕໍ່ສະພາຊຸດຕໍ່ໄປ, ກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ ຄວນຈະມອບໃຫ້ອົງການໃດເປັນເຈົ້າການຮັບຜິດຊອບ ໃນການສ້າງກົດໝາຍສະບັບດັ່ງກ່າວເພື່ອໃຫ້ເໝາະສົມ, ເນື່ອງຈາກວ່າບັນຫາດັ່ງກ່າວແມ່ນພົວພັນກັບຫຼາຍພາກສ່ວນ. ຜ່ານການປືກສາຫາລືໃນກອງປະຊຸມໃນການສ້າງຮ່າງກົດໝາຍວ່າດ້ວຍ ການຮ່ວມມືທາງດ້ານອາຍາ ໂດຍອີງໃສ່ສະພາບຄວາມເປັນຈີງຂອງ ສປປ ລາວ ໃນປັດຈຸບັນ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ສ້າງ ເນື່ອງຈາກວ່າ ໃນໄລຍະຜ່ານມາ ສປປ ລາວ ຍັງບໍ່ມີກົດໝາຍທີ່ກໍານົດກ່ຽວກັບກົນໄກພາຍໃນ ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນໃຫ້ການຊ່ວຍເຫຼືອປະເທດທີ່ຮ້ອງຂໍ, ເຫັນດີໃຫ້ຄົ້ນຄວ້າຮ່າງກົດໝາຍສະບັບນີ້, ນຳເອົາກົດໝາຍສະບັບນີ້ ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການໃນການສ້າງກົດໝາຍສະບັບນີ້ ເນື່ອງຈາກວ່າກະຊວງປ້ອງກັນຄວາມສະຫງົບເປັນກະຊວງພົວພັນຕົ້ນຕໍກ່ຽວກັບການພົວພັນທາງອາຍາ ໂດຍສະເພາະການເກັບກໍາຂໍ້ມູນ, ການສືບສວນ-ສອບສວນ ແລະ ໃນໄລຍະລໍຖ້າສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບດັ່ງກ່າວນີ້ ເຮົາຈະໄດ້ພ້ອມກັນຄົ້ນຄວ້າກໍານົດກົນໄກພາຍໃນ ອາດຈະອອກເປັນນິຕິກໍາລຸ່ມກົດໝາຍ. ຂ່າວ-ພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍ
ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ
https://www.moj.gov.la/lo/node/1589
ຕອນເຊົ້າ ຂອງວັນທີ 25 ເມສາ 2019 ຜ່ານມານີ້ ຢູ່ທີ່ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ຈັດພິທີເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານນຳພາ, ຄຸ້ມຄອງຂອງພະແນກການອ້ອມຂ້າງແຂວງ, ນະຄອນ, 9 ຕົວເມືອງ, ພາກສ່ວນທຸລະກິດ ແລະ ເອກະຊົນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຍຸຕິທຳແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ, ມີຄະນະພະແນກຍຸຕິທຳ, ຄະນະຮັບຜິດຊອບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຄູ-ອາຈານ ພ້ອມດ້ວຍນັກຝືກອົບຮົມເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 13 ທ່ານ. ໃນພິທີ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຕາງໜ້າຄະນະຮັບຜິດຊອບຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ກໍໄດ້ຂຶ້ນຜ່ານແຜນການກະກຽມເປີດຊຸດຝືກອົມຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດດັ່ງກ່າວ. ໃນຕອນທ້າຍ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍໄດ້ໃຫ້ກຽດກ່າວເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂື້ນຢ່າງເປັນທາງການ ພ້ອມທັງໂອ້ລົມໃຫ້ບັນດານັກຝືກອົບຮົມ ຈົ່ງເອົາໃຈໃສ່ໃນການຄົ້ນຄ້ວາ, ຮ່ຳຮຽນ ເພື່ອນຳໄປຈັດຕັ້ງປະຕິບັດໃນຂະແໜງການ ແລະ ວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນເປັນຢ່າງດີ. ຂຽນຂ່າວ-ຖ່າຍພາບ: ລັດສະໜີ ພົມມະຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳ ແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ
ພະແນກຍຸຕິທຳແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ
https://www.moj.gov.la/lo/node/1590
ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2019 ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ຄະນະກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຄະນະພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂກຖືກເຊີນ ແລະ ພະນັກງານຂອງກະຊວງຍຸຕິທຳທີ່ຈະລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 26 ທ່ານ, ຍິງ 17 ທ່ານ. ໃນພິທີດັ່ງກ່າວທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 538, ລົງວັນທີ 29 ເມສາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຈຳນວນ 16 ທ່ານ, ເພື່ອລົງຕິດຕາມ, ຊຸກຍູ້ ແລະ ເກັບກຳສະຖິຕິການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ 3 ເມືອງຂອງນະຄອນຫຼວງວຽງຈັນຄື: ຫ້ອງການຍຸຕິທຳເມືອງ ນາຊາຍທອງ, ຫ້ອງການຍຸຕິທຳເມືອງ ໄຊທານີ ແລະ ຫ້ອງການຍຸຕິທຳເມືອງ ສີໂຄດຕະບອງ ໃນການລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ເລັ່ງໃສ່ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຮ່ວມກັບພະນັກງານປະຕິບັດຄຳຕັດສິນຂອງສານ ໃນການກວດກາ ແລະ ເກັບກຳຈຳນວນຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງແຕ່ລະຄົນຢ່າງລະອຽດ ຊອກໃຫ້ເຫັນສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດຄຳຕັດສີນຂອງສານມີຄວາມຊັກຊ້າ, ບໍ່ສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງກຳນົດວິທີການແກ້ໄຂບັນຫາດັ່ງກ່າວ ພ້ອມທັງກ່າວມອບພະນັກງານ ຈຳນວນ 16 ທ່ານ ໃຫ້ແກ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນກ່າວຕ້ອນຮັບພະນັກງານທີ່ຈະລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ຊຶ່ງໄລຍະຂອງການເຄື່ອນໄຫວຢູ່ພະແນກຍຸຕິທໍາ ແມ່ນເລີ່ມແຕ່ວັນທີ 6 ພຶດສະພາ 2019 ເຖິງ ວັນທີ 31 ທັນວາ 2019 ຈຶ່ງຈະສຳເລັດ.  ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍພະນັກງານທີ່ມີຄວາມຕັດສີນໃຈລົງໄປຊຸກຍູ້ວຽກງານການປະຕິບັດຄຳຕັດສີນຂອງສານຢູ່ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ 3 ເມືອງຂອງນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານທີ່ລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ຈົ່ງຍົກສູງໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສຳເລັດຕາມທິດທາງແຜນການ ແລະ ກຳນົດເວລາຕາມຄາດໝາຍທີ່ວາງໄວ້. ຂຽນຂ່າວ: ອ່ອນຄຳ ໄຊຍະວົງ, ຖ່າຍພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ມອບຮັບ-ພະນັກງານທີ່ລົງໄປເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຢູ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ
ພິທີມອບ-ຮັບ, ພະນັກງານທີ່ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຢູ່ທີ່ ພະແນກຍຸຕິທຳນະຄອນຫຼວງວຽງຈັນ
https://www.moj.gov.la/lo/node/1591
ເພື່ອຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍ່ຄືມະຕິຂອງກົມການເມືອງສູນກາງພັກ, ວຽກງານຍຸຕິທໍາຮາກຖານຕິດພັນກັບວຽກງານ 3 ສ້າງ, ຊຶ່ງເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ມີທີ່ຕັ້ງພາລະບົດບາດສຳຄັນ ໄດ້ພົວພັນເຖິງວຽກງານທຸກດ້ານຢູ່ຮາກຖານ; ເປັນຕົ້ນແມ່ນການສ້າງຮາກຖານບ້ານໃຫ້ເປັນບ້ານພັດທະນາ ແນ່ໃສ່ເຮັດໃຫ້ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.       ໃນວັນທີ 2 ເມສາ 2019 ໄດ້ມີພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ເປີດຂຶ້ນຢ່າງເປັນທາງການ ໂດຍເປັນປະທານຂອງທ່ານ ວົງເດືອນ ບຸນຍະແສງ ກໍາມະການພັກນະຄອນຫຼວງ, ເລຂາພັກເມືອງ ເຈົ້າເມືອງ ຫາດຊາຍຟອງ ແລະ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີVIII, ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຄະນະຄະນະພັກເມືອງ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ, ຮອງນາຍບ້ານ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.      ເພື່ອຈັດຕັ້ງປະຕິບັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ, ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ຈຶ່ງໄດ້ຂໍທິດຊີ້ນຳຈາກທ່ານເຈົ້າເມືອງ ແລະ ບັນດາຫ້ອງການອ້ອມຂ້າງເມືອງ ທີ່ກ່ຽວຂ້ອງ ໂດຍຄັດເລືອກເອົາບຸກຄະລາກອນທີ່ເປັນເປົ້າໝາຍຈະເຂົ້າຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍສະເພາະແມ່ນເລຂາພັກບ້ານ, ນາຍບ້ານ, ຜູ້ເຮັດວຽກກັບອົງການຈັດຕັ້ງມະຫາຊົນຂອງບ້ານ ແລະ ພະນັກງານເມືອງຈຳນວນໜຶ່ງເພື່ອເຂົ້າຮຽນ, ແລ້ວນຳສົ່ງລາຍຊື່ໃຫ້ຫ້ອງການຍຸຕິທຳເມືອງ.     ການດໍາເນີນການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ປີ 2019 ໃນຄັ້ງນີ້ ແມ່ນໄດ້ເລີ່ມເຂົ້າຮຽນຢ່າງເປັນປົກກະຕິໃນວັນທີ 6 ເມສາ 2019 ເປັນຕົ້ນໄປ, ບຸກຄະລາກອນທີ່ເລືອກມາຮຽນທັງໝົດຈຳນວນ 45 ທ່ານ, ຍິງ 18 ທ່ານ, ຊຶ່ງມາຈາກເຂດ I ຈຳນວນ 4 ທ່ານ, ເຂດ II ມີ 1 ທ່ານ, ເຂດ III ມີ 2 ທ່ານ, ເຂດ IV ມີ 17 ທ່ານ, ເຂດ V ມີ  7 ທ່ານ, ເຂດ VI ມີ  2 ທ່ານ ແລະ ມາຈາກ ພາກສ່ວນຫ້ອງການອ້ອມຂ້າງພາຍໃນເມືອງ 12 ທ່ານ. ໃນການຝຶກອົບຮົບກົດໝາຍໄລຍະສັ້ນ 45 ວັນ ປະກອບມີ 34 ວິຊາ, ມີ 25,5 ໜ່ວຍກິດ ແລະ ລວມມີ 360 ຊົ່ວໂມງ, ເທົ່າກັບ 45 ວັນ, ໃນໄລຍະທີ່ຜ່ານມາ ເມືອງ ຫາດຊາຍຟອງ ໄດ້ສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນ 3 ເດືອນ, ໄດ້ທັງໝົດ VII ຊຸດ ໄດ້ບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານຈໍານວນ 316 ທ່ານ, ຍິງ 59 ທ່ານ.       ທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກ່າວວ່າ: ປັດຈຸບັນນີ້ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ປີ 2019 ໄດ້ 3 ເມືອງແລ້ວຄື: ເມືອງ ສີສັດຕະນາກ, ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ.     ການສ້າງລັດແຫ່ງກົດໝາຍເຂົ້າສູ່ຮາກຖານບ້ານ ໂດຍຜ່ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະບວນການຍຸຕິທຳຮາກຖານ, ຮັບປະກັນຄວາມເປັນສະເໝີພາບ ບົນພື້ນຖານຂອງກົດໝາຍ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີໂອກາດຮຽນຮູ້ກ່ຽວກັບລະບຽບກົດໝາຍຢ່າງທົ່ວເຖິງ, ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນໂດຍປະຊາຊົນໄດ້ເຂົ້າຮ່ວມພັດທະນາຄອບຄົວ ແລະ ບ້ານ, ສະກັດກັ້ນປະກົດການຫຍໍ້ທໍ້, ແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນຄອບຄົວ, ພາຍໃນບ້ານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສ້າງສະຕິເຄົາລົບກົດໝາຍ ແລະ ປະຕິບັດກົດໝາຍໃຫ້ແກ່ພະນັກງານຮາກຖານບ້ານໃຫ້ສູງຂຶ້ນ ສາມາດສະກັດກັ້ນ, ແກ້ໄຂຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີ ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງບໍລິການທາງດ້ານກົດໝາຍ, ຮູ້ໃຊ້ສິດຂອງຕົນເອງຕາມກົດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ວຽກງານຍຸຕິທຳຮາກຖານ ກາຍເປັນຂະບວນການມະຫາຊົນ,ບົນພື້ນຖານດັ່ງກ່າວຈຶ່ງສືບຕໍ່ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ລະຫວ່າງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ບົນພື້ນຖານຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ.       ສ້າງ ແລະ ປັບປຸງແບບແຜນການຄຸ້ມຄອງບໍລິຫານບ້ານໃຫ້ໄປຕາມກົດໝາຍເທື່ອລະກ້າວຕາມຈິດໃຈເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກ່ຽວກັບການສ້າງລັດແຫ່ງກົດໝາຍ, ມາແຕ່ຮາກຖານບ້ານໂດຍແນໃສ່ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານ ແມ່ນມີຄວາມສຳຄັນຫຼາຍກ່ຽວກັບການສ້າງລັດແຫ່ງກົດໝາຍ, ຮັບປະກັນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ປະສົບຜົນສຳເລັດໃນແຕ່ລະໄລຍະທັງຮັບປະກັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ, ການເມືອງຮອບດ້ານ, ການສ້າງບຸກຄະລາກອນກົດໝາຍ, ຕິດພັນກັບຂະບວນການຕົວຈິງ ຂອງທ້ອງຖິ່ນຮາກຖານຕາມທິດທັງຮຽນ, ທັງເຮັດ ຫຼື ຮຽນທິດສະດີຕິດພັນກັບພຶດຕິກຳຕົວຈິງ ເພື່ອຝຶກຝົນຫຼໍ່ຫຼອມທັດສະນະຈິດໃຈ ຮັບໃຊ້ປະຊາຊົນຢ່າງແທ້ຈິງແຕ່ຫົວທີ ແລະ ສ້າງໃຫ້ກາຍເປັນນັກກົດໝາຍປະຈຳຢູ່ຮາກຖານບ້ານ, ເມືອງ ເພື່ອສືບທອດໃນອະນາຄົດ ຊຶ່ງທຸກຄົນຕ້ອງພ້ອມກັນປະຕິບັດ ແລະ ນຳເອົາຄວາມຮູ້ຄວາມສາມາດທາງດ້ານກົດໝາຍ ໄປໂຄສະນາເຜີຍແຜ່ໃຫ້ພື້ນຖານບ້ານ, ເມືອງ, ຂັ້ນທ້ອງຖິ່ນຂອງຕົນ ແລະ  ນຳເອົາມະຕິ, ຄຳສັ່ງ, ນິຕິກໍາຕ່າງໆ ໄປປະຕິບັດເປັນຕົ້ນແມ່ນວຽກງານ 3 ສ້າງ, ຕ້ອງເຂົ້າສູ່ລົງເລຶກພື້ນຖານບ້ານ, ເຮັດໃຫ້ບ້ານມີການພັດທະນາຮອບດ້ານ ແລະ ອົງການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຍຸຕິທຳເມືອງຫາດຊາຍຟອງ ເປີດຊຸດອົບຮົມກົດໝາຍ 45 ວັນ
ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ
https://www.moj.gov.la/lo/node/1594
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ພຶດສະພາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 3/5/2019
ລາຍການຄວາມຮູ້ທາງກົດໝາຍ 3/5/2019
https://www.moj.gov.la/lo/node/1595
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ພຶດສະພາ-2019ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 6/5/2019
ລາຍການຄວາມຮູ້ທາງກົດໝາຍ 6/5/2019
https://www.moj.gov.la/lo/node/1596
ລາຍລະອຽດປະເພດຂອງເອກະສານ: ແຈ້ງການເອກະສານລົງວັນທີ: 08-ພຶດສະພາ-2019ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BB%81%E0%BA%88%E0%BB%89%E0%BA%87%E0%BA%81%E0%BA%B2%E0%BA%99/1596/jengkan.pdf
ການຈຳໜ່າຍປຶ້ມປະມວນກົດໝາຍ ອາຍາ
https://www.moj.gov.la/lo/node/1597
ອີງຕາມຄຳແນະນຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 487/ສສຍລ, ລົງວັນທີ 24 ກໍລະກົດ 2018 ວ່າດ້ວຍ ການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ-ອົງການ ແລະ ແຂວງ, ນະຄອນຫຼວງ, ເມືອງ ແລະ ຮາກຖານ ດັ່ງນັ້ນ, ສະຫະພັນແມ່ຍິງກະຊວງຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ຄັ້ງທີ X ສະຫະພັນແມ່ຍິງກະຊວງຍຸຕິທຳ ຂຶ້ນໃນຕອນເຊົ້າວັນທີ 7 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງກະຊວງຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຄະນະບໍລິຫານງານແມ່ຍິງກະຊວງຍຸຕິທຳ, ຄະນະຮາກຖານແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າໜ່ວຍແມ່ຍິງ ຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມດ້ວຍຄະນະຮັບຜິດຊອບການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ X ເຂົ້າຮ່ວມຈຳນວນ 38 ສະຫາຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ການກະກຽມ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ, ອົງການ ແລະ ແຂວງ-ນະຄອນຫຼວງ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງ, ເທດສະບານ ແລະ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຮາກຖານ ຖືກຕ້ອງຕາມກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ, ທັງມີຄວາມເປັນເອກະພາບສູງໃນຄະນະສະຫະພັນແມ່ຍິງ 3 ຂັ້ນ ແລະ ຮັບປະກັນການຊີ້ນຳ-ນຳພາຢ່າງລວມສູນຈາກຄະນະສະຫະພັນແມ່ຍິງຂັ້ນເທິງຖັດຕົນ; ກວດກາ, ຕີລາຄາການຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງ, ແຜນພັດທະນາແມ່ຍິງຂັ້ນເທິງຖັດຕົນ ແລະ ຂັ້ນຂອງຕົນເອງຢ່າງພາວະວິໄສ, ກົງໄປກົງມາ, ກ້າເບິ່ງຄວາມຈິງຕໍ່ຜົນສຳເລັດ ແລະ ສິ່ງທີ່ຍັງເປັນຈຸດອ່ອນ ທີ່ຕ້ອງໄດ້ຮັບການປັບປຸງ, ດັດແປງ, ແກ້ໄຂ ພ້ອມກຳນົດທິດທາງ, ຄາດໝາຍສູ້ຊົນ, ໜ້າທີ່ລະອຽດ ແລະ ແຜນພັດທະນາແມ່ຍິງໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນຕໍ່ໜ້າ ແລະ ສາມາດຈັດຕັ້ງປະຕິບັດໄດ້; ປັບປຸງແບບແຜນນຳພາ, ວິທີເຮັດວຽກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງ, ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນ ປະກອບເຂົ້າໃນການເລືອກຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ໃຫ້ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້; ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຄຳຂັວນ, ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ. ຈາກນັ້ນ, ໃນຕອນທ້າຍພິທີຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄຳຄິດຄຳເຫັນ ໃນກອງປະຊຸມຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ຄັ້ງທີ X ສະຫະພັນແມ່ຍິງກະຊວງຍຸຕິທຳ
ກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ຄັ້ງທີ X ສະຫະພັນແມ່ຍິງກະຊວງຍຸຕິທຳ
https://www.moj.gov.la/lo/node/1598
ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ກະຊວງຍຸຕິທຳ ໄດ້ມີການພົບປະແລກປ່ຽນບົດຮຽນ ລະຫວ່າງ ສ ເກົາຫຼີ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຈອງຮຸນ ປັກ ຮອງຫົວໜ້າພະແນກ, ກະຊວງຍຸຕິທຳ ສ ເກົາຫຼີ ຜູ້ເຂົ້າຮ່ວມມີຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງສປປ ລາວ ພ້ອມດ້ວຍຄະນະ, ຕາງໜ້າ ສ ເກົາຫຼີ ພ້ອມດ້ວຍຄະນະ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ໃນການພົບປະໃນຄັ້ງນີ້ ທ່ານ ນາງ ດວງມະນີ ລາວມາວ ກໍໃຫ້ຮູ້ເຖິງສາຍພົວພັນ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ສ ເກົາຫຼີ ໄດ້ມີການພົວພັນກັນມາແຕ່ດົນນານ, ກະຊວງຍຸຕິທຳແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານ ແລະ ຊ່ຽວຊານ ຈາກກະຊວງຍຸຕິທຳ ສ ເກົາຫຼີ ໂດຍການຈັດກອງປະຊຸມແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະໃນໄລຍະ 2-3 ປີ ທີ່ຜ່ານມາ ພ້ອມທັງໄດ້ຮັບການເຊື້ອເຊີນໄປຖອດຖອນບົດຮຽນຢູ່ ສ ເກົາຫຼີ ອີກດ້ວຍ. ໃນການແລກປ່ຽນໃນຄັ້ງນີ້ແມ່ນຈະໄດ້ນຳສະເໜີ ກ່ຽວກັບຮ່າງດຳລັດ ລະບຽບຄຸ້ມຄອງຜູ້ໄກ່ເກ່ຍ-ກຳມະການຕັດສີນຕ່າງປະເທດ ແລະ ລະບຽບຄຸ້ມຄອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດຢູ່ ສປປ ລາວ ນຳສະເໜີໂດຍ ທ່ານ ບີວາງ ຈົ່ງເຈີ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ໃນການສ້າງດໍາລັດສະບັບນີ້ ແມ່ນມີຄວາມຈໍາເປັນ ແລະ ມີເຫດຜົນດັ່ງນີ້: ພັກ-ລັດ ມີນະໂຍບາຍເປີດກວ້າງເສດຖະກິດ, ຮັບຮູ້ຫຼາຍຮູບແບບກໍາມະສິດ ເປັນຕົ້ນ ກໍາມະສິດຂອງລັດ, ລວມໝູ່, ເອກະເທດ, ເອກະຊົນ ແລະ ສ່ວນບຸກຄົນ. ລັດສົ່ງເສີມ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ ແລະ ການຕັດສີນໂດຍກໍາມະການ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງສ້າງດຳລັດສະບັບນີ້ຂຶ້ນ. ໂຄງຮ່າງຂອງດໍາລັດວ່າດ້ວຍ ການສ້າງຕັ້ງ ແລະ ການຄຸ້ມຄອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ, ຜູ້ໄກ່ເກ່ຍ, ຜູ້ຕັດສີນຕ່າງປະເທດ ປະກອບມີ: 5 ພາກ, 6 ໝວດ, 29 ມາດຕາຄື: ພາກທີ I ບົດບັນຍັດທົ່ວໄປ, ພາກທີ II ການສ້າງຕັ້ງ ຫກສ ເອກະຊົນ, ພາກທີ III ການຄຸ້ມຄອງ ແລະ ການກວດກາ ຫກສ ເອກະຊົນ, ພາກທີ IV ງົບປະມານ, ເຄື່ອງໝາຍ ແລະ ຕາປະທັບ, ພາກທີ V ບົດບັນຍັດສຸດທ້າຍ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ກໍໄດ້ມີຄຳເຫັນແລກປ່ຽນ ນຳຄະນະຊ່ຽວຊານ ສ ເກົາຫຼີ ພ້ອມດ້ວຍຄະນະທີ່ຖືກແຕ່ງຕັ້ງ ດ້ວຍບັນຍາກາດຟົດຟື້ນ. ຂຽນຂ່າວ-ຖ່າຍພາບ: ບຸນຖອມພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສ.ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ
ສ ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ
https://www.moj.gov.la/lo/node/1599
ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ກາງ ຢັງຊັອກ ປະທານສານສູນກາງ ສປປ ເກົາຫຼີ ພ້ອມດ້ວຍຄະນະ. ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານໃຫ້ຊາບວ່າ: ສປປ ລາວ ແລະ ສປປ ເກົາຫຼີ ໄດ້ຮ່ວມກັນເຊັນສົນທິສັນຍາວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ານກົດໝາຍ ໃນບັນຫາທາງແພ່ງ ແລະ ອາຍາ. ສົນທິສັນຍາດັ່ງກ່າວໄດ້ເຊັນຂຶ້ນ ໃນວັນທີ 20 ມີຖຸນາ 2008 ທີ່ນະຄອນຫຼວງວຽງຈັນ ໂດຍແມ່ນກະຊວງຍຸຕິທຳ ສປປ ລາວ ເຂົ້າຮ່ວມຕ້ອນຮັບຄະນະດັ່ງກ່າວ. ໃນນັ້ນຂອບເຂດຂອງການຊ່ວຍເຫຼືອທາງດ້ານກົດໝາຍ ໃນທາງແພ່ງ ແລະ ອາຍາ ມີດັ່ງນີ້: 1.) ການດຳເນີນຄະດີອາຍາ ເປັນຕົ້ນ: ການເອົາຄຳໃຫ້ການຂອງຜູ້ກະທຳຜິດ, ພະຍານ, ຜູ້ຊ່ຽວຊານ ຫຼື ຜູ້ຖືກເສຍຫາຍ; 2.) ສະໜອງຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງ; 3.) ປະຕິບັດຕາມການຮ້ອງຂໍເພື່ອຄົ້ນຄວ້າ, ການຍຶດ ແລະ ເກັບກຳຫຼັກຖານ; 4.) ການຮັບຮູ້ ແລະ ປະຕິບັດຄຳຕັດສີນ ແລະ ຄຳຊີ້ຂາດຂອງສານ; 5.) ການສືບສວນ-ສອບສວນ, ກັກຕົວ ແລະ ສົ່ງຜູ້ຮ້າຍຂ້າມແດນ. ທັງໝົດນີ້ ແມ່ນຂອບເຂດການຊ່ວຍເຫຼືອທາງດ້ານກົດໝາຍ ໃນບັນຫາທາງແພ່ງ ແລະ ອາຍາ. ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ສປປ ເກົາຫຼີ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ. ແຕ່ໃນໄລຍະຜ່ານມາ ກະຊວງຍຸຕິທຳຍັງບໍ່ໄດ້ມີການຢ້ຽມຢາມພົບປະ ຫຼື ແລກປ່ຽນບົດຮຽນ ເປັນອັນສະເພາະ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສປປ ເກົາຫຼີ ແລະ ເຫັນວ່າເປັນໂອກາດດີ ທີ່ສານສູນກາງຂອງ ສປປ ເກົາຫຼີ ໄດ້ເດີນທາງມາພົບປະ. ສະນັ້ນ, ຈົ່ງສືບຕໍ່ການຢ້ຽມຢາມພົບປະຂອງສອງປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ອວຍພອນໃຫ້ ທ່ານ ກາງ ຢັງຊັອກ ປະທານສານສູນກາງ ສປປ ເກົາຫຼີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ເກົາຫຼີ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ. ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະປະທານສານ ສູນກາງ ແຫ່ງ ສປປ ເກົາຫຼີ
ລັດຖະມົນຕີກະຊວງຍຸຕິທຳແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະປະທານສານສູນກາງ ແຫ່ງ ສປປ ເກົາຫຼີ
https://www.moj.gov.la/lo/node/1600
ໃນວັນທີ່ 07 ພຶດສະພາ 2019 ທາງຄະນະກວດກາຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານ ທີ່ ພະແນກຍຸຕິທຳແຂວງ ຄຳມ່ວນ ຈຳນວນ 3 ທ່ານ 1. ທ່ານ ສິງຫາ ງຽມຈະເລີນ, 2. ທ່ານ ພວງເພັດ ສົມວໍລະຈິດ, 3. ທ່ານ ແສງອາລຸນ ມະນີທອງ ແລະ ໃຫ້ການຮັບຕ້ອນໂດຍທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍພະນັກງານ ວິຊາການພາຍໃນພະແນກ, ຈຸດປະສົງ ແລະ ເປົ້າໝາຍຂອງກົມກວດກາທີ່ໄດ້ລົງເຄື່ອນໄຫວວຽກງານທີ່ແຂວງ ຄຳມ່ວນໃນຄັ້ງນີ້ ກໍເພື່ອ ປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທຳ ວ່າດ້ວຍການອານຸມັດໃຫ້ກົມກວດກາດຳເນີນການກວດກາວຽກງານການເງິນ ຂອງສະຖາບັນຍຸຕິທຳແຫ່ງຊາດ, ສະຖາບັນຍຸຕິທຳ 3 ພາກ ແລະ ກວດກາປົກກະຕິຢູ່ພະແນກຍຸຕິທຳແຂວງ ຫລວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ ແລະ ແຂວງ ໄຊຍະບູລີ,  ໃນວາລະດັ່ງກ່າວ  ກໍ່ໄດ້ເປີດກອງປະຊຸມຂື້ນ ທີ່ຫ້ອງປະຊຸມພະແນກຍຸຕິທຳ ໂດຍການຮ່ວມເປັນປະທານ ໂດຍ ທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ແລະ ທ່ານ ສິງຫາ ງຽມຈະເລີນ ຮອງຫົວໜ້າກົມກວດກາ.  ໃນພິທີດັ່ງກ່າວ ກໍ່ໄດ້ສະຫຼຸບລາຍງານປະຈຳປິ 2018 ແລະ ແຜນການ ປີ 2019 ແລະ ບົດສະຫຼຸບໄຕມາດ 1 ແລະ ແຜນໄຕມາດ 2 ປະຈຳປີ 2019 ຜ່ານທີ່ປະຊຸມ ພ້ອມທັງການສະຫຼຸບລາຍງານຂອງບັນດາຫົວໜ້າຫ້ອງການ ທັງ 07 ຂະແໜງການ ທີ່ຂື້ນກັບພະແນກ ຊື່ງໄດ້ລາຍງານ ຜົນງານທີ່ພົ້ນຂອງຕົນທີ່ເກັບກ່ຽວມາໄດ້ໃນໄລຍະຜ່ານມາ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ພ້ອມດ້ວຍສາເຫດ, ວິທີແກ້ໄຂ ແລະ ຂໍ້ສະເໜີຕ່າງໆ  ຂອງທັງ 07 ຂະແໜງການ, ຜ່ານ ກົມກວດກາ ແລະ ຄະນະພະແນກ ເພື່ອນຳໄປພິຈາລະນາ ແລະ ແກ້ໄຂ ຕາມການລາຍງານຕ່າງໆ. ພິທີດັ່ງກ່າວ ໄດ້ດຳເນີນມາເຖິງເວລາ 16:00 ໂມງ ແມ່ນສຳເລັດຂອງການລົງມາເຄື່ອນໄຫວໃນຄັ້ງນີ້. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫັວຂໍ້ຂ່າວ ຄະນະກວດກາກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານ ທີ່ພະແນກ ຍຸຕິທຳແຂວງຄຳມ່ວນ
ຄະນະກວດກາກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ.
https://www.moj.gov.la/lo/node/1601
ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 133 ປີ (1/5/1886-1/5/2019) ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານພາຍໃນກະຊວງເຂົ້າຮ່ວມທັງໝົດ 172 ທ່ານ, ຍິງ 86 ທ່ານ. ໃນພິທີ ທ່ານປະທານກໍໄດ້ໃຫ້ກຽດເລົ່າມູນເຊື້ອວັນກຳມະກອນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ ມີເນື້ອໃນເລິກເຊິ່ງ, ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອວັນກຳມະກອນສາກົນ, ການເຕີບໃຫຍ່ຂະຫຍາຍຕົວຂອງກຳມະກອນສາກົນ ຕິດພັນກັບການເຕີບໃຫຍ່ຂະຫຍາຕົວຂອງຊົນຊັ້ນກຳມະກອນລາວ ແລະ ຜົນງານການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຊົນຊັ້ນກຳມະກອນລາວ. ນອກນັ້ນ, ຍັງເປັນການຂະຫຍາຍທາດແທ້, ມູນເຊື້ອປະຕິວັດ ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ໃຫ້ມີຄວາມບຸກບືນ ຕັ້ງໜ້າປະກອບສ່ວນໃນການເຄື່ອນໄຫວວຽກງານກຳມະບານ ແລະ ເພື່ອປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ, ມີລະບຽບວິໄນໃນການອອກແຮງງານ ແລະ ປະຕິບັດ ຕາມຄຳຂັວນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ. ວັນກຳມະສາກົນ ເປັນວັນປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ ແລະ ພາລະກຳປະຫວັດສາດຂອງຂະບວນການກຳມະກອນສາກົນ ເປັນການຕໍ່ສູ້ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ທີ່ມີລັກສະນະດີເລີດຂອງຊົນຊັ້ນກຳມະກອນ 133 ປີ. ກຳມະກອນລາວໄດ້ປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ. ນອກນັ້ນ, ທ່ານປະທານກໍໄດ້ເຜີຍແຜ່ບົດລາຍງານຂອງທ່ານປະທານສູນກາງແນວລາວສ້າງຊາດ ແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ. ໃນຕອນທ້າຍພິທີທ່ານປະທານກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມພິທີ ດັ່ງນີ້: 1). ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ ແລະ ຮັກອາຊີບຍຸຕິທຳ; 2). ເອົາໃຈໃສ່ປະຕິບັດລະບຽບວິໄນ ກໍຄືລະບຽບລັດຖະກອນ; 3.) ສຸມໃສ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບ; 4). ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີທັງພາຍໃນ ແລະ ພາຍນອກ; 5). ເອົາໃຈໃສ່ຮັກສາຄວາມສະຫງົບພາຍໃນຂອງແຕ່ລະກົມກອງ ກໍຄືພາຍໃນກະຊວງ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳປາຖະກະຖາຫວນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 133 ປີ
ກະຊວງຍຸຕິທຳປາຖະກະຖາຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 133 ປີ